ວັນທີ 6 ເດືອນ ມິຖຸນາ ປີ 2007
2007.06.06
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບກັນອີກ ຕາມເຄີຽ ໃນລາຍການ ຕອບຈົດໝາຍ ຫວັງວ່າ ທ່ານທີ່ຍັງ ເປັນແຟນຂອງລາຍການ ກໍຄົງ ຈະກຳລັງ ໃຫ້ກຽດຕິດຕາມ ຮັບຟັງ ຢູ່ເນາະ ບັດນີ້ ຂໍເຊີນ ທຸກໆ ທ່ານເຂົ້າສູ່ ລາຍການເລີຽ.
E-mail ສະບັບ ທຳອິດໃນມື້ນີ້ ຂຽນ ມາຈາກທ່ານ “ບົວລາ” ທີ່ ປະເທດລາວ ໃນ ຈມ. ຂອງເພີ່ນ ໄດ້ຂຽນມາ ຢ່າງຍືດຍາວ Maysoly ອ່ານແລ້ວ ກໍເຂົ້າໃຈ ໃນຂໍ້ຄວາມ ທຸກຢ່າງ ແລະ ຂໍຂອບໃຈ ທີ່ ທ່ານບອກວ່າ ຍິນດີຕ້ອນຮັບ ພີ່ນ້ອງຊາວລາວ ໃນ ຕ່າງປະເທດ.
ເມື່ອຟັງແລ້ວ ກໍອົດຊື່ນໃຈ ບໍ່ໄດ້ ຂໍໃຫ້ເປັນ ຄວາມເວົ້າ ອອກຈາກ ໃຈຈິງ ກໍແລ້ວກັນ ໃນ ຈມ.ເພີ່ນຍັງ ໄດ້ບອກ ມາອີກວ່າ ຢາກ ຈະພົບພໍ້ Maysoly ວ່າຊັ້ນ, ກ່ຽວກັບ ເຣື້ອງນີ້ Maysoly ຂໍບອກວ່າ ດ້ວຍ ຄວາມຍິນດີ ເດີ້ ຖ້າທ່ານ ໄປເຖິງ Washington DC ຍາມໃດ ຂໍເຊີນ ໄປແວ່ຢ້ຽມຢາມ ວິທຍຸເອເຊັຽ ເສຣີ ດ້. ພວກເຮົາ ທັງຄະນະ ຈະໃຫ້ການ ຕ້ອນຮັບ ຢ່າງສົມກຽດ, ຫວັງວ່າ ໂອກາດໜ້າ ຈະໄດ້ຮັບ ຈມ. ຂອງ ທ່ານ ບົວລາ ອີກເນາະ.
ທ່ານຜູ້ຟັງທີ່ເຄົາຣົບ ເພື່ອເປັນການປ່ຽນ ບັນຍາກາດ ພໍເວົ້າມາເຖິງ ຕອນນີ້ Maysoly ຢາກ ໃຫ້ທ່ານ ໄດ້ຟັງເພງ ມ່ວນໆ ເພງນຶ່ງ ເພື່ອເປັນການ ພັກຜ່ອນ ຢ່ອນອາຣົມ ກ່ອນເນາະ ເພງ ທີ່ ຈະນຳສເນີທ່ານ ໃນອັນດັບຕໍ່ໄປ ມີຊື່ວ່າ “ຮັກສາວລະຫານ້ຳ” ຊຶ່ງກໍແມ່ນ ຜົນງານ ຂອງ ອາຈານ “ໜູ ນິຣະວັນ ຫຼື ຈຳປາແດງ” ນັ່ນເອງ ແລະ ຂັບຮ້ອງໂດຍ “ສແວງ ໄຊຍະຈັກ" ເຊີນຮັບຟັງໄດ້.
---ເພງ---
ທີ່ຈົບລົງໄປນັ້ນ ຄືເພງ ທີ່ມີຊື່ວ່າ “ຮັກສາວລະຫານ້ຳ” ຫວັງວ່າ ເພງນີ້ ຄົງຈະເປັນ ທີ່ພໍໃຈທ່ານ ຜູ້ຟັງ ບໍ່ຫຼາຍ ກໍ່ໜ້ອຍ ໂດຍສະເພາະ ທ່ານຊາຍ ຜູ້ທີ່ເຄີຽ ມີຄວາມຮັກ ກັບສາວ ລະຫານ້ຳ ເນາະ ບັດນີ້ ໍເຊີນທ່ານ ກັບຄືນສູ່ລາຍການ ຕອບ ຈມ.
