ບໍລິສັດ ຂອງຈີນ ແລະ ຫວຽດນາມ ບໍ່ຢາກຮັບແຮງງານລາວ ເຂົ້າມາເຮັດວຽກ

ພອນ ພູມມີທອນ
2025.03.11
ບໍລິສັດ ຂອງຈີນ ແລະ ຫວຽດນາມ ບໍ່ຢາກຮັບແຮງງານລາວ ເຂົ້າມາເຮັດວຽກ ກຳມະກອນ ຄົນໜຶ່ງ ໃນພື້ນທີ່ກໍ່ສ້າງ ຢູນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024.
RFA

ແຂວງຫົວພັນ ເປັນແຂວງໜຶ່ງ ທີ່ມີນັກລົງທຶນ ຈາກຕ່າງປະເທດ ເຂົ້າມາລົງທຶນ ຈຳນວນຫຼາຍບໍລິສັດ ໂດຍສະເພາະຈີນ ແລະຫວຽດນາມ ມັກເຂົ້າມາລົງທຶນ ຂຸດຄົ້ນບໍ່ແຮ່, ກະສິກຳ, ຄ້າຂາຍ, ທຸລະກິດໂຮງແຮມ ແລະອື່ນໆ, ເຊິ່ງສ່ວນຫຼາຍ ບໍ່ຢາກຮັບແຮງງານລາວ ເຂົ້າເຮັດວຽກ ຍ້ອນວ່າ ແຮງງານລາວ ບໍ່ມີວິຊາຊີບ ຫຼືບໍ່ໄດ້ມາດຕະຖານ ຕາມທີ່ຕ້ອງການ ເຮັດໃຫ້ຕ້ອງໄດ້ ນຳເຂົ້າແຮງງານຈີນ ແລະຫວຽດນາມ ເຂົ້າມາເຮັດວຽກ ໃນແຕ່ລະໂຄງການ ຫຼາຍກວ່າ 10%, ເຊິ່ງຂັດຕໍ່ກົດໝາຍ ວ່າດ້ວຍແຮງງານ ທີ່ແມ່ນອະນຸຍາດ ໃຫ້ມີແຮງງານຕ່າງປະເທດ ເຂົ້າມາໄດ້ ພຽງແຕ່ 10% ເທົ່ານັ້ນ.

ເຖິງຢ່າງໃດກໍຕາມ ໃນໄລຍະທີ່ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງຫົວພັນ ລະຫວ່າງ ວັນທີ 2-6 ມີນາ ຜ່ານມານີ້ ໄດ້ແນະນຳໃຫ້ທາງແຂວງຫົວພັນ ຊອກຫາວິທີແກ້ໄຂ ການຫຼຸດຈຳນວນ ການນຳເຂົ້າແຮງງານ ຈາກຕ່າງປະເທດ ແລະ ໃຫ້ຝຶກອົບຮົມວິຊາຊີບ ໃຫ້ແກ່ແຮງງານລາວ ເພື່ອຈະໄດ້ມີວຽກງານເຮັດ ເພີ່ມຂຶ້ນ, ແຕ່ແມ່ນເປັນເລື່ອງຫຍຸ້ງຍາກຫຼາຍ ຍ້ອນ ທາງແຂວງບໍ່ມີງົບປະມານ ໃນການຝຶກອົບຮົມວິຊາຊີບ ໃຫ້ແຮງງານລາວ, ດັ່ງເຈົ້າໜ້າທີ່ ພະແນກແຮງງານ ແລະສະຫວັດດີການສັງຄົມ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ສ່ວນຫຼາຍແຮງງານພາຍໃນ ເຮົາບໍ່ຢາກມີ ແຮງງານລາວເຮົານິ ກໍສ່ວນຫຼາຍ ບໍ່ມີວິຊາຊີບ ທີ່ວ່າຈົບສະເພາະດ້ານມານໍ ບໍ່ໄດ້ມາດຕະຖານ ຕາມເຂົາເຈົ້າຢາກໄດ້ ຫັ້ນໜາ, ແລ້ວເຂົາເຈົ້າ ບໍ່ຢາກຮັບ ທາງບໍລິສັດຫວຽດບໍ່ ຫຼືວ່າຈີນບໍ່ ຈຳເປັນເຂົາເຈົ້າກໍຕ້ອງເອົາຄົນ ເຂົ້າມາຈຳນວນຫຼາຍ ແລ້ວບາດນີ້ ການຝຶກສີມືແຮງງານ ກໍບໍ່ມີງົບປະມານຈະເຮັດ.”


