ວັນທີ 25 ເດືອນ ເມສາ ປີ 2007


2007.04.25

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ກໍແມ່ນ ວັນພະຫັດ ຊຶ່ງກໍ່ໝາຍຄວາມວ່າ ເປັນມື້ ຕອບ ຈມ. ຂອງ ທ່ານຜູ້ຟັງອີກ ຢ່າງໃດກໍຕາມ Maysoly ຫວັງໃຈສເມີວ່າ ທ່ານ ທີ່ເປັນ ແຟນຂອງ ລາຍການ ກໍຄົງຈະບໍ່ລືມ ເປີດວິທຍຸ ຫຼື Internet ຮັບຟັງຢູ່ ເພື່ອ ບໍ່ເປັນການເສັຍເວລາ ຂໍເຊີນທຸກໆ ທ່ານເຂົ້າສ ູ່ລາຍການເລີຍ.

ຈມ. ສະບັບທຳອິດທີ່ Maysoly ຈະນຳມາອ່ານ ສູ່ທ່ານຟັງໃນມື້ນີ້ ກໍຄືຈມ. ຂອງ ທ່ານຜູ້ຟັງ ທີ່ ຂຽນຈາກເມືອງ demones ຣັຖ IA ຊຶ່ງ Maysoly ກໍໄດ້ຕອບ ເພີ່ນໄປແລ້ວ ບາງຂໍ້ຄວາມ ເມື່ອ ສັປດາກ່ອນໆ ແລະ ກໍໄດ້ສັນຍາວ່າ ຈະນຳມາອ່ານ ສູ່ທ່ານຟັງ ອີກ ໃນສ່ວນ ທີ່ຍັງຄ້າງຄາຢູ່. ຢ່າງໃດກໍຕາມ ໃນຈມ.ຂອງທ່ານ ຍັງມີຂໍ້ນຶ່ງທີ່ຖາມວ່າ:

“ເປັນຫຍັງ ປະຊາຊົນລາວ ຢູ່ຕ່າງປະເທດ ເຊັ່ນວ່າ ຢູ່ສະຫະຣັຖ ອະເມຣິກາ ເມື່ອເດີນທາງ ກັບໄປ ຢາມບ້ານ ເພີ່ນຄືເກັບ visa ແພງແທ້. ຖ້າປຽບທຽບໃສ່ ປະເທດໄທ ເຂົາຮອດ ບໍ່ເກັບຈັກ ກີບເລີຍ ນອກຈາກນັ້ນ ຄ່າຣົຖ ໂດຍສານ ຄ່າປີ້ຍົນ ບໍ່ວ່າຄົນ ໃນທ້ອງຖິ່ນ ຫຼື ຄົນຕ່າງປະເທດ ເຂົາກໍ ຈະເກັບເທົ່າໆ ກັນ ສ່ວນວ່າ ລາວ ຖ້າເປັນຄົນ ຕ່າງຊາດແລ້ວ ຄ່າ visa ຄ່າບໍຣິການຕ່າງໆ ແມ່ນເກັບ ຫລາຍກວ່າ ໂດຍສະເພາະ ຄ່າ visa ເຂົ້າໄປລາວ. ຖ້າທາງການລາວ ບໍ່ເກັບຄ່າ visa ຫລາຍໂພດ ກໍຈະມີ ນັກທ່ອງທ່ຽວ ຈາກຕ່າງປະເທດ ໄປທ່ຽວລາວ ຫລາຍ ກວ່ານີ້ອີກ. ອັນນີ້ ກະແມ່ນ Idea ຂອງ ຂ້າພະເຈົ້າເອງ.”

ຈມ. ສະບັບຕໍ່ໄປ ກໍຄືຂອງ “ທ້າວບູນເລີດ” ຂຽນຈາກເມືອງ Merced ຣັຖ California ເພີ່ນບອກວ່າ ຂ້ານ້ອຍ ເອງ ໄດ້ຕິດຕາມ ຮັບຟັງລາຍການ ຂອງພວກທ່ານ ຈາກທາງ Internet ທຸກໆ ມື້ ແລະ ມີຂໍ້ຂ້ອງໃຈ ຢາກຖາມແດ່:

1) ເປັນຫຍັງຍາມມີບູນ ມີງານ ຢູ່ແຫ່ງໃດ ແຫ່ງນຶ່ງ ໃນລາວ ພວກເພີ່ນ ມັກຫ້າມ ບໍ່ໃຫ້ ນັກທ່ອງທ່ຽວ ເຂົ້າໄປຊົມ ການມ່ວນຊື່ນ ຂອງເພີ່ນ. 2) ເປັນຫຍັງ ຊາວຕ່າງປະເທດ ຫຼື ຄົນລາວ ທີ່ໄປຈາກ ຕ່າງປະເທດ ເມື່ອໄປຊື້ສິນຄ້າ ບໍ່ວ່າອາຫານ ການກິນ ຫຼື ເຄື່ອງນຸ່ງ ຂອງຖື ຮວມທັງຄ່າປີ້ຍົນ ພາຍໃນປະເທດ ຈຶ່ງແພງກວ່າ ຄົນ ໃນປະເທດເອງ.

