ເຈົ້າໜ້າທີ່ພາສີ ລວຍ ຜິດປົກກະຕິ: ປະຊາຊົນ

ໄຊຍາ
2019.05.06
ການເກັບຣາຍຮັບ ຈາກພາສີອາກອນ ໃຫ້ໄດ້ຕາມເປົ້າໝາຍ ຂອງຣັຖບານລາວ ໄດ້ວາງອອກນັ້ນ ຫຼາຍໆແຂວງ ເວົ້າວ່າມີບັນຫາ
RFA

ຊາວລາວທ່ານນຶ່ງ ເວົ້າວ່າ ປັດຈຸບັນ ຍັງເຫັນເຈົ້າໜ້າທີ່ ພາສີ ປະຈຳດ່ານສາກົລ ໃນລາວ ລໍ້າລວຍ ຜິດປົກກະຕິ ເປັນຕົ້ນເຮັດວຽກ ບໍ່ດົນ ກໍມີຣົດຫຼາຍຄັນ, ມີເຮືອນຫຼັງໃຫຍ່ ຍ້ອນພວກເຂົາເຈົ້າ ມີເງິນນອກ ທີ່ໄດ້ມາຈາກ ການຮັບສິນບົນ ຈາກປະຊາຊົນ ເຊີ່ງເປັນສ່ວນນຶ່ງ ຂອງການສໍ້ຣາດບັງຫຼວງ ທີ່ແກ້ໄຂໄດ້ຍາກ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 6 ພຶສພາ ວ່າ :

“ລວຍແທ້ລວຍວ່າແຫຼະ ພວກຢູ່ດ່ານ ພວກພາສີນີ້ນະ ເງິນນອກຫັ້ນແຫຼະ ຜູ້ໃດກາເວົ້າຢູ່ ຢູ່ດ່ານນີ່ລວຍແຫຼະ ແນວນັ້ນແນວນີ້.”

ທ່ານເວົ້າຕື່ມວ່າ ຜ່ານມາ ເຄີຍເຫັນຣັຖບານ ອອກຄຳສັ່ງຕ່າງໆ ກ່ຽວກັບການຕ້ານ ການສໍ້ຣາດບັງຫຼວງ ແຕ່ຍັງບໍ່ສາມາດແກ້ໄຂ ຕາມດ່ານ ສາກົລໄດ້ເທື່ອ ອັນເປັນສາເຫດນຶ່ງ ທີ່ເຮັດໃຫ້ຣັຖບານ ບໍ່ສາມາດ ເກັບງົປມານ ໄດ້ຕາມເປົ້າໝາຍ.

ຕໍ່ບັນຫານີ້ ເຈົ້າໜ້າທີ່ປະຈຳດ່່ານສາກົລແຫ່ງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ປັດຈຸບັນ ທາງສູນກາງ ຍັງບໍ່ໄດ້ສົ່ງໜັງສື ກ່ຽວກັບຄຳສັ່ງ ກວດກາດັ່ງກ່າວ ມາໃຫ້ດ່ານສາກົລເທື່ອແຕ່ເຊື່ອວ່າໃນໄວໆນີ້.

“ໂຕນີ້ເພິ່ນຍັງບໍ່ແຈ້ງມາເທື່ອເດ້ລະ ປົກກະຕິຜ່ານມາ ສ່ວນຫຼາຍມັນກາກວດ ຕາມຂແນງການຊື່ືືໆດອກ ມັນສິບໍ່ໄດ້ເວົ້າກວດລວມເນາະ ບາງເທື່ອ ກະອາຈເປັນວຽກ ຕມ ບາງເທື່ອອາຈເປັນ ວຽກພາສີດ່ານ ມັນຈະຫຼາຍຂແນງການ.”

ໃນກອງປະຊຸມຂອງຣັຖບານ ປະຈຳເດືອນເມສາ ທີ່ຜ່ານມາ ຣັຖບານປະກາດວ່າ ກຽມແກ້ໄຂບັນຫາຮົ່ວໄຫຼ ແລະ ການສວຍໂອກາດ ຂອງພະນັກງານ ຢູ່ດ່ານສາກົລຕ່າງໆ ໃນທົ່ວປະເທດ ເຊິ່ງຜ່ານການເກັບຣາຍຮັບຢູ່ຫຼາຍແຫ່ງ ຍັງມີຄວາມສັບສົນ ແລະ ບໍ່ເປັນຣະບຽບ ເຮັດໃຫ້ເກີດບັນຫາ ຣາຍຮັບຮົ່ວໄຫຼ ໂດຍຈະແຕ່ງຕັ້ງຄນະສະເພາະກິຈລົງພື້ນທີ່ຕິດຕາມກວດກາ ຕາມດ່ານສາກົລຢ່າງເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.