ຊາວສວນກ້ວຍ ແຂວງ ອຸດົມໄຊ ເດືອດຮ້ອນ ຍ້ອນ ບໍຣິສັດ ຈີນ ບໍ່ ປະຕິບັດ ຕາມສັນຍາ ຊື້ຂາຍ ທີ່ ເຊັນກັນ.
ຊາວສວນກ້ວຍ ບ້ານມູຕືມ ເມືອງນາມໍ້ ແຂວງອຸດົມໄຊ 40 ກວ່າຄອບຄົວ ໄດ້ຮັບ ຄວາມເດືອດຮ້ອນ ເນື່ອງຈາກ ບໍຣິສັດ ພູໄວລອງ ຂອງຈີນ ບໍ່ປະຕິບັດ ຕາມສັນຍາ ທີ່ຈະຮັບ ຊື້ກ້ວຍ ນໍາ ປະຊາຊົນ ຢູ່ເຂດນັ້ນ ເຮັດໃຫ້ຜົລປູກ ຫລາຍກວ່າ 20 ເຮັກຕາ ເສັຍຫາຍ. ເຈົ້າໜ້າທີ່ ເມືອງນາໝໍ້ ແຂວງ ອຸດົມໄຊ ເວົ້າວ່າ:
"ດຽວນີ້ ເຂົາໜີ ປະແລ້ວ ມີຜົລເສັຽ ປະຊາຊົນ ເຂົາ ປູກກ້ວຍ ແລ້ວບໍ່ມີ ຜູ້ມາເກັບຊື້ ດຽວນີ້ ບໍຣິສັດ ເຂົາໜີປະ ແລ້ວເຮັດໃຫ້ ຜົລຜລິດ ນັ້ນບໍ່ໄດ້ ເກັບກູ້ ແລະ ເຮັດໃຫ້ ປະຊາຊົນ ຈໍານວນໜຶ່ງ ບໍ່ເຂົ້າໃຈ ແລະ ກໍມີບັນຫາ".
ທ່ານເວົ້າ ຕໍ່ໄປວ່າ ບໍຣິສັດ ຈີນ ປະຕິເສດ ສັນຍາ ທັງໝົດ ທີ່ມີໄວ້ກັບ ປະຊາຊົນ. ເມື່ອເຖິງເວລາ ຕັດກ້ວຍຂາຍ ກໍບໍ່ໄດ້ ຕັດຂາຍ ຕາມເວລາ ເຮັດໃຫ້ກ້ວຽ ເຫນົ່າ ຄາຕົ້ນ, ປະຊາຊົນ ເດືອດຮ້ອນ ແລະ ທັງບໍ່ມີ ທີ່ດິນ ທໍາກິນ ຍ້ອນເຊື່ອໃຈ ແລະ ໃຫ້ ຈີນ ສໍາປະທານ ໄປແລ້ວ. ເຈົ້າໜ້າທີ່ ທ່ານດຽວ ກັນນີ້ ເວົ້າອີກວ່າ ບັນຫານີ້ ແກ້ໄຂ ໄດ້ຍາກ ແຕ່ກໍຈະ ໄປເບິ່ງຄືນ:
"ນີ້ກໍຍັງ ຄິດຍາກຢູ່ ສິເຂົ້າໄປ ເບິ່ງຄືນ ກວດກາຄືນ ເບື້ອງຕົ້ນ ເຂົາກໍຊື້ ແຕ່ວ່າຊື້ໄດ້ ຣະຍະໜຶ່ງ ໄດ້ປີໜຶ່ງ ໄດ້ຊຸດໜຶ່ງ ສອງຊຸດ ແລ້ວ ເຂົາກໍໜີ ສັນຍາ ມັນ 4-5 ປີ ທ່ານນາຍ ອໍາເພີ ສິໄດ້ໄປ ເຈຣະຈາ ອີກເທື່ອໜຶ່ງ".
ກ່ຽວກັບບັນຫາ ດັ່ງກ່າວ ທີ່ຜ່ານມາ ທາງ ບ້ານມູຕືມ ກໍໄດ້ຍື່ນ ຄໍາຮອ້ງ ໄປຍັງທາງ ເມືອງແລ້ວ ແຕ່ພາກສ່ວນ ກ່ຽວຂ້ອງ ຍັງບໍ່ທັນ ມີເວລາ ໄປກວດກາ ສະພາບຕົວຈິງ ເທື່ອ. ຂະນະນີ້ ຍັງບໍ່ມີ ຊ່ອງທາງ ທີ່ ຈະແກ້ໄຂ ບັນຫາ ນັ້ນໄດ້ ແລະ ປະຊາຊົນ ກໍຍັງໄດ້ ຮັບຜົນ ກະທົບ ຢູ່ຕໍ່ໄປ.
