ພາສາລາວໃນຣະບອບ ໃໝ່-2

ຈເຣີນສຸຂ
2016-02-10
ອີແມວລ໌
ຄໍາເຫັນ
Share
ພິມ
ພຍັນຊນະລາວ ພາສາລາວ ຮັກສາໄວ້ ໃຫ້ ອະນຸຊົນ ລຸ້ນຫລັງ
ພຍັນຊນະລາວ ພາສາລາວ ຮັກສາໄວ້ ໃຫ້ ອະນຸຊົນ ລຸ້ນຫລັງ
Laos people

ໃນບົດທີ 1 ຂອງ ການສລູບ ຣາຍການ ປວັດ ພາສາລາວ ພວກເຮົາ ໄດ້ກ່າວເຖິງ ການ ປະຕິຮູບ ພາສາລາວ ຈາກປີ ໑໙໗໕ ຈົນເຖິງ ປັດຈຸບັນ ໂດຍ ສະເພາະແລ້ວ ພາຍຫຼັງ ສປປລາວ ນຳ ນະໂຍບາຍ ເປີດກວ້າງ ເຂົ້າສູ່ ຈິນຕະນາການ ໃໝ່ ກໍມີການ ຫັນປ່ຽນ ສະພາບ ເສຖກິດ ຕລາດ. ນອກຈາກນັ້ນ, ສິ່ງທີ່ ປ່ຽນແປງແດ່ ກໍແມ່ນ ດ້ານພາສາ ທີ່ຄ່ອຍໆ ປ່ອຍໃຫ້ ວົງການ ນັກຂຽນ, ນັກຂ່າວ ໄດ້ຂຽນ ບົດປະພັນ, ບົດຄວາມ ຂອງຕົນເອງ ແບບເປີດກວ້າງ ຄືກັນ ຕາມທີ່ ໄດ້ສັງເກດເບິ່ງ ໃນເວລາ ຜ່ານມາ ຮອດດຽວນີ້, ໝາຍຄວາມວ່າ ຫລາຍໆຄົນ ຫັນມາໃຊ້ ວິທີຂຽນ ແບບເກົ່າ ແລະ ກໍສລັບກັນໄປ ກັບແບບໃໝ່. ແຕ່ປາກົດວ່າ ບໍ່ເປັນທາງການ. ສ່ວນທາງການ ນັ້ນ ກໍຍັງຍຶດຖື ຫຼັກ “ຂຽນສະກົດ ຕາມສຽງເວົ້າ ຫຼື ຕາມພາສາ ເວົ້າ” ຢູ່ຕາມເຄີຍ.

ຄັນຊິກ່າວເຖິງ ປວັດວິວັທນາການ ຂອງພາສາລາວ ແລ້ວ ມັນກໍມີຢູ່ ໒ ຮູບແບບ ຄື ແບບຕາມສຽງ ເວົ້າ ແລະ ແບບຕາມສຽງ ແມ່ອັກຂຣະ. ແບບທີ່ ໑ ແມ່ນໃຊ້ກັນ ໃນເຂດທີ່ເອີ້ນ ແຕ່ກ່ອນ ໂດຍ ແນວລາວຮັກຊາດ ວ່າ “ເຂດປົດປ່ອຍ ຊຳເໜືອ “ຈາກຊຸມປີ ໑໙໖໐ ເຖິງ ໑໙໗໕, ເຊິ່ງເປັນປີ ສ້າງຕັ້ງ ສປປລາວ, ບໍ່ແມ່ນຫາກໍ ນຳມາໃຊ້ກັນ ໃນປີ ໑໙໗໕ ໂລດບາດດຽວ. ແບບດັ່ງກ່າວ ມີຮາກຖານ ຜ່ານມາແລ້ວ ພຽງແຕ່ ມາອອກ ເປັນທາງການ ທົ່ວປະເທດ, ເຊິ່ງແຕ່ກ່ອນ ບໍ່ໄດ້ ແຜ່ຂຍາຍ ໄປທົ່ວ ແຕ່ ເປັນທາງການ ສະເພາະ ເຂດຊຳເໜືອ. ແບບທີ່ ໒ ແມ່ນນຳໃຊ້ ໃນເຂດ ທີ່ເອີ້ນວ່າ ບໍ່ທັນຖືກ ແນວລາວຮັກຊາດ ປົດປ່ອຍ ຄື ຝ່າຍວຽງຈັນ. ນີ້ແມ່ນ ປວັດການວິວັດ ຂອງພາສາລາວ ຕາມທີ່ ໄດ້ຮັບຮູ້.

