ຣົຖໄຟຈີນ ຂະບວນຂົນສົ່ງ ສິນຄ້າຜ່ານລາວ ເຂົ້າໄທຍແລ້ວ

0:00 / 0:00

ຈີນ ໄດ້ເປີດແລ່ນຣົຖໄຟຂົນສົ່ງສິນຄ້າ ແບບໄປກັບ ເຊື່ອມຕໍ່ຈາກ ຈີນ-ລາວ-ໄທຍ ໃນມື້ວັນທີ 7 ກຸມພາ 2023 ນີ້ ຊຶ່ງຈີນໄດ້ຂົນຜັກ ທີ່ສ່ວນໃຫຍ່ແມ່ນຜັກກາດ, ຜັກບຣອກໂຄລີ, ກະຫລໍ່າປີ ຈາກຄຸນໝິງ ໄປປະເທດໄທຍ 280 ປາຍຕັນ ຜ່ານເສັ້ນທາງຣົຖໄຟ ລາວ-ຈີນ ທີ່ໃຊ້ເວລາ 55 ຊົ່ວໂມງ. ໃນເບື້ອງຕົ້ນນີ້ ຕອນຂາກັບ ຣົຖໄຟຈີນ ຂົນໝາກຖົ່ວລຽນ, ໝາກຍໍາໄຍ ແລະໝາກໄມ້ ຕາມຣະດູການ ຂອງໄທຍໄປຈີນ. ສ່ວນວ່າ ສປປ ລາວ ແມ່ນເປັນພຽງທາງຜ່ານ ເພາະປະເທດລາວຜລິດກະສິກັມ ປະເພດໝາກໄມ້ໄດ້ບໍ່ຫລາຍ, ບໍ່ກຸ້ມກິນ, ຊຶ່ງຍັງໄດ້ນໍາເຂົ້າ ມາຈາກຕ່າງປະເທດ ເປັນຕົ້ນແມ່ນ ຈີນ ແລະໄທຍ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 13 ກຸມພານີ້.

“ເຣື່ອງ ຣົຖໄຟນີ້ ທັມມະດາ ມັນກໍເອົາກັບນໍາຫັ້ນລະ ແຕ່ວ່າ ອັນປັດຈຸບັນນີ້ ເຂົາບໍ່ທັນຂົນສົ່ງ ພວກນັ້ນເນາະ ສ່ວນຫລາຍມີແຕ່ ເອົາແຕ່ຈີນມາ ຂົນສົ່ງທັມມະດາ, ແຕ່ວ່າຢູ່ລາວ ອອກໄປ ຍັງບໍ່ທັນມີ ສ່ວນຫລາຍກໍແມ່ນ ນັກທຸຣະກິຈໄທຍ ເຂົ້າມາຂົນສົ່ງ ແຕ່ວ່າຜ່ານນະຄອນຫລວງຊື່ໆ.”

ຣົຖໄຟຂົນສົ່ງສິນຄ້າດັ່ງກ່າວ ເປັນຣົຖໄຟຂະບວນ ເຫລີຍຊານ ເອກສແປຣສ ບັນທຸກສິນຄ້າທັງໝົດ 19 ຕູ້, ໃຊ້ເສັ້ນທາງຣົຖໄຟລາວ-ຈີນ ແລ່ນມາເຖິງນະ ຄອນຫລວງວຽງຈັນ ໃນມື້ວັນທີ 8 ກຸມພານີ້. ຫລັງຈາກນັ້ນ ກໍປ່ຽນຖ່າຍສິນຄ້າ ຈາກສະຖານີວຽງຈັນໃຕ້ ໄປສະຖານີທ່ານາແລ້ງ ເພື່ອນໍາຕູ້ສິນຄ້າທັງໝົດໄປຂຶ້ນຂະບວນຣົຖໄຟໄທຍ. ຣົຖໄຟໄດ້ອອກຈາກທ່ານາແລ້ງ ໄປບາງກອກ ໃນມື້ວັນທີ 9 ກຸມພາ ເພື່ອກະຈາຍສິນຄ້າ ຈາກຈີນນັ້ນໄປຕລາດຕ່າງໆ ໃນປະເທດໄທຍ. ຜັກສ່ວນໃຫຍ່ ທີ່ນຳເຂົ້າຈາກຈີນນັ້ນ ບໍ່ແມ່ນເຣື່ອງໃໝ່ ແຕ່ຫາກມີມາດົນແລ້ວ ເພາະໄທຍມີຄວາມຕ້ອງການຫລາຍ ຍ້ອນຜັກຂອງຈີນ ມີລາຄາຕົ້ນທຶນການຜະລິດຕໍ່າ.

ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ໃນໄທຍ ກ່າວໃນມື້ດຽວກັນນີ້ວ່າ ໄລຍະນີ້ ຈີນໄດ້ເປີດປະເທດເປັນທາງການແລ້ວ, ການຂົນສົ່ງສິນຄ້າຜ່ານທາງຣົຖໄຟ ກໍຈະສະດວກ-ວ່ອງໄວຫລາຍຂຶ້ນ ເມື່ອທຽບກັບການຂົນສົ່ງແບບເກົ່າ ແລະຕົ້ນທຶນການຂົນສົ່ງ ກໍຫລຸດລົງ 20%. ສ່ວນຕອນຂາກັບ ຂອງຣົຖໄຟຈີນ ກໍຈະຂົນເອົາໝາກຍໍາໄຍ, ຖົ່ວລຽນ ແລະໝາກໄມ້ ຕາມຣະດູການ ຕ່າງໆຂອງໄທຍໄປ.

ທ່ານກ່າວວ່າ:

“ຕ້ອງບອກວ່າ ມັນມີມາຢູ່ແລ້ວ ກໍາລັງການຜລິດຂອງຈີນ ມັນຫລາຍຢູ່ແລ້ວ ຍິ່ງຕອນນີ້ ຈີນເປີດປະເທດໃນສ່ວນນຶ່ງ, ແລ້ວກໍຣົຖໄຟ ຖ້າແລ່ນຈາກເມືອງຈີນມາເລີຍ ແບບນີ້ ມັນມີໂອ ກາດທີ່ເຂົາຈະຕີຕູ້ແບບນີ້, ມັນມີສ່ວນ ທີ່ເຂົາຈະຕ້ອງການ ທີ່ໄດ້ຈາກໄທຍໄປຢູ່ແລ້ວ.”

ກ່ຽວກັບເຣື່ອງດັ່ງກ່າວ ຊາວລາວຫລາຍຄົນເຫັນວ່າ ການທີ່ຣົຖໄຟຈີນຂົນສິນຄ້າ ຂອງຈີນຜ່ານລາວ ເຂົ້າໄປໄທຍ ເປັນເຣື່ອງດີຫລາຍ ໃນການຂົນສົ່ງສິນຄ້າ ເຮັດໃຫ້ມີຄວາມສະດວກ ສະບາຍຫລາຍຂຶ້ນ ເພາະໃຊ້ເວລາຂົນສົ່ງສິນຄ້າບໍ່ດົນ, ແຕ່ສໍາລັບສິນຄ້າກະສິກັມ ຂອງລາວ ປະເພດໝາກໄມ້ ຍັງມີໜ້ອຍເກີນໄປ, ລາວບໍ່ມີພໍທີ່ຈະສົ່ງ ອອກໄປຂາຍໃຫ້ຈີນໄດ້ ຄືກັນກັບໄທຍ ຊຶ່ງຣັຖບານລາວ ກໍຄວນສົ່ງເສີມຊາວລາວ ໃຫ້ປູກຫລາຍຂຶ້ນ ເພາະປັດຈຸບັນນີ້ ປູກໝາກໄມ້ ກໍປູກໄວ້ພໍກິນເອງ ແລະຂາຍພາຍໃນເທົ່ານັ້ນ.

