ບໍລິສັດຈີນ ໄດ້ຮັບສໍາປະທານ ຂຸດຄົ້ນ ແລະປຸງແຕ່ງ ຫີນອ່ອນມາໂບ້
2025.03.10

ພະແນກແຜນການ ແລະການລົງທຶນ ແຂວງຄໍາມ່ວນ ໄດ້ເຊັນສັນຍາກັບບໍລິສັດ ຟູເປົ່າ ການຄ້າ ແລະພັດທະນາກະສິກຳ ຈຳກັດຜູ້ດຽວ ຂອງຈີນ ໃນມື້ວັນທີ 7 ມີນາ 2025 ໃຫ້ສໍາປະທານພື້ນທີ່ ຂຸດຄົ້ນ ແລະສ້າງໂຮງງານ ປຸງແຕ່ງຫີນອ່ອນມາໂບ້ (Marble) ຢູ່ບ້ານນາດີ ເມືອງມະຫາໄຊ ໃນເນື້ອທີ່ 4 ເຮັກຕາ, ມູນຄ່າການລົງທຶນທັງໝົດ 1,100,000 ໂດລ້າ ສະຫະລັດ, ມີກໍານົດສໍາປະທານ 5 ປີ ແລະ ສາມາດຕໍ່ສັນຍາ ສໍາປະທານນັ້ນ ໄດ້ຕື່ມອີກ ຕາມລະບຽບກົດໝາຍ.
ພື້ນທີ່ສຳປະທານ ຈະກວມເອົາດິນ ຂອງປະຊາຊົນ
ເຂດບ້ານນາດີ ທີ່ທາງໂຄງການຂຸດຄົ້ນ ແລະສ້າງໂຮງງານ ປຸງແຕ່ງຫີນອ່ອນ ຂອງບໍລິສັດຈີນ ຈະກວມເອົາ ນີ້ ມີທັງດິນ ຂອງປະຊາຊົນ ທີ່ຢູ່ໃກ້ຕີນຜາ, ໄດ້ມີການສໍາຫຼວດ ຫີນອ່ອນໄປແລ້ວ ແລະ ຄາດວ່າ ຈະເລີ່ມຂຸດຄົ້ນ ໃນໄວໆນີ້. ເມື່ອກ່ອນນັ້ນ ຄືປີກາຍ ກໍມີບໍລິສັດຈີນ ບໍລິສັດໜຶ່ງ ກໍໄດ້ເຂົ້າມາຂຸດຄົ້ນ ຫີນອ່ອນມາໂບ້ ຢູ່ບ້ານແຕນ ຊຶ່ງເປັນບ້ານໃກ້ຄຽງ ກັບບ້ານນາດີ ນີ້ແລ້ວ.
ໂຄງການຂຸດຄົ້ນ ແລະປຸງແຕ່ງ ຫີນອ່ອນ ຢູ່ບ້ານນາດີ ທີ່ວ່ານີ້ ກວມເອົາດິນ ຂອງຊາວບ້ານສ່ວນໜຶ່ງ ຊຶ່ງທາງບໍລິສັດ ກໍໄດ້ຊື້ຈາກຊາວບ້ານແລ້ວ, ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານນາຕຸງ ທີ່ຢູ່ໃກ້ຄຽງ ກັບບ້ານນາດີ ຜູ້ໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ມີນານີ້:
“ຂອງນາດີນີ້ ເຂົາກໍຊື້ດິນໄວ້ເດ ກໍຂອງຄົນຈີນ ນາດີເຮັດນໍາຫຼັງ. ມັນມາຊື້ດິນ ແຕ່ຍັງບໍ່ໄດ້ເຮັດ ມັນກໍມາເຈາະເບິ່ງແລ້ວ ເຊັກເບິ່ງຫີນແລ້ວ, ແຕ່ວ່າບ້ານແຕນນີ້ ເຂົາຂຸດແລ້ວ ຂຸດໄດ້ປະມານໜຶ່ງປີ ປີປາຍແລ້ວ. ສ່ວນໜຶ່ງ ກໍຖືກຂອງປະຊາຊົນ ປະຊາຊົນມີໃບຕາດິນແລ້ວ ແຕ່ວ່າເຂົາເຈົ້າມາຊື້ຕໍ່ ແຕ່ສ່ວນໜຶ່ງ ມັນກໍຢູ່ໃກ້ຕີນຜາ ໃກ້ຕີນຜາ ມັນກໍແມ່ນຂອງປະຊາຊົນ ຫັ້ນນ່າ ເພາະວ່າ ເຂົາເຈົ້າຊິບໍ່ແທັກ ໃບຕາດິນ ໃຫ້ປະຊາຊົນ.”
