ສະໜາມໄຊເລີ້ມກໍ່ສ້າງ ເສັ້ນທາງ

0:00 / 0:00

ປັດຈຸບັນທາງການ ແຂວງອັດຕະປື ໄດ້ສຳເຣັດການປະມູນ ຊອກຫາ ບໍຣິສັດ ເອກກະຊົນ ເຂົ້າມາເຮັດໂຄງການກໍ່ສ້າງ ເສັ້ນທາງຫຼວງ ແລະ ເສັ້ນທາງທ້ອງຖິ່ນ ທັງໝົດ 17 ໂຄງການ ຢູ່ເມືອງສະໜາມໄຊ ເຊິ່ງຈະແຈ້ງຜົລປະມູນ ຢ່າງເປັນທາງການ ໃນໄວໆ ນີ້. ນອກຈາກນີ້ຍັງ ຈະໃຫ້ແຕ່ລະບໍຣິສັດ ທີ່ໄດ້ຊນະການປະມູນ ເຣີ້ມລົງທຶນສ້າງ ແຕ່ລະໂຄງການ. ອີງຕາມຄຳເວົ້າຂອງຜແນກໂຍທາທິການ ແລະຂົນສົ່ງ ແຂວງອັດຕະປື ເມື່ອວັນທີ 29 ມີນາ ຜ່ານມາວ່າ:

"ເປີດຊອງປະມູນແລ້ວເດ້ ມີແຜນວ່າສິປະກາດການປະມູນ ເຮົາຍັງບໍ່ໄດ້ຣາຍລະອຽດ ທ່ານຮອງປະທານປະມູນເພິ່ນເວົ້າ."

ທ່ານກ່າວຕື່ມວ່າສຳລັບບໍຣິສັດ ທີ່ເຂົ້າຮ່ວມການປະມູນ ທີ່ຜ່ານມາມີທັງໝົດ 110 ບໍຣິສັດ ເຊິ່ງແມ່ນຂອງຄົນລາວທັງໝົດ ແຕ່ຍັງບໍ່ສາມາດ ເປີດເຜີຍໄດ້ວ່າບໍຣິສັດ ທີ່ຊນະການປະມູນ ມີຈັກບໍຣິສັດ ແລະ ຊື່ບໍຣິສັດໃດແດ່.

ທ່ານຊີ້ແຈງວ່າໂຄງການສ້າງເສັ້ນທາງ ທັງ 17 ໂຄງການເດັ່ນທີ່ສຸດ ຢູ່ເມືອງສະໜາມໄຊ ກໍ່ແມ່ນໂຄງການສ້າງເສັ້ນທາງຫລວງ ແຫ່ງຊາດ ເລກທີ 18A ທັງໝົດ 5 ຕອນ ຄວາມຍາວ 47 ກິໂລແມັດ, ໂຄງການເສັ້ນທາງຫລວງທ້ອງຖິ່ນ ເລກທີ 9004 ທັງໝົດ 4 ຕອນ ຄວາມ ຍາວ 48,8 ກິໂລແມັດ.

ສ່ວນໂຄງການທີ່ເຫຼືອແມ່ນ ໂຄງການເສັ້ນທາງທ້ອງຖິ່ນ ໂຄງການສ້າງທາງດິນແດງ ແລະ ກໍ່ສ້າງຄອງຣະບາຍນໍ້າ. ສາເຫດທີ່ທາງການ ແຂວງອັດຕະປື ຕ້ອງສ້າງໂຄງການ ເສັ້ນທາງຂື້ນໃໝ່ ຢູ່ເມືອງສະໜາມໄຊ ຍ້ອນປີ 2018 ເສັ້ນທາງຫລາຍສາຍ ທັງເສັ້ນຫລວງ ເລກທີ 18A ແລະ ເສັ້ນທາງທ້ອງຖິ່ນ ໄດ້ຮັບຄວາມເສັຽຫາຍ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ເຮັດໃຫ້ບາງເສັ້ນທາງຖືກຕັດຂາດ ເຮັດໃຫ້ການເດີນທາງ ຂອງປະຊາຊົນ ພົບຄວາມລຳບາກ.