ບໍຣິສັດ ຣັຖວິສາຫະກິດ ຫວຍພັທນາລາວ ໄດ້ປະກາດອອກເລກລາງວັນ 3 ຄັ້ງຕໍ່ສັປດາ ເຣີ່ມວັນທີ 18 ຕຸລາ 2021 ເປັນຕົ້ນໄປ. ຕໍ່ການປະກາດນີ້ປະຊາຊົນລາວຈຳນນວນນຶ່ງຍັງບໍ່ເຫັນດີ. ນອກຈາກບໍ່ສາມາດແກ້ໄຂບັນຫາການ ຊື້-ຂາຍ ຫວຍເຖື່ອນໄດ້ແລ້ວ ແນວທາງດັ່ງກ່າວ ຍັງເປັນການເບື່ອເມົາປະຊາຊົນ. ດັ່ງແມ່ຄ້າຂາຍເລກຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີໃນວັນທີ 26 ຕຸລາ 2021 ນີ້ວ່າ:
" ບໍ່ໄດ້ອອກທຸກງວດ ຫວຍເຖື່ອນ ເຂົາເຈົ້າກໍໄດ້ຂາຍທຸກງວດ ຍົກໂຕຢ່າງແມ່ນຄືບໍ່ວ່າບ້ານນອກຫຼືໃນເມືອງນີ້ເນາະ ເຂົາເຈົ້າກໍໄດ້ເງິນຫຼາຍຄືກັນເປັນຍ້ອນລາງວັນ ອອກເລກ 3 ຄັ້ງຈຶ່ງບໍ່ສາມາດຊ່ອຍຫຼຸດຜ່ອນຫັ້ນ. ການອອກຫວຍເຖື່ອນໄດ້ກໍຍ້ອນວ່າເຂົາເຈົ້າຊື້ເລກ ເຂົາເຈົ້າອົດບໍ່ໄດ້ເນາະ ການພະນັນອອກທຸກຄັ້ງ ທຸກງວດ ເຂົາກໍຫວັງວ່າຖືກເລກ. "
ສາເຫດທີ່ເຮັດໃຫ້ຫວຍເຖື່ອນ ໄດ້ຮັບຄວາມນິຍົມນັ້ນ ເນື່ອງຈາກການຂາຍຫວຍພັທນາລາວ ຊຶ່ງເປັນຫວຍຖືກກົດໝາຍນັ້ນ ຜູ້ຂາຍຈະໄດ້ເປີຣ໌ເຊັນທ໌ (Percent) ຈາກການຂາຍຫວຍນ້ອຍ. ໃນຂນະທີ່ ຜູ້ຂາຍຫວຍເຖື່ອນຈະໄດ້ເປີຣ໌ເຊັນທ໌ຫຼາຍປະມານ 25-30% ຈາກມູນຄ່າທັງໝົດ. ດັ່ງແມ່ຂາຍເລກອີກຄົນນຶ່ງໄດ້ກ່າວໃນມື້ດຽວກັນວ່າ:
“ມັນກໍຫຼາຍເກີນໄປຫັ້ນແຫຼະ ແຕ່ກ່ອນມີແຕ່ສອງເທື່ອ ເອີຄັນອອກຈັກສາມເທື່ອຊິນ່າ ພວກຂາຍເຖື່ອນມັນໄດ້ກຳໄລດີ ຍ້ອນຫຍັງຫວຍເຖື່ອນນີ້ເປີຣ໌ເຊັນທ໌ຫຼາຍກວ່າເດ້ ຫວຍເພື່ອປົກກະຕິ ເຂົາເຈົ້າກໍບໍ່ໄດ້ໃຫ້ຂາຍແຕ່ປັດຈຸບັນ ມັນກໍຂາຍໄດ້ປົກກະຕິຫັ້ນແຫຼະ.”
ສ່ວນຊາວບ້ານອີກຈຳນວນນຶ່ງ ກໍມີຄວາມເຫັນຕຣົງກັນວ່າ ບັນຫາຫວຍເຖື່ອນ ພາຍໃນປະເທດລາວ ຈະສາມາດຫຼຸດຜ່ອນລົງໄດ້ ຖ້າທາງພັກ-ຣັຖ ແລະໜ່ວຍງານທີ່ກ່ຽວຂ້ອງສາມາດ ຊອກຫາຕົ້ນຕໍຜູ້ຂາຍຫວຍເຖື່ອນໄດ້ ແລະບັງຄັບໃຊ້ກົດໝາຍ ຢ່າງເຄັ່ງຂັດແທນທີ່ຈະເພີ່ມຈຳ ນວນການອອກເລກລາງວັນເປັນ 3 ຄັ້ງຕໍ່ສັປດາ. ດັ່ງຊາວບ້ານຢູ່ແຂວງຄຳມ່ວນໄດ້ກ່າວວ່າ:
“ຫວຍເຖື່ອນນັ້ນ ມັນເປັນແມ່ມືເລີຍເດ້ເນາະ ຊ່ອງທາງໃນການຂາຍຢູ່ແລ້ວ ແລະແມ່ກໍຈະເປັນຄົນເປີດສາຂາທີ່ເຄີຍຂາຍຢູ່ແລ້ວຫັ້ນນ່າຄິດວ່າໜ້າຈະບໍ່ແກ້ໄຂໄດ້ແນ່ ໃຫ້ກົດໝາຍບີບບັງຄັບຊິດີກ່ວາເນາະກໍຣະນີທີ່ຈັບໄດ້ຊິຫັ້ນນ່າຄ່າປັບໄໝກໍໜ້າຈະສູງຂື້ນອັນ ນີ້ໜ້າຈະຫຼຸດຜ່ອນໄດ້ດີກ່ວາທີ່ເປີດຫວຍລາຍວັນຫັ້ນນ່າ.”
