ຊາວສວນມັນຕົ້ນ ຮຽນຮ້ອງພາກຣັຖ ແກ້ໄຂບັນຫາ ຂາຍມັນຕົ້ນ

0:00 / 0:00

ຊາວ​ສວນ​ມັນ​ຕົ້ນ ຮຽກ​ຮ້ອງ​ໃຫ້​ທາງ​ການ​ລາວ ອຳ​ນວຍ​ຄວາມ​ສດວກ ໃນ​ການ​ຂາຍ​ມັນ​ຕົ້ນ ເພື່ອ​ແກ້​ໄຂບັນ​ຫາ ພໍ່​ຄ້າ​ຄົນ​ກາງ​ກົດ​ລາ​ຄາ. ລາ​ຄາ​ມັນ​ຕົ້ນ ​ໃນ​ແຕ່​ລະ​ແຂວງ ມີ​ຄວາມ​ແຕກ​ຕ່າງ​ກັນ, ບ​າງ​ແຂວງ ກໍ​ລາ​ຄາ​ສູງ ແຕ່ ບາງ​ແຂວງ ກໍ​ລາ​ຄາ​ຕ່ຳ.

ໃນ​ວັນ​ທີ 16 ມົກ​ກະ​ຣາ ທີ່​ຜ່ານ​ມາ ມີ​ຊາວ​ສວນ​ມັນ​ຕົ້ນ ຢູ່​ເມືອງ​ສ​ນາມ​ໄຊ ແຂວງ​ອັດ​ຕະ​ປື ໂພ​ສວີ​ດີ​ໂອລົງ​ທາງ​ສື່​ສັງ​ຄົມ ​ອອນ​ລາຍນ໌ ໂດຍລາວ​ອະ​ທິ​ບາຍ​ວ່າ ໄດ້​ຮັບ​ຊື້ມັນ​ຕົ້ນນ້ຳ​ໜັກ 3 ຕັນ ຈາກ ອ້າຍ, ​ເອື້ອຍ, ນ້ອງ, ພໍ່​, ແມ່ ​ຢູ່​ໃນ​ຄອບ​ຄົວ​ດຽວ​ກັນ ໄປ​ຂາຍ​ຢູ່​ຕ່າງ​ແຂວງ ແຕ່ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ບໍ່​ອະ​ຍຸ​ຍາດ​ໃຫ້ຂາຍ.

ຊາວ​ສວນ​ມັນ​ຕົ້ນ ​ຄົນ​ດັ່ງ​ກ່າວ ຍັງ​ອະ​ທິ​ບາຍ​ຕື່ມ​ວ່າ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ຖາມ​ຫາ​ໃບ​ອະ​ນຸ​ຍາດ ​ໃນ​ການ​ຊື້​-ຂາຍ​ມັນ​ຕົ້ນ ແຕ່ ລາວ​ກໍ​ບໍ່​ມີໃບ​ອະ​ນຸ​ຍາດ ​ດັ່ງ​ກ່າວ ຍ້ອນ​ວ່າ ເປັນ​ພຽງ​ຊາວ​ສວນ ​ປູກ​ມັນ​ຕົ້ນ​ເທົ່າ​ນັ້ນ ບໍ່​ໄດ້​ປັນ​ພໍ່​ຄ້າ​ຄົນ​ກາງ ທີີ່​ຮັບ​ຊື້​ຂາຍ​ມັນ​ຕົ້ນໂດຍ​ຕຣົງ.

ສາ​ເຫດ​ທີ່​ຊາ​ວ​ສວນ ​ຄົນ​ດັ່​ງ​ກ່າວ ເອົາ​ມັນ​ຕົ້ນ​ໄປ​ຂາຍ​ຢູ່​ຕ່າງ​ແຂວງ ຍ້ອນ​ວ່າ ລາ​ຄາ​ຮັບ​ຊື້​ຢູ່​ພາຍ​ໃນ​ເມືອງ​ຂອງ​ຕົນ ລາຄາຢູ່ທີ່ 2,800 ກີບ ຕໍ່​ກິ​ໂລກຣາມ ສ່ວນ​ວ່າ ຢູ່​ແຂວງ​ອື່ນ ລາ​ຄາບໍ່​ຕ່ຳ​ກວ່າ 3,000 ກີບ ຕໍ່​ກິ​ໂລກຣາມ.

