ຄົນງານຈີນ ຖືກຕໍາຫຼວດກັກໂຕ ຫຼັງໄດ້ບຸກລຸກ ເຂົ້າໄປວັດແທກ ໃນເຂດບ້ານປະຊາຊົນ

ຈຳປາທອງ
2025.03.07
ຄົນງານຈີນ ຖືກຕໍາຫຼວດກັກໂຕ ຫຼັງໄດ້ບຸກລຸກ ເຂົ້າໄປວັດແທກ ໃນເຂດບ້ານປະຊາຊົນ ຊາວຈີນ ເຂົ້າພື້ນທີ່ ຂອງຊາວບ້ານ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງ. ວັນທີ 5 ເດືອນມີນາ ປີ 2025.
ຮູບພາບຈາກວິດີໂອ ຂອງ ເພຈ FB Khamla Khamla

ຄົນງານ ໂຄງການຂຸດຄົ້ນບໍ່ແຮ່ ຂອງບໍລິສັດຈີນ ແຫ່ງໜຶ່ງ ຢູ່ປະເທດລາວ ທີ່ເປັນຄົນຈີນ ຈໍານວນ 5 ຄົນ ໄດ້ເລາະວັດແທກດິນ ໃນເຂດບ້ານເຮືອນ ຂອງປະຊາຊົນ ເພື່ອສໍາຫຼວດແຮ່ທາດ ຢູ່ບ້ານໂນນນາຄູນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໃນມື້ວັນທີ 6 ມີນານີ້. ການເລາະວັດແທກດິນ ທີ່ວ່ານັ້ນ ພວກຄົນຈີນ ບໍ່ມີໃບອະນຸຍາດ ຫຼືບໍ່ໄດ້ຮັບອະນຸຍາດ ຈາກຜູ້ເປັນເຈົ້າຂອງເຮືອນ. ແຕ່ຢ່າງໃດ, ມື້ວານນີ້ ຕໍາຫຼວດໄດ້ເອົາພວກເຂົາໄປ ປກສ ເມືອງແລ້ວ, ດັ່ງຊາວບ້ານ ຜູ້ໜຶ່ງ ທີ່ຖືກຄົນຈີນ ບຸກເຂົ້າໄປ ໃນເຂດເຮືອນຂອງຕົນ ຢູ່ບ້ານໂນນນາຄູນ ເພື່ອຫວັງວັດແທກດິນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມີນານີ້ ວ່າ:

“ຄົນຈີນ ມື້ວານນີ້ຫວະ ຕໍາຫຼວດ ເພິ່ນເອົາໄປ ປກສ ເມືອງແລ້ວໃດ໋. ເພິ່ນເຂົ້າມາ ລັກມາກວດສອບແຮ່ທາດ ປະມານນີ້ແຫຼະ. ໂນນນາຄູນ ເພິ່ນກໍລົງມາ ຢູ່ເທິງບ້ານ ຫັ້ນແຫຼະ  ມັນກໍຍັງບໍ່ໄດ້ເຮັດແທກ ເຮັດຫຍັງ ຫັ້ນນ່າ. ເພິ່ນປະສານງານມາ ເພິ່ນກໍໃຫ້ຂຶ້ນໄປກ່ອນ ເພາະວ່າ ມັນບໍ່ມີໃບ ເພິ່ນກໍສົ່ງໜັງສືລົງມາ ຂໍ້ສະເໜີຫຍັງ ກໍຍັງບໍ່ຮູ້ເລີຍ ກໍບໍ່ຮູ້ຄືກັນ ເພາະວ່າເຂດຂ້ອຍ ມັນກໍບໍ່ມີແຮ່ຫຍັງນ່າ. ມັນກໍປົກກະຕິ ມັນມາ 5 ຄົນ ມື້ວານນີ້ແຫຼະ ແມ່ນຕໍາຫຼວດ ເພິ່ນເອົາໄປແລ້ວ ຊັບພະຍາກອນ ເພິ່ນກໍລົງມາ.”

