ການປັບປ່ຽນຮູບແບບ ການໃຊ້ພາສາລາວ ຂອງວິທຍຸເອເຊັຽເສຣີ

ທ່ານຜູ້ຟັງທີ່ເຄົາລົບ

ພວກທ່ານອາດຮູ້ແລ້ວວ່າ ນັບແຕ່ວັນທີ່ 30 ເດືອນມີນາ ປີ 2024 ເປັນຕົ້ນໄປ ວິທະຍຸເອເຊັຽເສຣີ (RFA) ຈະປ່ຽນໄປໃຊ້ພາສາລາວໃໝ່, ແຕ່ໃນຂະນະດຽວກັນ ກໍຍັງຈະເລືອກອອກລາຍການບາງຢ່າງເປັນພາສາລາວເດີມ.

ການຕັດສິນໃຈປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະໄດ້ຖາມທ່ານຜູ້ຟັງໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າເຂົ້າໃຈຍາກໃນການອ່ານຂ່າວຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການຣາຍງານຂ່າວທີ່ທັນການ ແລະເຂົ້າເຖິງງ່າຍ.

ການປ່ຽນແປງເທື່ອນີ້ ເກີດຂຶ້ນ ໂດຍທີ່ທ່ານບໍ່ຕ້ອງສູນເສຍສິ່ງທີ່ທ່ານຄວນໄດ້ຮັບ ແລະຄາດຫວັງ: ນັ້ນກໍຄື ການສະເໜີຂ່າວ ທີ່ອຸທິດໃສ່ຄວາມຈິງ ແລະຄວາມໂປ່ງໃສ.

ພວກທ່ານ ຄວນໝັ້ນໃຈໄດ້ວ່າ ການສະເໜີຂ່າວແບບນັ້ນ ຈະດຳເນີນສືບຕໍ່ໄປ.

ຂອບໃຈທີ່ເລືອກຕິດຕາມວິທະຍຸເອເຊັຽເສຣີ.

ມິນ ມິດແຊລ

ບັນນາທິການ