ວັນທີ 20 ເດືອນ ມິຖຸນາ ປີ 2007


2007.06.20

ສະບາຍດີທ່ານຜູ້ຟັງທີ່ເຄົາຣົບ ພົບກັນອີກຕາມເຄີຽ ໃນລາຍການ ຕອບຈົດໝາຍ ປະຈຳສັປດາ ຫວັງວ່າ ທຸກໆທ່ານທີ່ເປັນແຟນ ຄົງຈະກຳລັງ ໃຫ້ກຽດຕິດຕາມ ຮັບຟັງຢູ່ ເພື່ອບໍ່ເປັນການ ເສັຍເວລາ ຂອງທ່ານຜູ້ຟັງ ສະບັບທຳອິດນີ້ ຂຽນຈາກ ທ່ານຜູ້ທີ່ໃຊ້ນາມ ວ່າ “ລູກສາລະວັນ” ເພີ່ນຂຽນມາດັ່ງນີ້:

“ສະບາຍດີ Maysoly ແລະ ທີມງານທຸກໆ ທ່ານ ກ່ຽວກັບ ຈະເຣີນສຸກ ສັມພາດ ອາຈານ ວິຖີ ອາຈານສອນ ທີ່ມຫາວິທຍາລັຍ ທີ່ຊຽງໃໝ່ ກ່ຽວກັບ ການທ່ອງທ່ຽວ ໃນ ສປປ.ລາວ ຊຶ່ງທ່ານ ອາຈານວິຖີ ໄດ້ໃຫ້ຄວາມຄິດ ຄວາມເຫັນ ໃນຕອນນຶ່ງວ່າ ສິ່ງທີ່ທ່ານ ເຄີຍເຫັນມາກ່ອນນັ້ນ ບາງສິ່ງບາງຢ່າງກໍເສັຍໄປແລະເອົາສິ່ງໃໝ່ມາທົດແທນ ສິ່ງທີ່ທ່ານອາຈານວິຖີໃຫ້ສັມພາດນັ້ນ ເພີ່ນກຳລັງ ເຕືອນໃຫ້ຄົນລາວ ພາຍໃນ ແລະ ພາຍນອກປະເທດ ໃຫ້ເຂົ້າໃຈ ແລະຄວນເປັນຫ່ວງ ສິ່ງທີ່ກຳລັງ ເກີດຂຶ້ນນີ້ ແລະ ສຳລັບລູກ ສາລະວັນ ເອງແລ້ວ ທັ້ງຜູ້ທ່ອງທ່ຽວ ແລະ ຜູ້ທີ່ພາທ່ຽວ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ຕັ້ງຄຳນຶງເຖິງ ສິ່ງທີ່ເປັນປໂຍດ ຕໍ່ປະເທດຊາດ ບ້ານເມືອງ ລູກສາລະວັນ ເຊື່ອໝັ້ນວ່າ ທຸກສິ່ງທຸກຢ່າງ ຈະບັນລຸ ເປົ້າໝາຍໄດ້ດີ ແລະ ສະດວກກວ່າ ກໍຄື ການໄດ້ຮັບ ຄວາມສາມັກຄີ ແລະ ເອົາໃຈໃສ່ ຈາກທາງຝ່າຍ ຣັຖບານ ແລະປະຊາຊົນ ທັງໃນ ແລະ ນອກ.” < ./i>

ຂໍຂອບໃຈກັບ ”ລູກສາລະວັນ” ທີ່ໄດ້ສົ່ງ ຈ.ມ ຕິຊົມມາໃຫ້ ແລະ Maysoly ເອງຂໍຂອບໃຈ ແທນ ”ຈະເຣີນສຸກ” ທີ່ທ່ານໄດ້ຕິດຕາມ ຮັບຟັງລາຍການ ຂອງເພີ່ນ ຫວັງວ່າ ໂອກາດໜ້າ ຈະໄດ້ຮັບຈມ. ຈາກທ່ານອີກ.

