ປວັຕສາຕລາວ ຕອນ 18

ຣັຊສມັຍ ຂອງ ພຣະເຈົ້າ ວິຊຸລຣາຊ ນີ້ ນັບວ່າ ເປັນ ຍຸຄສມັຍ ທີ່ ລາວ ມີຄວາມຈເຣີນ ຮອບດ້ານ ໂດຍສະເພາະ ໃນດ້ານ ກາຣສຶກສາ, ວັດວາ ສາສນາ ເປັນສູນກາງ ຂອງກາຣ ສຶກສາ ໃນສມັຍ ນັ້ນ. ພາສາ ບາລິ ແລະ ສັນສກຣິຕ ຖືເປັນ ວິຊາ ທີ່ສຳຄັນ ໃນຫລັກ ສູຕຣ໌. ດ້ວຍເຫຕ ນັ້ນ ສອງພາສາ ນີ້ ຈຶ່ງມີກາຣ ນຳເອົາ ມາໃຊ້ ໃນພາສາ ລາວ ຫລາຍທີ່ສຸດ. ພາສາ ວັນນະຄະດີ ເຊັ່ນ ໜັງສື ລຳ ມະຫາຊາຕ, ສັງຂ໌ສິລປ໌ໄຊຍ໌ ທີ່ຖືວ່າ ເປັນ ວັນນະຄະດີ ຊິ້ນເອກ ຂອງ ລາວ ກໍມີ ພາສາ ບາລີ ຜະສົມ ເປັນ ສ່ວນໃຫຍ່ ຖ້າບໍ່ຮູ້ ພາສາ ບາລີ ກໍຈະ ບໍ່ສາມາຖ ຮູ້ຈັກ ຄວາມໝາຍ ອັນ ເລິກເຊິ່ງ ໃນເຣື່ອງ ທີ່ ບັຣຍາຍ ໄວ້ໃນ ໜັງສື ນັ້ນ.
ວຽງໄຊ
2011.09.12

Watch the video on youtube

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.