ຄັນເວົ້າເຖິງ ປວັດຄວາມເປັນມາ ຂອງພາສາລາວ ແລ້ວ ຄົງມີການຫັນປ່ຽນ ເປັນ ໕ ໄລຍະ ຫຼື ເປັນ ໕ ເທື່ອ. ເທື່ອທີ່ ໑ ເປັນໄລຍະ ທີ່ຫ່າງອອກຈາກໂຕ “ທັມ”, ເທື່ອທີ່ ໒ ແມ່ນ ດັດແປງ ບາງສ່ວນ ໃນໂຕ”ທັມ”, ເທື່ອທີ່ ໓ ແມ່ນແກ້ໄຂ ໂຕອັກສອນ ເຄິ່ງໂຕ “ທັມ” ເຄິ່ງໂຕລາວ, ເທື່ອທີ່ ໔ ແມ່ນ ແກ້ໄຂດັດແປງ ອັກສອນ ໂດຍ ລົບລ້າງໂຕເຟື້ອງ, ເທື່ອທີ່ ໕ ແມ່ນອອກລະບຽບ ໄວຍາກອນ ວ່າດ້ວຍ ການສະກົດຄໍາ ຕາມແມ່ອັກຂຣະ ໃນປີ ໑໙໔໗ ພ້ອມທັງຕື່ມ ເຄື່ອງໝາຍ ໄມ້ເອກ, ໂທ, ຕຣີ ແລະ ຈັດຕະວາ. ເທື່ອທີ່ ໖ ແມ່ນປະກາດ ເປັນທາງການ ໂດຍ ສປປລາວ ໃນປີ ໑໙໗໕ ໃຫ້ສະກົດ ຕາມສຽງພາສາເວົ້າ ດັ່ງທີ່ຮຽນກັນ ໃນປັດຈຸບັນນີ້. ພາສາລາວ ໄດ້ລົ້ມລຸກ ຄຸກຄານ ມາເປັນເວລາ ຫຼາຍສັຕວັດ ນັບເອົາແຕ່ ສັຕວັດ ທີ່ ໑໓ ເປັນຕົ້ນມາ. ກ່ອນນີ້ ຄົງຖືກ ອິດທິພົນ ຂອງ ມອນ ແລະ ຂອມ ເຂົ້າແຊກ ເຊັ່ນ ພຣະໄຕປິດົກ ເປັນໂຕຂອມ ສໄມຟ້າງຸ່ມ ທີ່ແປ ອອກເປັນລາວ.