ຈມ.ສະບັບຕໍ່ໄປ ຂຽນຈາກທ່ານ ”ບຸນຍົງ ສີບຸນເຮືອງ" ທີ່ເມືອງຣອກຟອດ ຣັດອິລິນອຍ ໃນ ຈມ. ເພີ່ນຂຽນມາດັ່ງນີ້:

“ສະບາຍດີທ່ານຍິງ ທ່ານຊາຍ ທີ່ໄດ້ມີໂອກາດ ຈັດລາຍການ ອອກ Internet ຂ້າພະເຈົ້າ ໄດ້ເປີດຟັງ ທຸກໆວັນ ເປັນປະຈຳ ໄດ້ຮັບສາຣະຂ່າວຄາວຕ່າງໆ ແລະຄວາມບັນເທີງ ຄວາມຮອບຮູ້ ຫລາຍຢ່າງ ຕ້ອງຂໍຂອບໃຈ ຫຼາຍໆ ຂໍໃຫ້ຈະເຣີນ ໃນທຸກດ້ານ ຂອງທຸກໆ ທ່ານ ທີ່ເຮັດວຽກການ ຢູ່ນີ້ ເທື່ອນີ້ ເປັນເທື່ອທຳອິດ ທີ່ໄດ້ສົ່ງຈມ.ມາ ທັກທາຍຖາມຂ່າວຄາວ ທ່ານທັງຫລາຍ ທີ່ຈັດລາຍການນີ້ ໄດ້ດີແທ້ໆ.”

Maysoly ຂໍຂອບໃຈທ່ານ “ບຸນຍົງ ສີບຸນເຮືອງ” ທີ່ໄດ້ຕິດຕາມ ຮັບຟັງລາຍການ ຂອງ RFA ທາງອິນເຕີເນັດ ຫວັງວ່າ ໂອກາດໜ້າ ຈະໄດ້ຮັບຈມ. ຈາກທ່ານອີກ.

ຈມ.ສບັບຕໍ່ໄປ ຂຽນຈາກ “ອະດີດສັມມະນາກອນ” ທ່ານນຶ່ງ ໃນຈມ.ເພີ່ນຂຽນມາດັ່ງນີ້:

“ສະບາຍດີ Maysoly ແລະ ທີມງານ RFA ທີ່ຮັກແພງ ຈາກອະດີດ ສັມມະນາກອນ ຄຸກບ້ານ ແກ້ງຄັນ ເມືອງເຊໂປນ ຜູ້ຂ້າເປັນຜູ້ບໍ່ມີຄວາມຮູ້ ຢາກຂໍອອກຄວາມເຫັນນຳ ແດ່ສິໄດ້ບໍ່ ຄືວ່າຂອງກິນ ບໍ່ກິນມັນ ເນົ່າ ຄວາມເກົ່າ ບໍ່ເລົ່າມັນລືມ ສິ່ງທີ່ຂ້າພະເຈົ້າ ຢາກເວົ້າກໍຄືວ່າ ມີຫຍັງແດ່ ທີ່ພໍເຊື່ອຖືໄດ້ ຈາກຄຳເວົ້າ ຂອງຜູ້ນຳ ສປປ.ລາວ ສັນຍາ ທົ່ງໄຫຫີນ, ສັນຍາບ້ານນາມອນ, ສັນຍາບ້ານຫີນເຫີບ, ສັນຍາເຊີແນວ, ສັນຍາເຈີນີວາ, ສັນຍາກຸງປາຣີ, ສັນຍາວຽງຈັນ, ສັນຍາໂຄງການການເມືອງ 18 ຂໍ້, ສັນຍາລາວໂຮມລາວ ແລະ ສັນຍາອື່ນໆ ເພີ່ນເອົາພຣະ ຫັດເຊັນ ແຕ່ນ້ຳໝຶກ ຍັງບໍ່ທັນແຫ້ງ ເພີ່ນພັດເອົາພຣະບາດ ລຶບຖິ້ມ ຄົນລາວ ພາກັນໜີຕາຍມາ ໂຮມກັນຢູ່ ສູນອົພຍົບ ເມືອງໄທ ທາງການ ສປປ.ລາວ ຊ້ຳໄປບອກອົງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ວ່າພວກນັ້ນ ເປັນຄົນຂີ້ຄ້ານ ອອກແຣງງານ, ເປັນຄົນບໍ່ມັກສັນຕິພາບ ເປັນ ຄົນບໍ່ຖືກຕ້ອງ ປອງດອງຊາດ ແຕ່ກົງກັນຂ້າມ ພວກທີ່ບໍ່ຍອມໜີ ພວກທີ່ມັກ ສັນຕິພາບ ພວກ ທີ່ມັກຄວາມຖືກຕ້ອງ ປອງດອງຊາດ ຊ້ຳພັດ ຖືກພວກເພີ່ນ ມັດມືມັດສອກ ເອົາໄປສັມມະນາ ລົ້ມຕາຍຫລາຍພັນຫລາຍ ໝື່ນຄົນ ຕໍ່ຄຳເວົ້າແບບລົມໆ ແລ້ງໆ ຂອງຜູ້ນຳ ສປປ.ລາວ ທີ່ສັບປ່ຽນກັນຂຶ້ນມາ ເວົ້າ ເປັນເວລາເຄີ່ງສັຕະວັດ ແລ້ວນັ້ນ ມີຫຍັງແດ ່ພໍທີ່ຈະເປັນຕາ ເຊື່ອ ມີຫຍັງແດ່ພໍ ທີ່ຈະໄວ້ໃຈໄດ້ ແຕ່ວ່າສັນຍາ ກັບອ້າຍນ້ອງ ຊາວວຽດ ຊ້ຳພັດສັກສິດ ອີຫລີແທ້ ຂ້າພະເຈົ້າ ຢາກຖາມ ປະທານ ສະມາຄົມລາວ ພັດຖິ່ນ ວ່າທ່ານເຄີຍ ໄດ້ໄປສັມມະນາ ນຳເຂົາຢູ່ບໍ່ ເຄີຍໄດ້ຊິມ ຣົດຊາດ ຂອງລະບອບ ສັງຄົມນິຍົມນຳບໍ່ ນອກຈາກນີ້ ຂ້າພະເຈົ້າ ຍັງມີຄຳຖາມ ເຖິງທ່ານ "ນະຫາດຊາຍຟອງ”ອີກວ່າ ທ່ານເຮັດຫຍັງຢູ່ ໃນປັດຈຸບັນນີ້ ເຄີຍໄດ້ປະກອບສ່ວນ ສ້າງສາພັທນາ ປະເທດຊາດ ນຳເຂົາຢູ່ບໍ່ ຕົວທ່ານນັ້ນແຫລະ ສົມຄວນ ສ້າງສາພັທນາ ປະເທດຊາດ ກ່ອນຈະບອກ ຜູ້ອື່ນຕົວເອງ ຕ້ອງເຮັດກ່ອນ ຖ້າເຫັນວ່າ ປະເທດຊາດ ຖືກຢຶດຄອງຈາກ ຊາດອື່ນ ທ່ານກໍຄວນ ຮັບຜິດຊອບ ສຳລັບ ພວກເຮົານັ້ນ ຍັງຕັ້ງໜ້າ ຕັ້ງຕາ ລໍຄອຍເບີ່ງພັກ ແລະ ຣັດ ທີ່ສລາດສ່ອງໃສ ຈະພາປະເທດຊາດ ປະຊາຊົນ ກ້າວຂຶ້ນ ສູ່ສັງຄົມນິຍົມ ກາຍເປັນຄອມມິວນິສ ທີ່ອຸດົມສົມບູນຮັ່ງມີ ຕາມຄຳໝັ້ນສັນຍາ ຂອງເພີ່ນຢູ່ ເພາະຄົນລາວ ໄດ້ຖືກຂ້າຕາຍ ຍ້ອມອຸດົມການນີ້ ຫລາຍພັນ ຫລາຍໝື່ນຄົນ ຮວມທັງຝ່າຍແນວລາວດ້ວຍ.”

