ຈີນເຂົ້າມາລັກຂຸດຄໍາ

0:00 / 0:00

ຊາວບ້ານ ຢູ່ບ້ານມ່ວງຄຳ ເມືອງພູກູດ ແຂວງຊຽງຂວາງ ເວົ້າວ່າ ຊາວຈີນ ເຂົ້າມາຂຸດຄຳ ຢູ່ ບໍຣິເວນ ບ້ານຂອງ ພວກເຂົາເຈົ້າ ໂດຍທີ່ ບໍ່ໄດ້ຮັບ ອະນຸຍາດ ແລະ ໄດ້ເອົາ ທະຫານ ແລະ ກອງຫຼອນ ມາຍາມ ບ່ອນຂຸດຄົ້ນ ຄໍານັ້ນ ຢ່າງແໜ້ນໜາ ເພື່ອ ປ້ອງກັນ ບໍ່ໃຫ້ຊາວບ້ານ ເຂົ້າໄປໃກ້ ເຂດທີ່ ຂຸດຄົ້ນ.

ແຕ່ກ່ອນ ຊາວບ້ານມ່ວງຄຳ ຄົ້ນພົບຄຳ ຢູ່ໄກຈາກບ້ານ ຂອງພວກເຂົາ ປະມານ 20 ກິໂລແມັດ. ຕໍ່ມາ ບໍຣິສັດ ພູເບັ້ຍ ມາຍນິງ ກໍໄປສຳຣວດ ບໍ່ຄຳນັ້ນ ໃນປີ 2012-13 ແຕ່ ຫລັງຈາກນັ້ນ ກໍມິດງຽບໄປ; ຕໍ່ມາບໍ່ດົນ ຊາວບ້ານ ກໍເຫັນບໍຣິສັດ ຈີນ ເລີ້ມສຳຣວດ ແລະ ຂຸດຄົ້ນ ນັບແຕ່ ປີ 2014 ເປັນຕົ້ນມາ.

ໃນຣະຍະ ຫ້າປີ ທີ່ຜ່ານມາ ປະຊາຊົນລາວ ທ້ອງຖິ່ນ ຊາວວຽດນາມ ແລະ ຈີນ ພາກັນຂຸດ ຄົ້ນຄຳ ແລະ ໃຊ້ ສານເຄມີ ຫລາຍຢູ່ ແຂວງຊຽງຂວາງ ຫຼວງພຣະບາງ ເຊກອງ ແລະ ອັດຕະປື ຂອງລາວ.