ເມື່ອສາສນາພຸທ ນິກາຍ ເຖຣະວາດ ຫຼື ຫິນະຍານ ເຂົ້າມາ ປະດິດສະຖານ ໃນລ້ານຊ້າງ, ວົງການ ນັກປຣາດລາວ ກໍຫັນມາໃຊ້ ໂຕໜັງສືທັມ ເພື່ອບັນທຶກ ຄຳສອນ ຂອງ ພຣະພຸທອົງ ເປັນ ພາສາປາລີ ແລະ ສັນສະກິດ ຄຽງຄູ່ກັນໄປ. ແຕ່ລວມແລ້ວ ຊາວລາວ ນິຍົມໃຊ້ ປາລີ ຫຼາຍກວ່າ ສັນສະກິດ ແຕ່ກໍຍັງມີ ຄໍາສັບ ສັນສະກິດ ປົນເປືອນຳກັນຢູ່. ພາສາປາລີ ຖືກຊາວລາວ ຖືເປັນສັກສິດ ມາເຖິງໄລຍະນຶ່ງ ຄົງຮອດ ຊຸມປີ ໑໙໖໐ ພາສາປາລີ ຈຶ່ງຄ່ອຍໆຈືດຈາງ ຄືວ່າ ຄວາມສັກສິດນັ້ນ ກໍໝົດໄປ, ແຕ່ຄວາມສັກສິດ ຂອງພາສານີ້ ກໍໝັ້ນຄົງ ເປັນເວລາເກືອບ ໗ ສັຕວັດ. ໃນປັດຈຸບັນ ກໍຍັງໃຊ້ ຢູ່ໃນ ວັດວາອາຮາມ ຍັງຮຽນກັນ ຕລອດມາ ສຳລັບ ພຣະສົງອົງຄະເຈົ້າ ແມ່ນແຕ່ ການສູດມົນ ກໍຍັງໃຊ້ ຕາມປົກກະຕິເດີມ, ບາງສ່ວນ ກໍມີແປເປັນ ພາສາລາວ ໄປພ້ອມ. ຖ້າວ່າ ແປເປັນ ພາສາລາວ ພວກທີ່ຖື ສາສນາພຸທ ກໍຄົງຮູ້ສຶກວ່າ ບໍ່ມີຄວາມໝາຍ ຫຼື ບໍ່ມີຄວາມສັກສິດ ໃນພິທີສາສນາ ຕ່າງໆ. ດັ່ງນັ້ນ ທາງການ ຈຶ່ງບໍ່ແຕະຕ້ອງໃດໆ ເພາະເປັນເຣື່ອງ ເຊື່ອຖື ແລະ ໃນຣັຖທັມມະນູນ ກໍບັນຍັດໄວ້ວ່າ ທຸກຄົນ ມີສິດທິ ເຊື່ອຖືສາສນາ ທີ່ຕົນປາຖນາ.

ການປະຕິຮູບ ໂຕໜັງສືລາວ ໃນປີ ໑໙໔໗ ນັ້ນ ນັບວ່າ ເປັນວິວັທນາການ ຄັ້ງໃຫຍ່ ຍ້ອນຫັນປ່ຽນ ໓ ລັກສະນະ ຄື ລົບລ້າງໂຕເຟື້ອງ, ຕື່ມໂຕ “ຣ” ຫັນລີ້ນ, ຕື່ມເຄື່ອງໝາຍ ອອກສຽງ ເອີ້ນວ່າ ວັນນະຍຸດ ມີ ໔ ໂຕ. ໓ ລັກສະນະນີ້ ເປັນວິວັດ ສຳຄັນ ໃນການ ປະຕິຮູບ. ຫຼັງຈາກນັ້ນ ກໍຄ່ອຍໆ ອອກລະບຽບ ຂອງພາສາ ກໍຄື ຫຼັກໄວຍາກອນ ບັນຍັດ ໃຫ້ມີ “ສຣະ” ໒໘ ໂຕ, ພະຍັນຊະນະ ໓໔ ໂຕ, ໃນນີ້ ໂຕປ່ຽວ ມີ ໒໗ ໂຕ ແລະ ໂຕປະສົມ ມີ ໗ ໂຕ. ທັງໝົດນີ້ ເພິ່ນເຫັນວ່າ ເໝາະກັບສຽງ ສຳນຽງກາງ ໃນພາສາເວົ້າ, ແຕ່ປາກົດວ່າ ຍັງບໍ່ຄົບ ສົມບູນແບບ ເພາະຍັງຂາດ ເຄື່ອງໝາຍສຽງ ເຊັ່ນ ສຽງຂຶ້ນ, ສຽງລົງ, ສຽງສົ່ງ, ສຽງຫອງ ດັ່ງນີ້ເປັນຕົ້ນ. ແຕ່ວົງການ ນັກປາດລາວ ເຫັນວ່າ ເມື່ອໃດ ມີໂອກາດເໝາະ ຈຶ່ງເວົ້າກັນໃໝ່ ໃຫ້ນຳໃຊ້ ທໍ່ທີ່ມີແລ້ວນີ້ ສາກ່ອນ ກໍນັບວ່າ ດີຫຼາຍແລ້ວ.

