ຣົຖໄຟລາວ-ຈີນ ບໍຣິການ ຜູ້ໂດຍສານ ພາຍໃນ

ໄຊຍາ
2021.12.01
ຣົຖໄຟລາວ-ຈີນ ບໍຣິການ ຜູ້ໂດຍສານ ພາຍໃນ ພຣະສົງຄ໌ ຊິດນ້ຳມົນ ຣົຖໄຟລາວ-ຈີນ ຂະບວນລ້ານຊ້າງ ຖ້ຽວປະຖົມມະເລີກ ໃນນະຄອນຫຼວງວຽງຈັນ, ວັນທີ 2 ທັນວາ 2021.
ນັກຂ່າວ ພົລເມືອງ

ປັຈຈຸບັນສະພາບ ການຣະບາດຂອງ ໂຄວິດ-19 ໃນລາວຍັງມີແນວໂນ້ມເພີ່ມຂຶ້ນເຊັ່ນດຽວກັນ ກັບປະເທດຈີນຍັງຄົງມີ ການຣະບາດໃນຊຸມຊົນ ສົ່ງຜົລໃຫ້ທັງ 2 ປະເທດຍັງປິດຊາຍແດນ ແຕ່ຜົລກະທົບດັ່ງກ່າວບໍ່ໄດ້ສົ່ງຜົລຫຍັງ ຕໍ່ການເປີດໃຫ້ບໍຣິການທາງຣົຖ ໄຟ ລາວ-ຈີນ ຕາມທີ່ທັງ 2 ຝ່າຍໄດ້ກຳນົດເອົາໄວ້ໃນວັນທີ 2 ທັນວາ 2021 ແລະ ເປີດບໍຣິການທົ່ວໄປຢ່າງເປັນທາງຊຶ່ງຈະເຣີ່ມໃນວັນທີ 3 ທັນວາ 2021 ເປັນຕົ້ນໄປ.

ທ່ານ ໂພໄຊ ໄຂຄຳພິທູນ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ຄນະຊີ້ນຳໂຄງ ການກໍ່ສ້າງທາງຣົຖໄຟລາວ-ຈີນ ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 18 ພຶສຈິກາ 2021 ທີ່ຜ່ານມາກ່ຽວກັບການເປີດໃຫ້ການບໍຣິການໃນເບື້ອງຕົ້ນ.

ຕີຣາຄາໄດ້ວ່າທັງພື້ນຖານ ໂດຍສະເພາະທາງດ່ານກໍມີຄວາມພ້ອມຫັ້ນແຫຼະ.ໄດ້ມີການກະກຽມເກືອບ 100% ທັງບໍຣິສັດເອັງກໍໄດ້ມີການຊີ້ແຈງເຖິງການກະ ກຽມແລະກາຈະມີການນຳໃຊ້ຜູ້ໂດຍສານພາຍໃນກ່ອນຫຼັງຈາກວັນທີ 3 ຫຼັງຈາກພິທີເປີດ ຢ່າງເປັນທາງການ.”

ທ່ານໄດ້ກ່າວຕື່ມວ່າ ຕາມການເປີດເຜີຍໃນກອງປະຊຸມ ເພື່ອກະກຽມພິທີເປີດນໍາໃຊ້ທາງ ຣົຖໄຟລາວ-ຈີນ ໃນວັນທີ 18 ພືສຈິກາ 2021 ຜ່ານມານັ້ນ. ເບື້ອງຕົ້ນ ຈະໃຫ້ບໍຣິການສະເພາະ ຜູ້ໂດຍສານພາຍໃນປະເທດ ຈາກນະຄອນຫຼວງວຽງຈັນ ຫາ ແຂວງຫຼວງນໍ້າທາ ມື້ລະ 2 ຖ້ຽວ. ສ່ວນການຂົນສົ່ງສິນຄ້າລະຫວ່າງ ລາວ-ຈີນ ຈະເຣີ່ມບໍຣິການນັບແຕ່ມື້ເປີດນຳໃຊ້ຣົຖ ໄຟລາວ-ຈີນເປັນຕົ້ນໄປໂດຍຈະໃຫ້ບໍຣິການມື້ລະ 2 ຖ້ຽວ, ຖ້ຽວລະ 2,000 – 3,000 ຕັນ. ສຳລັບການບໍຣິການ ນັກທ່ອງທ່ຽວສາກົລຈະບໍ່ທັນໃຫ້ການບໍຣິການເທື່ອ ຍ້ອນການຣະບາດຂອງເຊື້ອໂຄວິດ-19.