ຄົນຈີນມາວັດແທກ ເຮັດໃຫ້ຊາວບ້ານກັງວົນ

ແລະປະຊາຊົນອີກຜູ້ໜຶ່ງ ທີ່ຖືກຄົນຈີນ ທີ່ເປັນຄົນງານບໍລິສັດ ນັ້ນ ເຂົ້າວັດແທກດິນ ຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດ ກໍເວົ້າວ່າ ຄົນຈີນກຸ່ມນີ້ ເລາະແທກດິນຂອງປະຊາຊົນ ໄປທົ່ວບ້ານ ເຮັດໃຫ້ຊາວບ້ານ ກັງວົນໃຈ, ແຕ່ເຈົ້າໜ້າທີ່ຕໍາຫຼວດ ກໍໄດ້ມານໍາ ເອົາພວກເຂົາໄປແລ້ວ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ວ່າ:

“ແມ່ນ ແມ່ນມີຄົນຈີນມາຢູ່ ເຮັດອັນບໍ່ແຮ່ ບໍ່ແຮ່ ແມ່ນເລາະໄປເກືອບທົ່ວບ້ານເລີຍ ມື້ວານນີ້ ເຫັນຕໍາຫຼວດ ເພິ່ນເອົາໄປແລ້ວ.”

ໃນມື້ດຽວກັນ ກັບການໄປວັດແທກດິນປະຊາຊົນ ນັ້ນ ເຈົ້າໜ້າທີ່ ບ້ານໂນນນາຄູນ ເມືອງອຸທຸມພອນ ກໍໄດ້ສັ່ງໃຫ້ຄົນຈີນ ໂຈະ ບໍ່ໃຫ້ວັດແທກດິນ ຕໍ່ໄປອີກ ແລະ ໄດ້ຍຶດໜັງສືຜ່ານແດນ ຂອງພວກເຂົາ ໄວ້.

ຊາວບ້ານ ຈໍານວນໜຶ່ງ ທີ່ເຫັນເຫດການດັ່ງກ່າວ ກໍໄດ້ຖ່າຍຄລິບວີດີໂອ ແລ້ວເຜີຍແຜ່ ທາງສື່ສັງຄົມອອນລາຍ ໂດຍສະແດງຄວາມບໍ່ພໍໃຈ ຕໍ່ພວກຄົນຈີນ ທີ່ບໍ່ໄດ້ແຈ້ງເຕືອນເຈົ້າຂອງດິນ ຮູ້ລ່ວງໜ້າ ກ່ອນທີ່ຈະເຂົ້າໄປ ວັດແທກດິນ ໃນເຂດເຮືອນ ຂອງຊາວບ້ານໂນນນາຄູນ ນັ້ນ.

ຄົນງານຈີນ ໄດ້ຮັບໃບອະນຸຍາດ ຈາກໃຜ ແທ້?

ກ່ຽວກັບເຫດການດັ່ງກ່າວ ຈາກການສອບສວນເບື້ອງຕົ້ນ ຂອງເຈົ້າໜ້າທີ່ ພົບວ່າ ພວກຄົນງານຈີນ ທີ່ມາວັດແທກດິນ ຢູ່ບ້ານໂນນນາຄູນ ນັ້ນ ມີໃບອະນຸຍາດຈາກທາງກົມ ໃຫ້ສໍາຫຼວດ ມາກວດຊື່ໆ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕໍາຫຼວດປ້ອງກັນຄວາມສະຫງົບ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມີນານີ້:

“ອັນນີ້ ອັ່ນ ກັກພາສປອດເພິ່ນມາໄວ້ ຄົນຈີນອັ່ນນ່າ  ຄວາມໝາຍຂະເຈົ້າ ເຂົ້າມາສໍາຫຼວດ ອັນບໍ່ແຮ່ເດີ ບໍ່ໄດ້ມີມາ ເອົາເດັກນ້ອຍ ບໍ່ໄດ້ຫຍັງດອກ ມາກວດຊື່ໆ ບໍ່ໄດ້ມີຫຍັງດອກ ມີຄົບເບິດເດີ ເພາະວ່າເພິ່ນມີເອກກສານ ມາຈາກທາງກົມ ຄົບເບິດ ແຕ່ວ່າຕອນນີ້ ປຶກສາກັນຢູ່ວ່າ ຈະໃຫ້ດໍາເນີນການຕໍ່ ຫຼືວ່າເຮັດຈັ່ງໃດ, ສໍາຫຼວດ ຖ່າຍພາບ ອີ່ຫຍັງສັກຢ່າງຫັ້ນແຫຼະ ພວກເຮົາ ກໍຍັງບໍ່ເຂົ້າໃຈລະອຽດ.”


