ຫຼວງນໍ້າທາວ່າຈີນຕັດໜ້າ ຄ້າຂາຍ

0:00 / 0:00

ເຈົ້າຂອງເຮືອນພັກ ທີ່ ແຂວງຫຼວງນ້ຳທາ ຜູ້ທີ່ຂໍສງວນຊື່ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ປະຊາຊົນ ຢູ່ ແຂວງຫຼວງນ້ຳທາ ໄດ້ຮັບ ຄວາມເດືອດ ຮ້ອນ ຈາກການເຂົ້າມາ ຄ້າຂາຍ ຂອງຄົນຈີນ ໃນແຂວງ ເນື່ອງຈາກວ່າ ການເປີດ ຮ້ານຄ້າຍ່ອຍ ຂອງ ຄົນຈີນ ເປັນການຍາດ ອາຊີພ ຂອງຄົນລາວ ເຮັດໃຫ້ ຂະເຈົ້າຕ້ອງໄດ້ ເຊົາໄປເຮັດ ອາຊີພອື່ນ ດັ່ງທ່ານ ກ່າວຕໍ່ ເອເຊັຽເສຣີ ວ່າ:

"ມີແຕ່ຄົນຈີນ ນັ້ນເຣື້ອງແຍ້ງອາຊີບ ຫັ້ນແຫຼະ ຂະເຈົ້າ ຈະທຳການຄ້າ ແບບວ່າຂາຍຍ່ອຍ ຂາຍຫຍັງຊື່ໆ ເພາະວ່າຄົນລາວ ມັນເຮັດໄດ້ ແລ້ວ ຣັຖບານ ອະນຸຍາດ ໃຫ້ມາຂາຍຍ່ອຍ ຢູ່ຕາມ ປະເທດລາວ ເຮັດໃຫ້ ຄົນລາວທຸກ ບໍ່ສາມາດຂາຍ ຫາເງິນໄດ້ ດ້ວຍຕົວເອງ".

ທ່ານກ່າວ ຕື່ມວ່າ ການເຂົ້າມາຕັ້ງຮ້ານ ຂາຍເຄື່ອງຍ່ອຍ ເຮັດໃຫ້ຄົນລາວ ໃນແຂວງ ບໍ່ສາມາດ ແຂ່ງຂັນໄດ້. ດັ່ງຕົວຢ່າງ ທ່ານເອງ ແຕ່ກ່ອນເຄີຍຂາຍ ເຄືື່ອງກໍ່ສ້າງ ແລະ ຖືກຄົນຈີນ ເຂົ້າມາ ຕີຕລາດ ຈຶ່ງປິດກິຈການແລ້ວ ປ່ຽນໄປເຮັດ ບ້ານພັກ ແທນ. ເຈົ້າຫນ້າທີ່ ການຄ້າ ຈາກ ແຂວງ ຫຼວງນ້ຳທາ ເວົ້າວ່າ ໃນ ປັດຈຸບັນ ທີ່ ແຂວງຫຼວງນ້ຳທາ ມີຊາວຈີນ ເຂົ້າມາເປີດ ຮ້ານຄ້າຍ່ອຍ ກວ່າ ຮ້ອຍຮ້ານ ຫຼາຍຮ້ານ ກໍຂາຍສີນຄ້າ ທີ່ ເປັນອາຊີບສງວນ ຂອງຄົນລາວ ທາງການ ແຂວງ ກຳລັງ ກວດກາຢູ່ ໃນເວລານີ້. ດັ່ງ ທ່ານກ່າວວ່າ:

"ອັນຕົວນີ້ພວກເຮົາ ບໍ່ສາມາດ ຈະວິຈານ ພໍພຽງ ແຕ່ຕິດຕາມ ການເຄື່ອນໄຫວ ຂອງ ພວກຂະເຈົ້າ ເຮົາຈະບໍ່ໃຫ້ ບູຣິມະສິດ ແກ່ຂະເຈົ້າ ຫຼາຍ ແຕ່ວ່າຕົວນີ້ ກໍຍ້ອນວ່າ ປັດຈຸບັນນີ້ ຣັຖບານ ກຳລັງ ກວດສອບກັນ ຢູ່ວ່າ ເຮັດຈັ່ງໃດ ທີ່ມາແນ່ນີ້ນ່າ ຈະປັບປຸງ ແນວໃດ ຫລືວ່າໃຫ້ ຂະເຈົ້າກັບ ປະເທດ ຫລືວ່າ ໃຫ້ສືບຕໍ່".

ປັດຈຸບັນ ຢູ່ລາວ ຈະມີພໍ່ຄ້າຈີນ ແລະ ວຽດນາມ ເຂົ້າມາຄ້າຂາຍ ຢ່າງຫຼວງຫຼາຍ ບາງຮ້ານ ບໍ່ມີໃບ ອະນຸຍາດ ທາງການລາວ ຂາດ ມາຕການ ໃນການ ຄວບຄຸມ ຢ່າງ ເຂັ້ມງວດ.