ເຖິງວ່າໄລຍະການກໍ່ສ້າງ ນັບແຕ່ປີ 2015 ເປັນຕົ້ນມາ ໂຄງການດັ່ງກ່າວຈະປະສົບກັບຄວາມຫຍຸ້ງຍາກທາງດ້ານ ການກໍ່ສ້າງ ໂດຍສະເພາະການຣະບາດຂອງ ເຊື້ອໂຄວິດ-19 ທັງ 2 ປະເທດຕ່າງກໍໃຊ້ມາຕການປິດດ່ານສາກົລ ແຕ່ ລາວ-ຈີນໄດ້ຍົກຣະດັບເປັນຄູ່ ຮ່ວມຍຸດທະສາດຮອບດ້ານໂຄງການດັ່ງກ່າວໄດ້ຮັບບູຣິມະສິດພິເສດ ກໍ່ສ້າງຈົນສຳເຣັດໃນປີ 2021 ຕາມແຜນການທີ່ໄດ້ຄາດເອົາໄວ້.

ຕໍ່ກັບການເປີດທາງຣົຖໄຟ ລາວ-ຈີນ ປະຊາຊົນລາວກໍມີຄວາມຄິດເຫັນ ທີ່ແຕກຕ່າງກັນ ມີທັງເຫັນດີ ແລະ ວິຕົກກັງວົນວ່າ ໂຄງການດັ່ງກ່າວນີ້ ຈະເປັນຄືກັບໂຄງການໃຫຍ່ໆ ທີ່ຈີນ ໄດ້ລົງທຶນຜ່ານມາ ໂດຍໃຊ້ຂໍ້ອ້າງຄວາມສັມພັນ ພິເສດລາວ-ຈີນ ແຕ່ໃນໂຕຈິງແມ່ນການລົງທຶນ ຫວັງຜົລກຳໄລເຮັດໃຫ້ປະຊາຊົນລາວ ບໍ່ໄດ້ປໂຍດພໍປານໃດ. ດັ່ງປະຊາຊົນຜູ້ເຫັນດີໃນໂຄງການນີ້ເວົ້າວ່າ.

ໃນຖານະທີ່ເປັນພົລເມືອງລາວຜູ້ນຶ່ງ ກໍຮູ້ສຶກດີໃຈຫັ້ນແຫຼະທີ່ເຫັນວ່າ ພວກເຮົາມີທາງຣົຖໄຟ ໂດຍສະເພາະແມ່ນທາງຣົຖໄຟ ລາວ-ຈີນ ຊຶ່ງເປັນເສັ້ນທາງທີ່ສຳຄັນ ໃນການເຊື່ອມໂຍງໂດຍສະເພາະຈີນ-ລາວ ໄປຫາອາຊ້ຽນ. ຈີນຊຶ່ງອຳນວຍຄວາມສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດ ເຂດການເສຣີລະຫວ່າງອາຊ້ຽນກັບ ສປ ຈີນ.

