ກວດພົບ ໄມໂຄຣປລາສຕິກ ໃນສາຍນ້ຳຄານ

ພອນ ພູມມີທອນ
2025.03.12
ກວດພົບ ໄມໂຄຣປລາສຕິກ ໃນສາຍນ້ຳຄານ ຮູບພາບນ້ຳຄານ ຖ່າຍຈາກມູມຈຸດສູງ ແຫ່ງໜຶ່ງ. ເດືອນສິງຫາ ປີ 2022.
RFA

ໃນ ປີ 2024 ຄະນະວິທະຍາສາດ ສິ່ງແວດລ້ອມ ມະຫາວິທະຍາໄລ ແຫ່ງຊາດ ໄດ້ເຮັດ ການສຶກສາຄຸນນະພາບນ້ຳ ແລະການປົນເປື້ອນ ຂອງໄມໂຄຣປລາສຕິກ ຫຼືຊິ້ນສ່ວນ ປລາສຕິກຂະໜາດນ້ອຍ ທີ່ເບິ່ງບໍ່ເຫັນ ດ້ວຍຕາເປົ່າ ຢູ່ໃນສາຍນ້ຳຄານ ເຂດນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ເຊິ່ງພົບວ່າ ມີໄມໂຄຣປລາສຕິກ ຈຳນວນຫຼາຍ ໂດຍສະເພາະ ແມ່ນປະເພດ ໂພລີເອັສເຕີ (Polyester) ທີ່ຢູ່ໃນຜະລິດ ພາຊະນະ ໃສ່ອາຫານ, ເຄື່ອງນຸ່ງ, ເສື້ອຜ້າ ແລະວັດສະດຸທາງການແພດ ປະມານ 33.33% ແລະ ຊະນິດອື່ນໆ.

ຂະນະທີ່ ເຈົ້າໜ້າທີ່ ພະແນກຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແຂວງຫຼວງພຣະບາງ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະຕຳແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ມີນາ ນີ້ວ່າ ຂໍ້ມູນກ່ຽວກັບ ເລື່ອງໄມໂຄຣປລາສຕິກ ດັ່ງກ່າວນີ້ ທ່ານເອງ ກໍຍັງບໍ່ຮູ້ລາຍລະອຽດແທ້ ວ່າມີຈຳນວນຫຼາຍເທົ່າໃດ ແຕ່ກໍຮູ້ວ່າ ທາງຄະນະ ຈາກມະຫາວິທະຍາໄລແຫ່ງຊາດ ໄດ້ລົງສຳຫຼວດ ແລະວິໄຈ ສາຍນ້ຳຄານ. ພົບວ່າ ມີໄມໂຄຣປລາສຕິກໃນນ້ຳ ຈຳນວນຫຼາຍ, ສາເຫດ ແມ່ນເກີດຈາກ ການຖິ້ມຂີ້ເຫຍື້ອ ຊະຊາຍ ລົງໃສ່ແມ່ນ້ຳຄານ ແຕ່ທາງການ ກໍຍັງບໍ່ມີແນວທາງແກ້ໄຂ ຈິງຈັງ ຍ້ອນ ບໍ່ມີງົບປະມານ ສະເພາະ:

"ຍັງບໍ່ມີຂໍ້ມູນຊັດເຈນ ວ່າມີປະລິມານໜ້ອຍຫຼາຍສ່ຳໃດ. ບໍ່ໄດ້ເຮັດຣີເຊິດແດ່ ເຮົາບໍ່ມີງົບ. ຜ່ານມາ ມັນກໍມີ, ມຊ ເຂົາເຈົ້າ ກໍເຮັດຢູ່. ສ່ວນຫຼາຍ ຖິ້ມຂີ້ເຫຍື່ອ ຊະຊາຍ ແລ້ວໄຫຼສູ່ແມ່ນ້ຳ. ມັນກໍມີຜົນ ຫັ້ນແຫຼະເນາະ, ໄມໂຄຣປລາສຕິກ ປາມັນໄປກິນ ມັນກະເຮັດໃຫ້ເຊື້ອຢູ່ໃນປາ. ຄົນເຮົາກິນປາ ມັນກໍຈະເປັນເຊື້ອມະເຮັງ ເຊື້ອຫຍັງຕ່າງໆ ຫັ້ນແຫຼະ."

