ຣັຖບານ ອະນຸຍາດໃຫ້ເອກະຊົນ ຂຸດຄົ້ນແຮ່ເຫຼັກຢູ່ ອັດຕະປື
2024.01.22
ຣັຖບານລາວ ໄດ້ອະນຸຍາດໃຫ້ ບໍຣິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ສັມປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານ ທົ່ງໄກ່ໂອກ ເມືອງຊານໄຊ ແຂວງອັດຕະປື ໃນເນື້ອທີ່ປະມານ 2.5 ກິໂລຕາແມັດ.
ການເຊັນສັນຍາ ລະຫວ່າງ ຣັຖບານ ກັບບໍຣິສັດດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 16 ມົກກະຣາ 2024 ທີ່ຜ່ານມາ, ອີງຕາມຂໍ້ມູນຈາກປະຊາຊົນ ແຂວງ ອັດຕະປື.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຍັງບໍ່ສາມາດເປີດເຜີຍຂໍ້ມູນໄດ້.
ຈຸດທີ່ຕັ້ງຂອງການຂຸດຄົ້ນ ຢູ່ເທິງພູ ແລະ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ. ຊາວເມືອງຊານໄຊ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ໄກເຕີບ. ປະມານ 100 ປາຍກວ່າຫຼັກ. ເຂົາຂຸດຄົ້ນແລ້ວ ໄດ໋. ບໍ່ເຫຼັກຫັ້ນນ່າ ຢູ່ເທິງພູພຸ້ນ. ໂຕນີ້! ໂຕນີ້ມັນກະມີຜົລກະທົບ. ຊິເປັນພວກກ່ຽວກັບບໍ່ເຫຼັກ ແລ້ວເຂົາຈະໃຊ້ອັນໃດເນາະ ເຮົາກໍບໍ່ຮູ້ນໍາເຂົາຫັ້ນນ່າ. ມັນກະມີແຫຼະເນາະ ຜົລກະທົບ.”
ການຂຸດຄົ້ນແຮ່ເຫຼັກ ຢູ່ເຂດບ້ານທົ່ງໄກ່ໂອກ ໄດ້ເຣີ່ມດໍາເນີນການແລ້ວ, ແຕ່ຊາວບ້ານ ຍັງບໍ່ທັນຮູ້ຣາຍລະອຽດ ກ່ຽວກັບໂຄງການດັ່ງກ່າວ.
ຊາວເມືອງຊານໄຊ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ແມ່ນໆ ເຂົາອັນນັ້ນ ເຮັດຂຸດຄົ້ນເດ້ຢູ່ຫັ້ນໄກໆໂພດ. ຢູ່ພຸ້ນ ໄກເຕີບ. ໂອຍ ຍາກ ເຕັມມື້ພຸ້ນແຫຼະ. ໄກແຫຼະ ປະມານມື້ນຶ່ງພຸ້ນແຫຼະໄປ. ຈັ່ງວ່າເດີ ບໍ່ໄດ້ຮູ້ບໍ່ໄດ້ໄປ ບໍ່ໄດ້ໄປເອົານ່າ.”
ການຂຸດຄົ້ນເຣີ່ມຂຶ້ນໃນປີ 2023 ທີ່ຜ່ານມາ ແລະ ໄດ້ສົ່ງຜົລກະທົບຕໍ່ສັດລ້ຽງ ຂອງປະຊາຊົນ.
ເຈົ້າໜ້າທີ່ເມືອງຊານໄຊ ທ່ານນຶ່ງ ທີ່ຂໍສງວນຊື່ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ແມ່ນມີໆໆໆ ກໍາລັງເປີດໃໝ່ໆ. ມັນໄດ້ເຂົ້າມາແລ້ວ ມັນຊິສົ່ງຜົລກະທົບຫຍັງກັບປະຊາຊົນ. ກັບຊີວິດການເປັນຢູ່ ຂອງປະຊາຊົນບໍ. ເວົ້າເຣື່ອງຄວາມກະທົບນີ້ ອາດຈະມີ 70 ເປີເຊັນຂຶ້ນເມືອພຸ້ນແຫຼະ. ເວົ້າເຣື່ອງປະເພດສັດລ້ຽງນີ້ກະຫຼາຍຢູ່ ຢູ່ຫັ້ນ.”
ບໍຣິສັດ ທີ່ເປັນເຈົ້າຂອງໂຄງການ ຍັງບໍ່ທັນເປີດຮັບສມັກພະນັກງານ ເຂົ້າມາເຮັດວຽກ ໃນໂຄງການຂຸດຄົ້ນ. ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ໂອ້ຕົ້ນປີມານີ້ ຍັງບໍ່ທັນ ໄດ້ຮັບແຈ້ງອິຫຍັງມາເທື່ອນ່າ. ອັນນີ້ ຍັງບໍ່ທັນ ໄດ້ເຫັນເພິ່ນແຈ້ງມາເທື່ອເດ້ ວ່າ ເພິ່ນຊິຮັບວຽກອິຫຍັງ. ຕ້ອງໄດ້ເຫັນເພິ່ນວ່າໃຫ້ປະກາດໃຫ້.”
ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນປີ 2023 ທີ່ຜ່ານມາ, ສມາຊິກສະພາແຫ່ງຊາຕ ຫຼື ສສຊ ບາງທ່ານ ໄດ້ມີການອະພິປາຍຄັດຄ້ານ ເລື່ອງການໃຫ້ສັມປະທານ ຂຸດຄົ້ນແຮ່ທາດ ຢູ່ປະເທດລາວ.
ທ່ານ ສີຄໍາ ບຸນມີໄຊ ສມາຊິກສະພາແຫ່ງຊາຕ ແຂວງຫົວພັນ ໄດ້ກ່າວຕອນນຶ່ງວ່າ:
“ການຂຸດຄົ້ນແຮ່ທາດຈັ່ງຊີ້. ໂຕຈິງແລ້ວຜ່ານມານີ້ແມ່ນຖືວ່າ ການລົງທຶນຫັ້ນແບບທີ່ວ່າ ບໍ່ໄດ້ເອົາຄໍາເຫັນຂອງປະຊາຊົນ ມີແຕ່ວ່າ ເບື້ອງຣັຖໄທເຮົານີ້ເຫັນດີວ່າ ໄປຂຸດຄົ້ນກະໄປຂຸດຄົ້ນ. ຈັ່ງຊັ້ນໃນໄລຍະຜ່ານມານີ້ມີຜົລກະທົບຫຼາຍ ຖືວ່າປະຊາຊົນນີ້ ມີຜົລເສັຽຫາຍໜັກໜ່ວງ.”
ທົ່ວແຂວງອັດຕະປື ມີປະມານ 50 ບໍຣິສັດ ເຂົ້າມາຂຸດຄົ້ນແຮ່ທາດ ກວມເອົາເນື້ອທີ່ເກືອບ 3,000 ກິໂລຕາແມັດ ອີງຕາມການຣາຍງານຂອງທ່ານ ວິທະຍາ ພົມມະຈັນ, ຫົວໜ້າຜແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ໃນປີ 2022.