ສ່ວນປະຊາຊົນທີ່ບໍ່ເຫັນດີ ທີ່ຂໍສງວນຊື່ແລະສຽງກໍໄດ້ກ່າວວ່າ ເປັນຫຍັງບໍ່ເອົາເງິນຈຳນວນ ດັ່ງກ່າວມາປັບປຸງຖນົນຫົນທາງ ໃຫ້ໄດ້ມາຕຖານກ່ອນ ເພາະຈະເຮັດໃຫ້ການໄປຫາຊູ່ກັນໄດ້ ງ່າຍກວ່າ ອີກຢ່າງເງິນດັ່ງກ່າວ ຖ້າມາລົງທຶນສ້າງຫົນທາງໃຫ້ໄດ້ມາຕຖານ ສິນຄ້າຂອງຄົນລາວຈະກະຈາຍໄດ້ຫຼາຍກວ່ານີ້ ແລະຈະເຮັດໃຫ້ຄົນລາວໄດ້ເຂົ້າເຖິງຕລາດຫຼາຍກວ່ານີ້.

ໃນຂະນະທີ່ເຈົ້າໜ້າທີ່ ຂແນງການທີ່ກ່ຽວຂ້ອງກັບ ຣົຖໄຟ ລາວ-ຈີນ ໄດ້ໃຫ້ເຫັນວ່າ ຖ້າໂຄງການນີ້ເປີດນຳໃຊ້ມັນຈະສ້າງຜົລປໂຍດ ຢ່າງຫຼວງຫຼາຍໃຫ້ກັບປະເທດລາວ ຊຶ່ງມັນຢັ້ງຢືນເຖິງຜົລສຳເຣັດການເຊື່ອມໂຍງ ທາງດ້ານຄົມມະນາຄົມ ຊຶ່ງຈະເຮັດໃຫ້ປະເທດລາວ ໄດ້ເຊື່ອມຕໍ່ໄປຍັງອາຊ້ຽນແລະຈະເປັນທ່າແຮງດຶງດູດ ນັກລົງທຶນຈາກຕ່າງປະເທດ.

ນີ້ເປັນຍຸດທະສາດການຮ່ວມມື ການເຊື່ອມຈອດລະຫວ່າງ ສປປ ລາວ ກັບປະເທດອາຊ້ຽນແລະ ສປ ຈີນຊຶ່ງສປປລາວໃຫ້ຄຳໝັ້ນສັນຍາ ໃນການຈັດຕັ້ງແຜນຍຸດທະສາດການເຊື່ອມຈອດ ທາງດ້ານຄົມມະນາຄົມຂົນສົ່ງລະຫວ່າງປະເທດ ແລະອາຊ້ຽນກັບ ສປ ຈີນ.

ໃນການກະກຽມ ການເປີດຣົຖໄຟລາວ-ຈີນ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາ ແຫ່ງຣັຖໄດ້ຣາຍງານກ່ຽວກັບການເຄື່ອນໄຫວ ກວດກາໃນໄລຍະ 1 ປີຜ່ານມາຕໍ່ ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 5 ພຶສຈິກາ ມີບາງຕອນກ່ຽວກັບ ການເຂົ້າຮ່ວມຕິດຕາມກວດກາໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ປັຈຈຸບັນສຳເຣັດ 98% ຊຶ່ງການກໍ່ສ້າງແບ່ງອອກເປັນ2 ໄລຍະຄື ໄລຍະທີນຶ່ງ 409 ກິໂລແມັດ ແຕ່ບໍ່ເຕັນ ແຂວງຫຼວງນໍ້າທາ ຫາ ສະຖານນີນະຄອນຫຼວງວຽງຈັນປະຕິດບັດໄດ້ 100% ແລະ ໄລຍະທີສອງ 17 ກິໂລແມັດ ແຕ່ສະຖານີໂດຍສານ ນະຄອນຫຼວງວຽງຈັນຫາສະຖານີສິນຄ້າ ວຽງຈັນໃຕ້ ທີ່ທ່ານາແລ້ງ ປະຕິບັດສຳເຣັດ 95%.

