ຊາວບ້ານ ແຈ້ງບັນຫາ ມີຜູ້ຈັດບຸນຊ່ວງເຮືອ ຖິ້ມຂີ້ເຫຍື້ອ ໃສ່ລຳນໍ້າເຂດເມືອງວຽງພູຄາ
2023.10.31
ວັນທີ 29 ຕຸລາ 2023 ທີ່ຜ່ານມາເຟສບຸກຄ໌ເພຈ ເດັກທາຣົກ ໄດ້ເຜີຍແຜ່ຄຣິບວີດີໂອ ກ່ຽວກັບຊາວບ້ານໃນເຂດບ້ານເຈົ້າພາບ ຄືບ້ານນໍ້າຟ້າ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ເຊິ່ງເປັນບ້ານເຈົ້າພາບ ທີ່ຈັດງານບຸນຊ່ວງເຮືອ ປະເພນີ ປະຈຳປີ 2023 ໄດ້ຂົນຖົງຢາງຂີ້ເຫຍື້ອຫຼາຍຖົງ ຖິ້ມລົງໃສ່ລຳນໍ້າທີ່ທ່ານໍ້າບ້ານວຽງໃໝ່ ເຊິ່ງເປັນບ້ານທີ່ໃຊ້ຈັດງານບຸນຊ່ວງເຮືອ ເຊິ່ງຄຣິບວີດີໂອ ນີ້ປະຊາຊົນໃຫ້ຄວາມສົນໃຈ ຈຳນວນຫຼາຍກົດແຊຣ໌ 1,300 ເທື່ອສະແດງຄວາມຄິດເຫັນ 700 ເທື່ອ ແລະ ກົດຖືກໃຈ 1 ພັນປາຍເທື່ອ.
ກ່ຽວກັບເຣື່ອງນີ້ ຊາວບ້ານຈາກບ້ານນໍ້າຟ້າ ກ່າວວ່າຄຣິບວີດີໂອດັ່ງກ່າວ ເປັນຄຣິບໃນວັນທີ່ຊາວບ້ານ ຈາກບ້ານນໍ້າຟ້າ ໄດ້ສ້າງຂະບວນການ ອອກແຮງງານລວມ ອະນາໄມ ຢູ່ຂອບເຂດບໍຣິເວນຈັດການແຂ່ງຂັນຊ່ວງເຮືອ ໃຫ້ມີຄວາມສະອາດງາມຕາ ພາຍຫຼັງທີ່ງານບຸນຊ່ວງເຮືອ ໄດ້ສິ້ນສຸດລົງແລ້ວ ມີຜູ້ອື່ນຖ່າຍຄຣິບນັ້ນລົງເຟສບຸກຄ໌ ຂະນະທີ່ປີທີ່ຜ່ານມາບ້ານເຈົ້າພາບ ຈະເກັບມ້ຽນຂີເຫຍື້ອໃສ່ເປົາ ຫຼືຈູດເຜົາແຕ່ປີນີ້ ຄາດວ່າຝົນຕົກຫຼາຍ ຈຶ່ງເຮັດໃຫ້ບ້ານເຈົ້າພາບປີນີ້ ບໍ່ສາມາດຈູດຂີ້ເຫຍື້ອນັ້ນໄດ້ ຄືບ້ານອື່ນໃນປີທີ່ຜ່ານມາ.
ດັ່ງທ່ານໄດ້ກ່າວວິທຍຸເອເຊັຽເສຣີ ໃນວັນທີ 31 ຕຸລາ ນີ້ວ່າ:
“ເພິ່ນໄປມ້ຽນອະນາໄມຫັ້ນ ກໍພໍດີເປັນຜູ້ອື່ນຖ່າຍລົງຈຸດຫັ້ນ ຈະເປັນບ່ອນຈຸດບ່ອນແຂ່ງ ເຮືອລະບໍ່ເປັນວັງສງວນໄລຍະຜ່ານມາຫັ້ນ ຄະນະບ້ານຜັດປ່ຽນກັນເປັນເຈົ້າພາບເນາະ ແລ້ວເຂົາກໍເກັບໃສ່ເປົາໃສ່ຫຍັງຈູດຫັ້ນນ່າ ຈູດແລ້ວເອົາໄປຖິ້ມໃສ່ຈຸດບ່ອນຂີ້ເຫຍື້ອ ຂອງເມືອງໄດ້ ກຳນົດໄວ້ຫັ້ນແຕ່ວ່າປີນີ້ ກໍມັນກໍຝົນຕົກແຫຼະ ຈັ່ງຊີ້ນ່າແລ້ວເຂົາກໍເອົາລົງໜ້ອຍນຶ່ງ.”
