ກໍລະນີ ທ້າວຂຽວ ລາບຈັນ ອາຍຸ 26 ປີ ເຊິ່ງເປັນແຮງງານລາວ ແລະ ດິຈິຕອນຄຣີເອເຕີ ທີ່ເດິນທາງຂ້າມໄປເຮັດວຽກໃນປະເທດໄທ ໄດ້ຫາຍໂຕໄປ ນັບແຕ່ວັນທີ 15 ກັນຍາ ເປັນຕົ້ນມາ ຮອດປັດຈຸບັນ ໝູ່ເພື່ອນ ແລະ ຄົນໃກ້ຊິດ ຍັງບໍ່ສາມາດຕິດຕໍ່ໄດ້.
ກ່ຽວກັບເລື່ອງນີ້ ເອເຊຍເສລີ ຍັງໄດ້ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຕຳຫຼວດ ເມືອງໂຄກຂາມ ແຂວງສະໝຸດສາຄອນ ເພື່ອສອບຖາມລາຍລະອຽດ ແຕ່ບໍ່ສາມາດຕິດຕໍ່ໄດ້.
ຕໍ່ມາ ເອເຊຍເສລີ ໄດ້ຕິດຕໍ່ໄປຫາ ເຈົ້າຂອງຮ້ານອາຫານແຫ່ງໜຶ່ງ ໃນແຂວງສະໝຸດສາຄອນ ປະເທດໄທ ທີ່ທ້າວຂຽວ ເຮັດວຽກຢູ່ນັ້ນ ເບື້ອງຕົ້ນ ເຈົ້າຂອງຮ້ານອາຫານໃຫ້ລາຍລະອຽດວ່າ: ທ້າວຂຽວ ໄດ້ເຂົ້າມາເຮັດວຽກຢູ່ຮ້ານອາຫານແຫ່ງນີ້ ເປັນໄລຍະເວລາ 3 ເດືອນແລ້ວ ກ່ອນຈະຫາຍຕົວໄປ ໃນມື້ວັນທີ່ 15 ກັນຍາ, ຕໍ່ມາ ວັນທີ່ 16 ແລະ 17 ກັນຍາ ເປັນມື້ພັກຂອງຮ້ານ ລະຫວ່າງນັ້ນ ທາງເຈົ້າຂອງຮ້ານ ກໍໂທລະສັບຫາທ້າວຂຽວ ແຕ່ກໍປິດເຄື່ອງ.
ຈົນຮອດວັນທີ່ 18 ກັນຍາ ເວລາບ່າຍສອງໂມງແລງ ທ້າວ ຂຽວ ບໍ່ມາເຮັດວຽກ ທາງເຈົ້າຂອງຮ້ານອາຫານ ຈຶ່ງໄດ້ໄປຕາມຕົວຢູ່ຫໍພັກ ແຕ່ປະກົດວ່າ ເຂົ້າໄປໃນຫໍພັກບໍ່ໄດ້ ດ້ວຍຂໍ້ຂຳກັດຂອງກົດໝາຍ ຫ້າມບຸກຄົນອື່ນ ທີ່ບໍ່ແມ່ນເຈົ້າຂອງຫ້ອງພັກ ເຂົ້າໄປໂດຍບໍ່ໄດ້ຮັບອະນຸຍາດ.
ວັນທີ່ 18 ກັນຍາ, ໜ່ວຍງານກ່ຽວຂ້ອງ ແລະເຈົ້າໜ້າທີ່ຕຳຫຼວດ ເມືອງໂຄກຂາມ ແຂວງສະໝຸດສາຄອນ ເຂົ້າໄປແຈ້ງໃຫ້ ເຈົ້າຂອງຮ້ານອາຫານວ່າ ທ້າວຂຽວ ພະນັກງານຮ້ານອາຫານ ໄດ້ຫາຍຕົວໄປ ບໍ່ສາມາດຕິດຕໍ່ໄດ້.
ເຈົ້າຂອງຮ້ານອາຫານ ທີ່ທ້າວຂຽວ ລາບຈັນ ເຮັດວຽກນຳ ໄດ້ກ່າວວ່າ: ວັນທີ່ 18 ນ້ອງເຂົາບໍ່ມາເຮັດວຽກ ບ່າຍສອງ ຮອດຮ້ານແລ້ວ ກໍໄປຫາຢູ່ຫໍພັກເຂົາ, ວັນທີ່ 15 ບ່າຍສອງ ຈະໂທລະສັບຫາເຂົາ ກະຄືບລັອກ (ປິດກັ້ນ) ໜີໄປແລ້ວ ໃນໃຈກະຄິດວ່າເຂົາໜີ ຮູ້ກະວັນທີ່ 18 ທີ່ເອື້ອຍ (ໜ່ວຍງານຊ່ວຍເຫຼືອ) ເຂົາມາແລ້ວ ຕົກໃຈເລີຍ.
ກ່ຽວກັບເລື່ອງນີ້ ຍັງມີຂໍ້ສັງເກດອີກວ່າ ທ້າວ ຂຽວ ເຄີຍບອກວ່າ ຈະລາອອກຈາກຮ້ານອາຫານ ເພື່ອໄປເຮັດວຽກບ່ອນໃໝ່ ນຳໝູ່ຄົນລາວທີ່ຮູ້ຈັກກັນ ຢູ່ແຂວງຊົນບູລີ ປະເທດໄທ ແຕ່ກະບໍ່ມີຂໍ້ມູນຍັ່ງຍືນກ່ຽວກັບເລື່ອງນີ້.
ຂະນະນີ້ ນາງ ເອມມີລີ ປາລະມີ ຜູ້ອໍານວຍການ ມູນນິທິມະນຸດສະຍະປະຈໍາປະ ເທດໄທ ໄດ້ກ່າວວ່າ: ມີຄວາມກັງວົນຢ່າງຍິ່ງວ່າ ໄພຄຸກຄາມທາງອອນລາຍທີ່ທ້າວຂຽວເຄີຍຜະເຊີນອາດລຸກລາມບານປາຍກາຍເປັນການທຳຮ້າຍຮ່າງກາຍ ຫຼື ການອຸ້ມຫາຍຂ້າມຊາດໄປແລ້ວ ທາງມູນນິທິ ຈຶ່ງຮຽກຮ້ອງໃຫ້ທາງການໄທເລັ່ງສືບສວນສອບສວນເພື່ອຫາຕົວທ້າວຂຽວຢ່າງລະອຽດ ແລະ ເລັ່ງດ່ວນທີ່ສຸດ.