ທີ່ກ່າວມານີ້ກໍຄືຂໍ້ຄິດ ເຫັນບາງສ່ວນ ໃນຈມ. ຂອງທ່ານອະດີດ ສັມມະນາກອນ ຄຸກບ້ານແກ້ງຄັນ ເມືອງເຊໂປນ. ຈມ. ສະບັບຕໍ່ໄປ ຂຽນຈາກ “ອະດີດສັມມະນາກອນ” ອີກຜູ້ນຶ່ງ ທີ່ຣັດເວີຈິເນັຍ ເພີ່ນໄດ້ໃສ່ຫົວຂໍ້ວ່າ “ການຈັບຕົວ ຂອງທ່ານ ນາຍພົນວັງປາວ” ໃນຈມ.ເພີ່ນຂຽນມາດັ່ງນີ້:

“ຂ້າພະເຈົ້າ ຂໍໃຊ້ນາມ ສຳຣອງວ່າ “ລາວຈອມປອມ” ອະດີດ ນາຍທະຫານ ແຫ່ງພຣະຣາຊອານາ ຈັກລາວ ເຄີຍໄດ້ຖືກ ໄປສັມມະນາ ທີ່ສົບຮ່າວ ແຂວງຊຳເໜືອ ເປັນເວລາ 11 ປີ ແລະເຄີຍໄດ້ ໄປຢ້ຽມເມືອງລາວ ນຶ່ງຄັ້ງ ແຕ່ບໍ່ເຄີຍຮ່ວມ ໃນຂະບວນການ ຕໍ່ສູ້ອັນໃດອັນ ນຶ່ງເລີຍ ແຕ່ຊອບຟັງ ແລະຕິດຕາມຂ່າວ ກ່ຽວກັບ ເມືອງລາວ ຢູ່ຕລອດມາ ເປັນປະຈຳ ກ່ຽວກັບການ ທີ່ນາຍພົນວັງປາວ ຖືກຈັບ ໃນຂໍ້ຫາ ກ່ຽວກັບ ຂໍ້ຫາວ່າ ໂຄ້ນລົ້ມ ຣັຖບານສປປ.ລາວ ນັ້ນ ຂ້າພະເຈົ້າເຫັນວ່າ ມັນບໍ່ fair ລະຫວ່າງ ນາຍພົນ ວັງປາວ ກັບ ຣັຖບານສປປ.ລາວ ໃນຂໍ້ຫາພຽງແຕ່ ວາງແຜນ ຈະທຳລາຍໂຄ້ນລົ້ມ ຊື່ໆ ຍັງບໍ່ທັນ ໄດ້ປະຕິບັດລົງ ໄມ້ລົງມື ຫຍັງໝົດ ຍັງບໍ່ທັນ ໄດ້ເຮັດໃຫ້ຄົນໃດ ຄົນນຶ່ງເສັຍຊີວິດ ແລະກໍ່ໄດ້ທຳລາຍ ເຮືອນຊານ ບ້ານຊ່ອງ ຕຶກໂຮງການ ຂອງສຳນັກງານ ຂອງຣັຖບານລາວ ເລີຍ ແຕ່ບາດຜູ້ນຳພັກຣັດ ຂອງຣັຖບານລາວ ຊ້ຳໄດ້ລົງມ ືປະຕິບັດ ຄາຕະກອນໂຫດ ມາແລ້ວ ນັບແຕ່ປີ 1975 ຜູ້ນຳພັກຣັດ ໄດ້ຂ້າ ນັບແຕ ່ເຈົ້າຊີວິດ ສຣີສວ່າງ ວັທນາ ອົງຄະຣະມເຫສິ ຄຳຜຸຍ ອົງມຸງກຸດຣາຊກຸມານ ພ້ອມທັງຣາຊວົງອື່ນໆ ແລະຣັຖບານ ຂອງພຣະອົງ ທີ່ປະກອບດ້ວຍ ຂ້າຣາຊການ ທະຫານ ຕຳຣວດ ແລະ ປະຊາຊົນຄົນ ສາມັນທັມມະດາ ທີ່ສູນຄຸມຂັງ ເປັນຈຳນວນ ກວ່າສອງແສນຄົນ ທີ່ໜັກໄປກວ່ານັ້ນ ທາງຣັຖບານ ຍັງປະຕິບັດ ຢູ່ທຸກວັນນີ້ ການດັບສູນ ເຊື້ອຊາດ ຂອງຊົນຊາດ ເຜົ່ານ້ອຍ ຄືຊາວເຜົ່າມົ້ງ ນັ້ນເອງ ທີ່ທາງຣັຖບານລາວ ຕາມລ້າງ ຜານຕາຍໄປ ນັບບໍ່ຖ້ວນ ມີມະຫາອຳນາດ ປະເທດໃດ ປະເທດນຶ່ງໄດ້ຮູ້ບໍ່ ເຫັນບໍ່ ນັກຂ່າວ ຫລາຍປະເທດ ທີ່ເຂົ້າໄປພົບ ພວກເຂົ້າເຈ້າ ຢູ່ໃນປ່າດົງ ເຫັນວ່າພວກຊາວມົ້ງດັ່ງກ່າວ ແມ່ນພາກັນລີ້ຊ່ອນ ຄືກັບຕົວກວາງ ຕົວຟານ ຂ້າພະເຈົ້າ ເຫັນແລ້ວ ກໍອົດກັ້ນນ້ຳຕາ ບໍ່ໄດ້ ຍ້ອນຄວາມສົງສານ ມະນຸດດ້ວຍກັນ ທ້າຍສຸດນີ້ ຂ້າພະເຈົ້າ ຂໍວິ່ງວອນ ໃຫ້ມະຫາອຳນາດ ໃນໂລກ ຄື ສະຫະຣັດ ອະເມຣິກາ ຜູ້ທີ່ມີອຳນາດໃຫຍ່ ກວ່າໝູ່ໃນໂລກ ແລະຜູ້ທີ່ນຳພາ ລະບອບປະຊາທິປະໄຕ ໃນໂລກ ຈົ່ງຊ່ວຍກອບກູ້ ເອົາຊີວິດ ຂອງພວກຊາວ ເຜົ່າມົ້ງນັ້ນ ແລະໃຫ້ຄວາມຍຸຕິທັມ ແກ່ພວກນາຍພົນວັງປາວ ດ້ວຍເທີ້ນ.”