ຂ່າວ ກ່ຽວກັນ

ຊາວບ້ານ ຂໍໃຫ້ທາງການ ລົງກວດກາ ໂຄງການຂຸດຄົ້ນແຮ່ທາດ ຫຼັງຈາກມີຂໍ້ຂັດແຍ່ງທີ່ດິນ

ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ບ້ານຊຽງດາ ກັບ ບໍລິສັດນໍ້າທາ ສືບຕໍ່

ຊາວບ້ານ ຢ້ານດິນຖືກຍຶດ ຫາກບໍ່ມີໃບຕາດິນ


ເວົ້າເລື່ອງການຂຸດຄົ້ນບໍ່ແຮ່ ຢູ່ແຂວງສະຫວັນນະເຂດ ເຈົ້າໜ້າທີ່ເມືອງອຸທຸມພອນ ທ່ານໜຶ່ງ ເວົ້າວ່າ ມີຫຼາຍໂຄງການ ທັງຂອງນັກທຸລະກິດຈີນ ແລະຫວຽດນາມ ຊຶ່ງສ່ວນຫຼາຍ ຢູ່ເມືອງວິລະບູລີ. ສ່ວນຢູ່ເມືອງອຸທຸມພອນ ບໍ່ທັນມີຫຼາຍປານ ໃດ.

“ພຸ້ນແລ້ວ ວີລະພຸ້ນແຫຼະ. ຄົນຈີນມາ ມີບໍ່ຄໍາເດ ອັນນັ້ນ ເປັນບໍລິສັດ ອັນນັ້ນ ຂະເຈົ້າຄືອັນນັ້ນ ກໍບໍ່ຮູ້ວ່າ ຄືບໍລິສັດລ້ານຊ້າງມິເນຣອນ ຄົນຈີນ ມັນກໍມີ ເປັນຄົນຈີນ ຂະເຈົ້າ.”

ເມື່ອກ່ອນໜ້ານີ້ ທ່ານ ພົມມາ ຈັນທະວົງ ຮອງເລຂາຄະນະພັກຮາກຖານ ແລະຮັກສາການຫົວໜ້າ ພະແນກພະລັງງານ ແລະບໍ່ແຮ່ ແຂວງສະຫວັນນະເຂດ ກໍໄດ້ກ່າວ ຢູ່ທີ່ຫ້ອງປະຊຸມ ພະແນກພະລັງງານ ແລະບໍ່ແຮ່ ແຂວງສະຫວັນນະເຂດ ໃນມື້ວັນທີ 18 ກຸມພາ ທີ່ຫາກໍຜ່ານມານີ້ ວ່າ ໃນໄລຍະ 1 ປີ ທີ່ຜ່ານມາ ແຂວງສະຫວັນນະເຂດ ມີກິດຈະການ ໃນຂົງເຂດພະລັງງານ ແລະບໍ່ແຮ່ 108 ຫົວໜ່ວຍ ຊຶ່ງໃນນັ້ນ ດ້ານພະລັງງານມີ 51 ຫົວໜ່ວຍ ແລະ ດ້ານທໍລະນີສາດ ແລະບໍ່ແຮ່ ມີ 57 ຫົວໜ່ວຍ. ໃນປີ 2024 ທີ່ຜ່ານມາ ການຜະລິດດ້ານພະລັງງານ ແລະບໍ່ແຮ່ ມີມູນຄ່າ 8,171.34 ຕື້ກີບ, ມູນຄ່າການຈໍາໜ່າຍພາຍໃນ ມີ 597 ຕື້ປາຍກີບ ແລະ ມູນຄ່າ ການຈໍາໜ່າຍຕ່າງປະເທດ ມີ 461 ລ້ານປາຍໂດລ້າ ສະຫະລັດ ທຽບໃສ່ ປີ 2023 ແມ່ນມີມູນຄ່າ ເພີ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.