ຊາວບ້ານ ທີ່ເມືອງສະໜາມໄຊ ຖືກສັ່ງໃຫ້ຍ້າຍ ອອກຈາກເຂດ ຈີນສໍາປະທານ

ຈຳປາທອງ
2024.12.11
ຊາວບ້ານ ທີ່ເມືອງສະໜາມໄຊ ຖືກສັ່ງໃຫ້ຍ້າຍ ອອກຈາກເຂດ ຈີນສໍາປະທານ ໂຕຢ່າງ: ຊາວສວນມັນຕົ້ນ ພວມຕາກມັນຕົ້ນ ໃນແຂວງວຽງຈັນ. ເດືອນທັນວາ 2024
Credit photos: ຮູບພາບຈາກພົນລະເມືອງ

ທາງການແຂວງອັດຕະປື ສັ່ງໃຫ້ປະຊາຊົນ ບ້ານໜອງມ່ວງ, ເມືອງສະໜາມໄຊ  ເກັບກູ້ມັນຕົ້ນ, ຍົກຍ້າຍສິ່ງປຸກສ້າງ ແລະ ອອກຈາກເຂດພັດທະນາ ຂອງໂຄງການ ປູກໄມ້ອຸດສາຫະກໍາ ແລະ ໄມ້ໃຫ້ໝາກ ຂອງກຸ່ມບໍລິສັດ Hongkong Tianchi ຂອງຈີນ ໃນເນື້ອທີ່ 1,530 ເຮັກຕາ ກ່ອນວັນທີ 30 ມັງກອນ 2025, ຫາກບໍ່ປະຕິບັດຕາມ ທາງພາກລັດ ແລະ ບໍລິສັດ ຈະບໍ່ຮັບ ຜິດຊອບ ຄວາມເສຍຫາຍຕ່າງໆ ທີ່ເກີດຂຶ້ນ.

ປະຊາຊົນ ບ້ານໜອງມ່ວງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ທັນວາ ນີ້ວ່າ ໃນເຂດດັ່ງກ່າວ ປະຊາຊົນ ປູກມັນຕົ້ນ ແລະ ກາເຟ ເປັນຫຼັກ, ປະຈຸບັນ ຍັງບໍ່ທັນສາມາດ ເກັບກ່ຽວໄດ້ ເພາະມັນຍັງບໍ່ທັນໃຫຍ່. ເຖິງຈະເກັບໄດ້, ແຕ່ກໍຂາຍບໍ່ໄດ້ ເພາະບໍ່ມີໂຮງງານໃດຮັບຊື້ ແລະ ຄ່າຊົດເຊີຍ ກໍບໍ່ໄດ້ຢ່າງເໝາະສົມ. ແລະວ່າ  ປັດຈຸບັນ ກໍມີແຕ່ກະກຽມ ທີ່ຈະຫຼົກມັນຕົ້ນອອກ, ປະຕິບັດຕາມຄໍາສັ່ງ ເພິ່ນເທົ່ານັ້ນ.

“ເຮົາກະມີແຕ່ກະກຽມ ຊິຫຼົກມັນອອກ ທໍ່ນັ້ນແຫຼະ ເພາະຕາມຄໍາສັ່ງ ເພິ່ນກະເດັດຂາດ. ຖ້າຜູ້ໃດຂັດຂືນ ຕາມຄໍາສັ່ງ ເພິ່ນກະຊິປະຕິບັດ ຕາມລະບຽບກົດໝາຍຫັ້ນແລ້ວ, ເພິ່ນວ່າ. ຮອດຍາມພັດທະນາແລ້ວ ເຂົາກະບໍ່ຂັດດອກ, ໂຕນັ້ນນ່າ. ຂໍແຕ່ໃຫ້ປະຊາຊົນ ມີບ່ອນເຮັດບ່ອນສ້າງ ຫາບ່ອນອື່ນກະໄດ້ ຈັດບ່ອນໃດກະໄດ້.”

