ຄົນລາວສ່ວນນຶ່ງ ສລອງປີໃໝ່ສາກົລ ພາຍໃນຄອບຄົວ

0:00 / 0:00

ຊາວລາວຈໍານວນບໍ່ໜ້ອຍ ບໍ່ໄດ້ເດີນທາງໄປທ່ຽວບຸນປີໃໝ່ສາກົລ 2024 ນີ້ ຢູ່ເມືອງສໍາຄັນຕ່າງໆ ທີ່ເປັນເມືອງຍອດນິຍົມ ຂອງນັກທ່ອງທ່ຽວ ຄື ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແລະເມືອງວັງວຽງ ແຂວງວຽງຈັນ ຍ້ອນມີຄວາມຫຍຸ້ງຍາກ ທາງດ້ານການເງິນ, ບັນຫາເງິນເຟີ້ ແລະເສຖກິຈຝືດເຄືອງ ເຮັດໃຫ້ຫລາຍຄົນ ບໍ່ຢາກໃຊ້ຈ່າຍແບບຟູມເຟືອຍ ແລະເລືອກທີ່ຈະຈັດການສລອງ ຢູ່ພາຍໃນຄອບຄົວ ຫລາຍກວ່າ. ອີງຕາມຄໍາເວົ້າ ຂອງຊາວລາວ ຢູ່ແຂວງຫລວງນໍ້າທາ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມົກກະຣານີ້.

" ຊຸມແຊວຢູ່ບ້ານ-ຢູ່ເຮືອນ. ແທ້ ໂອ໋ ສ່ວນຫລາຍກະເປັນແນວນັ້ນ. ໂອ໋ ເງິນລາວມັນຕົກຕໍ່າ ແລ້ວກໍໄປທ່ຽວກໍໄປບໍ່ໄດ້ແຫລ້ວ. ໃຊ້ຈ່າຍມັນເພີ່ມຂຶ້ນສູງນີ້. ເງິນມັນຕົກຕໍ່າເດ້. ແລກປ່ຽນເງິນຕຣາ ມັນກໍເພີ່ມລາຍຈ່າຍຫລາຍໂພດ. "

ທີ່ແຂວງຫລວງພຣະບາງ ຊາວບ້ານທ່ານນຶ່ງ ເວົ້າເຖິງການສລອງປີໃໝ່ສາກົລ ທີ່ຫາກໍຜ່ານໄປນີ້ວ່າ ຊາວບ້ານ ໃນເຂດບ້ານຂອງຕົນ ຈັດກິນລ້ຽງຢູ່ຈຸດໃຜ ຈຸດມັນ. ບາງຄົນ ຈັດແຕ່ຢູ່ໃນລະຄອບຄົວ ຂອງຕົນເອງ, ບໍ່ມີໃຜອອກໄປສລອງປີໃໝ່ ຢູ່ນອກບ້ານ ຍ້ອນເສຖກິຈຕົກຕໍ່າ ແລະເງິນເຟີ້ ຍັງສືບຕໍ່ເຮັດໃຫ້ຫລາຍຄົນຕ້ອງໃຊ້ຈ່າຍ ຢ່າງປະຢັດມັດທະຍັດທີ່ສຸດ ແລະຄິດວ່າ ຈະເປັນແນວນີ້ໄປ ຈົນກວ່າທາງການລາວ ຈະສາມາດແກ້ໄຂ ບັນຫາຫຍຸ້ງຍາກນັ້ນໄດ້.

" ກິນລ້ຽງເປັນຈຸດໆໃດຈຸດມັນ. ໂອ໋ ບໍ່ຢາກທ່ຽວກໍຍ້ອນຫັ້ນລະຕີ໋. ຍ້ອນເສຖກິຈ ເຂົາເຈົ້າລະຕີ໋ບໍ໋. ເສຖກິຈຕົກຕໍ່າໄປໝົດເດ້ເນາະ ບໍ່ວ່າລາວ ບໍ່ວ່າຕ່າງປະເທດ. ຢູ່ໃສເສຖກິຈຕົກຕໍ່າຄືກັນ. ລາວແຮງຮ້າຍ. ໂອ໋ ຄ່າເງິນກີບ ກະອ່ອນຄ່າແດ່. "

ຢູ່ນະຄອນຫລວງພຣະບາງ ຜູ້ປະກອບການທຸຣະກິຈ ນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມືດຽວກັນນີ້ວ່າ ນາງເອງ ບໍ່ໄດ້ໄປທ່ຽວສລອງປີໃໝ່ສາກົລ ຢູ່ຕ່າງແຂວງ ເພື່ອປະຢັດຄ່າໃຊ້ຈ່າຍ, ແຕ່ຈັດຢູ່ພາຍໃນເຮືອນ. ສ່ວນນັກທ່ອງທ່ຽວ ທີ່ມາທ່ຽວຢູ່ນະຄອນຫລວງພຣະບາງ ໃນໄລຍະບຸນປີໃໝ່ສາກົລນີ້ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວ ຈາກໄທຍ, ສ່ວນຄົນລາວ ຍັງບໍ່ມາທ່ຽວເທື່ອ.

