ປັດຈຸບັນ ບໍຣິສັດຣົດເມໂດຍສານ ເອກກະຊົນ ຢູ່ນະຄອນຫລວງວຽງຈັນ ທີ່ໃຫ້ ບໍຣິການ ຄົນໂດຍສານ ຈາກ ນະຄອນຫລວງ ວຽງຈັນ ໄປຕ່າງແຂວງ ບາງ ບໍຣິສັດ ຍັງບໍ່ຍອມ ລົດຄ່າ ໂດຍສານລົງ ເຖິງແມ່ນວ່າ ທາງການ ໄດ້ອອກແຈ້ງການ ໃຫ້ທຸກ ບໍຣິສັດ ປັບຣາຄາລົງ ຕັ້ງແຕ່ ທ້າຍປີ 2016 ແລ້ວກໍຕາມ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ນະຄອນຫລວງ ວຽງຈັນ ຜູ້ບໍ່ປະສົງ ອອກຊື່ ຕໍ່ RFA ໃນວັນທີ 20 ມິນາ ນີ້:
"ຣົດໂດຍສານ ຂອງເອກກະຊົນ ເປັນບໍຣິສັດຣົດເມ ມັນຕ້ອງໄດ້ປະຕິບັດ ເພາະວ່ານີ້ເປັນກົດຣະບຽບ ຂອງ ພາກຣັຖບານ ເພິ່ນອອກມາ ກໍານົດບັງຄັບ ໃຫ້ອັນຜູ້ປະກອບການ ຕ້ອງປະຕິບັດຕາມ ຂໍ້ຕົກລົງຕົວນັ້ນ ແຕ່ວ່າຫລາຍໆຄົນ ທີ່ບໍ່ໄດ້ຢູ່ໃນເມືອງ ແລ້ວຢູ່ເຂດນອກ ກໍ ບາງເທື່ອ ກໍຖືກເອົາປຽບ ເຣື່ອງຣາຄາ ໃນເວລາທີ່ ຂະເຈົ້າຂຶ້ນ ຢູ່ແຄມທາງ".
ທ່ານເວົ້າວ່າ ການປັບລົດຄ່າ ຣົດເມໂດຍສານ ລົງນີ້ ແມ່ນຈະລົດ ຈາກຣາຄາເກົ່າ 10 ຫາ 30 ເປີເຊັນ. ຕົວຢ່າງຈາກ ນະຄອນຫຼວງ ວຽງຈັນ ໄປຜົ້ງສາລີ ຣາຄາເດີມຢູ່ທີ່ 210 ພັນ ກີບ ລົງມາເປັນ 151 ພັນກີບ ຫລື ຈາກ ນະຄອນຫລວງວຽງຈັນ ໄປ ແຂວງສາລະວັນ ຈາກ 130 ພັນກີບ ມາເປັນ 115 ພັນກີບ. ແຕ່ພາຍຫລັງ ອອກແຈ້ງການ ໄປແລ້ວ ກໍຍັງພົບວ່າ ບາງບໍຣິສັດ ຍັງຄິດຣາຄາ ເກົ່າຢູ່.
ທ່ານບອກວ່າ ການຄິດຣາຄາເກົ່ານັ້ນ ແມ່ນແຕ່ສະເພາະ ກັບປະຊາຊົນ ທີ່ໂບກຣົດ ຢູ່ແຄມທາງ ຫລືຜູ້ທີ່ຢູ່ຕາມແຂວງ ມາຫາ ນະຄອນ ຫລວງວຽງຈັນ ຍ້ອນວ່າ ປະຊາຊົນ ກຸ່ມນີ້ ບໍ່ຄ່ອຍມີ ຄວາມຮູ້ ແລະ ບໍ່ໄດ້ຕິດຕາມ ຂ່າວສານ ຈຶ່ງຕົກເປັນເຫຍື່ອ ໃຫ້ຜູ້ສວຍໂອກາດ ໂດຍງ່າຍ.
ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ທ່ານນີ້ ບອກອີກວ່າ ຫາກ ປະຊາຊົນ ຜູ້ໃດຖືກເອົາປຽບ ເຣື່ອງຄ່າໂດຍສານ ໃຫ້ແຈ້ງໄປຍັງ ຜແນກ ໂຍທາທິການ ແລະຂົນສົ່ງ:
"ປະຊາຊົນເນາະ ການເດີນທາງ ຖ້າຂະເຈົ້າເຫັນຣະບຽບ ຕົວນີ້ອອກມາແລ້ວ ຄັນວ່າບໍ່ມີ ການປັບປ່ຽນ ກໍອາດຈະໄດ້ ໂທໃຫ້ຂະເຈົ້າ ໄກ້ເກັ່ຽ ເຣື່ອງຣາຄາ ຖ້າວ່າຜູ້ປະກອບການ ບາງຄົນ ຍັງບໍ່ເຫັນໃບ ແຈ້ງການ ບໍ່ທັນໄດ້ ປັບປ່ຽນເທື່ອ ເຮົາຈຶ່ງສາມາດ ໂທມາສອບກັບ ພາກສ່ວນ ກ່ຽວຂ້ອງ ໂຍທາ".
ກ່ຽວກັບບັນຫາດັ່ງກ່າວ ຜ່ານມາ ທາງການຈະລົງໄປ ຕັກເຕືອນ ບໍຣິສັດ ທີ່ເຮັດຜິດຣະບຽບທຸກໆຄັ້ງ ຫາກວ່າມີ ປະຊາຊົນ ຮ້ອງຮຽນມາ. ດັ່ງນັ້ນທ່ານຈຶ່ງ ຢາກໃຫ້ ປະຊາຊົນ ຊ່ວຍເປັນຫູ ເປັນຕາ ໃຫ້ເຈົ້າໜ້າທີ່ ນໍາດ້ວຍ.