ການປັບປ່ຽນຮູບແບບ ການຂຽນພາສາລາວ ຂອງວິທຍຸເອເຊັຽເສຣີ

0:00 / 0:00

ສະ​ບາຍ​ດີ ທ່ານຜູ້ຟັງ ທີ່ເຄົາລົບ...

ຂ້າ​ພະ​ເຈົ້າ ຈ​ເຣີນ​ສຸ​ຂ, ຜູ້ອຳ​ນວຍ​ການ ວິ​ທ​ຍຸເອ​ເຊັຽເສ​ຣີ, ພະ​ແນກພາ​ສາ​ລາວ, ໄດ້​ຖືກມອບ​ໝາຍ ໃຫ້​ອ່ານ ຄຳ​ປະ​ກາດ ກ່ຽວກັບ ການ​ຕັດ​ສິນ​ໃຈ ຂອງ​ຄະ​ນະ​ບໍ​ລິ​ຫານ ວິ​ທ​ຍຸເອເຊັຽເສ​ຣີ, ກ່ຽວ​ກັບ ການ​ໃຊ້​ພາ​ສາ​ລາວໃໝ່, ໂດຍ​ສະ​ເພາະ ແມ່ນ​ຮູບ​ແບບການ​ຂຽນ, ໃນ​ລາຍ​ການ​ ຂອງວິ​ທ​ຍຸເອ​ເຊັຽເສ​ຣີ.

ພວກທ່ານ ອາດຮູ້ແລ້ວວ່າ ນັບແຕ່ ວັນທີ່ 30 ເດືອນມິນາ ປີ 2024 ເປັນຕົ້ນໄປ, ວິທຍຸເອເຊັຽເສຣີ (Radio Free Asia) ຈະປ່ຽນໄປໃຊ້ພາສາລາວໃໝ່, ​ໂດຍ​ສະ​ເພາະ ແມ່ນ​ຮູບ​ແບບການ​ຂຽນ ຫລື​ວ່າ ການ​ສະ​ກົດ, ແຕ່ໃນຂະນະດຽວກັນ ກໍຍັງຈະເລືອກອອກລາຍການບາງຢ່າງ ເປັນພາສາລາວເດີມ ແລະ ຍັງ​ຄົງ​ຮັກ​ສາການ​ສະ​ກົດ ຊື່ ຂອງວິ​ທ​ຍຸເອ​ເຊັຽເສ​ຣີ ໄວ້​ຄື​ເກົ່າ.

ການຕັດສິນໃຈ ປ່ຽນແປງເທື່ອນີ້ ມີຂຶ້ນ ຫຼັງຈາກ ທີ່​ທາງ​ຄະ​ນະ​ບໍ​ລິ​ຫານ ວິ​ທ​ຍຸເອ​ເຊັຽເສ​ຣີ ໄດ້ສຶກສາຄົ້ນຄວ້າ ຢ່າງຄັກແນ່ ແລະ ໄດ້​ສອບຖາມ ທ່ານຜູ້ຟັງ ໃນປະເທດລາວ ທີ່ເວົ້າວ່າ ພວກເຂົາເຈົ້າ ເຂົ້າໃຈຍາກ ໃນການອ່ານຂ່າວ ຂອງພວກເຮົາ. ພວກເຮົາເປັນໜີ້ພວກທ່ານ ໃນການລາຍງານຂ່າວ ທີ່ທັນການ ແລະ ເຂົ້າເຖິງງ່າຍ.

ການປ່ຽນແປງ ໃນເທື່ອນີ້ ເກີດຂຶ້ນ ໂດຍທີ່ທ່ານ ບໍ່ຕ້ອງສູນເສຍ ສິ່ງທີ່ທ່ານ ຄວນໄດ້ຮັບ ແລະ ຄາດຫວັງ: ນັ້ນກໍຄື ການສະເໜີຂ່າວ ທີ່ອຸທິດ ໃສ່ຄວາມຈິງ ແລະ ຄວາມໂປ່ງໃສ.

ພວກທ່ານ ຄວນໝັ້ນໃຈໄດ້ວ່າ ການສະເໜີຂ່າວ ແບບນັ້ນ ຈະດຳເນີນ ສືບຕໍ່ໄປ.

ຂອບໃຈ ທີ່ເລືອກຕິດຕາມ ວິທຍຸເອເຊັຽເສຣີ.