ທາງການ ໃຫ້ຄວາມສຳຄັນ ແຕ່ງົບບໍ່ພໍ

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທາງການ ກໍມີພຽງແຕ່ໂຄສະນາ ເທົ່ານັ້ນ ໃນເລື່ອງການລົນນະລົງ ການຫຼຸດໃຊ້ປລາສຕິກ ແລະ ໃຫ້ໃຊ້ຖົງຜ້າແທນ ພ້ອມທັງຍັງໂຄສະນະ ຫ້າມຖິ້ມຂີ້ເຫຍື່ອ ຊະຊາຍ ລົງສູ່ແມ່ນ້ຳ ຢູ່ເລື້ອຍໆ. ແຕ່ເຖິງຢ່າງໃດກໍຕາມ ໃນ ປີ 2025 ນີ້ ທາງການແຂວງ ກໍມີແຜນ ຈະສະເໜີເຖິງ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ເພື່ອຫາທາງແກ້ໄຂ:

"ເຮົາກໍເຮັດຢູ່ເດີໂຕນີ້ ມີການຫຼຸດຜ່ອນປລາສຕິກ ມີການໂຄສະນາຫ້າມການນຳໃຊ້ ເກັບມ້ຽນຂີ້ເຫຍື້ອເດີ ຊິມີລົດເກັບເທດສະບານມາເອົາ ຫ້າມໄປຖິ້ມລົງໃນແມ່ນ້ຳ."

ຂະນະທີ່ ເຈົ້າໜ້າທີ່ ອົງການດ້ານສິ່ງແວດລ້ອມ ທີ່ບໍ່ຂຶ້ນກັບລັດຖະບານ ນາງໜຶ່ງ ຜູ້ຂໍສະຫງວນຊື່ ແລະຕຳແໜ່ງ ກ່າວວ່າ ທາງມະຫາວິທະຍາໄລແຫ່ງຊາດ ກໍເຄີຍສຳຫຼວດ ແລະວິໄຈຄົ້ນຄວ້າ ບັນຫາດັ່ງກ່າວ ມາແຕ່ປະມານ ປີ 2020 ແລ້ວ, ເຊິ່ງບໍ່ແມ່ນເລື່ອງໃໝ່ ໃນລາວ ທີ່ຄົ້ນພົບບັນຫານີ້:

"ບໍ່ໃໝ່ເດີ ເພາະວ່າ ຄົ້ນພົບຕັ້ງແຕ່ 2020 ແລ້ວ ໃນລາວ ອິນເສິດທຳອິດ ແມ່ນ ມຊ ເພິ່ນເປັນຄົນວິໄຈ ແລ້ວກະທາງ Econews ເພິ່ນເອົາມາລົງຂ່າວ."

ແຕ່ເຖິງຢ່າງໃດກໍຕາມ ຊາວບ້ານ ແລະບັນດາຮ້ານອາຫານ ຢູ່ເຂດບໍລິເວນນ້ຳຄານ ສ່ວນໃຫຍ່ ກໍບໍ່ຮູ້ເຖິງ ຂໍ້ມູນກ່ຽວກັບໄມໂຄຣປລາສຕິກ ວ່າເປັນແນວໃດ ແລະ ມີອັນຕະລາຍ ຮ້າຍແຮງປານໃດ ແຕ່ທີ່ຜ່ານມາ ຊາວບ້ານ ມັກຈະເຫັນຖົງປລາສຕິກ ທີ່ຖືກຖິ້ມ ລອຍຢູ່ໃນແມ່ນ້ຳຄານ ເທົ່ານັ້ນ, ດັ່ງ ຊາວບ້ານ ແຄມນ້ຳຄານ ແຂວງຫຼວງພຣະບາງ ນາງໜຶ່ງ ກ່າວວ່າ:

"ໂຕນີ້ ເຮົາບໍ່ຮູ້ ບາງເທື່ອໄທເຮົາ ກໍເຫັນໄຫຼມາແຕ່ເທິງ ເພາະວ່າທາງເທິງ ກໍມີຮ້ານອາຫານ ກໍເຫັນໄຫຼຜ່ານ ຄືວ່າເຮັດແນວນີ້ ມັນກະເປື້ອນ ຫັ້ນນາ. ບາງເທື່ອ ມັນກໍເປັນປລາສຕິກ ຖ້າເປັນເສດເບຍ ແກ້ວເບຍ ແບເຂົາເຈົ້າ ກິນແລ້ວ ເຂົາເຈົ້າປະໄວ້ ແລ້ວມັນໄຫຼເອງ ກໍຈະເປັນແບບນັ້ນ ຫັ້ນນາ."

