ປີໃໝ່ລາວສະຖານທີ່ ຕ່າງໆ ງຽບເຫງົາ

ສິດນີ
2020.04.16
F-LP-temple ຫໍ ພິພິທພັນແຫ່ງຊາດ ຫຼວງພຣະບາງ ປິດປະຕູຮົ້ວ ຍ້ອນໂຄວິດ-19
ນັກຂ່າວພົລເມືອງ

ໃນໄລຍະບຸນປີໃຫມ່ລາວປີນີ້້ ວັດຫລາຍແຫ່ງຢູ່ນະຄອນຫລວງພຣະບາງ ໄດ້ເປີດໃຫ້ຊາວບ້່ານ ເຂົ້າໄປສົງພຣະຕາມປະເພນີບູຮານ ແຕ່ ຕ້ອງມີການຈຳກັດຄົນເຂົ້າ-ອອກ ບໍ່ໃຫ້່ຫລາຍເກີນໄປ ພ້ອມທັງມີ ເຈົ້າຫນ້າທີ່ກວດ ອຸນນະພູມຮ່າງກາຍ ຊາວບ້ານກ່ອນຈະເຂົ້າໄປວັດ ທຸກຄົນ ເພື່ອປະຕິບັດຕາມ ມາຕການ ການປ້ອງກັນການແຜ່ລາມ ຂອງໂຣຄໂຄວິດ-19, ດັ່ງ ຄຣູບາ ປະຈຳວັດໃຫມ່ ສຸວັນນະພູມມາຣາມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ເມສາ ນີ້ວ່າ:

“ຂະເຈົ້າກະມາທັມມະດານີ້ແຫລະ ຄົນມາສົງນ້ຳຫັ້ນຫລະ ແມ່ນເພີ່ນບໍ່ເຮັດເປັນພິທິ ມີແຕ່ວ່າ ແຕ່ລະວັດນ້ັນ ເພີ່ນຈະເອົາລົງກະເອົາລົງຫົດສົງ ແລ້ວແລ້ວເພີ່ນໃຫ້ເອົາຂຶ້ນ ເຂດໃດເຮັດຢູ່ເຂດນັ້ນ ບໍ່ໃຫ້ໄປໂຮມ ຊຸມນຸມຄົນຫລາຍ ເຣື້ອງການກວດກາຫັ້ນ ມັນມີຂະເຈົ້າມີພວກປ້ອງກັນ ມີພວກນັ້ນມາປະຈຳ.”

ຄຣູບາອົງນີ້້ກ່າວຕື່ມວ່າ ສຳລັບຊາວບ້ານທີ່ເຂົ້າມາໃນວັດທຸກຄົນຕ້ອງໃສ່ຜ້າປິດປາກປິດດັງ ຈື່ງຈະປ່ອຍໃຫ້ເຂົ້າວັດ ແມ້ແຕ່ ພຣະສົງໃນວັດ ກໍຕ້ອງໃສ່ ຜ້າປິດປາກປິດດັງເຫມືອນກັນ ເພື່ອຄວາມປອດພັຍ ແລະ ຫ້າມຫົດນ້ຳກັນໃນວັດ, ສ່ວນກິຈກັມ ຕັກບາດເຂົ້າຫນຽວ ທີ່ເປັນ ວັທນະທັມ ຂອງຊາວນະຄອນຫລວງພຣະບາງ ດັ້ງເດີມນັ້ນ ກໍໄດ້ຖືກສັ່ງໃຫ້ງົດຊົ່ວຄາວ ເນືອງຈາກບໍ່ໄດ້ອະນຸຍາດ ໃຫ້ພຣະຕາມວັດຕ່າງໆ ຍ່າງເປັນຂະບວນຕາມທາງໄປຕັກບາດ ຄືແຕ່ກອ່ນ ດຽວນີ້ເພີ່ນໃຫ້່ຊາວບ້ານ ເອົາເຂົ້າແລະອາຫານມາໃສ່ບາດ ຢູ່ວັດແທນ.

ເຈົ້າຫນ້າທີ່ຫ້ອງການແນວລາວສ້າງຊາດ ແຂວງຫລວງພຣະບາງກ່າວວ່າ ປັດຈຸບັນການອອກມາສົງນ້ຳພຣະ ແລະ ຕັກບາດຕ່າງໆ ເປັນໄປ ດ້ວຍຄວາມຮຽບຮ້ອຍ ແລະເຄົາຣົບກົດຣະບຽບ ຂອງທາງການ, ສ່ວນ ປະເພນີອັນເຊີນພຣະບາງ ແລະພິທີແຫ່ຫວໍ ຊື່ງເປັນປະເພນີສຳຄັນ ຂອງແຂວງນັ້ນ ໃນປີນີ້ ບໍ່ໄດ້ເຮັດຍີ່ງໃຫຍ່ ຄືປີຜ່ານມາ ເພື່ອຫລີກລຽງບໍ່ໃຫ້ປະຊາຊົນ ມາເຂົ້າຮ່ວມ ແອອັດເກີນໄປ. ດັ່ງທ່ານກ່າວຕໍ່ເອເຊັຽ ເສຣີ ໃນມື້້ດຽວກັນນັ້ນວ່າ:

