ວັນທີ 2 ເດືອນ ພືສພາ ປີ 2007

0:00 / 0:00

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ ລາຍການ ຕອບຈມ. ກໍ່ໄດ້ກັບມາພົບ ກັບທ່ານ ອີກຕາມເຄີຍ ຫວັງວ່າ ທ່ານ ຄົງບໍ່ລືມ ເປີດວິທຍຸຮັບ ຟັງຢູ່ຕິເນາະ ເພື່ອບໍ່ເປັນ ການເສັຍ ເວລາ ຂອງພວກເຮົາ ຂໍເຊີນທຸກໆ ທ່ານ ເຂົ້າສູ່ ລາຍການເລີຍ.

ຈມ. ສະບັບທຳອິດ ທີ່ຈະນຳມາ ອ່ານສູ່ທ່ານຟັງ ໃນມື້ນີ້ ຂຽນຈາກ ຜູ້ທີ່ໃຊ້ນາມວ່າ “ຄົນມົ້ງຜູ້ຫວັງດີຕໍ່ຊາດລາວ” ໃນ ຈມ.ເພີ່ນໄດ້ ຂຽນມາ ຢ່າງຍືດຍາວ ແຕ່ Maysoly ຈະຂໍອ່ານ ບາງຕອນ ສູ່ທ່ານ ຟັງເທົ່ານັ້ນ ເພີ່ນບອກວ່າ:

“ເພື່ອນຮ່ວມຊາດ ທີ່ຮັກແພງ ຂ້າພະເຈົ້າ ເປັນ ຄົນມົ້ງຄົນນຶ່ງ ທີ່ເກີດ ຢູ່ປະເທດລາວ ຖືບັດ ປະຈຳ ຕົວລາວ ແຕ່ສັງກັດຢູ່ ໃນເຊື້ອຊາດມົ້ງ ຂ້າພະເຈົ້າ ໄດ້ໄປຮຽນ ໜັງສືລາວ ແຕ່ນ້ອຍ ຈົນໃຫຍ່ ຫລັງຈາກ ຮຽນຈົບແລ້ວ ຣັຖບານລາວ ກໍຍັງໄດ້ ເກນພວກ ຂ້າຣາຊການ ໄປຮັບໃຊ້ກອງທັບ ຢູ່ພາກ 5 ເປັນເວລາ 2 ປີປາຍ ຈຶ່ງຖຶກປົດປ່ອຍ. ຕໍ່ຈາກນັ້ນ ຂ້າພະເຈົ້າ ຄິດວ່າ ເປັນຜູ້ໂຊກດີ ທີ່ໄດ້ມີໂອກາດ ໄປຮຽນວິຊາ ສອນຄນິດສາດ ຢູ່ປະເທດ ຝຣັ່ງເສດ ເປັນເວລາ 1 ປີ. ໃນປີ 1975 ເປັນປີລາວ ຮ່ວມລາວ ນັກສຶກສາ ທຸກຄົນ ຕ້ອງຖຶກໄປ ສັມມະນາ ເພື່ອຮຽນຮູ້ ລະບອບໃໝ່ ຂ້າພະເຈົ້າ ກໍ່ໄດ້ໄປ ສັມມະນາ ນຳເພີ່ນ ຂ້າພະເຈົ້າ ຍັງຈຳຄຳ ເວົ້າຄຳນຶ່ງ ຂອງ ເຈົ້າໜ້າທີ່ ພັກຣັດ ຫລັງຈາກ ເພີ່ນໄດ້ ເລົ່າເຖີງ ປວັດຄວາມ ເປັນມາ ໃນປາງສົງຄາມ ວຽດນາມ ເພີ່ນກະເວົ້າວ່າ ຄົນມົ້ງ ແມ່ນ ພວກມັກ ສົງຄາມ ພວກເຂົາ ຕໍ່ຕ້ານ ແນວລາວ ແລະວຽດນາມ ເໜືອ ເພາະຢາກໄດ້ ເອກຣາດ ຈາກລາວ ຕໍ່ຄຳເວົ້າດັ່ງກ່າວນີ້ ແມ່ນຄຳເວົ້າ ທີ່ບໍ່ມີມູນ ຄວາມຈິງ ພວກເຮົາ ເປັນຊົນເຜົ່າ ນ້ອຍ ໃນລາວແທ້ ແຕ່ບໍ່ເຄີຍ ບັງອາດຄິດວ່າ ຢາກຈະໄດ ້ເອກຣາດ ຈາກລາວ ຕົງກັນຂ້າມ ຖ້າໝູ່ ມານ ສັດຕຣູມາ ຄຸກຄາມລາວ ພວກເຮົາ ກໍຈະຊ່ວຍຕ້ານ ເຊັ່ນ ດຽວກັນ ກັບຝ່າຍແນວລາວ ຂັບໄລ່ ອະເມຣິກາ ອອກຈາກລາວ ນັ້ນແຫລະ ຂ້າພະເຈົ້າ ຄິດວ່າຜູ້ທີ່ມາຍາດແຍ່ງ ເອົາເອກຣາດ ຈາກລາວ ນັ້ນ ບໍ່ແມ່ນ ຜູ້ອື່ນໄກ ກໍຄືຊາວຕ່າງຊາດ ນັ້ນແຫລະ ຕົວຢ່າງ ປັດຈຸບັນນີ້ ວຽດນາມ ແລະ ຈີນ ໄດ້ເຂົ້າມາ ເອົາສັບສິນ ອັນມີຄ່າ ໄປຈາກ ແຜ່ນດິນລາວ ເກືອບຈະໝົດ ລົງແລ້ວ ຂ້າພະເຈົ້າ ບໍ່ຮູ້ວ່າ ປະຊາຊົນລາວ ຍັງເມີນເສີຍ ໄປຮອດໃສ ກັນອີກ ຂ້າພະເຈົ້າ ແມ່ນຄົນມົ້ງ ແຕ່ເກີດ ຢູ່ດິນລາວ ມີຄວາມເປັນຫ່ວງ ນຳຈຶງໄດ້ໃຊ້ເວລາ ຂຽນສອງສາມ ຄວາມ ຝາກມາໃຫ ້ເພື່ອນຮ່ວມຊາດ.”