ທ່ານຜູ້ຟັງ ທີ່ເຄົາຣົບ ພໍເວົ້າມາເຖິງ ຕອນນີ້ເວລາ ແຫ່ງລາຍການ ຕອບຈມ. ກໍໃກ້ຈະໝົດລົງ ແລ້ວ ສະນັ້ນ ກ່ອນຈາກກັນ ໃນມື້ນີ້ Maysoly ຂໍເຊີນທ່ານ ຫາຄວາມສຳຣານ ຈາກເພງລາວ ໄດ້ເພງ ນຶ່ງທີ່ມີຊື່ວ່າ “ສີໂຄຕຣຳພັນ” ຂັບຮ້ອງໂດຍ “ຄຳຫລ້າ” ເພັງນີ້ຂໍມອບ ເປັນຄວາມສຸກ ໃຫ້ແກ່ແຟນລາຍການ ຕອບຈມ.ທຸກໆ ທ່ານ ທີ່ກຳລັງໃຫ້ ກຽດຕິດຕາມ ຮັບຟັງລາຍການ ຂອງຟັງວິທຍຸ ເອເຊັຍ ຢູ່ໃນຂນະນີ້ ເຊີນຮັບຟັງໄດ້.

----(ເພງ)---- n

ທາ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ລາຍການ ຕອບຈມ.ໃນມື້ນີ້ ເວລາກໍໝົດລົງ ພຽງເທົ່ານີ້ ຂໍເຊີນທ່ານ ທີ່ສົນໃຈຈົ່ງຕິດຕາມ ຣັບຟັງໄດ້ໃໝ ່ໃນວັນພະຫັດໜ້າ. ສະບາຍດີ.

ຈັດສເນີທ່ານ ໂດຍ: ໄມສຸຣີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.