ເວົ້າເຖິງຫີນອ່ອນມາໂບ້ ຢູ່ເມືອງມະຫາໄຊ ອີງຕາມຄໍາເວົ້າ ຂອງຊາວບ້ານ ຜູ້ໜຶ່ງ ທີ່ຮັບແລ່ນເລື່ອງ ການລົງທຶນຂຸດຄົ້ນບໍ່ແຮ່ ຢູ່ນີ້ແລ້ວ ແມ່ນວ່າ ມີຢູ່ຫຼາຍບ້ານ ຫຼາຍຈຸດ ທີ່ຍັງບໍ່ທັນມີບໍລິສັດໃດ ເຂົ້າມາຂຸດຄົ້ນ:
“ຢູ່ບ້ານນາດີ ແລ້ວ ກໍຢູ່ບ້ານແຕນ ໃກໆ ກັນຫັ້ນ ຫີນມາໂບ້ສ່ວນຫຼາຍ ແຕ່ວ່າ ມັນກໍມີຫຼາຍຈຸດ ທີ່ວ່າບໍ່ທັນມີຫຼາຍບໍລິສັດ ເຂົ້າມາຂຸດຄົ້ນນ່າ ຫີນມາໂບ້ນີ້ ມັນຈະເປັນພູ ເປັນຂອງລັດ ຢູ່ແລ້ວ. ການທີ່ຈະໄດ້ຊົດເຊີຍແລ້ວ ແມ່ນໜຶ່ງ ບ່ອນສ້າງຕັ້ງ ໂຮງງານຫັ້ນ ຕັ້ງໂຮງງານ ມັນຕ້ອງຢູ່ພື້ນທີ່ຮາບພຽງນໍ.”
ກ່ຽວກັບໂຄງການຂຸດຄົ້ນ ແລະປຸງແຕ່ງ ຫິນອ່ອນ ຢູ່ບ້ານນາດີນີ້ ເຈົ້າຂອງຮ້ານອາຫານ ແຫ່ງໜຶ່ງ ຢູ່ເມືອງມະຫາໄຊ ເວົ້າວ່າ ຫາກໍໄດ້ຍິນຂ່າວ ແລະ ໂຄງການນີ້ ກວມເອົາດິນ ຂອງປະຊາຊົນສ່ວນໜຶ່ງ, ແຕ່ກໍຍັງບໍ່ຮູ້ວ່າ ທາງການເພິ່ນ ຊົດເຊີຍໃຫ້ຊາວບ້ານນັ້ນ ແນວໃດ ຍ້ອນບໍ່ໄດ້ຕິດຕາມຂ່າວ ຢ່າງໃກ້ຊິດ ແລະ ບໍ່ຮູ້ຈັກກັບຊາວບ້ານ ໃນເຂດນັ້ນ, ດັ່ງທີ່ນາງເວົ້າວ່າ:
“ບ້ານນາດີນີ່ ມັນເປັນຈີນ ຈີນກໍາລັງສໍາປະທານຢູ່ຫັ້ນ ແມ່ນແລ້ວ ກວມຫັ້ນແຫຼະ ແຕ່ບໍ່ຮູ້ວ່າ ເພິ່ນຊົດເຊີຍກັນແນວໃດ ຂ້ອຍກໍບໍ່ຈັກ ອັນນີ້ຫັ້ນ.”