"ອັນເຊີນພຣະບາງລົງສົງກະຖືວ່າບໍ່ໄດ້ເອົາລົງ ມີແຕ່ວ່າ ໄປສົງຢູ່ກັບທີ່ ໄປສົງຢູ່ກັບຫໍພຣະບາງຫັ້ນ ບໍ່ໄດ້ອັນເຊີນລົງມາສົງຢູ່ວັດໃຫມ່ ປີນີ້ ຖືວ່າໂຈະ, ການແຫ່ຫວໍ ພວກເຮົາກະບໍ່ໄດ້ແຫ່ ມີແຕ່ວ່າປູ່ເຍີ ເພີ່ນຊີ່ໄປ ຢ້ຽມຢາມທາງຫົວເມືອງ ແລະຫາງເມືອງ ແຕ່ວ່າເພີ່ນກະບໍໄດ້ ແຫ່ດອກ ເພີ່ນກະຂີ່ຣົດໄປ."

ສ່ວນບັນຍາກາດຕາມວັດຫລາຍແຫ່ງຢູ່ນະຄອນຫລວງວຽງຈັນ ໃນໄລຍະບຸນປີໃຫມ່ລາວປີນີ້້ ເປັນໄປດ້ວຍຄວາມງຽບເຫງົາ ເຖິງແມ່ນວ່າວັດ ຈະອະນຸຍາດ ໃຫ້ຊາວບ້່ານ ເຂົ້າມາວັດກໍຕາມ ແຕ່ກໍບໍ່ມີຜູ້ໃດເຂົ້າມາ ສົງພຣະ ມີແຕ່ມາສົ່ງເຂົ້າ ສົ່ງນ້ຳແລະອາຫານການກິນ ໃຫ້ແກ່ພຣະສົງ ຢູ່ບໍຣິເວນຫນ້າປະຕູວັດ ເທົ່ານັ້ນ ດັ່ງຄຣູບາ ປະຈຳວັດປ່າ ຫນອງບົວທອງ ເມືອງສີໂຄດຕະບອງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

"ກະບໍ່ມີນະ ເພາະວ່າ ບໍ່ໄດ້ຈັດ ບໍ່ໄດ້ຈັດຄືແຕ່ກ່ອນທຸກໆປີ ໃຫ້ປະຊາຊົນເພີ່ນມາສົງຕາມຫົວພຣະ ວ່າຫຍັງໄປເລີຍ ຫົດນໍ້າຄົນສອງຄົນເພີ່ນ ກະກັບບໍ່ໄດ້ອອກໄປ ບິນທະບາດ ປິດຕູໃວ້ ມີແຕ່ວ່າ ມາສົ່ງອາຫານ ມາແວ່ກະກັບ ສ່ວນໃຫຍ່່ກະເປັນໃນລັກສນະນີ້."

ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ປີໃຫມ່ລາວປີນີ້ ຕົນບໍ່ໄດ້ອອກໄປສົງນ້ຳພະ ຄືທຸກໆປີຜ່ານມາຍ້ອນທາງການ ອອກຄຳສັ່ງຫ້າມ ການເດີນທາງ ອອກນອກບ້ານ ແລະເປັນກຸ່ມຢ່າງເດັດຂາດ ແລະ ໃນເວລາດຽວກັນຖ້າອອກບ້ານຕົນ ກໍຢ້ານຕິດໂຣຄໄວຣັສໂຄວິດ-19 ດັ່ງນັ້ນຈື່ງຕັດສິນໃຈ ຢູ່ບ້ານຍົກເວັ້ນໄປຊື້ອາຫານກິນເທົ້່ານັ້້ນ ດັ່ງທ່ານກ່າວວ່າ:

"ກະຫ້າມຫລາຍຢູ່ ເພີ່ນບໍ່ໃຫ້ຊຸມແຊວກັນຫັ້ນແຫລະ ຄັນໄປກະໄປແບບວ່າ ໄປແບບເລັກໆນ້ອຍໆດ້າມສອງຄົນເພີ່ນກະໄປ ໄປເປັນຂະບວນ ຫລາຍຄົນບໍ່ໄດ້ ເພີ່ນກະຈຳກັດທຸກຄົນ ກະຢ້ານຄືກັນ."

ຢ່າງໃດກໍຕາມ ມາຮອດປັດຈຸບັນຢຸ່ລາວ ມີຜູ້ຕິດເຊື້ຶ້ອໄວຣັສໂຄວິດ-19 ແລ້ວ 19 ຄົນ ໃນນັ້ນຢູ່ນະຄອນຫຼວງວຽງຈັນ 16 ຄົນ ແລະແຂວງ ຫລວງພຣະບາງ 3 ຄົນ ຊື່ງຜູ້ຕິດເຊື້ອ 1 ຄົນ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບອະນຸຍາດໃຫ້ກັບບ້ານແລ້ວ ຫລັງຈາກປົວເຊົາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.