ຕໍ່​ບັນ​ຫາ​ດັ່ງ​ກ່າວ ຊາວ​ສວນ​ມັນ​ຕົ້ນ ​ກໍ​ເຫັນ​ວ່າ ເປັນ​ເຣື່ອງບໍ່​ຍຸ​ຕິ​ທັມ ສະ​ນັ້ນ ເຂົາ​ເຈົ້າ​ຈຶ່ງ​ຢາກ​ໃຫ້​ ທາງ​ການ​ເຂົ້າ​ມາ​ແກ້​ໄຂ ​ເຣື່ອງ​ລາ​ຄາ​ໃຫ້​ເໝາະ​ສົມ ແທນ​ທີ່​ຈະ​ຖືກ​ພໍ່​ຄາ​ຄົນ​ກາງ​ກົດ​ລາ​ຄາ.

ຊາວ​ສວນ​ມັນ​ຕົ້ນ ຢູ່​ແຂວງ​ອັດ​ຕະ​ປື ໄດ້​ກ່າວ​ໃນັວນ​ທີ 19 ມົກ​ກະ​ຣາ ວ່າ:

" ສວນ ກໍ ສວນ ຂອງ ເຮົານີ້ ແຫຼະ ກໍ ຂອງ ອ້າຍ ເອື້ອຍ ຈິງໆ ນີ້ ແຫຼະ ລູກ ພໍ່ ແມ່ ດຽວ ກັນ ນີ້ ແຫຼະ ເຂົາ ເຈົ້າ ບໍ່ ມີ ຣົ ຖລາ . ມັນ , ມັນ ກໍ ໄກ ແດ່ ຢູ່ ເທ ບານ ເມືອງນີ້ ມັນ ກໍ ລາ ຄາ ຖືກ ແດ່ຫັ້ນ ນ່າ ຂ້ອຍ ກໍ ເລີຍ ວ່າ ເອົາ ມັນ ໄປ ແກ່ ຂາຍ ຢູ່ ຊ່ອງ ເມັກ - ວັງ ເຕົ່າ ຫັ້ນ . ເຈົ້າ ໜ້າ ທີ່ ກວດ ເບິ່ງວ່າ ເຈົ້າ ແກ່ ໄປ ເຈົ້າ ມີ ເອກ ສານ ຄົບ ຖ້ວນ ແລ້ວ ບໍ ຂ້ອຍ ວ່າ ຂ້ອຍ ບໍ່ ມີ ຂ້ອຍ ບໍ່ ໄດ້ ເກັບ ຊື້ ມັນ ຕົ້ນ ທົ່ວ ໄປ ບໍ່ ໄດ້ ເປັນ ພໍ່ ຄ້າ ມັນ ."

ຫຼັງ​ຈາກ​ທີ່ທ່ານ ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ ລົງ​ໄປ​ແລ້ວ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ ກໍ​ໄດ້​ລົງ​ມາ​ກວດ​ສອບ ແລະ ຕັ້ງລາ​ຄາ​ກາງ ​ໃຫ້​ຊາວ​ກະ​ສິ​ກອນ ທີ່​ຂາຍ​ໃນ​ພື້ນ​ທີ່ ໃນ​​ລາ​ຄາບໍ່​ຕ່ຳ​ກວ່າ 3,000 ກີບ ຕໍ່​ກິ​ໂລກຣາມ. ຊາວ​ສວນ​ມັນ​ຕົ້ນ​ຄົນ​ດຽວ​ກັນ​ນີ້ ກ່າວ​ຕື່ມ​ວ່າ:

" ກ່ອນ ຂ້ອຍ ຈະ ລົງ ລິບ ໄປ ຫັ້ນ ກໍໂລ ນຶ່ງ ລະ 2,800 ກີບ ມະ 10 ກວ່າ ລ້ານ 20 ກວ່າ ລ້ານ ແມ່ນ ລາ ຄາ ດຽວ ກັນ ໝົດ ບາດນີ້ ຜູ້ ໃຫຍ່ເພິ່ນ ກໍ ຮັບ ຮູ້ ແດ່ ທາງ ເຈົ້າ ໜ້າ ທີ່ ເພິ່ນ ກໍ ລົງ ກວດ ສອບ ເຂົາ ກໍ ພັດ ຂຶ້ນ ລາ ຄາ 3,000 ກີບ ແລ້ວນີ້ ນ່າ ເພາະ ເຮົາ ຊື້ ກໍ ໃນ ລາ ຄາ ເບື້ອງ ຕົ້ນ ເອກ ພາບ ກັນ ວ່າ ຊື້ 3,000 ໝົດ ເດ້ ."