ກ່ອນການປະຕິຮູບ ໃນປີ ໑໙໔໗ ນີ້, ໂຕໜັງສືລາວ ກໍມີຫຼາຍກວ່າ ໓໔ ໂຕ ສຳລັບ ພະຍັນຊະນະ ຖ້າຈະອີງໃສ່ ໂຕໜັງສື “ທັມ” ເພາະໜັງສືທັມ ອີງໃສ່ ພາສາປາລີ ແລະ ສັນສະກິດ ທີ່ມີຫຼາຍໜ່ວຍສຽງ ດັ່ງດຽວກັນກັບ ສຽງໃນພາສາຝຣັ່ງ, ອັງກິດ ໃນເມື່ອ ພາສາລາວ ຫາກບໍ່ມີສຽງ ທັ່ງລົມນາໆຊນິດ ນັກປາດ ຈຶ່ງຕ້ອງຕັດ ພະຍັນຊະນະ ຈຳພວກນັ້ນ ອອກຖິ້ມ, ຈຶ່ງຍັງເຫຼືອ ແຕ່ ໓໔ ໂຕ ແທນທີ່ ຈະລອກຕາມໂຕທັມ ອັນມີ ໔໔ ໂຕ (ລວມທັງໂຕ ປະສົມ) ໃນເວລາ ໂຕພະຍັນຊະນະ ມີຈຳນວນຫຼາຍ ແນວນີ້ (ໂຕ “ສຣະ” ພັດມີ ຈຳນວນໜ້ອຍກວ່າ ຄື ໒໗ ໂຕ ລວມທັງ ສຣະປະສົມ ຮູບຕ່າງໆ)
ສະນັ້ນ ໃນສໄມນັ້ນ, ວົງການ ກົມວັນນະຄະດີ ຈຶ່ງມີນະໂຍບາຍ ຢາກປະດິດສຽງ ພາສາລາວ ທີ່ຍັງຂາດຢູ່ ອອກເປັນຮູບ ຈັກ ໒-໓ ຮູບ ຕື່ມອີກ ກໍຄືປະດິດຮູບ “ສຣະ” (ສຣະ ແປວ່າ ສຽງ, ໜ່ວຍສຽງ) ແຕ່ກໍບໍ່ໄດ້ມີໂອກາດ ແລະ ຈຳນວນ ສຣະ ກໍຍັງຄືເກົ່າ ນັບແຕ່ປີ ໑໙໔໗ ນັ້ນມາ ເພິ່ນກໍຄົງຄິດວ່າ ມີຈຳນວນ ທໍ່ນີ້ ກໍພໍໃຊ້ແລ້ວ, ເພາະອີກຢ່າງນຶ່ງ ນັກປາດ ໃນກົມວັນນະຄະດີ ເມົາແຕ່ເອົາໃຈໃສ່ນຳ ອອກລະບຽບ ສະກົດຄຳ ກໍຄື ຫຼັກການຂຽນ ພາສາລາວ ທີ່ຕ້ອງພັທນາ ໃຫ້ສົມບູນແບບ ອັນເຮັດໃຫ້ ວົງການ ນັກປາດລາວ ແຍກເປັນ ໔. ແລວແນວຄິດ ຝ່າຍນຶ່ງ ເວົ້າວ່າ ຕ້ອງສະກົດ ຕາມສຽງເຄົ້າ ໃນຂະນະທີ່ ອີກຝ່າຍນຶ່ງ ເວົ້າວ່າ ຕ້ອງສະກົດ ຕາມສຽງ ພາສາເວົ້າ; ແລວແນວຄິດ ຝ່າຍນຶ່ງ ເວົ້າວ່າ ຕ້ອງສະກົດ ຕາມສຽງແມ່ ອັກຂຣະ ໃນຂະນະທີ່ ອີກຝ່າຍນຶ່ງ ກໍເວົ້າວ່າ ຕ້ອງສະກົດ ເຄິ່ງເຄົ້າ.

