ວັນທີ 18 ເດືອນ ເມສາ ປີ 2007

0:00 / 0:00

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ ມື້ນີ້ລາຍການຕອບຈມ. ກໍໄດ້ວຽນມາພົບ ກັບທ່ານອີກ. ກ່ອນອື່ນ ຫວັງວ່າທຸກໆ ທ່ານ ຄົງສະບາຍດີ ຕິເນາະ ພາຍຫລັງ ບູນປີໃໝ່ລາວ ຄິດວ່າຫລາຍທ່ານ ຄົງ ຈະໄດ້ຫລິ້ນ ນ້ຳກັນຢ່າງ ສນຸກສນານ ແລະ ມ່ວນຊື່ນໄປຕາມໆ ກັນ ໂດຍສະເພາະ ພໍ່ແມ່ພີ່ນ້ອງ ທີ່ຢູ່ແຂວງ ຫລວງພຣະບາງ ປີນີ້ ຄົງຈະຄຶກຄື້ນ ເປັນພິເສດ ເມື່ອ ເຫັນຮູບພາບ ທີ່ລົງໃນ Web ຂອງ ພວກເຮົາ ແລ້ວ ຮູ້ສຶກເປັນຕາ ມ່ວນນຳແທ້ໆ ເສັຍດາຍ ທີ່ບໍ່ໄດ້ໄປຮ່ວມນຳ.

ທ່ານຜູ້ຟັງທີ່ເຄົາຣົບ ພໍເວົ້າເຖິງບຸນປີໃໝ່ ພວກເຮົາກໍມີ E-mali ຈາກຜູ້ຟັງ ທີ່ຂຽນເຖິງ RFA ຊຶ່ງ Maysoly ຈະນຳມາ ອ່ານສູ່ທ່ານຟັງ ດັ່ງຕໍ່ໄປນີ້ ເຖິງແມ່ນ ຈະຊັກຊ້າ ໄປນ້ອຍນຶ່ງ ຄິດວ່າຄົງ ບໍ່ເປັນ ຫຍັງຕິເນາະ ສະບັບນີ້ ກໍຄືຂອງ ”ທ້າວຄຳ ນິລະໄຊ” ຈາກ ແຂວງ ສວັນນະເຂດ ປະເທດລາວ ເພີ່ນໄດ້ບອກມາວ່າ:

“ໃນໂອກາດ ປີໃໝ່ລາວ 2007 ນີ້ ຂໍອວຍພອນ ໃຫ້ແດ່ທຸກໆ ທ່ານ ຈົ່ງມີແຕ່ ຄວາມສຸກ ຄວາມສົມຫວັງ ແລະ ສຸກສະບາຍ ດີຕລອດໄປ.”

Maysoly ຂໍຂອບໃຈ ແລະ ຂໍໃຫ້ພອນອັນ ປະເສີດນີ້ ຈົ່ງກັບ ຕອບສນອງ ”ທ້າວຄຳ ນິລະໄຊ” ເຊັ່ນດຽວກັນ. E-mail ສະບັບ ຕໍ່ໄປກໍຄື ຂອງ”ທ່ານອະດີດ ສິດພຣະແກ້ວ” ເພີ່ນຂຽນມາດັ່ງນີ້:

“ສະບາຍດີ Maysoly ແລະ ທີມງານ ກ່ອນອື່ນ ຫວັງວ່າທຸກໆ ທ່ານ ຄົງສະບາຍດີ ຕາມເດີມ ດົນນານ ພໍສົມຄວນ ແລ້ວ ຫລັງຈາກ ທີ່ຂຽນຈມ. ມາຣົບກວນ ຄັ້ງທີ່ແລ້ວ ແຕ່ສຳລັບ ວັນນີ້ ກໍຈະຂໍຣົບກວນ ອີກເທື່ອນຶ່ງ ເນື່ອງຈາກວ່າ ວັນນີ້ ຂ້າພະເຈົ້າ ໄດ້ຟັງຂ່າວ ຈາກ RFA ອີກກ່ຽວກັບ ເດັກນ້ອຍ ຊາວເຜົ່າມົ້ງ 21 ຄົນ ທີ່ ທາງ ຣັຖບານ ສປປ.ລາວ ສົ່ງໃຫ້ ພີ່ນ້ອງຂອງເຂົາເຈົ້າ ທີ່ຜ່ານມານີ້ ກ່ຽວກັບເຣື່ອງນີ້ ໃນ ນາມສ່ວນຕົວ ຂອງ ຂ້າພະເຈົ້າ ຮູ້ສຶກ ມີຄວາມສລົດໃຈ ຕໍ່ເຫດການ ອັນນີ້ຢ່າງສຸດຊຶ້ງ ແລະ ຖືວ່າໂຊກຮ້າຍ ຂອງເດັກນ້ອຍ ແລະ ພໍ່ແມ່ ຂອງເຂົາເຈົ້າ ຂ້າພະເຈົ້າ ຂໍເອົາໃຈຊ່ວຍ ແລະ ພາວະນາ ໃຫ້ພໍ່ແມ່ ແລະ ລູກໆ ຈົ່ງໄດ້ ຫວນພົບ ກັນອີກ ຕາມເຄີຍ ກ່ຽວກັບ ເຣື່ອງນີ້ຖ້າ ຣັຖບານລາວ ຫາກຈິງໃຈ ຫຼືບໍ່ມີ ແຜນການອື່ນໆ ຂ້າພະເຈົ້າ ຄິດວ່າ ຄົງຈະບໍ່ກາຍ ເປັນບັນຫາໃຫຍ່ ແລະ ຍາວນານ ມາຈົນປານ ນີ້ດອກ ຜ່ານມາ ຣັຖບານ ສປປ.ລາວ ປະຕິເສດ ວ່າບໍ່ຮູ້ ແລະ ບໍ່ຈັກກ່ຽວກັບ ທາງການໄທ ສົ່ງເດັກນ້ອຍ ເຫຼົ່ານີ້ກັບຄືນໄປ ສປປ.ລາວ ແຕ່ຊ້ຳພັດໄດ້ຂ່າວວ່າ ເດັກນ້ອຍ ຖືກຂັງ ຢູ່ສປປ.ລາວ ແລະ ຕໍ່ມາ ທ່ານ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີການ ຕ່າງປະເທດ ປະກາດ ເປັນທາງການວ່າ ພົບເຫັນ ເດັກນ້ອຍ ເຫຼົ່ານີ້ແລ້ວ ແລະ ພ້ອມທ ີ່ຈະສົ່ງຄືນ ເດັກນ້ອຍ ເຫຼົ່ານີ້ ໃຫ້ພໍ່ແມ່ເຂົາເຈົ້າ ທີ່ປະເທດໄທ ແຕ່ແລ້ວ ກໍບໍ່ປະຕິບັດ ຕາມຄວາມເວົ້າ ຂອງຕົນ ຂ້າພະເຈົ້າ ບໍ່ເຂົ້າໃຈວ່າ ເປັນຫຍັງ ຣັຖບານ ສປປ.ລາວ ຈຶ່ງກະທຳເຊັ່ນນີ້ ຫຼືຢາກທຳ ຢ່າງໃດ ກໍໄດ້ຊັ້ນບໍ່? ໃນ ເມື່ອມີອຳນາດ ຢູ່ໃນກຳມື ແລ້ວ ຢ່າງນ້ອຍ ກໍຄວນ ຈະຄິດເຖິງ ນ້ຳໃຈຂອງຄວາມ ເປັນມະນຸດສະທັມ ແດ່ຕີ້ ໂລກ ທັງໂລກ ເຂົາຮູ້ໝົດແລ້ວ ການກະທຳ ທຸກຢ່າງ ໃນປັດຈຸບັນ ຂອງຣັຖບານ ສປປ.ລາວ ແລະ ຫວັງວ່າ ຣັຖບານ ສປປ.ລາວ ຈະປ່ຽນແປງ ທ່າທີ ທາງດ້ານການເມືອງ ແລະ ການປົກຄອງ ເພື່ອ ປະຊາຊົນລາວ ທັງຊາດ ສົມດັ່ງ ພວກທ່ານ ບອກວ່າ ຮັກຊາດ ຮັກປະຊາຊົນ ແລະ ຕ້ອງການ ຮັບໃຊ້ຊາດ ຢ່າງແທ້ຈິງ. ທ້າຍສຸດ ຂໍອວຍຊັຍ ໃຫ້ພອນ ແດ່ Maysoly ແລະ ທີມງານ ຈົ່ງປະສົບ ກັບຄວາມສຳເຣັດ ໃນວຽກງານ ທຸກປະການ ແລະ ມີ ສຸຂພາບ ເຂັ້ມແຂງ ຕລອດການເທີ້ນ.”