ດັ່ງຊາວກະສິກອນ ລາວຜູ້ນຶ່ງເວົ້າວ່າ:

“ສ່ວນຢູ່ໃນລາວ ກໍຍັງໜ້ອຍຢູ່ເນາະ ອັນທີ່ວ່າໄດ້ເກັບຜົນຜລິດຫັ້ນນ່າ ຄືຄົນລາວ ເຂົາເຈົ້າປູກໄວ້ ໃຫ້ລູກໃຫ້ຫລານກິນ ຈັ່ງຊີ້ ສ່ວນຫລາຍກໍແມ່ນ ບາງສ່ວນກໍຂາຍພາຍໃນ ປະເທດນີ້ແຫລະ.”

ໃນຂະນະດຽວກັນ ປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າວ່າ ການສົ່ງສິນຄ້າປະເພດຜັກ, ໝາກໄມ້ອອກໄປຕ່າງປະເທດ ຢູ່ລາວຍັງມີໜ້ອຍ, ສ່ວນໃຫຍ່ຈະແມ່ນນໍາເຂົ້າ, ສິນຄ້າທີ່ສົ່ງອອກ ກໍເຫັນມີແຕ່ມັນຕົ້ນ, ຢາງພາຣາ, ກາເຟ ເທົ່ານັ້ນ.

“ສ່ວນຫລາຍແມ່ນນໍາເຂົ້າ ສໍ່າຜັກ ເຂົາເອົາອອກ ປະເພດມັນຕົ້ນ ກາເຟນີ້ແຫລະ ຢາງພາຣານີ້ແຫລະ ແຕ່ຢາງພາຣານີ້ບໍ່ໄດ້ຂຶ້ນຣົຖໄຟ ເອົາອອກໄປເລີຍນ່າ ທາງຣົຖຂົນສົ່ງອອກໄປວຽດ ອອກໄປຈີນ ເລີຍນ່າ.”

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວ ຜູ້ຂໍສງວນຊື່ ແລະຕໍາ ແໜ່ງທ່ານນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 13 ກຸມພານີ້ວ່າ ການທີ່ລາວ ຈະສົ່ງສິນຄ້າ ປະເພດໝາກໄມ້ ຫລື ສິນຄ້າກະສິກັມອື່ນໆ ໄປຈີນ ຫລືໄປປະເທດອື່ນໆໄດ້ ກໍຕ້ອງເວົ້າເຖິງຄຸນນະພາບ ເປັນເຣື່ອງສໍາຄັນ. ຖ້າຫາກບໍ່ມີຄຸນນະພາບ ສົ່ງອອກບໍ່ໄດ້ ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງສົ່ງເສີມ ໃຫ້ປະຊາ ຊົນລາວຜລິດສິນຄ້າ ທີ່ມີຄຸນນະພາບ ຊຶ່ງຕ້ອງໄດ້ໃຊ້ເວລາ.

“ມັນເວົ້າເຣື່ອງຄຸນນະພາບ ບໍ່ໄດ້ເຂັ້ມງວດເຣື່ອງຄຸນນະພາບ ກໍຕ້ອງໄດ້ຄ່ອຍເປັນຄ່ອຍໄປຫັ້ນນ່າ ເວົ້າເຣື່ອງຄຸນນະພາບມັນສໍາຄັນ ຄຸນນະພາບມັນບໍ່ແມ່ນເຮັດມື້ນຶ່ງ ຍາມດຽວໄດ໋ ມັນກໍຕ້ອງໃຊ້ເວລາ ມັນກໍຄ່ອຍຈະເປັນໄປດອກ.”

ມາຮອດມື້ນີ້ ປະເທດລາວ ກໍຍັງຕ້ອງນໍາສິນຄ້າ ຫລາຍຢ່າງ ຈາກຕ່າງປະເທດ ເຂົ້າມາ ໃນຂະນະທີ່ສາມາດສົ່ງສິນຄ້າ ບາງປະເພດເທົ່ານັ້ນ ອອກໄປຂາຍຕ່າງປະເທດ ເປັນຕົ້ນກໍແມ່ນ ຢາງພາຣາ, ມັນຕົ້ນ ຄໍາ ແຮ່ທາດຕ່າງໆ ແລະອື່ນໆອີກຈໍານວນນຶ່ງ.