ຂ່າວ ກ່ຽວກັນ
ຄົນລາວ ທີ່ເຮັດວຽກກັບບໍ່ເກືອກາລີ ຂອງຈີນ ໄດ້ເງິນໜ້ອຍກວ່າຄົນງານຈີນ
ຄົນງານຈີນ ຖືກຕໍາຫຼວດກັກໂຕ ຫຼັງໄດ້ບຸກລຸກ ເຂົ້າໄປວັດແທກ ໃນເຂດບ້ານປະຊາຊົນ
ຄົນງານຕ່າງດ້າວ ລັກລອບເຮັດວຽກ ໃນແຂວງໄຊສົມບູນ


ຫົວໜ່ວຍທຸລະກິດ ຕ໊ອງການແຮງງານລາວ ເທົ່າໃດ?

ສ່ວນຕົວເລກ ບັນດາຫົວໜ່ວຍທຸລະກິດ ພາຍໃນແຂວງຫົວພັນ ຕ້ອງການແຮງງານລາວນັ້ນ ຍັງບໍ່ທັນຮູ້ວ່າ ຕ້ອງການເທົ່າໃດ ຍ້ອນຍັງບໍ່ໄດ້ສຳຫຼວດຂໍ້ມູນ. 

ຂະນະທີ່ຊາວບ້ານ ໃນແຂວງຫົວພັນ ນາງໜຶ່ງ ກ່າວວ່າ ປັດຈຸບັນນີ້ ນາຍທຶນຈີນ ແລະຫວຽດນາມ ເຂົ້າມາເຮັດທຸລະກິດ ພາຍໃນແຂວງຫົວພັນ ຈຳນວນຫຼາຍ ແຕ່ທີ່ຜ່ານມາ ກໍບໍ່ເຄີຍເຫັນ ບັນດາຫົວໜ່ວຍທຸລະກິດ ຂອງຄົນຈີນ ແລະຄົນຫວຽດນາມ ເປີດຮັບສະໝັກຫາຄົນງານລາວ ເຂົ້າເຮັດວຽກ ເຊິ່ງຄາດວ່າເຂົາເຈົ້າ ນຳຄົນຂອງເຂົາເອງ ເຂົ້າມາເຮັດ.

“ກໍມີຫຼາຍຢູ່ໃດ໋ ເຫັນເຂົາມາລົງທຶນຫຼາຍຢູ່ ທຸລະກິດຂຸດຄົ້ນບໍ່ແຮ່ຕິ ເຫັນເຂົາ ຈຸຈີນເຂົ້າມາເຮັດ ແຕ່ບໍ່ຮູ້ວ່າ ເຂົາຮັບພະນັກງານແບບໃດ ແລະກໍບໍ່ຮູ້ເຂົາເອົາພະນັກງານແຕ່ໃສ ຄືຈະເອົາແຮງງານເຂົາຕິບາງທີ.”

ພ້ອມກັນນີ້ ຊາວບ້ານໃນແຂວງຫົວພັນ ອີກທ່ານໜຶ່ງ ກ່າວວ່າ ຄົນງານລາວພາຍໃນແຂວງຫົວພັນ ສ່ວນໃຫຍ່ ໄປຫາເຮັດວຽກ ຢູ່ຕ່າງເມືອງ ຕ່າງແຂວງ ເພາະສ່ວນຫຼາຍ ບໍລິສັດ ຂອງຈີນ ແລະຫວຽດນາມ ຈະນຳເຂົ້າຄົນຂອງປະເທດຕົນເອງ ເຂົ້າມາເຮັດວຽກເອງ ຍ້ອນສີມືເຮັດວຽກ ດີກວ່າຄົນງານລາວໃນແຂວງ:

“ແມ່ນແຫຼະ ມັນບໍ່ມີບ່ອນເຮັດວຽກ ກໍເລີຍໄປວຽກ ຢູ່ຕ່າງແຂວງ, ຕົວຢ່າງ ບໍລິສັດຫວຽດ ປະມູນໄດ້ໂຄງການ ໄດ້ຕຶກອາຄານຂອງລັດ ໄດ້ແລ້ວສ່ວນຫຼາຍ ກໍເອົາຄົນເຂົ້າມາເລີຍ ຄົນຫວຽດນາມາຫຼາຍຢູ່ ວ່າສ່ວນຫຼາຍນີ້ ລາວນີ້ ມັນກໍສີມື ມັນກໍບໍ່ດີເທົ່າເຂົາ, ເພິ່ນກໍເລີຍວ່າ ເອົາຜູ້ຊຳນານງານມາເຮັດ."

ຄົນງານລາວ ຢູ່ແຂວງຫົວພັນ ໄປເຮັດວຽກຕ່າງແຂວງ

ຂະນະດຽວກັນ ຊາວບ້ານໃນແຂວງຫົວພັນ ອີກນາງໜຶ່ງ ກໍກ່າວວ່າ ສ່ວນຫຼາຍແລ້ວ ຄົນງານ ພາຍໃນແຂວງຫົວພັນ ບໍ່ຄ່ອຍມີວຽກງານເຮັດ ຈຶ່ງຕ້ອງໄດ້ໄປຫາເຮັດວຽກ ຢູ່ຕ່າງແຂວງ ເປັນຕົ້ນນະຄອນຫຼວງວຽງຈັນ ຍ້ອນມີວຽກງານຫຼາຍ ກວ່າຢູ່ແຂວງຫົວພັນ:

“ສ່ວນຫຼາຍ ກໍເຂົ້າໄປໃນເມືອງໜາ ເພາະມັນມີບ່ອນເຮັດວຽກຫຼາຍ. ອັນນີ້ ມັນກໍມີ ແຕ່ມັນມີໜ້ອຍ, ໄປວຽງ ໄປອັນໃດ ຫັ້ນໜາ. ບາງຄົນ ກໍໄປຕ່າງປະເທດ ບໍ່ວ່າອັນໃດ ຫັ້ນໜາ.”

ເຖິງຢ່າງໃດກໍຕາມ ໃນ ປີ 2024 ຜ່ານມາ ທາງການລາວ ສົ່ງເສີມຄົນງານລາວ ໃຫ້ມີວຽກງານເຮັດ ຢູ່ພາຍໃນປະເທດ ໄດ້ປະມານ 26,000 ປາຍຄົນ, ອີງຕາມການລາຍງານຂອງ ທ່ານ ວິໄລພົງ ສີສົມຫວັງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຮສສ (ແຮງງານ ແລະສະຫວັດດີການສັງຄົມ) ໃນກອງປະຊຸມ ສະຫຼຸບວຽກງານແຮງງານ ແລະສະຫວັດດີການສັງຄົມ ປະຈຳ ປີ 2024 ວັນທີ 18 ກຸມພາ 2024.

ແຕ່ ສຳລັບຈຳນວນດັ່ງກ່າວ ຖືວ່າໜ້ອຍຫຼາຍ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການ ຂອງຫຼາຍບໍລິສັດ ໃນລາວ ທີ່ຕ້ອງການແຮງງານລາວຈຳນວນ 153,315 ຄົນ, ເຊິ່ງໃນນີ້ ມີຈຳນວນບໍລິສັດ ທັງໝົດ 2,600 ຫົວໜ່ວຍ, ອີງຕາມການລາຍງານ ຂອງກົມແຜນການ ແລະການຮ່ວມມື ກະຊວງແຮງງານ ແລະສະຫວັດດີການສັງຄົມ ໃນ ປີ 2023 ເຊິ່ງທາງການລາວ ໄດ້ໃຫ້ບັນດາຫົວໜ່ວຍຕ່າງໆ ສາມາດນຳເຂົ້າແຮງງານຕ່າງປະເທດ ເຂົ້າມາໄດ້, ສ່ວນຫຼາຍ ເປັນແຮງງານພະມ້າ, ຫວຽດນາມ ແລະຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.