ຢາກຂໍຕື່ມ ລະອຽດນ້ອຍນຶ່ງ ອີກວ່າ ສະກົດຕາມເຄົ້າ ເປັນແນວໃດ? ໂຕຢ່າງໂລດ ເພື່ອເຂົ້າໃຈງ່າຍ ຄຳວ່າ “ວຽງຈັນ” ແຕ່ກ່ອນ ສະກົດ ມີໂຕ “ທນ” ຫ້ອຍທ້າຍ ແລ້ວເອົາ ກາລັນ x໌ ເທິງທ້າຍ ໂຕ “ນ” ເພື່ອບໍ່ໃຫ້ ອອກສຽງ “ທະນະ”. ນອກຈາກນັ້ນ ສຳລັບ ຄຳວ່າ “ວຽງ” ກໍແມ່ນຂຽນ ສຽງ ເວັຽ (ສຣະ ເxັຽ ໂລດ ແລ້ວຈຶ່ງສະກົດ ໂຕ “ງ”) ຖ້າບໍ່ມີໂຕ “ງ” ກໍອອກສຽງ ເປັນ “ເວັຽ” ຈຶ່ງເອີ້ນທັງໝົດ ນັ້ນວ່າ ສະກົດຕາມ ເຄົ້າມູນ ຂອງຄຳສັບ. ຕໍ່ມາ ຝ່າຍນິຍົມ ສະກົດ ຕາມສຽງ ແມ່ອັກຂຣະ ກໍໄດ້ຮັບ ໄຊຊະນະ ຄື ຕັດບາງໂຕອີກ ທີ່ເຫັນວ່າ ຫຍຸ້ງຫຍາງ ແລະ ຮົກເຮື້ອ ລ້າໆ ຄື ຕັດ ສຣະ “ເx” ອອກ, ຕັດໄມ້ກັນ xັ ໃນຄຳວ່າ “ວຽງ” ເອົາແຕ່ໂຕ ຍໍເຟື້ອງ “xຽ” ນັ້ນໄວ້ ກັບໂຕ “ງ” ສະກົດ ກໍເປັນພໍ. ສຳລັບ ໃນຄຳວ່າ “ຈັນ” ນັ້ນ ກໍໃຫ້ຕັດໂຕ “ທ” ແລະ ໂຕ “ນ” ພ້ອມໄມ້ ກາລັນ x໌ ອອກຖິ້ມໝົດ ຈຶ່ງເຫັນວ່າ ງ່າຍຂຶ້ນ ໃນການຂຽນສະກົດຄຳ. ດັ່ງນັ້ນ ຈຶ່ງເປັນອັນວ່າ ຄຳສັບ “ວຽງຈັນ” ກໍຍືນນານ ມາຮອດດຽວນີ້ ດັ່ງທີ່ເຮົາຂຽນ ຢູ່ປັດຈຸບັນ. ຝ່າຍນິຍົມ ສະກົດຕາມເຄົ້າ ບໍ່ຢາກຍິນຍອມ ແລ້ວນຳໄປໃຊ້ ແບບທີ່ຕົນມັກ ຢູ່ນອກວົງ ທັງທີ່ທາງການ ອອກດຳລັດ ໄປແລ້ວ, ຈຶ່ງເປັນອັນວ່າ ໒ ແນວຄິດນີ້ ຖ່ວງກັນໄປກັນມາ ຕລອດເວລາ ຈົນເຖິງປີ ໑໙໗໕ ຈຶ່ງສິ້ນສຸດລົງໄດ້ ເພາະດ້ວຍເຫດໃດ? ກໍຍ້ອນຝ່າຍນິຍົມ ສະກົດຕາມສຽງ ພາສາເວົ້າ ປະກາດນຳໃຊ້ ວິທີດັ່ງກ່າວ ເທົ່າຮອດ ປັດຈຸບັນ.