ທ່ານຜູ້ຟັງທີ່ເຄົາຣົບ ເພື່ອ ເປັນການປ່ຽນ ບັນຍາກາດ ກໍຢາກໃຫ້ ທ່ານຟັງເພງລາວ ມ່ວນໆ ເພັງນຶ່ງ ກ່ອນເນາະ ຫລັງຈາກນັ້ນ ຄ່ອຍເວົ້າກັນໃໝ່ ເພງທີ່ທ່ານ ຈະໄດ້ຟັງຕໍ່ໄປນີ້ ມີຊື່ວ່າ “ຮັກສາວສວັນ” ຈາກ ສຽງ ຂັບຮ້ອງຂອງ “ວໍຣະເດດ ດິດທະວົງ” ຂໍມອບໃຫ້ຜູ້ຟັງທຸກໆ ທ່ານ ທີ່ກຳລັງຮັບຟັງລາຍການ ຕອບຈມ. ຢູ່ໃນຂນະນີ້ ແລະ ພິເສດສຸດໃຫ້ແກ່ທ່ານຊາຍ ທັງຫລາຍ ຜູ້ທີ່ເຄີຍມີຄວາມຮັກ ກັບສາວສວັນ ເຊີນຮັບຟັງໄດ້. (ເພງຮັກສາວສວັນ)

ທີ່ຈົບລົງໄປ ນັ້ນຄືເພງ “ຮັກສາວສວັນ” ຫວັງວ່າ ຄົງຈະຖຶກໃຈ ຫລາຍທ່ານ ໂດຍສະເພາະ ຜູ້ທີ່ປັກໃຈ ຮັກກັບ ສາວສວັນ. ບັດນີ້ຂໍເຊີນທ່ານ ກັບເຂົ້າສູ່ລາຍການ ເລີຍເນາະ.

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກນ້ອງ “Arivanh” ແຟນລາຍການ ຂອງພວກເຮົາ ນານໆ ເພີ່ນ ຈຶ່ງຂຽນມາ ເທື່ອນຶ່ງ ນ້ອງ Arivanh ເປັນຄົນມີອາຣົມ ຊ່າງຄິດ ຊ່າງຝັນ ແທ້ໆ ແຕ່ລະເທື່ອເ ພີ່ນຂຽນມາ ກໍ່ເຕັມ 3 ໜ້າເຈັ້ຍ. ສະບັບນ ີ້ເພີ່ນເວົ້າວ່າ:

“ສະບາຍດີເອື້ອຍ Maysoly ນ້ອງ ຫວັງວ່າ ເອື້ອຍພ້ອມ ທັງທີມງານ ຂອງວິທຍຸເອເຊັຍ ເສຣີ ຄົງສະບາຍດີ ໃນໂອກາດ ດີໆ ເຊັ່ນນີ້ ນ້ອງຂໍອວຍພອນ ໃຫ້ພີ່ນ້ອງຊາວລາວ ໝົດທຸກຄົນ ຈົ່ງມີຄວາມສຸກ ມ່ວນຊື່ນ ໃນບຸນປີໃໝ່ລາວ ດ້ວຍເຖີດ ແລະ ພ້ອມກັນນີ້ ນ້ອງຂໍຖວາຍ ບັງຄົມພຣະເຈົ້າ ເໜືອຫົວ ແຫ່ງ ປະເທດໄທ ແລະ ຂໍຂອບພຣະຄຸນ ທີ່ພຣະອົງ ມີຄວາມເມຕຕາ ແກ່ຄົນທຸກໆ ຊາດ ທີ່ມາເພີ່ງພິງໃນ ປະເທດໄທ ຂໍ ໃຫ້ພຣະອົງ ຊົງພຣະຈເຣີນ ດ້ວຍເຖີດ.”