Maysoly ຂໍຂອບໃຈ ທີ່ນ້ອງໄດ້ຂຽນຈມ. ເຖິງວິທຍຸ ເອເຊັຽເສຣີ ໃນມື້ນີ້ ຄຳຖາມ ຂອງນ້ອງ ທີ່ເວົ້າມານັ້ນ ຂໍຕອບ ພຽງສັ້ນໆ ວ່າ ການທີ່ເພີ່ນຫວງຫ້າມ ບໍ່ໃຫ້ນັກທ່ອງທ່ຽວ ເຂົ້າໄປຊົມ ງານອັນໃດ ອັນນຶ່ງ ທີ່ເພີ່ນຈັດ ເຮົາກໍຕ້ອງ ເຂົ້າໃຈແລ້ວວ່າ ຄົງຈະເປັນງານ ສະເພາະທາງ ພາກຣັຖ ຂອງເພີ່ນ ເພີ່ນຈຶ່ງ ບໍ່ໃຫ້ຄົນນອກ ເຂົ້າຮ່ວມ. ຂໍ້ທີ 2. ເຣື່ອງທີ່ວ່າ ການເກັບຄ່າຢູ່ ຄ່າກິນ ຄ່າ ປີ້ຍົນ ນຳຄົນລາວ ຕ່າງປະເທດ ຫລາຍ ກວ່າຄົນ ໃນທ້ອງຖິ່ນນັ້ນ. ອັນນີ້ກໍຄິດວ່າ ຄົງເປັນຈະ ເຣື່ອງທັມມະດາ ດອກ. ເພາະເພີ່ນຄິດວ່າ ຄົນຕ່າງຊາດ ຄືຊິມີລາຍໄດ້ ຫລາຍກວ່າ ຄົນພາຍໃນຕີ້ບໍ່? ແຕ່ກໍບໍ່ແມ່ນ ມີແຕ່ປະເທດລາວ ດອກ ຄິດວ່າມີຢູ່ ໃນຫຼາຍໆ ປະເທດ ທີ່ຍັງດ້ອຍການ ພັທນາ ເຂົາສວຍໂອກາດ ນຳນັກທ່ອງທ່ຽວ ຕ່າງຊາດກໍມີ.

ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖິງຕອນນີ້ ເພື່ອເປັນການ ປ່ຽນບັນຍາກາດ Maysoly ຂໍເຊີນ ທ່ານ ຮັບຟັງເພງ ມ່ວນໆ ເພງນຶ່ງກ່ອນເນາະ ເພງນີ້ມີຊື່ວ່າ “ແລ້ວເຮົາຈະຮັກກັນໄດ້ຢ່າງໃດ” ຈາກ ສຽງຂັບຮ້ອງ ຂອງ “ດາຣາເພັດ” ເຊີນຮັບຟັງໄດ້.