ສ່ວນ​ວ່າ ຊາວ​ສວນ​ມັນ​ຕົ້ນ ຢູ່​ແຂວງ​ສວັນ​ນະ​ເຂດ ​ຕ້ອງຍອມ​ຂາຍ​ໃຫ້​ແກ່​ພໍ່​ຄ້າ​ຄົນ​ກາງ ແລະ ເຂົາ​ເຈົ້າ​ບໍ່​ສາ​ມາດ​​ໄປ​ຂາຍ​ຢູ່​ແຂວງ​ອື່ນ​ໄດ້ ເຊິ່ງ​ລາ​ຄາ​ມັນ​ຕົ້ນ ຢູ່​ທີ່ 3,000 – 3,200 ກີບ ຕໍ່​ກິ​ໂລກຣາມ.

ຊາວ​ສວນ​ມັນ​ຕົ້ນ ທ່ານ ນຶ່ງ ຢູ່​ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

" ມັນ ດິບ . ມັນ ແຫ້ງນີ້ ກໍ 3,000 – 3,200 ກີບ ຂຶ້ນ ໜ້ອຍ ດຽວ ສ່ວນ ໃຫຍ່ ມັນ ກະ ໄປ ໄກ ຄັນ ໄປ ຂາຍ ຢູ່ ໂຕ ເຂດ ໃນ ເມືອງ ນຶ່ງ ມາບໍ່ ມີ ຣົ , ສອງ ມາ ມັນ ກໍ ໄປ ນຳ ທາງ ມັນ ກໍ ມີ ການກວດ ຂັນ ຫັ້ນ ແລ້ວ ມັນ ຕ້ອງ ມີ ເອກ ສານ ຊື້ - ຂາຍ ມັນ ຕົ້ນຈັ່ງ ໄປ ໄດ້ ຕາມ ລະ ບຽບ ເພິ່ນ ຫັ້ນ ແຫຼະ ການ ປັບ ໃໝ ."

ລາ​ຄາ​ມັນ​ຕົ້ນ ຢູ່​ແຂວງ​ສວັນ​ນະ​ເຂດ ຢູ່​ທີ່ 3,650 ກີບ ຕໍ່​ກິ​ໂລກຣາມ ສຳ​ລັບ​ມັນ​ຕົ້ນ​ທີ່​ຄຸນ​ນະ​ພ​າບ​ດີ ແຕ່ ຖ້າມັນ​ຕົ້ນ​ທີ່​ຄຸນ​ນະ​ພາ ​ບໍ່​ດີ​ປານ​ໃດ ກໍ​ລ​າ​ຄາ​ຢູ່​ທີ່ 3,000 ກີບ ຕໍ່​ກິ​ໂລກຼາມ. ຜູ້​ຮັບ​ຊື້​-ຂາຍ​ມັນ​ຕົ້ນ ທ່ານ ນຶ່ງ ຢູ່​ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

" ເຮົາ ກໍ ຮັບ ຊື້ ໃນ ລາ ຄາ ຕອນນີ້ ຫັ້ນ ຄັນ ໂຕ ແຫ້ງ ເນາະ ມັນ ກໍ 3,650 ມັນ ກໍ ແລ້ວ ແຕ່ ແລ້ວ ແຕ່ ລະ ລານ ເຈົ້າ ໜ້າ ທີ່ ເພິ່ນ ກໍ ກຳ ນົດ ຕ້ອງ ໄດ້ ເຮັດ ເກ ສານ ຂໍ ອະ ນຸ ຍາດ ຈາກ ເມືອງ ຈາກ ແຂວງເນາະ ມັນ ຕ້ອງ ໄດ້ ເສັຽ ພັນ ທະ ອາ ກອນໃຫ້ ຣັ ເດ້ ."