ທີ່ກ່າວມາ ນີ້ກໍຄືຈມ. ຂອງທ່ານ ຜູ້ທີ່ໃຊ້ນາມວ່າ “ຄົນມົ້ງ ຜູ້ຫວັງດີຕໍ່ຊາດລາວ” ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາ ເຖິງຕອນນີ້ ເພື່ອເປັນການ ປ່ຽນບັນຍາກາດ Maysoly ຂໍເຊີນທ່ານ ພັກຜ່ອນ ນຳສຽງເພງ ອອນຊອນເພງ ນຶ່ງກ່ອນ ຊຶ່ງຈະມາໃນເພງໃຫ້ຊື່ວ່າ “ເຕືອນໃຈລາວ” ຈາກ ຄນະສິລະປິນລາວ ທີ່ ປະເທດ ຝຣັ່ງເສດ ເຊີນຮັບຟັງໄດ້.

--- ເພງ -----

ທີ່ຈົບລົງ ໄປນັ້ນຄືເພງ “ເຕືອນໃຈລາວ” ບັດນີ້ ຂໍເຊີນທ່ານ ກັບເຂົ້າສູ່ ລາຍການອີກ ຈມ. ສະບັບຕໍ່ໄປ ກໍຄື E-mail ຂອງທ່ານນຶ່ງ ທີ່ຂໍສງວນນາມ ຂຽນຈາກ ປະເທດລາວ ໃນ E-mail ເພີ່ນຂຽນມາດັ່ງນີ້:

“ສະບາຍດີທຸກໆ ທ່ານທີ່ RFA ຂ້າພະເຈົ້າ ຂຽນຈມ.ມາຫາ ໃນມື້ນີ້ ກໍຍ້ອນມີ ເຣື່ອງຢາກ ຈະເລົ່າສູ່ກັນຟັງ ເຣື່ອງ ມັນກໍມີຢູ່ວ່າ ເມືອງວັງວຽງ ຊຶ່ງເປັນ ແຫລ່ງທ່ອງທ່ຽວ ຂອງຊາວ ຕ່າງຊາດ ປັດຈຸ ບັນນີ້ເມືອງ ວັງວຽງ ກຳລັງ ສິກາຍເປັນ ເມືອງຮ້າງ ໄປເສັຍແລ້ວ ເພາະນ້ຳມື ຂອງຄົນບາງກຸ່ມ ເພາະທຸກມື້ນີ້ ພວກ ເຈົ້າໜ້າທ ີ່ຊອກຫາ ເອົາແຕ່ເງິນ ນຳນັກທ່ອງທ່ຽວ ຕົວຢ່າງ ຍົວະໃຫ້ເດັກ ນ້ອຍ ທຽວໄປ ຊອກຂາຍຊາ ໃຫ້ ຄົນ ຕະເວັນຕົກ ໃນເມື່ອເຂົາຊື້ໄປແລ້ວ ກໍຟ້າວໂທ. ຫາເຈົ້າໜ້າ ທີ່ໂລດ ແລະ ເຈົ້າໜ້າທ ີ່ກໍ່ໄດ້ໄປເຊີນ ເຂົ້າມາ ຫ້ອງການ ແລະປັບໄໝ ຜູ້ລະ 500 dollars ຖ້າຫາກ ນັກທ່ອງທ່ຽວ ຜູ້ໃດບໍ່ຍອມຈ່າຍ ເຂົາກໍຈະຂູ່ວ່າ ຈະກັກ passport ຫຼື ໂທ.ໄປແຈ້ງ ສຖານທູດ ຂອງເຂົາ ເຫດການ ເຊັ່ນນີ້ມີມາ 3 ປີແລ້ວ ໂດຍ ບໍ່ມີຜູ້ໃດ ກ້າເວົ້າກ້າປາກ.”

Maysoly ຂໍຂອບໃຈ ນຳທ່ານ ຜູ້ສງວນນາມ ທີ່ເລົ່າເຣີ່ອງ ນີ້ສູ່ຟັງ ແລະກໍຫວັງວ່າ ເຈົ້າໜ້າທີ່ລາວ ທີ່ມີອຳນາ ດພໍຈະກຳຈັດ ບັນຫາ ດັ່ງກ່າວໄດ້ ເພາະເທົ່າທີ່ ພວກເຮົາເຄີຍ ລາຍງານ ຣັຖບານ ສປປລາວ ຖືວ່າ ເຣື່ອງທ່ອງທ່ຽວ ເປັນເຣື່ອງສຳຄັນຍິ່ງ ເພາະນຳລາຍໄດ້ ເຂົ້າປະເທດ ປີລະ ຫລາຍ ຮ້ອຍ ດອນລ້າ.

ຈມ. ສະບັບຕໍ່ໄປ ຂຽນຈາກ “ລູກລາວເຂົ້າໜຽວ” ໃນ ຈມ.ເພີ່ນຂຽນມາດັ່ງນີ້:

“ບັນພະບູຣຸດລາວ ໄດ້ສັ່ງສອນລູກລາວ ຫລານລາວ ໄດ້ສເມີວ່າ ພວກໝູ່ເຈົ້າ ລູກຫລານ ທຸກໆ ຄົນ ຈົ່ງຮັດແໜ້ນ ຄວາຮັກ ແພງສາມັກ ຄີກັນ ໃຫ້ໝັ້ນຄົງ ດັ່ງເຂົ້າໜຽວ ທີ່ບໍ່ເຄີຍເປື່ອຍເດີ້ ພ້ອມກັນນີ້ ລູກເຂົ້າໜຽວ ກະມີຄຳຖາມ ເຖິງພີ່ນ້ອງ ຮ່ວມຊາດ ນຳກັນ ຄຳຖາມ ກະຄືວ່າ ຄຳວ່າ ສລາດສ່ອງໃສ ມີຄວາມໝາຍ ແນວໃດ ໝາຍຄວາມວ່າ ຕ້ອງນຳພາ ປະເທດຊາດ ໃຫ້ຈເຣີນຮຸ່ງເຮືອງ ຫຼືວ່ານຳພາ ປະເທດຊາດ ໄປສູ່ນະຣົກ ທັງເປັນ.”

