ການໃຊ້ແຮງງານເດັກນ້ອຍ ຢູ່ລາວ ຍັງມີຫຼາຍ

0:00 / 0:00

ໃນໂອກາດວັນຕ້ານ ການໃຊ້ແຮງງານເດັກນ້ອຍສາກົນ ວັນທີ 12 ມິຖຸນາ ຊຶ່ງອົງການສະຫະປະຊາຊາດ ຮັບຮອງເອົາໃນປີ 2002 ນັ້ນ ປະຊາຊົນລາວຫຼາຍຄົນເຫັນວ່າ ການໃຊ້ແຮງງານເດັກນ້ອຍຢູ່ປະເທດລາວ ຍັງເປັນສິ່ງຫຼີກລ້ຽງໄດ້ຍາກ ຍ້ອນຄອບຄົວທຸກຍາກ, ພົວພັນກັບ ວັທນະທັມທ້ອງຖິ່ນ ແລະການກະຕັນຍູຕໍ່ພໍ່ແມ່ ຫລື ຜູ້ປົກຄອງ.

ຊາວລາວຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນາ ນີ້ວ່າ ບັນຫາການໃຊ້ແຮງງານເດັກນ້ອຍ ໃນລາວ ຖືເປັນເຣື່ອງປົກກະຕິ ຂອງຄົນລາວ ທີ່ຍັງຖືເບົາເຣື່ອງສິດທິຂອງເດັກນ້ອຍ ໂດຍເຫັນວ່າຄວາມກະຕັນຍູ ແລະປາກທ້ອງເປັນ ສິ່ງສໍາຄັນ ກວ່າສິດທິເດັກນ້ອຍ ດັ່ງຕົວຢ່າງ ໃນເຂດເມືອງໄຊທານີ ແລະນອກນະຄອນຫລວງວຽງຈັນ ຈະເຫັນເດັກນ້ອຍຜູ້ຊາຍອາຍຸ 12 ປີ ແລະ ບໍ່ເຖິງ 18 ປີ ໄປຮັບຈ້າງເປັນກັມມະກອນກໍ່ສ້າງ. ແລະ ຢູ່ໃນເທສບານ ນະຄອນຫຼວງວຽງຈັນ ຕາມແຄມຂອງກໍຈະ ເຫັນເດັກນ້ອຍອາຍຸຕໍ່າກວ່າ 18 ນັ່ງ ຂໍທານ ອັນເຮັດໃຫ້ເດັກນ້ອຍ ເຂົ້າສູ່ວົງຈອນການໃຊ້ແຮງງານ ດັ່ງທີ່ທ່ານກ່າວວ່າ:

“ອອກຈາກຕົວເມືອງໄປພີ້ນ່າມັນມີຫຼາຍ ໂດຍສະເພາະວຽກງານກໍ່ສ້າງ. ອ້າຍເຫັນບາງຄົນນີ້ 12 ປີ 10 ປາຍປີນີ້ ກໍຖືວ່າເລີ່ມແລ້ວ. ເດັກນ້ອຍດຽວນີ້ມັນໂຕໃຫຍ່ເດ໋. ອັນທີ 2 ມາລະແມ່ນຂໍທານນີ້ຫຼາຍ ອູ້ມລູກອູ້ມເຕົ້າເອົາຍາມແລ້ວເຂົ້າແລ້ວນໍ້ານີ້ນ່າ ເຮັດໄຮ່ເຮັດນາ ແລ້ວນີ້ ມັນເຕັມພຸ້ນແຫລະ. ແຕ່ກີ້ແມ່ນຄົນພິການຕົກເປັນເຄື່ອງມື. ແຕ່ດຽວນີ້ມັນເດັກນ້ອຍ ເອົາເດັກນ້ອຍມານັ່ງແບມື ຂໍທານນີ້ແຫຼະ. ກໍຖາມວ່າ ເປັນເຣື່ອງປົກຕິບໍ່ ຄົນລາວມັນ ມັນບໍ່ຄ່ອຍຢາກອ່ານ ສົນໃຈເຣື່ອງກົດໝາຍ ໂຕນີ້ຫລາຍເນາະ.”