ຜ່ານການຕິດຕາມ ກວດກາຍັງມີບາງບັນຫາ ທີ່ຄົງຄ້າງເຊັ່ນການກຳນົດຂອບເສັ້ນທາງ ແລະ ສະຖານີບາງຈຸດບໍ່ຣະອຽດ, ການແກ້ໄຂສິ່ງກີດຂວາງ ຊັກຊ້າມີຫຼາຍຈຸດບໍ່ທັນສຳເຣັດ, ການເກັບກຳຂໍ້ມູນ ຜູ້ຖືກຜົລກະທົບບໍ່ທັນຣະອຽດຊັດເຈັນ, ການກຳນົດອັດຕຣາຄ່າຊົດເຊີຍທີ່ດິນ ທີ່ຖືກຜົລກະທົບທີ່ສະພາປະຊາຊົນແຂວງ ແລະ ນະຄອນຫຼວງວຽງຈັນຮັບຮອງແລ້ວ ຍັງບໍ່ທັນເປັນເອກະພາບ, ການຄົ້ນຄວ້າປະຕິບັດສັນຍາຮ່ວມທຶນ ລາວ-ຈີນ ບໍ່ທັນເລິກຊຶ່ງ, ມີບາງເນື້ອໃນບໍ່ທັນຣະອຽດຈະແຈ້ງເຖິງຄວາມຮັບຜິດຊອບຂອງບໍຣິສັດກໍ່ສ້າງທາງຣົຖໄຟລາວ-ຈີນ ແລະຄວາມຮັບຜິດຊອບຂອງຣັຖບານລາວ ແລະບັນຫາອື່ນໆ .

ຈາກບົດຣາຍງານກໍເຫັນໄດ້ວ່າ ຍັງມີຫຼາຍຢ່າງຕ້ອງໄດ້ແກ້ໄຂ ແຕ່ແນວໃດຣັຖບານລາວ ກໍໄດ້ເດີນໜ້າແລ້ວໃນວັນທີ 2 ທັນວາ ເປີດຢ່າງເປັນທາງການ. ໃນໂອກາດດັ່ງກ່າວ ກະຊວງໂຍທາທິການ ແລະຂົນສົ່ງກໍໄດ້ອອກແຈ້ງການເລກທີ 24016/ຍທຂ ລົງວັນທີ 25 ພຶສຈິກາ 2021 ວ່າດ້ວຍການເຫັນດີຕໍ່ການສເນີຂອງກົມທາງຣົຖໄຟ ແລະຮັບຮອງນຳໃຊ້ຊົ່ວຄາວ ຣາຄາປີ້ໂດຍສານຂອງເສັ້ນທາງ ຣົຖໄຟລາວ-ຈີນແຕ່ສະຖານີ ນະຄອນຫຼວງວຽງຈັນ ຫາ ສະຖານີບໍ່ເຕັນ. ຣາຄາຊັ້ນໂດຍສານ ປະເພດ 1 ມີພຽງຕູ້ດຽວ ພາຍໃນຂະບວນຣົຖໃນແຕ່ລະຄັ້ງ. ຈາກ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງນໍ້າທາ ຣາຄາຊັ້ນໂດຍສານ EMU ຂະບວນລ້ານຊ້າງ ຕໍ່ຄົນ ຕໍ່ຖ້ຽວ ຊັ້ນນຶ່ງ 529,000 ກີບ, ຊັ້ນສອງ 333,000 ກີບ, ສ່ວນຣາຄາຣົຖໂດຍສານຊະນິດທຳມະດາ 238,000 ກີບບໍ່ແມ່ນຣົຖໄຟຂະບວນລ້ານຊ້າງ. ສ່ວນຂົນສົ່ງສິນຄ້າແມ່ນຄິດໄລ່ຕາມນໍ້າໜັກ ແລະໄລຍະເສັ້ນທາງ.