ກ່ຽວກັບບັນຫາດັ່ງກ່າວຈຸດປະສົງຫຼັກຂອງການເພີ່ມຈຳນວນການອອກເລກລາງວັນຂອງບໍຣິສັດ ວິສາຫະກິດ ຫວຍພັທນາລາວນັ້ນເປັນໄປຕາມນະໂຍບາຍຂອງກະຊວງການເງິນທີ່ຕ້ອງ ການແກ້ໄຂບັນຫາການຊື້-ຂາຍຫວຍເຖື່ອນໃນປະເທດແລະເປັນການເກັບອາກອນເຂົ້າຣັຖ ເພື່ອນຳໄປໃຊ້ໃນການ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ. ດັ່ງເຈົ້າໜ້າທີ່ກະຊວງການເງິນ ໄດ້ກ່າວວ່າ:
" ຄືຫວຍເນາະ ຫວຍຂອງຣັຖເນາະ ເຮົາຈະໄດ້ເກັບອາກອນເຂົ້າຣັຖໝົດ ເນາະຖ້າມາຊື້ຫວຍເຖື່ອນກໍຈະບໍ່ໄດ້ ງົບປະມານເຂົ້າຣັຖຊິນ່າ ກໍກຳລັງວາງແຜນກອງປະຊຸມ ເພື່ອສະກັດກັ້ນຫວຍເຖື່ອນ ເພິ່ນກໍຈະບໍ່ໃຫ້ຫວຍວຽດ ແລະກໍບໍ່ວ່າຈະເປັນຫວຍໄທຍ ຫຍັງຫັ້ນ ນ່າເຂົ້າມາ. "
ເມື່ອເດືອນ ສິງຫາ 2021 ຜ່ານມາ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ປະກາດຈະເລັ່ງແກ້ບັນຫາ ຫວຍເຖື່ອນໃນທົ່ວປະເທດ ເນື່ອງຈາກຜູ້ຂາຍຫວຍເຖື່ອນ ເປັນການເບື່ອເມົາ ປະຊາຊົນແລະ ບໍ່ໄດ້ເສັຍອາກອນໃຫ້ແກ່ ຣັຖບານ ຊຶ່ງຜິດປະມວນກົດໝາຍອາຍາ ຕາມມາຕຣາ 114 ໂດຍຜ່ານມາ ໄດ້ກວດພົບບັນຫາຫວຍເຖື່ອນ ຣະບາດຮ້າຍແຮງ ໃນກຸ່ມພະນັກງານຣັຖ ແລະປະຊາຊົນທົ່ວໄປ ເຊັ່ນການ ຊື້-ຂາຍຫວຍຕ່າງປະເທດ ແລະ ມີຫວຍບບາງປະເພດ ອອກຫຼາຍຄັ້ງຕໍ່ມື້ ໂດຍສະເພາະຫວຍຂອງວຽດນາມ ທີ່ມີການອອກເລກລາງວັນ 3-4 ຄັ້ງຕໍ່ມື້.
ທີ່ຜ່ານມາຫວຍພັທນາລາວ ໄດ້ມີການປ່ຽນແປງ ຈຳນວນການອອກເລກ ລາງວັນຫຼາຍເທື່ອ ເປັນຕົ້ນໃນປີ 2015 ມີການອອກເລກລາງວັນ 2 ຄັ້ງຕໍ່ສັປດາ ຄືວັນອັງຄານ ແລະວັນພຸດ, ປີ 2016 ໄດ້ເພີ່ມ ມື້ອອກເລກລາງວັນເປັນ 3 ຄັ້ງຕໍ່ສັປດາ ຄືວັນຈັນ, ວັນພຸດ ແລະ ວັນສຸກ, ປີ 2017 ກັບໄປອອກ 2 ຄັ້ງຕໍ່ສັປດາ ຄືວັນຈັນ ແລະ ວັນພະຫັດ, ພໍຮອດທ້າຍປີ 2017-2019 ໄດ້ປ່ຽນອອກຫວຍ 1 ຄັ້ງຕໍ່ສັປດາ ຄືວັນພຸດ ຈົນມາເຖິງເດືອນກຸມພາ 2020 ກັບມາເປັນ 2 ຄັ້ງຕໍ່ສັປດາ ຄືວັນຈັນ ແລະວັນພະຫັດ ແຕ່ວ່າວັນທີ 18 ຕຸລາ 2021 ນີ້ກໍໄດ້ປະກາດອອກ 3 ຄັ້ງຕໍ່ສັປດາ.