ສະບັບນີ້ກໍຂຽນ ມາຈາກ “ອາຈານ ສົມບູນ ໝ່ອນຟ້າ” ເພີ່ນ ບອກວ່າ ເປັນ ສະບັບທີ່ 3 ແລ້ວ ທີ່ຂຽນ ມາຮ່ວມ ຫວັງວ່າ Maysoly ຄົງ ບໍ່ຖືວ່າ ເປັນການ ຣົບກວນ. ອັນນີ້ຂໍບອກເລີຽ ວ່າບໍ່ເຄີຽ ຖືເປັນການ ຣົບກວນເລີຽ. ໃນ ຈມ. ທ່ານ ອາຈານ ສົມບູນ ໝ່ອນຟ້າ ໄດ້ຝາກ ຂໍ້ເຕືອນພັຍ ກ່ຽວກັບ ເຣື້ອງໂຣກພັຍ ໄຂ້ເຈັບ ມາຢ່າງ ຍືດຍາວ ໂດຍສະເພາະ ເຣື້ອງໂຣກ ໄຂ້ຫວັດນົກ ເສັຽດາຍທີ່ Maysoly ບໍ່ສາມາດ ນຳມາອ່ານ ສູ່ທ່ານ ຟັງໄດ້ ເນື່ອງຈາກວ່າ ເວລາຂອງເຮົາ ມີຈຳກັດ ກໍຫວັງວ່າ ທ່ານ ອາຈານ ສົມບູນ ໝ່ອນຟ້າ ຄົງ ຈະເຂົ້າໃຈ ດີເນາະ.
ທ່ານ ຜູ້ຟັງທີ່ເຄົາຣົບ ພໍເວົ້າມາເຖິງຕອນນີ້ ເວລາ ແຫ່ງລາຍການ ຕອບຈມ. ກໍໃກ້ຈະໝົດລົງ ແລ້ວ ສະນັ້ນ, ເພື່ອບໍ່ເສັຽເວລາ Maysoly ຂໍຈັດເພງ ທ້າຍລາຍການ ໃຫ້ທ່ານ ໄດ້ຟັງເລີຍ ເພງນີ້ມີຊື່ວ່າ “ຮັກກັນເຖີດມະນຸດ" ແຕ່ງ ແລະ ຂັບຮ້ອງໂດຍທ່ານ ”ພົມມະ ພິມມະສອນ” ສິລປິນ ລາວ ຮູ້ນອາວຸໂສ ທີ່ປະເທດຄານາດາ ຂໍມອບໃຫ້ແກ່ທຸກໆ ທ່ານ ທ ີ່ກຳລັງ ໃຫ້ກຽດ ຕິດຕາມ ຮັບຟັງ ລາຍການ ຕອບຈມ. ຢູ່ໃນຂນະນີ້ ເຊີນຮັບຟັງໄດ້.
---ເພງ---
ທ່ານ ຜູ້ຟັງທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈມ.ໃນມື້ນີ້ ເວລາກໍສິ້ນສຸດລົງ ພຽງເທົ່ານີ້ແລ້ວ ຂໍເຊີນ ທ່ານທີ່ສົນໃຈ ຈົ່ງຕິດຕາມ ຮັບຟັງ ໄດ້ໃໝ່ ໃນ ວັນ ພະຫັດໜ້າ. ສະບາຍດີ.
ຈັດສເນີທ່ານ ໂດຍ: ໄມສຸຣີ
ຕອບຈົດໝາຍສັປະດາຜ່ານມາ
- ວັນທີ 30 ເດືອນ ພືສພາ ປີ 2007
- ວັນທີ 23 ເດືອນ ພືສພາ ປີ 2007
- ວັນທີ 16 ເດືອນ ພືສພາ ປີ 2007
- ວັນທີ 9 ເດືອນ ພືສພາ ປີ 2007
- ວັນທີ 2 ເດືອນ ພືສພາ ປີ 2007
- ວັນທີ 25 ເດືອນ ເມສາ ປີ 2007
- ວັນທີ 18 ເດືອນ ເມສາ ປີ 2007
- ວັນທີ 11 ເດືອນ ເມສາ ປີ 2007
- ວັນທີ 4 ເດືອນ ເມສາ ປີ 2007
- ວັນທີ 28 ເດືອນ ມິນາ ປີ 2007
- ວັນທີ 21 ເດືອນ ມິນາ ປີ 2007
- ວັນທີ 14 ເດືອນ ມິນາ ປີ 2007
- ວັນທີ 7 ເດືອນ ມິນາ ປີ 2007
- ວັນທີ 28 ເດືອນ ກຸມພາ ປີ 2007
- ວັນທີ 21 ເດືອນ ກຸມພາ ປີ 2007
- ວັນທີ 14 ເດືອນ ກຸມພາ ປີ 2007
- ວັນທີ 7 ເດືອນ ກຸມພາ ປີ 2007
- ວັນທີ 31 ເດືອນ ມົກກະຣາ ປີ 2007
- ວັນທີ 24 ເດືອນ ມົກກະຣາ ປີ 2007
- ວັນທີ 17 ເດືອນ ມົກກະຣາ ປີ 2007
- ວັນທີ 10 ເດືອນ ມົກະຣາ ປີ 2007
- ວັນທີ 3 ເດືອນ ມົກກະຣາ ປີ 2007
- ວັນທີ 20 ເດືອນ ທັນວາ ປີ 2006
- ວັນທີ 13 ເດືອນ ທັນວາ ປີ 2006
- ວັນທີ 6 ເດືອນ ທັນວາ ປີ 2006