ສຸຂສັນ ວັນຄຣິສທ໌ມາສ

0:00 / 0:00

ວັນ ຄຣິສທ໌ມາສ (Christmas) ຖື​ເປັນ ​ບຸນໃຫຍ່ ​​ປະ​ຈໍາປີ ທີ່​ຜູ້​ຄົນ​ ​ທັງ​ມວນໃນ​ທົ່ວ​ໂລກ ໃຫ້ຄວາມ​ສໍາ​ຄັນ​ ເປັນ​ພິ​ເສດ ແລະ ການສເລີມສລອງນີ້ ມີປວັດຄວາມເປັນມາ ເປັນເວລາຍາວນານ ຂອງຊາວໂລກ ຢູ່ປະເທດຕ່າງໆ ທີ່​ຮັກ​ຫອ​ມ​ຄວາມສັນ​​ຕິ ​​ແລະ ​ຄວາມ​ເປັນ​ທັມ ໃນ​ທົ່ວໂລກ, ຮວມທັງຢູ່ໃນ ສະຫະຣັຖ ອາເມຣິກາ, ກໍພາກັນ ສເລີມສລອງຢ່າງຄຶກຄື້ນ ເບີກບານມ່ວນຊື່ນ ຍ້ອນເປັນ ວັນພັກ ທາງຣາຊການ ຊຶ່ງໃນວັນທີ 25 ທັນວາ ປີ 2022 ນີ້ ແມ່ນກົງກັບ ວັນອາທິດ.

ພອນ ພູມມີທອນ ຈະເລົ່າຄວາມເປັນມາ ໂດຍສັງເຂບ ຂອງວັນພິເສດດັ່ງກ່າວ ພ້ອມກັບ ນໍາເພງຄຣິສທ໌ມາສ ມ່ວນໆ ມາເປີດໃຫ້ທ່ານ ໄດ້ຮັບຟັງກັນ,​ຊຶ່ງເປັນຜົລງານ ການປະພັນ ຂອງທ່ານ ເດບ ວົງເດືອນ ແລະ ຮ້ອງໂດຍຍານາງ ຈັນທະວີ ສິນທະສົມພອນ ຮວມທັງເພງ ມາເຊື່ອເຖີດ, ພົ້ນດ້ວຍ ບຸນຄຸນ ແລະ ພຣະເຈົ້າຮັກເຮົາສຸດຫົວໃຈ.