ເຣື້ອງທີ່ເກັບບັນທຶກໄວ້

ການແຕ່ງດອງ ຫຼື ການເປັນເມຍຄົນຈີນ ແລ້ວ ຖືກເອົາໄປປະມູນຂາຍ ໃຫ້ຜູ້ຊາຍຢູ່ຈີນ
ການຄ້າມະນຸດ ໃນການແຕ່ງດອງກັບຄົນຈີນ ຫຼື ການເປັນເມຍຄົນຈີນ ເຊິ່ງຄວາມຈິງແລ້ວ ໄປຮອດປະເທດຈີນ ຖືກເອົາໄປປະມູນຂາຍ. ຄົນໃດພໍໃຈ ກໍຕົກລົງລາຄາ ຈ່າຍເງິນກັນ ແລ້ວກໍໄປນຳເຂົາ. ກ່ຽວກັບເລື່ອງນີ້ ນາງ ດີ້ ເຊິ່ງໂຕນາງເອງ ກໍເຄີຍຕົກເປັນເຫຍື່ອ ຂອງການຄ້າມະນຸດ ໄປເອົາຜົວຢູ່ຈີນ ມາແລ້ວ, ຈະເລົ່າປະສົບການ ທີີ່ພົບພໍ້ ໃຫ້ທ່ານຮັບຟັງ.

ພາຍຫຼັງທີ່ ໄທ ຕັດໄຟຟ້າ ທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດ ແລະຖືກຈັບ
ສືບເນື່ອງຈາກ ມາດຕະການຕັດໄຟຟ້າ ແລະລະງັບການສົ່ງນໍ້າມັນເຊື້ອໄຟ ໄປຍັງເຂດຊາຍແດນ ຂອງປະເທດມຽນມາ ເຮັດໃຫ້ແມ່ຍິງລາວ 3 ຄົນ ທີ່ເຮັດວຽກ ຢູ່ຮ້ານອາຫານ ແລະຮ້ານບັນເທີງ ໃນຄາຣາໂອເກະ KTV ຢູ່ປະເທດມຽນມາ ແມ່ນບໍ່ສາມາດຢູ່ປະເທດມຽນມາ ໄດ້ອີກຕໍ່ໄປ ຈຶ່ງລັກລອບ ເດີນທາງກັບບ້ານເກີດ ໂດຍໃຊ້ຊ່ອງທາງທໍາມະຊາດ ບ້ານຊ່ອງແຄບ ເມືອງພົບພຣະ ແຂວງຕາກ ປະເທດໄທ ແລ້ວຖືກຈັບ.