ນັ່ນກໍ່ຄ ືຄຳຖາມ ຂອງທ່ານ ”ລູກລາວເຂົ້າໜຽວ” ຖ້າທ່ານ ມີຄຳຕອບແນວໃດ ກໍຊ່ວຍບອກໃຫ້ ເພີ່ນຮູ້ນຳແດ່.

E-mail ສະບັບຕໍ່ໄປ ກໍຄືຂອງ ທ່ານ ”ອະນຸສັກ ທັມມະວັງສາ” ຂຽນຈາກເມືອງ MONTREAL ປະເທດ Canada ໃນ E-mail ເພີ່ນຂຽນມາດັ່ງນີ້:

“ສະບາຍດີ ທີມງານ RFA ທີ່ຮັກແພງ ທຸກໆ ທ່ານ ຂໍສັຣເສີນ ວຽກງານ ອອກຂ່າວໄດ້ ດີຫລາຍ ຂໍໃຫ້ມ ີກຳລັງໃຈ ຕລອດໄປເດີ້ ພວກທ່ານ ຍັງເປັນຂວັນໃຈ ຂອງພີ່ນ້ອງລາວ ທາງເມືອງ MONTREAL ສເມີ ເຖິງ ບໍ່ໄດ້ຂຽນຈມ. ມາກໍ່ຍັງຮັບຟັງ ຢູ່ປະຈຳ ຂອບໃຈ ທີ່ເປີດເພງ ຄນະສາຍສັມພັນ Canada ອອກອາກາດ ສມ່ຳສເມີ ສຸດທ້າຍ ຂໍໃຫ້ໂຄສົກລາວ ທຸກໆ ທ່ານໂຊກດີ.”

Maysoly ພ້ອມດ້ວຍ ທີມງານຂອງ RFA ຂໍຂອບໃຈນຳທ່ານ “ອະນຸສັກ ທັມມະວົງສາ” ເຊັ່ນດຽວກັນ ທີ່ເປັນກຳລັງໃຈ ໃຫ້ແກ່ໂຄສົກລາວ ຕລອດມາ ແລະຂໍຂອບໃຈທີ່ໄດ້ສົ່ງຮູບພາບນ້ອງສາວຫຼາຍໆ ຄົນ ມາໃຫ້ເບີ່ງ ມີແຕ່ຜູ້ງາມໆ ທັງນັ້ນ ພູມໃຈນຳເດີ້.

ທ່ານຜູ້ຟັງທີ່ເຄົາຣົບ ເພງທ້າຍລາຍການ ຂອງເຮົາໃນມື້ນີ້ Maysoly ຢາກໃຫ້ທ່ານ ໄດ້ພົບກັບ ຄນະສາຍສັມພັນ ອີກເທື່ອນຶ່ງເນາະ ຊຶ່ງຈະມາ ໃນເພງໃຫ້ຊື່ວ່າ “ຖິ່ນລາວ” ຂັບຮ້ອງໂດຍ “ອະນຸສັກ ທັມມະວົງສາ” ເພງນີ້ຂໍມອບ ໃຫ້ແດ່ທຸກໆ ທ່ານ ທີ່ເປັນແຟນ ຂອງຄນະ ສາຍສັມພັນ ເຊີນຮັບຟັງໄດ້. ----- ເພງ ------

ທ່ານຜູ້ຟັງ ທີ່ເຄົາຣົບ ເວລາແຫ່ງລາຍ ການຕອບຈມ. ໃນມື້ນີ້ ກໍໝົດລົງ ພຽງເທົ່ານີ້ແລ້ວ ຂໍເຊີນທ່ານ ພົບກັບ ລາຍການນີ້ໄດ້ໃໝ່ ໃນວັນພະຫັດໜ້າ, ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