ແຕ່ປານນັ້ນ ກໍຕາມ, ຝ່າຍນິຍົມສະກົດ ຕາມສຽງແມ່ອັກຂຣະ ກໍຄືລະບຽບ ປະຕິຮູບ ຈາກປີ ໑໙໔໗ ເຖິງ ໑໙໗໕ ໂພ່ຂຶ້ນມາອີກ, ແລ້ວປາກົດວ່າ ສະກົດຄືນຄືເກົ່າ ຫຼື ສັບປົນກັນກັບ ແບບໃໝ່ ໂດຍບໍ່ເປັນທາງການ. ຝ່າຍນິຍົມ ຕາມເຄົ້າ ກໍມີຢູ່ຄືກັນ ແຕ່ຢູ່ ນອກປະເທດ ແບບຂຽນ ຕາມຕົນນິຍົມແນວນັ້ນ, ເຊິ່ງເຫັນໄດ້ ໃນປຶ້ມຕ່າງໆ ທີ່ຜູ້ນິຍົມ ວິທີນີ້ ແຕ່ ບາງສ່ວນກໍຂຽນ ແບບເຄິ່ງເຄົ້າ, ບາງສ່ວນ ກໍຂຽນແບບໃໝ່ ອັນນີ້ ກໍສະແດງ ໃຫ້ຮູ້ວ່າ ການສະກົດຄຳ ພາສາລາວ ຍັງບໍ່ທັນມີ ເອກພາບ. ພາສາລາວ ຍັງລົ້ມລຸກຄຸກຄານ ຢູ່ຕລອດມາ. ຖ້າຈະເວົ້າຢ່າງນຶ່ງ ການສຶກສາ ພາຍໃນ ສປປລາວ ເພິ່ນກໍຖືວ່າ ເປັນເອກພາບ ເພາະຖືວ່າ ເປັນໄປ ທົ່ວປະເທດ ແລະ ເພິ່ນຍັງເຫັນວ່າ ຜູ້ໃດ ຂຽນຕ່າງວິທີໃໝ່ ດັ່ງກ່າວ ກໍຖືວ່າ ນອກວົງ ຣັຖການ.

ວິທີ ສະກົດ ເຄິ່ງເຄົ້າ ມີລັກສະນະ ແນວໃດ? ໂຕຢ່າງ ຄຳວ່າ ອາກາດ ຖ້າຂຽນ ຕາມປັດຈຸບັນ ກໍແມ່ນ ສະກົດດ້ວຍ ໂຕ “ດ” ຫ້ອຍທ້າຍ ເປັນ “ກາດ”, ຖ້າຂຽນເຄິ່ງເຄົ້າ ກໍຕ້ອງສະກົດ “ສ” ຫ້ອຍທ້າຍ ເພາະຝ່າຍນິຍົມ ວິທີນີ້ ສະແດງເຫດຜົນວ່າ ຄຳນີ້ ມາຈາກ ເຄົ້າປາລີ “ອາກາສະ” ພຽງແຕ່ເອົາ “ສຽງ” ຫຼື ຮູບ “ສຣະ xະ” ອອກ ຍັງເຫຼືອແຕ່ ໂຕ “ສ” ກໍອ່ານອອກ ເປັນສຽງລາວ ຄືກັນ, ແລະ ອີກຢ່າງນຶ່ງ ໃນພາສາປາລີນັ້ນ ມີສຽງ “ອະ” ແຕ່ບໍ່ມີຮູບ, ແຕ່ໃນ ພາສາລາວ ເພິ່ນປະດິດຮູບ ຂອງສຽງຕ່າງໆ ທີ່ດັງອອກ ຈາກຮູຄໍ.

