ບໍຣິສັດຈີນ ທີ່ມາລົງທຶນ ປູກກາເຟ ຢູ່ເມືອງບຸນເໜືອ ແຂວງ ຜົ້ງສາລີ ບໍ່ສາມາດ ແກ້ໄຂບັນຫາ ການປູກໄດ້ ເປັນຕົ້ນແມ່ນ ບັນຫາ ແມງໄມ້ ແລະ ສະພາບອາກາດ ທີ່ ບໍ່ອຳນວຍ ຄວາມສະດວກ ຕໍ່ການ ປູກກາເຟ. ຄືດັ່ງ ຊາວສວນ ປູກກາເຟ ທ່ານນຶ່ງ ໄດ້ກ່າວວ່າ:
“ບັນຫາ ທີ່ເກີດນຳ ປະຊາຊົນນັ້ນ ເປັນບັນຫາ ທີ່ ວ່າມັນຕາຍ ທີ່ ປະຊາຊົນ ຮັບບໍ່ໄດ້ ມັນມີແມງໄມ້ ແມງຫຍັງກັດ ຜູ້ຊ່ຽວຊານ ຈີນ ບໍ່ເກັ່ງ ອັນທີ່ສອງ ກໍ່ຍ້ອນວ່າ ອາກາດ ນ້ຳໝອກ ນ້ຳຫຍັງຕົກ ຊ່ວງປີ 2013 ມັນເປັນຈັ່ງຊັ້ນ ເຮັດໃຫ້ ປະຊາຊົນ ອ່ອນກຳລັງໃຈ”.
ມີຫລາຍກວ່າ 30 ຄອບຄົວ ທີ່ ປູກກາເຟ ແບບມີສັນຍາ ກັບ ບໍຣິສັດ ຂອງຈີນ ທີ່ເຂົ້າມາ ລົງທຶນ ໃນຮູບແບບ 2+3 ຄື: ບໍຣິສັດ ຈະ ຮັບຜິດຊອບ ເຣື່ອງແນວພັນ, ເຕັກນິກ ວິຊາການ, ຢາຂ້າແມງໄມ້ ແລະ ປຸ໋ຍ, ດ້ານ ປະຊາຊົນ ແມ່ນປະກອບ ແຮງງານ ແລະ ທີ່ດິນ. ຜົນຜລິດກາເຟ ໃນປີຜ່ານມາ ສະເລັ່ຽແລ້ວ ຢູ່ ເມືອງບຸນເໜືອ ສາມາດຜລິດ ກາເຟດິບ ໄດ້ປີລະ ປະມານ 400 ຫາ 500 ໂຕນ.
ໃນລະຍະທ້າຍປີ 2015 ບໍຣິສັດຈີນ ເລີ່ມໝົດທຶນ ໃນການ ຂະຫຍາຍການປູກ ແລະ ເຊົາ ສົ່ງເສີມ ປະຊາຊົນ ຕາມສັນຍາ ນອກຈາກນີ້ ບໍຣິສັດ ຍັງຄ້າງ ຈ່າຍເງິນໃຫ້ ພະນັກງານ ໃນບໍຣິສັດ ກາເຟນັ້ນ. ດັ່ງ ພະນັກງານ ທ່ານນຶ່ງ ໄດ້ກ່າວວ່າ:
“ປະຊາຊົນ ບໍ່ຢາກຮັກສາແລ້ວ ເພາະວ່າດຽວນີ້ ບໍຣິສັດ ເຂົາບໍ່ມີເງີນ ບໍຣິຫານຫຼາຍ ເງິນໝົດ ບໍຣິສັດ ແມ່ນຢູ່ ເພິ່ນມາເຊັນ ສັນຍາ ດຽວນີ້ ເພິ່ນຂາດທຶນ ໜັກໜ່ວງ ບໍ່ມີເງິນ ບໍຣິຫານ ເງິນຈ່າຍໃຫ້ ພະນັກງານ ທີ່ເຮັດວຽກ ແຕ່ລະເມືອງ ບໍ່ມີເກົ້າ ເດືອນ ແລ້ວ”
ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ກໍໄດ້ຮັບ ຄຳຕອບວ່າ: ດຽວນີ້ ທາງການ ກຳລັງ ປຶກສາກັນ ເພື່ອແກ້ໄຂ ບັນຫາ ໃຫ້ ປະຊາຊົນ ແລະ ບໍຣິສັດ ຂອງຈີນ. ຢູ່ແຂວງ ຜົ້ງສາລີ ໄດ້ເລີ່ມ ສົ່ງເສີມ ການປູກ ກາເຟ ໃຫ້ກັບ ປະຊາຊົນ ຕັ້ງແຕ່ປີ 2011 ຈົນຮອດ ປັດຈຸບັນ ຢູ່ໃນແຂວງ ມີການປູກ ກາເຟ ທັງໝົດໃນ 6 ເມືອງ ໂດຍມີບໍຣິສັດ Yunan Changshengda ຢູນນານ ຈາງເຊັງດາ ຈຳກັດ ເປັນຜູ້ລົງທຶນ ໃຫ່ຍ ໃນແຂວງ ຜົ້ງສາລີ.