ຢູ່ແຂວງສາລະວັນ ຊາວບ້ານເວົ້າວ່າ ບັນຫາການໃຊ້ແຮງງານເດັກນ້ອຍ ຖືເປັນເຣື່ອງປົກກະຕິ ຂອງຊົນເຜົ່າໃນເຂດພູດອຍ ເປັນຕົ້ນ ຢູ່ເມືອງຕະໂອ້ຍ ແລະ ເມືອງສະມ້ວຍ ທີ່ສ່ວນຫລາຍຜູ້ປົກຄອງ ຈະບໍ່ສົ່ງເສີມໃຫ້ເດັກນ້ອຍແມ່ຍິງ ອາຍຸຕໍ່າກວ່າ 18 ປີ ຮຽນໜັງສືຄື ກັນກັບເດັກນ້ອຍຜູ້ຊາຍ ແລະໃຊ້ເປັນແຮງງານຫລັກ ໃນຄອບຄົວ: ຕັກນໍ້າ, ຕໍາເຂົ້າ, ຫາຟືນ, ລ້ຽງນ້ອງ ຕາມປະເພນີທີ່ສືບທອດ ກັນມາ ດັ່ງທີ່ທ່ານກ່າວໃນມື້ດຽວກັນນັ້ນວ່າ:

“ເພິ່ນຖືວ່າ ແມ່ຍິງກັບເດັກນ້ອຍເປັນແຮງງານຫລັກເນາະ ໃນຄອບຄົວນັບແຕ່ນ້ອຍໆຂຶ້ນມາ. ມາບາດນີ້ແມ່ນເດັກນ້ອຍ ຢູ່ຂັ້ນປະຖົມ ເນາະ ເຂົາຈະຖືກໃຊ້ໄປຕໍາເຂົ້າ ໄປຕັກນໍ້າຢູ່ເຂດ ແມ່ນໍ້າ ໄປແບກຟືນແລ້ວກໍເອົານ້ອງ ໂດຍສະເພາະແມ່ນ ຫລັກໆ ກໍຄືເພິ່ນຈະຊຸກຍູ້ ບໍ່ຢາກໃຫ້ແມ່ຍິງຮຽນໜັງສື ຮຽນຮອດຂັ້ນໃດຂັ້ນນຶ່ງ ອາຍຸ 10 ກວ່າປີ ລະເພິ່ນຈະໃຫ້ອອກເອົາຜົວ ມັນເປັນຍ້ອນຄວາມກະຕັນຍູເຂົາ. ຄິດວ່າ ເພາະວ່າ ນັບພໍ່ແມ່ເຂົາກໍສອນມາ ເອີ໋ ພໍ່ແມ່ເຈົ້າກໍເປັນແບບຊີ້ ເຈົ້າກໍຕ້ອງອອກມາຢູ່ຄືອີ່ພໍ່ອີ່ແມ່.”

ແລະ ຢູ່ແຂວງຫົວພັນ ຊາວບ້ານພຽງຄັງ ເມືອງຊໍາເໜືອ ກໍເວົ້າວ່າການໃຊ້ແຮງງານເດັກ ນ້ອຍເຜົ່າມົ້ງຢູ່ພາຍໃນບ້ານນີ້ ຖືວ່າເປັນ ເຣື່ອງປົກກະຕິຂອງວັທນະທັມຊົນເຜົ່າ, ເປັນການປູກຝັງຄວາມກະຕັນຍູ ແລະບໍ່ໃຫ້ຂີ້ຄານເຮັດວຽກ ແຕ່ຍາມຍັງນ້ອຍ, ໃຫ້ເຮັດໄຮ່ ເຮັດນາຊ່ອຍພໍ່ແມ່ ຊຶ່ງຖືເປັນຮູບການນຶ່ງ ທີ່ເຮັດໃຫ້ເດັກນ້ອຍ ຕົກເຂົ້າສູ່ວົງຈອນຂອງການ ໃຊ້ແຮງງານ. ສ່ວນໃຫຍ່ຊາວເຜົ່າມົ້ງ ໃນເຂດຫ່າງໄກ ເປັນຄອບຄົວທຸກຍາກ ບໍ່ມີເງິນສົ່ງລູກຫລານໄປຮຽນໜັງສື ໃຫ້ຈົບຊັ້ນຕາມທີ່ທາງການກໍານົດ ດັ່ງທີ່ທ່ານກ່າວວ່າ:

“ເປັນວັທນະທັມທ້ອງຖິ່ນ ໃຊ້ແຮງງານເດັກນ້ອຍນີ້ ກໍເປັນປົກຕິຢູ່ ເພາະວ່າບໍ່ໃຊ້ແຮງງານນີ້ ນຶ່ງມາມັນເປັນຄົນທີ່ວ່າ ບໍ່ຮູ້ຈັກເປັນຄົນ ຂີ້ຄ້ານນ່າ. ກະຕັນຍູນໍາແຫລະເນາະ ບອກເຂົາເຈົ້າໃຫ້ເຮັດວຽກເຮັດງານເນາະ ບໍ່ໄດ້ໃຊ້ໃຫ້ ເຮັດແນວອື່ນນ່າ ມີແຕ່ໃຊ້ໄປເຮັດໄຮ່ ເຮັດນາ.”

ກ່ຽວກັບເຣື່ອງທີ່ວ່ານີ້ ນັກວິຊາການດ້ານການສົ່ງເສີມ ແລະປົກປ້ອງສິດທິເດັກນ້ອຍ ຢູ່ແຂວງສາລະວັນທ່ານນຶ່ງ ເວົ້າວ່າ ປະເທດ ເຢັຍຣະມັນ ໄດ້ໃຫ້ງົບປະມານແກ່ ແຂວງສາລະວັນ ມາຕັ້ງແຕ່ປີ 2016 ຈົນເຖິງປັດຈຸບັນ ເພື່ອໃຊ້ເຂົ້າໃນຈັດກິຈກັມ ໂຄສະນາ, ຝຶກອົບຮົມ, ສະແດງລະຄອນກ່ຽວກັບເຣື່ອງ ການຍຸຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ເພື່ອສົ່ງເສີມສິດທິເດັກນ້ອຍ ໃຫ້ນັກຮຽນຊັ້ນປະຖົມ ແລະຊັ້ນມັທຍົມ.

ແຕ່ບັນຫາການໃຊ້ແຮງງານເດັກນ້ອຍ ໃນປະເທດລາວ ຍັງຖືເປັນເຣື່ອງທີ່ແກ້ໄຂຍາກ ໂດຍສະເພາະຢູ່ແຂວງສາລະວັນ ທີ່ພໍ່ແມ່ຜູ້ ປົກຄອງຊົນເຜົ່າ ໃຊ້ແຮງງານລູກຫລານ ຂອງຕົນຢູ່ໃນທຸກມື້ນີ້ ເປັນພຶດຕິກັມທີ່ສະສົມມານານ, ບໍ່ສາມາດທີ່ຈະປ່ຽນແປງ ໃນໄລຍະ ເວລາອັນສັ້ນໄດ້, ຕ້ອງໃຊ້ເວລາດົນນານ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 11 ມິຖຸນານີ້ວ່າ:

“ທີ່ຈິງແລ້ວ ມາເຫັນລະແມ່ນມັນຍາກຫລາຍ ເພາະວ່າ ອັນພຶດຕິກັມໂຕນີ້ ມັນເປັນພຶດຕິກັມຄືວ່າ ຢັ່ງຮາກລົງມາແຕ່ດຶກດໍາບັນ ຂອງ ເພິ່ນຫັ້ນນ່າ. ສິມາໃຫ້ປ່ຽນບາດດຽວນີ່ ມັນຂ້ອນຂ້າງ ຫຍູ້ງຍາກ ລະພຶດຕິກັມແບບຊີ້ ແລ້ວການເອົາໃຈໃສ່ ຫລືວ່າການເປີດກວ້າງ ກັບຄວາມຮູ້ໂຕນີ້ ມັນຍັງມີໜ້ອຍ. ຖ້າວ່າໂຄງການເຮົາໝົດໄປ ຫາກວ່າໂຄງການເຮົາໝົດໄປ ມັນອາຈບໍ່ໄດ້ຮັບປະສິດທິຜົລປານໃດ ເພາະວ່າ ຈິດໃຈຂອງຄົນເຮົາ ເຮົາບໍ່ທັນສາມາດໄປປ່ຽນແປງ ເຂົາໄດ້ໃນປີ 2 ປີຫັ້ນນ່າ.”