ນັບແຕ່ປີ ໑໙໔໗ ຈົນເຖິງປີ ໑໙໗໕, ລະບຽບການຂຽນ ແມ່ນສະກົດຕາມ ແມ່ອັກຂຣະ. ສ່ວນສະກົດ ຕາມເຄົ້າເດີມ, ສະກົດເຄິ່ງເຄົ້າ ກໍມີແອບແຝງ ໃນສັງຄົມ. ສ່ວນສະກົດ ຕາມສຽງພາສາເວົ້າ ແມ່ນຢູ່ໃນວົງການ ສັງຄົມ ທີ່ບໍ່ສາມາດ ຮ່ຳຮຽນ ເປັນເຖິງ ຊັ້ນສູງໄດ້ ເຊັ່ນ ລູກຫຼານພໍ່ໄຮ່ຊາວນາ ດັ່ງນີ້ເປັນຕົ້ນ. ສລູບແລ້ວ ການຂຽນໂຕລາວນີ້ ຈະໃຊ້ວິທີໃດ ກໍອ່ານອອກ ຢູ່ສເມີ ແຕ່ຄວາມຕ້ອງການ ຂອງປະເທດ ກໍຄົງແມ່ນ “ຄວາມເປັນເອກພາບ”. ສັງເກດເຫັນວ່າ ຈະຂຽນແບບໃດ ຄົນລາວຕ່າງຖິ່ນ ກໍອ່ານໄດ້. ແຕ່ຄັນຂຽນ ແບບເກົ່າ ຄົນລາວໃນ ພັດອ່ານບໍ່ໄດ້.

ບາງສ່ວນ ກໍເຫັນວ່າ ການສະກົດຄຳ ຕາມສຽງເວົ້ານີ້ ເຮັດໃຫ້ ເສັຽເຄົ້າເສັຽມູນ ເພາະວ່າ ບໍ່ເຫັນເງື່ອນເຄົ້າມູນ, ໃນຂະນະທີ່ ບາງສ່ວນ ກໍເວົ້າວ່າ ເຣື່ອງເຄົ້າມູນນັ້ນ ຕ້ອງຮຽນຮູ້ ຫຼື ຜູ້ຮຽນຮູ້ ຈຶ່ງຮູ້ວ່າ ຄຳນັ້ນ ມາຈາກໃສ. ບາງສ່ວນ ກໍເວົ້າວ່າ ອ່ານອອກໄດ້ ຂຽນງ່າຍ ກໍພໍແລ້ວ, ໃຜຢາກຮູ້ຈັກເຄົ້າ ກໍເຂົ້າຮຽນ ຊັ້ນສູງຕື່ມ. ການສະກົດຕາມສຽງພາສາເວົ້າ ແມ່ນ ຄົງແນໃສ່ປະຊາຊົນທົ່ວໆໄປ.

ທ່ານຜູ້ຟັງ ທີ່ຮັກແພງ, ເທື່ອໜ້າ ເຊີນທ່ານ ຮັບຟັງການສລູບ ຕໍ່ອີກ ກ່ຽວກັບ ປວັດການປະຕິຮູບ ພາສາລາວ.

ຄໍາເຫັນ (3)
Share

ສຸນທຣາ

ຈາກ Paris

ສະບາຍດີ ຂພຈ ດີໃຈ ແລະເຫັນດີນຳ ໃນການອະທິບາຍ ຂອງທ່ານ ເຂົ້າໃຈງ່າຍໃຊ້ງ່າຍ ”ສະກົດຕາມສຽງ” ທີ່ຂພຈໄດ້ຮຽນໃນສໃມ 50-60's ຈົບມັທຍົມ 61's BAC ກ່ຽວກັບ ເຄົ້າປາລີ ສັນສັກກຣິດຣາຊາສັບ ໃນສໄມນັ້ນ ໃຫ້ຮຽນ ແຕ່ບໍ່ໃຫ້ມີໃນຂໍ້ສອບເສັງຕ່າງໆ ຂໍໃຫ້ຫຼັກໄວຍະກອນ ເປັນເອກກະພາບກັນ ເທົ້ານັ້ນກໍ່ພໍ ເຖືງຢ່າງໄດທາງການ ໃນປະເທດເຮົາ ບໍ່ອອກຄຳສັ່ງເມື່ອໃດ ການຂີດຂຽນຂອງຄົນລາວ ຄວນນັບຖື ຫຼັກໄວຍະກອນຂອງພາສາ ກໍ່ຄືວັທນະທັມລາວ ເຮົານັນເອງ ຄົນລາວເໝືອນກັນ ຄວນຄຶດເຖີດຂອບໃຈ ! ຂພຈ ສັງເກດ ທ່ານຂຽນບົດບັລຍາຍ ບໍ່ມີມີຜິດແຕ່ລະຄຳ ຂນາດໝູ່ເພື່ອນ ຮຽນຈົບດ້ວຍກັນ ກໍ່ຍັງຂຽນຜິດໆຖືກໆ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Mar 23, 2016 02:11 PM