----- ເພງ ------

ທີ່ຈົບລົງ ໄປນັ້ນ ກໍຄືເພງ ທີ່ມີຊື່ວ່າ “ແລ້ວເຮົາຈະຮັກກັນໄດ້ຢ່າງໃດ” ທ່ານຜູ້ຟັງ ທີ່ເຄົາຣົບ ເຖິງຢ່າງໃດ ພວກເຮົາ ກໍໄດ້ເວົ້າກ່ຽວກັບ ເຣື່ອງ visa ມາແລ້ວເນາະ. ສະນັ້ນ, Maysoly ກໍມີເຣື່ອງເລັກໆ ນ້ອຍໆ ຢາກຈະມາ ເລົ່າສູ່ທ່ານຟັງ ເຊັ່ນດຽວກັນ ເນື່ອງຈາກວ່າ ທີ່ຜ່ານມາ ມີຂ່າວເປົ່າປິວວ່າ ມີຄົນລາວ ບາງທ່ານ ປະສົບບັນຫາ ກ່ຽວກັບເ ຣື່ອງກຳນົດຂອງ visa ເນື່ອງຈາກເຂົ້າໃຈວ່າ ກຳນົດເວລາ ທີ່ຕີໄວ້ໃນ visa ນັ້ນ ເປັນ ລະຍະຊຶ່ງ ຜູ້ກ່ຽວ ຢູ່ໄດ້ ໃນປະເທດລາວ ຊຶ່ງຄວາມເປັນຈິງແລ້ວ ກໍບໍ່ເປັນດັ່ງນັ້ນ Maysoly ຄິດວ່າ ລະຍະ ເວລາທີ່ສຳຄັນ ຊຶ່ງເຮົາຄວນ ປະຕິບັດຕາມ ແມ່ນກຳນົດ ເວລາທີ່ຕຳຣວດ ກວດຄົນເຂົ້າ ເມືອງ (ຕມ.) ອະນຸຍາດໃຫ້ ເວລາທີ່ທ່ານ ເດີນທາງໄປ ເຖິງແດນລາວ ຊຶ່ງ ຕມ.ກໍຈະຂຽນລົງ ໄວ້ໃນ visa ຂອງທ່ານ ຖ້າທ່ານ ບໍ່ເອົາໃຈໃສ່ ກ່ຽວກັບ ການແຕກຕ່າງນີ້ ແລະຢູ່ຕາມກຳນົດ ເວລາທີ່ບົ່ງໄວ້ໃນ visa ຂອງທ່ານ ທ່ານ ກໍຈະຖຶກປັບໄໝ ຢ່າງແນ່ນອນ ຕົວຢ່າງ ມີຄົນລາວ ຫລາຍໆ ຄົນ ທີ່ໄປ ຂໍອະນຸຍາດ ກັບເມືອ ຢາມບ້ານເກີດ ເມືອງນອນ ເມື່ອທາງສຖານທູດ ອອກ visa ໃຫ້ຢ້ຽມຢາມ ເມືອງລາວໄດ້ 3 ເດືອນ ແຕ່ພໍໄປເຖິງ ສນາມບິນ ໃນ visa ທີ່ເພີ່ນຕີໃຫ້ນັ້ນ ໄດ້ພຽງ 20 ມື້ເທົ່ານັ້ນ. ສະນັ້ນ, ຖ້າທ່ານ ບໍ່ກວດດີໆ ກໍຈະຖຶກປັບໄໝ ອີກ ໃນກໍຣະນີ ຖ້າທ່ານ ຢາກຢູ່ 3 ເດືອນ ທ່ານ ກໍຕ້ອງໄປຂໍຕໍ່ visa ໃໝ່ອີກ ເປັນເດືອນໆ ຈົນຄົບ 3 ເດືອນ ຖ້າກາຍ ກໍຖູກປັບໄໝອີກ ມື້ລະ 2 dollars, ສະນັ້ນ ມີຄົນລາວ ບາງທ່ານ ທີ່ເດີນທາງ ໄປຢ້ຽມຢາມ ປະເທດລາວ ເມື່ອໄປກັບ ມາແລ້ວກໍຈົ່ມ ວ່າຖູກປັບໄໝ ແນວນັ້ນແນວນີ້ ຄວາມຈິງແລ້ວ ບັນຫາ ທີ່ເກີດຂຶ້ນ ເຊັ່ນນີ້ ກໍເນື່ອງຈາກວ່າ ພວກເຮົາ ບໍ່ມີຄວາມຮອບຄອບ ນັ້ນເອງ.

ທ່ານຜູ້ຟັງ ທີ່ເຄົາຣົບ ພໍເວົ້າມາມາເຖິງ ຕອນນີ້ ເວລາແຫ່ງລາຍການ ກໍໃກ້ຈະໝົດລົງແລ້ວ ສະນັ້ນ ເພື່ອ ບໍ່ເສັຍເວລາ ຢາກໃຫ້ທ່ານ ໄດ້ຟັງເພງ ທ້າຍລາຍການ ຂອງພວກເຮົາ ເລີຍ ມື້ນີ້ Maysoly ຂໍຈັດເພງ ເກົ່າໆ ເພງນຶ່ງ ໃຫ້ທ່ານ ໄດ້ຮັບຟັງເນາະ ເພີ່ນເວົ້າວ່າ ຟັງເພງເກົ່າ ຄິດຮອດ ຄວາມຫລັງ ເມື່ອຄິດຮອດ ຄວາມຫລັງ ກໍພາໃຫ້ມີຄວາມສຸກໄດ້ ວ່າຊັ້ນ, ເພງທີ່ທ່ານຈະໄດ້ ຮັບຟັງຕໍ່ໄປນີ້ Maysoly ຄິດວ່າ ຫລາຍໆ ທ່ານ ກໍຄົງຈະຮູ້ດີ ມາໃນເພງທີ່ຊື່ວ່າ “ຮັກເໜືອຄົມມີດ” ຂັບຣ້ອງໂດຍ “ອູ່ແກ້ວ ໄຊຍະວົງ” ເຊີນຮັບຟັງໄດ້.

------- ເພງ -----------

ທີ່ຈົບລົງໄປນັ້ນ ຄືເພງ “ຮັກເໜືອຄົມມີດ” ຫວັງວ່າ ຄົງຈະໃຫ້ ຄວາມມ່ວນຊື່ນ ແກ່ທ່ານຜູ້ຟັງ ໄດ້ແດ່ ບໍ່ຫລາຍກໍໜ້ອຍ, ຢ່າງໃດກໍຕາມ ເວລາແຫ່ງ ລາຍການ ຂອງພວກເຮົາ ໃນມື້ນີ້ ກໍໝົດລົງ ພຽງເທົ່ານີ້ແລ້ວ ຂໍເຊີນ ທ່ານຕິດຕາມ ຮັບຟັງໄດ້ໃໝ່ ໃນ ວັນພະຫັດໜ້າ. ສະບາຍດີ

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.