Maysoly ຂໍຂອບໃຈນຳນ້ອງ “Arivanh” ທີ່ສລະເວລາຂຽນ ຈົດໝາຍ ເຖິງລາຍການ ໃນຈມ. ຂອງ ນ້ອງເວົ້າວ່າ ທີ່ຂຽນຈມ. ເຖິງເອື້ອຍມື້ນີ້ ກໍເພື່ອຕໍ່ວ່າຕໍ່ຂານ “ນັກປະພັນລາວໄທ” ເອື້ອຍພຍາຍາມ ອ່ານທົບທວນ ຈົດໝາຍ ຂອງນ້ອງ ຫລາຍໆ ເທື່ອ ແຕ່ກໍຍັງບໍ່ເຂົ້າໃຈ ວ່ານ້ອງຢາກ ຈະເວົ້າເຣື່ອງຫຍັງ ກັນແທ້ ເພາະມັນ ສັບສົນຫລາຍ. ຖ້າເປັນໄປໄດ້ ຢາກໃຫ້ນ້ອງລຽບລຽງ ມາໃໝ່ ແຕ່ລະຂັ້ນ ແຕ່ລະຕອນ ໃຫ້ມັນລະອຽດ ກວ່ານີ້ ເພື່ອຄວາມເຂົ້າໃຈ ມີຕອນນຶ່ງ ນ້ອງເອີ່ຍເຖິງ ເຣື່ອງພາບພະຍົນໄທ ເອື້ອຍ ກໍບໍ່ເຂົ້າໃຈ ປານໃດ ເພາະຕົນເອງ ກໍ່ບໍ່ຄ່ອຍໄດ້ຕິດຕາມ ຊົມລະຄອນໄທ ທີ່ເວົ້າມານີ້ ບໍ່ມີເຈຕນາ ຕ້ານລະຄອນໄທ ເດີ້. ເພາະຕອນນີ້ ກຳລັງເບີ່ງເຣື່ອງ “ເພັງຮັກແຄມຝັ່ງຂອງ” ທີ່ຄົນລາວ ໄດ້ຮັບບົດ ເປັນນາງເອກ ຄູ່ກັບ ພະເອກໄທ ນັ້ນນ່ະ ຢ່າງໃດ ກໍຕາມ ຖ້ານ້ອງຈະຂຽນ ນະວະນິຍາຍ ເຣື່ອງໃດອອກມາ ຮັບຮອງວ່າ Maysoly ຂໍໃຫ້ກຳລັງໃຈ ຢ່າງສຸດຊຶ້ງ ແລະ ຂໍໃຫ້ນ້ອງຈົ່ງໂຊກດີ.

E-mail ສະບັບຕໍ່ໄປ ຂຽນຈາກ ຜູ້ຟັງທ່ານທີ່ຊື່ “ສົມເພັດ Vongkhamkeo” ບອກວ່າ ເປັນແຟນ ລາຍການ RFA ແລະ ມັກຟັງລາຍການ ຂອງພວກທ່ານ. ທີ່ຂຽນມາມື້ນີ້ ຢາກຖາມວ່າ ເປັນໄປໄດ້ບໍ່ ຂ້າພະເຈົ້າ ຢາກໄດ້ ສາຣະຄະດີ ເຣື່ອງ “ໄທດຳ” ທີ່ທ່ານ ອອກອາກາດ ຢູໃນປັດຈຸບັນນີ້ Maysoly ຂໍຂອບໃຈ ນຳທ່ານສົມເພັດ ທີ່ໄດ ້ໃຫ້ຄວາມສົນໃຈ ກ່ຽວກັບ ສາຣະຄະດີເຣື່ອງ “ໄທດຳ” ຄຳຖາມ ທີ່ທ່ານ ເວົ້າມານັ້ນ ກໍ່ບໍ່ແມ່ນ ເຣື່ອງຍາກ ຂໍໃຫ້ທ່ານ ເຂົ້າໄປໃນ Web Site ຂອງ RFA ພາສາລາວ ເພາະພວກເຮົາ ໄດ້ນຳຂຶ້ນໃສ່ Web ທຸກໆ ຕອນ ຫລັງຈາກ ອອກອາກາດ ໄປແລ້ວ ທ່ານສາມາດ Print Copy ຈາກເຄື່ອງ computer ໄດ້ເລີຍ. ຖ້າມີບັນຫາແນວໃດ ຂໍເຊີນຂຽນຈົດໝາຍ ເຖິງພວກເຮົາໄດ້ອີກ ຍິນດີຕ້ອນຮັບ.

ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາ ເຖິງຕອນນີ້ ເວລາແຫ່ງລາຍການ ກໍໃກ້ຈະໝົດ ລົງພໍດີ. ສະນັ້ນ Maysoly ຂໍເຊີນທ່ານ ຟັງເພງລາວ ມ່ວນໆ ກ່ອນຈາກກັນ ເພງນີ້ມີຊື່ວ່າ “ຄະນຶງຮັກ” ຈາກສຽງຂັບຮ້ອງ ຂອງ “ພອນ ພູມີທອນ” ຂໍມອບ ເປັນຄວາມສຸກ ແກ່ທຸກໆ ທ່ານທີ່ເປັນແຟນ ລາຍການ ຟັງແລ້ວ ຂໍໃຫ້ຈິດໃຈ ຊື່ນບານ ຂໍເຊີນຮັບຟັງໄດ້.

(ເພງຄະນຶງຮັກ)

ທ່ານ ຜູ້ຟັງທີ່ເຄົາຣົບ ເປັນອັນວ່າ ລາຍການຕອບ ຈົດໝາຍໃນມື້ນີ້ ເວລາກໍໝົດລົງ ພຽງເທົ່ານີ້ ພົບກັນໃໝ ໃນວັນ ພະຫັດໜ້າ. ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