ທ່ານກ່າວຕື່ມວ່າ ບ້ານໜອງມ່ວງ ມີປະຊາຊົນ ອາໄສຢູ່ທັງໝົດ ປະມານ 200 ຄອບຄົວ, ແຕ່ມີປະມານ 50 ປາຍຄອບຄົວ ທີ່ເສຍດິນ ທໍາການຜະລິດ ໃຫ້ທາງໂຄງການດັ່ງກ່າວ ແລະ ທາງໂຄງການ ໄດ້ໃຫ້ຄ່າຊົດເຊີຍ 8,500,000 ກີບ ຕໍ່ເຮັກຕາ, ຊຶ່ງເປັນລາຄາ ທີ່ຕໍ່າຫຼາຍ, ບໍ່ສາມາດ ເອົາໄປຊື້ດິນ ບ່ອນໃໝ່ໄດ້. ປະຊາຊົນ ພາກັນອຸກອັ່ງໃຈ ເພາະໝົດທາງ ທໍາມາຫາກິນ.

ແລະ ປະຊາຊົນ ຢູ່ເມືອງສະໜາມໄຊ ອີກຜູ້ໜຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ການກະທໍາ ຂອງພາກລັດລາວ ນີ້ ຫຼົ້ມແຫຼວທັງໝົດ, ອັນຕະລາຍທີ່ສຸດ, ໄປຍຶດເອົາດິນ ນໍາປະຊາຊົນ ຂາຍໃຫ້ຈີນ.

“ອັນຕະລາຍທີ່ສຸດ, ອົງການຈັດຕັ້ງ ພາກລັດເຮົານີ້ ຫຼົ້ແຫຼວທັງໝົດ ພາກລັດ ກະໄປຍຶດນໍາປະຊາຊົນ, ຫັ້ນນ່າ. ຍຶດຂາຍໃຫ້ຈີນ ມັນບໍ່ມີບ່ອນເພິ່ງອາໄສແລ້ວເດ.”

ໃນຂະນະດຽວກັນ, ປະຊາຊົນ ຢູ່ເມືອງດຽວກັນນີ້ ກໍເວົ້າວ່າ ເພິ່ນຍຶດເອົາດິນໄປແລ້ວ ກໍໝົດຫົນທາງ ທໍາມາຫາກິນ, ໝົດແລ້ວ ອະນາຄົດ ຄົນລາວ. ເພິ່ນຢາກໄດ້ດິນບ່ອນໃດ ເພິ່ນກະເອົາ, ບໍ່ໃຫ້ ເພິ່ນກໍຈັບ, ດິນມູນ ກໍບໍ່ເວັ້ນ.

“ໝົດແລ້ວ ອະນາຄົດ ຄົນລາວນີ້ ມັນບໍ່ມີແລ້ວ, ບໍ່ມີຄໍາວ່າມູນ. ເພິ່ນຢາກໄດ້ບ່ອນໃດ ເພິ່ນກະຊື້ເອົາ, ບໍ່ໃຫ້ ເພິ່ນກໍຈັບ. ລັດກະບໍ່ເຮັດຫຍັງໃຫ້, ບໍ່ເຄີຍ ບໍ່ຫຍັງໃຫ້ຈີນ ມັນເປັນຜູ້ຄຸ້ມຄອງຢູ່.”

ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງອັດຕະປື ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ທັນວາ ນີ້ວ່າ ປະຊາຊົນ ໃນບ້ານດັ່ງກ່າວ ສ່ວນຫຼາຍ ບໍ່ເຫັນດີ ນໍາໂຄງການ ປູກໄມ້ອຸດສາຫະກໍາ ແລະ ໄມ້ໃຫ້ໝາກ ຂອງບໍລິສັດຈີນ ທີ່ວ່ານັ້ນ ເຖິງໃຫ້ຄ່າຊົດເຊີຍ ກໍໃຫ້ໜ້ອຍດຽວ. ປະຊາຊົນຄັດຄ້ານ  ຈໍານວນໜຶ່ງ ບໍ່ຍອມຍ້າຍອອກ ຈົນທາງການແຂວງ ມີຄໍາສັ່ງອອກມາ ໃຫ້ປະຕິບັດ ເດັດຂາດຄືແນວນັ້ນ.