ໃນແຈ້ງການຣະບຸຕື່ມວ່າ ວັນທີ 30 ພຶສຈິກາ 2021 ໄດ້ມີພິທີ ລົງນາມສົນທິສັນຍາ ວ່າດ້ວຍການຂົນສົ່ງທາງຣົຖໄຟຂ້າມຊາຍແດນລະຫວ່າງລາວ-ຈີນ. ໂດຍຈຸດປະສົງຂອງສົນທິສັນຍາ ສະບັບນີ້ແມ່ນເພື່ອກຳນົດໜ້າວຽກສຳຄັນຂອງສະຖານີ ຣົຖໄຟຊາຍແດນຂອງ ທັງສອງປະເທດກໍຄື ຂອບເຂດລະຫວ່າງສະຖານີ ຣົຖໄຟ ຊາຍແດນ 2 ຝ່າຍ ແລະເປັນກົດຣະບຽບພື້ນຖານ ທີ່ 2 ຝ່າຍດຳເນີນການຂົນສົ່ງ ທາງຣົຖໄຟຂ້າມຊາຍແດນ, ຊຶ່ງໄດ້ສ້າງພື້ນຖານໃຫ້ແກ່ການຂົນສົ່ງ ຂ້າມຊາຍແດນຂອງສອງປະເທດ. ສົນທິສັນຍາສະບັບນີ້ແມ່ນ ເປັນສະບັບທຳອິດໃນການຮ່ວມມື ທາງຣົຖໄຟ ລະຫວ່າງຣັຖບານ 2 ປະເທດ. ການເຊັນສັນຍາຄັ້ງນີ້ນຳໂດຍທ່ານ ວຽງສະຫວັດ ສີພັນດອນ ຣັຖມົນຕຣີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ເລີວເຈີ້ນຟາງ ຫົວໜ້າອົງການທາງຣົຖ ໄຟແຫ່ງຊາດຈີນ.

ຕໍ່ກັບບັນຫາ ຄ່າໂດຍສານ ປະຊາຊົນຈຳນວນຫຼາຍ ທີ່ໄດ້ສະແດງຄວາມເຫັນວ່າ ມັນອາດຈະແພງເກີນໄປເພາະກ່ອນໜ້ານີ້ ມີການໂຄສະນາວ່າ ຄ່າໂດຍສານຈະຖືກວ່າຣົຖບັດ. ແຕ່ເມື່ອປະກາດອອກມາແລ້ວ ຖ້າສົມທຽບໄລຍະທາງ ສະຖານີຕໍ່ສະຖານີກໍຍັງເຫັນວ່າ ແພງຢູ່. ນອກຈາກນີ້ຍັງຕ້ອງມີຄ່າໃຊ້ຈ່າຍ ຕໍ່ຣົຖໄປອີກ ແລະຄ່າຝາກຣົຖ ຄ່າຝາກເຄື່ອງຕ່າງໆ ເມື່ອສົມທຽບກັບລາຍໄດ້ ແລະ ສົມທຽບກັບຣົຖບັສທີ່ແລ່ນປະຈຳ ເຫັນວ່າແພງຫຼາຍຖ້າທຽບໃສ່ ທ້ອງຖິ່ນຕໍ່ທ້ອງຖິ່ນ.

ແນວໃດກໍຕາມ ອີກບັນຫານຶ່ງ ກໍຄືປະຊາຊົນເຫັນວ່າການລົງທຶນ ເທື່ອນີ້ຄົນລາວມີສ່ວນໄດ້ ປໂຍດໜ້ອຍຫຼາຍ ບໍ່ວ່າຈະເປັນຄົນງານ ທີ່ເຮັດວຽກໃນບໍຣິສັດຣົຖໄຟ ຮວມເຖິງຕັ້ງແຕ່ເຣີ່ມ ການກໍ່ສ້າງຈົນມາຮອດສຳເຣັດ ມີແຕ່ຈີນໄດ້ຮັບຜົລປໂຍດ ຝ່າຍດຽວແຖມຣັຖບານລາວ ຍັງກູ້ຢືມເງິນຈາກຈີນ ເພື່ອມາລົງທຶນໃນໂຄງການອີກ ນີ້ຖືວ່າເປັນບັນຫາໄລຍະຍາວ ທີ່ລາວຈະປະເຊີນຢ່າງຫຼີກລ້ຽງບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.