ຈ່ອຍ

ຈາກ ຫຼວງພະບາງ

ພາສາຂຽນ ປັດຈະບັນນີ້ ມັນບໍ່ມີຄຸນນະພາບ ຈັກນ່ອຍເລີຍ ມັນທຽບເທົ່າ ລະດັບປະຖົມສຶກສາເທົ່ານັ້ນ ຄໍາສັບຄວາມຫມາຍແຕກຕ່າງ ກັນສະກົດຄືກັນຫມົດ ຕົວຢ່າງຄື ອາຈານ ຈານກີນເຂົ້າ ເຂົ້າເຮືອນ ເຂົ້າກີນ ອາຈານສິດສອນ ຄູບາອາຈານ ຄູຄັນນາ ສາດສະດາຈານ ສາດປູນອນ ປະຫວັດສາດ ໄຂ້ຫວັດ ປະປ່ອຍ ມິດຕະພາບ ມິດສະງັດ ພາບເຄື່ອງຂອງ ລັດຖະບານ ທາງລັດ ດອກໄມ້ບານ ລັດຖະມົນຕີ ທາງລັດ ຕີກັນ ຫົວໃຈ ວິໃຈ ສະຫວັດດີພາບ ໄຂ້ຫວັດ ພາບເຄື່ອງຂອງ ມະຫາວິທະຍາໄລ ໄລເຄື່ອງຂອງ ສຸກຂະພາບ ຄົວກີນສຸກ ວັນສຸກ ສາມັກຄີ ມັກນັ້ນ ມັກນີ້ ບໍລິຈາກ ຈາກເມືອງສະຫວັນ ຊື່ສັດ ສວນສັດ ສັດສວນ ບໍລິສັດ ສັດທາ ກະສັດ ນັກປາດ ປາດຊີ້ນ ປາດຖະຫນາ ຫນາແຫນ້ນ ອາລົມ ລົມພັດ ວິພາກວິຈານ ເຂດພາກ ຈານກີນເຂົ້າ ເຂົ້າເຮືອນ ອາຈານ ສານຍຸດຕິທໍາ ສານກະຕ່າ ສານຂ້ອງ ທໍານາ ທໍາສວນ ວັດທະນະທໍາ ວັດແທກ ທໍານາ ທໍາສວນ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Feb 14, 2016 02:32 PM

ທໍາ

ຈາກ ວຽງຈັນ

ຖ້າວ່າຢາກສົນທະນາ ເປີດຄວາມຈິງໃຈ ພວກເຮົາຕ້ອງແຍກ ພາສາ ອອກຈາກການເມືອງ ເພາະມັນບໍ່ກ່ຽວຂ້ອງ ຄົນລາວເຮົາເກີດຂື້ນມາ ຢູ່ແຜນດີນລ້ານຊ້າງ ມີພາສາໂລດ ແລະພາສາລາວ ມັນເກີດກ່ອນ ລັດຖະບານ. ການສະກົດອີງຕາມຫລັກສູດ ໄວຍາກອນເຄົ້າ ມີພະຍັນຊະນະ41ຕົວ ແລະປະກອບການສະກົດພິເສດ ມັນເພີ່ມທະວີ ໃຫ້ພາສາລາວ ຮັ່ງມີຄໍາສັບ ມີຄວາມຫມາຍ ແຕກຕ່າງກັນ ພວກເຮົາສະກົດ ແຕກຕ່າງກັນ ການສະກົດອີງຕາມສຽງ ໃນປັດຈະບັນ ມັນພາສາຂາດຄວາມຮັ່ງມີຄໍາສັບ ຄວາມຫມາຍແຕກຕ່າງກັນ ເຮົາສະກົດຄືກັນຫມົດ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Feb 11, 2016 03:45 PM

ເຕັມຫນ້າ