“ປະຊາຊົນ ເຂົ້າໄປເຮັດ ກ່ອນໜ້າເອກກະສານອອກ, ຕ້ອງໄດ້ເສຍຄ່າຊົດເຊີຍ ໃຫ້ເຂົາ. ຈໍານວນໜຶ່ງ ເຂົາກະບໍ່ອອກ ບໍ່ມີເນື້ອທີ່ການຜະລິດ ຄືເຮົາເຫັນໃນເຟສ ເຂົາລົງຫັ້ນແລ້ວ.”

ຄໍາສັ່ງ ຂອງທາງການ ແຂວງອັດຕະປື ວັນທີ 25 ພະຈິກ 2024 ລະບຸວ່າ ໃຫ້ປະຊາຊົນ ທີ່ປູກມັນຕົ້ນ ໃນເຂດພັດທະນາໂຄງການ ເນື້ອທີ່ 1,530 ເຮັກຕາ ຢູ່ບ້ານໜອງມ່ວງ ເມືອງສະໜາມໄຊ ທີ່ມາຈາກຕ່າງແຂວງ ແລະ ພາຍໃນແຂວງ ຮີບຮ້ອນເກັບກູ້ຜົນຜະລິດ (ມັນຕົ້ນ) ແລະ ຍົກຍ້າຍສິ່ງປຸກສ້າງ, ວັດຖຸອຸປະກອນຕ່າງໆ ຂອງຕົນ ອອກຈາກເຂດ ທີ່ພາກລັດ ກໍານົດ ກ່ອນວັນທີ 30 ມັງກອນ 2025, ໂດຍບໍ່ໄດ້ຮັບ ເງິນນະໂຍບາຍ ແລະ ຄ່າຊົດເຊີຍ ແຕ່ຢ່າງໃດ. ກໍລະນີຄອບຄົວ ຫຼືບຸກຄົນໃດ ປະຕິບັດບໍ່ໄດ້ຕາມນັ້ນ ແມ່ນສະລະສິດ, ຊຶ່ງພາກລັດ ແລະ ບໍລິສັດ ຈະບໍ່ຮັບຜິດຊອບ ຕໍ່ຜົນເສຍຫາຍຕ່າງໆ ທີ່ເກີດຂຶ້ນ.

ສໍາລັບຄອບຄົວ ຫຼືບຸກຄົນ ທີ່ໄດ້ຮັບນະໂຍບາຍ ຫຼືເງິນຄ່າຊົດເຊີຍ ຄ່າດິນ 8,500,000 ກີບ ຕໍ່ເຮັກຕາແລ້ວ, ແຕ່ທາງບໍລິສັດ ຍັງບໍ່ທັນໄດ້ບຸກເບີກນັ້ນ, ຕ້ອງການໄປເກັບກູ້ມັນຕົ້ນ ໃນເນື້ອທີ່ຂອງຕົນ, ແຕ່ກ່ອນຈະໄປເກັບກູ້ ຕ້ອງໄດ້ເອົາເງິນນະໂຍບາຍ ທີ່ຕົນໄດ້ຮັບ ແລະ ບົດບັນທຶກຮັບເງິນ ມາຄືນໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງກ່ອນ.

ໂຄງການດັ່ງກ່າວ ແມ່ນຂອງກຸ່ມບໍລິສັດ Hongkong Tianchi ຈາກປະເທດຈີນ ເປັນເຈົ້າຂອງ, ໄດ້ມີບົດບັນທຶກຄວາມເຂົ້າໃຈ ກັບລັດຖະບານລາວ ໃນມື້ວັນທີ 27 ກໍລະກົດ 2022 ເພື່ອປູກໄມ້ອຸດສາຫະກໍາ  ແລະ ໄມ້ໃຫ້ໝາກ ເປັນຕົ້ນ ໝາກຖົ່ວລຽນ, ກ້ວຍ, ສົ້ມໂອ, ໝາກມີ້, ຕາມແຜນ ແມ່ນຈະກວມເອົາເນື້ອທີ່ທັງໝົດ 5,100 ເຮັກຕາ, ມູນຄ່າການລົງທຶນ 50 ລ້ານໂດລາສະຫະລັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.