ສາເຫດພົບເຫັນປລາສຕິກ ຈຳນວນຫຼາຍ 

ຂະນະດຽວກັນ ນັກຊ່ຽວຊານດ້ານສິ່ງແວດລ້ອມ ທ່ານໜຶ່ງ ກ່າວວ່າ ສາເຫດທີ່ພົບໄມໂຄຣປລາສຕິກ ຈຳນວນຫຼາຍ ຢູ່ໃນສາຍນ້ຳຄານ ຍ້ອນວ່າ ມີການຖິ້ມຂີ້ເຫຍື້ອ ຊະຊາຍ ແຕ່ກໍບໍ່ເຫັນວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ປະຕິບັດມາດຕະການ ຈິງຈັງ ໃນການແກ້ໄຂບັນຫາ ນີ້ເທື່ອ ແລະ ກໍຍັງເຫັນປະຊາຊົນ ຖິ້ມຂີ້ເຫຍື່ອ ຊະຊາຍກັນຢູ່ ຍ້ອນປະຊາຊົນລາວ ຍັງຂາດຈິດສຳນຶກທີ່ດີ ເຊິ່ງຖືວ່າເປັນບັນຫາໃຫຍ່ ພໍສົມຄວນ ທີ່ຈະຕ້ອງໄດ້ຮັບການແກ້ໄຂ.

"ເຮົາບໍ່ເຫັນວ່າ ເພິ່ນຈະມີນະໂຍບາຍ ເປັນຮູບປະທຳ ອອກມາ, ແຄ່ແບບວ່າ ຮັກສາຄວາມສະອາດຊ່ວຍກັນເດີ ຕາມບຸນຕ່າງໆ ຄືກັນ. ເຮົາກໍເຫັນແບບຖິ້ມ ຊະຊາຍເລີຍ ປະຊາຊົນລາວເຮົາ ນີ້ນາ. ອັນນີ້ ຮູ້ສຶກວ່າ ຂາດຈິດສຳນຶກແຮງ ແລະ ກໍຂາດຄວາມຮັບຜິດຊອບ ນຳແຫຼະ. ບາງເທື່ອ ເຂົາເຈົ້າກໍບໍ່ໄດ້ເຫັນ ເຖິງຜົນປະໂຫຍດນຳ ເປັນບັນຫາໃຫຍ່ເລີຍ ຄິດວ່າ."


ຂ່າວ ກ່ຽວກັນ

ໂຮງງານຜລິດປລາສຕິກ ຖືກ ສອດຊ່ອງ

ຊາວບ້ານ ແຈ້ງບັນຫາ ມີຜູ້ຈັດບຸນຊ່ວງເຮືອ ຖິ້ມຂີ້ເຫຍື້ອ ໃສ່ລຳນໍ້າເຂດເມືອງວຽງພູຄາ

ຜົລກະທົບ ດ້ານສິ່ງແວດລ້ອມ ໃນລາວ ຮຸນແຮງຂຶ້ນ


ເຖິງຢ່າງໃດກໍຕາມ ໄມໂຄຣປລາສຕິກ ຫຼືຂີ້ເຫຍື້ອຂະໜາດນ້ອຍ ທີ່ເບິ່ງບໍ່ເຫັນດ້ວຍຕາເປົ່າ ບໍ່ແມ່ນແຕ່ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ເທົ່ານັ້ນ ເຊິ່ງຍັງສາມາດ ສະສົມໃນຮ່າງກາຍ ຂອງຄົນໄດ້ອີກນຳດ້ວຍ. ເປັນຕົ້ນ ເມື່ອສັດນ້ຳ ທີ່ມີຂະໜາດນ້ອຍໄ ດ້ຮັບໄມໂຄຣປລາສຕິກ ເຂົ້າໄປໃນຮ່າງກາຍ ກໍສາມາດເຮັດໃຫ້ ສັດນ້ຳຕ່າງໆ ເປັນຕົ້ນ ປາ ທີ່ກິນສັດຂະໜາດນ້ອຍເຂົ້າໄປ ກໍໄດ້ຮັບໄມໂຄຣປລາສຕິກ ເຂົ້າສູ່ຮ່າງກາຍ ແລະ ເມື່ອຊາວບ້ານ ໄດ້ກິນປາດັ່ງກ່າວເຂົ້າໄປ ກໍຈະຮັບໄມໂຄຣປລາສຕິກ ໃນຮ່າງກາຍນຳດ້ວຍ, ໂດຍມີໂອກາດ ເຮັດໃຫ້ເປັນພະຍາດຮ້າຍແຮງຕ່າງໆ ໄດ້ ຫຼາຍພະຍາດ, ອີງຕາມຂໍ້ມູນ ຈາກຄະນະວິທະຍາສາດ ສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.