ການ​ຊື້-ຂາຍ​ມັນ​ຕົ້ນ ຢູ່​ຕ່າງ​ແຂວງ ຕ້ອງ​ມີ​ໃບ​ອະ​ນຸ​ຍາດ ຖືກ​ຕ້ອງ​ຕາມ​ທາງ​ການ​ກຳ​ນົດ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ແຂວງ​ຈຳ​ປາ​ສັກ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ເກັບ ຊື້ ບ່ອນ ອື່ນ ມັນ ຕ້ອງ ມີ ເຮົາ ເກັບ ຊື້ ຢູ່ ໃສ ມັນ ຕ້ອງ ມີ ໃບ ອະ ນຸ ຍາດ ຄັນ ວ່າ ເຮົາ ບໍ່ ມີ ໃບ ອະ ນຸ ຍາດ ກໍ ຕ້ອງ ໄດ້ ຍຶດ ເດ້ ຄັນ ຂອງ ເຮົາ ເອງ ໃນ ສວນ ເຮົາ ເອງ ທີ່ ວ່າ ເຂົາ ຮັບ ຊື້ ຢູ່ ພາຍ ໃນ ຂອງ ເຂດ ເຮົາ ບໍ່ ມີ ກະໄດ້ ແລ້ວ ລາ ຄາບໍ່ ກົງ ກັນ ມັນ ມີ ພາກ ສ່ວນ ນຶ່ງ ມັນ ຕ້ອງ ໄດ້ ປົກ ປ້ອງ ."

ປົກ​ຕິ​ແລ້ວ ຊາວ​ສວນ​ມັນ​ຕົ້ນ ຈະ​ຂາຍ​ຢູ່​ໃນ​ແຂວງ​ຂອງ​ຕົນ​ເອງ ຍ້ອນ​ວ່າ ມີ​ຜູ້​ຮັບ​ຊື້​ຢູ່​ແຂວງ​ນັ້ນ​ຢູ່​ແລ້ວ. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ສວັນ​ນະ​ເຂດ ໄດ້​ກ່າວ​ວ່າ:

" ທັມ ​ມະ​ດາ ຢູ່​ຢູ່​ແຂວງ​ໃດ ກໍ​ຂາຍ​ຢູ່​ແຂວງ​ນັ້ນ ມັນ​ມີ​ໜ່ວຍ​ບໍ​ຣິ​ການ ເຂົາ​ເກັບ​ຊື້​ໃຫ້​ຢູ່​ແລ້ວ ທາງ​ໂຮງ​ງານ​ເຮັດ​ໃບ​ມອບ​ສິດ​ໃຫ້ ກໍ​ມອບ​ໃຫ້​ຜູ້​ນັ້ນ ເກັບ​ຊື້​ແນວ​ນັ້ນ ແນວນີ້​ຫັ້ນ​ນ່າ ຄົນ​ປູກ​ກໍ​ເອົາ​ໄປ​ຂາຍ​ໄດ້​ນ່າ ໄປ​ເຮັດ​ສັນ​ຍາ​ກັບ​ບໍ​ຣິ​ສັດ ຜູ້​ເກັບ​ຊື້ ຢູ່​ແຂວງ​ໃດ​ແຂວງ​ນຶ່ງ ກໍ​ສົ່ງ​ເລີຍ."

ໃນ​ເດືອນ​ກຸມ​ພາ ປີ 2021 ທີ່​ຜ່ານ​ມາ ຊາວ​ສວນ​ມັນ​ຕົ້ນຫຼາຍ​ຄົນ ຢູ່​ແຂວງ​ຈຳ​ປາ​ສັກ ກໍ​ເຄີຍ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ ແກ້​ໄຂ​ບັນ​ຫາ​ລາ​ຄາ ຍ້ອນ​ວ່າ ມີ​ບາງ​ບໍ​ຣິ​ສັດ ຮັບ​ຊື້​ມັນ​ຕົ້ນ​ນຳ​ຊາ​ສວນ ແບບກົດ​ລາ​ຄາ​ມັນ​ຕົ້ນ ລົງ​ຮອດ 400 ກີບ ຕໍ່​ກິ​ໂລ​ກຣາມ ໃນ​ຂະ​ນະ​ທີ່​ລາ​ຄາມັນ​ຕົ້ນ ໃນ​ເວ​ລາ​ນັ້ນ ຕໍ່​າ​ສຸດ​ຢູ່​ທີ່ 1,700 ກີບ ຕໍ່​ກິ​ໂລ​ກຣາມ.