" ຢູ່ເຮືອນຊື່ໆແຫລະ. ບໍ່ຢາກເດີນທາງເທື່ອ ຊ່ວງນີ້ນ່າ. ໂອ໋ ປີໃໝ່ ສ່ວນຫລາຍກະເປັນຄົນໄທຍ. ຄົນລາວເຮົາ ເພິ່ນບໍ່ຢາກມາທ່ຽວເທື່ອ ນ່າ. "

ພະນັກງານໂຮງແຮມແຫ່ງນຶ່ງ ຢູ່ນະຄອນຫລວງພຣະບາງ ເວົ້າເຖິງນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວ ໃນໄລຍະບຸນປີໃໝ່ສາກົລນີ້ວ່າ ສ່ວນໃຫຍ່ ມີແຕ່ຄົນຕ່າງປະເທດ, ສ່ວນນັກທ່ອງທ່ຽວລາວ ມີຈໍານວນໜ້ອຍ ຊຶ່ງຕົນເອງເຫັນວ່ານັ້ນ ເປັນບັນຫານຶ່ງ ທີ່ໄດ້ຮັບຜົລກະທົບ ຈາກເສຖກິຈລາວຕົກຕໍ່າ ແລະເງິນກີບອ່ອນຄ່າ.

" ເຂົາເຈົ້າກໍມາຢູ່, ເຈົ້າ. ຄົນວຽງຈັນ ຫລືວ່າ ຄົນທີ່ນີ້, ທີ່ນັ້ນ. ເຂົາເຈົ້າກໍມາທ່ຽວຢູ່ຫລວງພຣະບາງ. ມັນຈະໜ້ອຍກວ່າຄົນຕ່າງປະເທດ. ແມ່ນແຫລະ ອັນນີ້ ກໍເປັນບັນຫາອັນນຶ່ງເດ້. "

ແຕ່ເຖິງຢ່າງໃດກໍຕາມ ພະນັກງານໂຮງແຮມແຫ່ງນຶ່ງ ຢູ່ເມືອງ ວັງວຽງ ແຂວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ມົກກະຣາວ່າ ໃນໄລຍະບຸນປີໃໝ່ສາກົລນີ້ ມີຄົນໄທຍ ແລະຄົນລາວ ມາຫລາຍຢູ່ ມາເປັນຄອບຄົວ ເດີນທາງມາທ່ຽວ. ສະເພາະຢູ່ເມືອງວັງວຽງນີ້ ສ່ວນໃຫຍ່ໃຊ້ຈ່າຍຢ່າງປະຢັດ ແລະເລືອກເຊົ່າຫ້ອງພັກ ບ່ອນທີ່ລາຄາຖືກ.

" ປີໃໝ່ມື້ວານນີ້ ມີແຕ່ຄົນໄທຍ ເຈົ້າ, ແຕ່ຄົນລາວກະມາຫລາຍຢູ່, ເຈົ້າ ; ແຕ່ວ່າເຂົາ ເຈົ້າຈະໄປເລືອກຢູ່ບ່ອນໃດ ທີ່ມັນສະດວກ. ມີບ່ອນຈອດຣົຖບໍ່ ຫລືບໍ່ ສ່ວນຫລາຍຈະໄປນອນຢູ່ບັງກະໂລ ຢູ່ແຄມນໍ້າ. ຄົນລາວມາລະເຂົາເຈົ້າ ມາເປັນຄອບຄົວ ຣົຖຄັນໃຜ ຄັນລາວ. "

ແຕ່ເຖິງຢ່າງໃດກໍຕາມ ໃນຕອນກາງຄືນ ຂອງມື້ວັນທີ 31 ທັນວາທີ່ຜ່ານມານີ້ ຢູ່ແຫລ່ງທ່ອງທ່ຽວບາງແຂວງຂອງລາວ ເປັນຕົ້ນຢູ່ ປະຕູໄຊ ໃນນະຄອນຫລວງວຽງຈັນ ກໍໄດ້ມີການຈັດພິທີ ນັບຖອຍຫລັງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສາ ກົລ 2024, ມີຊາວລາວ ແລະນັກທ່ອງທ່ຽວຕ່າງປະເທດ ຫລາຍພັນຄົນ ເຂົ້າຮ່ວມມ່ວນຊື່ນ.

ແລະຢູ່ຫໍວັທນະທັມແຫ່ງຊາຕ ໄດ້ມີງານຣາຕຣີ, ສິລປະຂ້າມຊາຕ ລາວ-ຈີນ ໂດຍແມ່ນສະຖານີ ວິທຍຸ ແລະໂທຣະພາບ ແຂວງກວາງຊີ ຂອງຈີນ ແລະໂທຣະພາບ ແຫ່ງຊາຕ ຂອງລາວ ຮ່ວມກັນຈັດຂຶ້ນ, ມີຫລາຍພາກສ່ວນ ເຂົ້າຮ່ວມ. ນຶ່ງໃນນັ້ນ ມີທັງເຈົ້າໜ້າທີ່ ຈາກບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈໍາກັດ ນໍາດ້ວຍ.

ໃນໂອກາດປີໃໝ່ສາກົລ 2024 ນີ້ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ໄດ້ສົ່ງສານອວຍພອນ ໃຫ້ປະຊາຊົນລາວ ແລະສະແດງຄວາມຊົມເຊີຍ ທຸກພາກສ່ວນ ທີ່ພ້ອມກັນຜ່ານຜ່າ ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍນາໆປະການ ທີ່ປະເທດລາວ ປະເຊີນຢູ່ໃນຂະນະນີ້.