ຄວາມກັງວົນ ຂອງປະຊາຊົນ
ເວົ້າເລື່ອງດິນ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ທີ່ວ່ານີ້ ເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງເມືອງມະຫາໄຊ ແຂວງຄໍາມ່ວນ ທ່ານໜຶ່ງ ເວົ້າວ່າ ໂຄງການຂຸດຄົ້ນ ແລະສ້າງໂຮງງານປຸງແຕ່ງ ຫີນອ່ອນມາໂບ້ ຢູ່ບ້ານນາດີ ກວມເອົາດິນຊາວບ້ານ ປະມານ 10 ປາຍຄອບຄົວ ຊຶ່ງໃນນັ້ນ ສ່ວນໜຶ່ງ ໄດ້ຂາຍດິນຂອງຕົນ ເອົາເງິນເປັນກ້ອນ ຂະນະອີກສ່ວນໜຶ່ງ ກໍຈະໄດ້ຮັບຄ່າຊົດເຊີຍ ຕາມຂັ້ນຕອນ, ດັ່ງທີ່ທ່ານກ່າວວ່າ:
“ສະເພາະຄອບຄົວທີ່ກະທົບ ກໍຊິປະມານ 10 ກວ່າ ນີ້ແຫຼະ 10 ກວ່າຄອບຄົວ ນີ້ແຫຼະ. ຈໍານວນໜຶ່ງ ຊົດເຊີຍ ຈໍານວນໜຶ່ງ ກໍຂາຍ. ເຂົາເຈົ້າ ກະຢາກໄປລົງທຶນ ເປັນກ້ອນເປັນຫຍັງ ໄປລົງທຶນ ເຮັດແນວອື່ນ ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ພາຍຫຼັງທີ່ໄດ້ມີ ການເຊັນສັນຍານັ້ນ ໄປແລ້ວ ທາງການແຂວງຄໍາມ່ວນ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຈະໄດ້ຕິດຕາມ ກວດກາ ການດໍາເນີນງານ ຂອງໂຄງການ ເພື່ອໃຫ້ທາງບໍລິສັດ ປະຕິບັດຕາມສັນຍາ, ຕາມກໍານົດເວລາ ແລະເງື່ອນໄຂທີ່ມີໄວ້ ເນື່ອງຈາກ ເມື່ອກ່ອນໜ້ານີ້ ເຄີຍເກີດກໍລະນີ ບໍລິສັດໄດ້ສັນຍາ ສໍາປະທານໄປແລ້ວ ແຕ່ບໍ່ປະຕິບັດ ແລະໄດ້ມິດງຽບໄປ.
ຂ່າວ ກ່ຽວກັນ
ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດ ບໍ່ຄຸ້ມຄ່າ
ຜູ້ສຳປະທານ ຂຸດແຮ່ຄຳຕົກຂ້ອນ ທົດລອງເມືອງທ່າໂທມ ຄືນພື້ນທີ່ ໃຫ້ຜູ້ໄດ້ຮັບຜົນກະທົບ
ຣັຖບານ ອະນຸຍາດໃຫ້ເອກະຊົນ ຂຸດຄົ້ນແຮ່ເຫຼັກຢູ່ ອັດຕະປື
ການປະຕິບັດໂຄງການດັ່ງກ່າວ ຈະມີທັງການ ບຸກເບີກສະຖານທີ່ຂຸດຄົ້ນ ແລະບ່ອນເກັບມ້ຽນ ຫີນອ່ອນມາໂບ້, ການສ້າງທາງ ເຂົ້າຫາບ່ອນຂຸດຄົ້ນ ແລະ ສ້າງໂຮງງານ ແລະອື່ນໆ.
ນອກຈາກການໃຫ້ສໍາປະທານຂຸດຄົ້ນ ແລະປຸງແຕ່ງ ຫີນອ່ອນມາໂບ້ ຢູ່ບ້ານນາດີ ເມືອງມະຫາໄຊ ແຂວງຄໍາມ່ວນ ໃນຕົ້ນ ປີ 2025 ນີ້ແລ້ວ, ຢູ່ແຂວງອັດຕະປື ເມື່ອ ປີ 2024 ທີ່ຜ່ານມາ ພະແນກແຜນການ ແລະການລົງທຶນ ແຂວງນີ້ ກໍໄດ້ເຊັນສັນຍາກັບບໍລິສັດ ແສງອາລຸນ ຂຸດຄົ້ນ ແລະປຸງແຕ່ງ ຫີນອ່ອນ ປາໂກໄດ ອັດຕະປື ຈຳກັດ ໃຫ້ຂຸດຄົ້ນໃນເນື້ອທີ່ 4 ເຮັກຕ້າ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແລະ ສ້າງໂຮງງານປຸງແຕ່ງ ໃນເນື້ອທີ່ 7.5 ເຮັກຕ້າ ຢູ່ເຂດບ້ານ ທາດພະໄຊ ເມືອງໄຊເສດຖາ, ມີໄລຍະສໍາປະທານ ທັງໝົດ 8 ປີ.