ອົງການສະຫະປະຊາຊາດ ໄດ້ປະກາດເອົາປີ 2021 ນີ້ເປັນປີສາກົນເພື່ອລຶບລ້າງ ການນໍາໃຊ້ແຮງງານເດັກນ້ອຍ ໃນທຸກຮູບແບບ ແລະເປັນຫ່ວງນໍາເດັກນ້ອຍ ທີ່ຢູ່ໃນພາກພື້ນ ເອເຊັຍ-ປາຊີຟິກ 62 ລ້ານຄົນ ຊຶ່ງໃນນັ້ນ ຮວມທັງເດັກນ້ອຍ ຢູ່ປະເທດລາວ ທີ່ ເດັກນ້ອຍອາຍຸ ຕໍ່າກວ່າ 14 ປີ ເຮັດວຽກໃນຂແນງການ ທີ່ມີຄວາມສ່ຽງ ຕໍ່ອັນຕະລາຍ ແລະສຸຂພາບ ໃນທຸກໆມື້ ແລະຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຍຸຕິການໃຊ້ແຮງງານເດັກນ້ອຍ ແລະຕັ້ງໜ້າປະຕິບັດຕາມຄໍາໝັ້ນສັນຍາ ເພື່ອເຮັດໃຫ້ເປົ້າໝາຍ ຂອງການສິ້ນ ສຸດການນໍາໃຊ້ ແຮງງານເດັກນ້ອຍພາຍໃນປີ 2025 ແລະສິ້ນສຸດການນໍາໃຊ້ແຮງງານແບບບັງຄັບ ແລະທາລຸນໃນປີ 2030 ບັນລຸ ຜົລສໍາເຣັດ.

ເນື່ອງໃນໂອກາດວັນຕ້ານ ການໃຊ້ແຮງງານເດັກນ້ອຍສາກົນ ວັນທີ 12 ມິຖຸນາ ນີ້ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ໄດ້ສົ່ງສານເຖິງປະຊາຊົນລາວ ໃນທົ່ວປະເທດ ຊຶ່ງມີເນື້ອໃນບາງຕອນວ່າ ພາກສ່ວນໃດຍັງໃຊ້ແຮງງານເດັກນ້ອຍ ຢູ່ລາວ ໃນທຸຣະກິດຕ່າງໆ ເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, ເຮັດວຽກໃນຂແນງການ ທີ່ເປັນອັນຕະລາຍເຊັ່ນ ຂແນງການກໍ່ສ້າງ, ບໍ່ແຮ່, ເຮັດວຽກທີ່ພົວພັນ ສານເຄມີ, ວຽກໃນຄົວເຮືອນ ແລະ ວຽກຫາເງິນຊ່ອຍຄອບຄົວ ທີ່ມີຜົລຕໍ່ການປະລະການຮຽນ ຫລືມີຜົລກະທົບ ຕໍ່ຮ່າງກາຍ ແລະຈິດໃຈຂອງເດັກນ້ອຍ ກໍຄວນເຊົາ ເພື່ອຫລຸດຜ່ອນການເຮັດວຽກ ຂອງເດັກນ້ອຍລົງເທື່ອລະກ້າວ ແລະເພື່ອເຮັດໃຫ້ ເດັກນ້ອຍ ມີເວລາສຶກສາຮໍ່າຮຽນ ຕາມໄວເດັກ ຢ່າງເໝາະສົມ.