ຊາວບ້ານຈາກບ້ານວຽງໃໝ່ ກ່າວວ່າພາຍຫຼັງ ຄວາມມ່ວນຊື່ນສິ້ນສຸດລົງ ການຈັດການຂີ້ເຫຍື້ອ ໂດຍຖິ້ມລົງແມ່ນໍ້າເປັນວິທີບໍ່ເໝາະສົມ ຍ້ອນລຳນໍ້າເຂດບ້ານວຽງໃໝ່ ທີ່ໃຊ້ຈັດການແຂ່ງຂັນ ຊ່ວງເຮືອປີນີ້ນັ້ນ ແມ່ນລຳນໍ້າໃຫຍ່ ຂອງເມືອງທີ່ປະຊາຊົນຈຳນວນຫຼາຍ ໃຊ້ອຸປະໂພກ-ບໍຣິໂພກ ແລະ ຄາດວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ປະສານນຳຜູ້ກ່ຽວຂ້ອງ ມາສຶກສາອົບຮົມ ແລ້ວຍ້ອນວ່າພາຍຫຼັງສິ້ນສຸດ ບຸນຊ່ວງເຮືອຈະມີກອງປະຊຸມ ຖອດຖອນບົດຮຽນທຸກປີ.
ດັ່ງຍານາງກ່າວໃນມື້ດຽວກັນວ່າ:
“ຢູ່ສະເພາະເມືອງນີ້ແມ່ນນໍ້າຫັ້ນໃຫຍ່ກ່ວາໝູ່ ແລ້ວເດ້ແມ່ນວ່າອັນພາກສ່ວນກ່ຽວຂ້ອງຫັ້ນ ຈະໄດ້ເອີ້ນຜູ້ກ່ຽວ ແລະບ້ານເຈົ້າພາບມາສຶກສາອົບຮົມ ກໍຄິດວ່າເຂົາເຈົ້າເວົ້າກັນແລ້ວເດ້ ມັນມີກອງປະຊຸມຖອດຖອນບົດຮຽນ ຢ່າງດີເດ້ຄະນະກັມມະການ ເຮືອຊ່ອງເຂົາເຂົາເຈົ້າຫັ້ນນ່າ.”
ດ້ານຜູ້ໃຊ້ເຟສບຸກຄ໌ ໃນລາວກໍໄດ້ສະແດງຄວາມຄິດເຫັນ ຕໍ່ຄຣີບວີດີໂອນີ້ ໄປໃນທິດທາງດຽວກັນວ່າການຖິ້ມຂີ້ເຫຍື້ອໃສ່ລຳນໍ້າ ເປັນການທຳລາຍສິ່ງແວດລ້ອມ ຄວນພາກັນເກັບຂີ້ເຫຍື້ອ ກອງລວມນຳກັນແລ້ວຈູດຫຼືຝັງຕາມເທັກນິກວິຊາການ ແທນການຖິ້ມຊະຊາຍ ເຮັດໃຫ້ລຳນໍ້າເນົ່າເສັຍ ແລະເປີະເປື້ອນ ຂະນະສະພາບໂຕຈິງ ເຂດຊົນນະບົດຊາວບ້ານ ຈະຍັງບໍ່ທັນເຂົ້າໃຈກ່ຽວກັບການປົກຮັກສາ ສິ່ງແວດລ້ອມ ແລະບໍ່ໄດ້ມີຣົຖເກັບມ້ຽນຂີ້ເຫຍື້ອ ຄືກັບຄົນໃນເຂດເທສບານ.
ດັ່ງຊາວລາວ ຈາກໂຕເມືອງຫຼວງນໍ້າທາ ທີ່ເຫັນຄຣິບວີດີໂອ ໃນເຟສບຸກກ່າວໃນມື້ດຽວກັນນີ້ວ່າ:
“ເຂົາກໍຫຼາຍຄົນແຫຼະ ກໍຄອມເມັ້ນມັນກໍບໍ່ນ່າບໍ່ສົມຄວນແຫຼະ ຊິໄປຖອກຂີ້ເຫຍື້ອຖິ້ມລົງອັນແຫຼ່ງນໍ້າແຕ່ລະຄົນເຮົາ ຄວນຮັກສາປົກປັກຮັກສານຳກັນ ຢາກໃຫ້ແຫຼ່ງນໍ້າຂອງເຮົາຫັ້ນ ສະອາດມາເຫັນນີ້ນັ້ນ. ໂອ້ເຂົາຖິ້ມຂີ້ເຫຍື້ອລົງຊະຊູ້ຊະຊາຍ ຢູ່ໃນແຫຼ່ງນໍ້າກໍບໍຄວນເຮັດກໍບາງຄົນ ເຂົາເຂົ້າໃຈຫັ້ນນ່າພໍ່ແມ່ປະຊາຊົນຫັ້ນນ່າຢາກຖິ້ມແນວໃດ ກໍຖິ້ມບໍ່ຮູ້ບ່ອນທີ່ຖິ້ມຜູ້ເກັບເຫຍື້ອ ເຂົາກໍບໍ່ມີຄວາມສາມາດຊິ ເຂົ້າໄປຫັ້ນແຫຼະ ບວກທາງຫັ້ນກໍ ແລະອີກຢ່າງນຶ່ງທາງມັນໄກແດ່ ເຂົາບໍ່ເຂົ້າໄປມີແຕ່ເຂົາເກັບເທສບານເມືອງ ຂອງເຮົານີ້ອີກຢ່າງນຶ່ງມັນກໍເປັນແບບເຜົ່າດຽວກັນ ຢູ່ຫັ້ນເລີຍເດ້ມີແຕ່ບ້ານດຽວສື່ໆ ເດ້ເຂົ້າໄປຫັ້ນນ່າ.”
ຂະນະທີ່ຊາວລາວ ຈາກເມືອງວຽງພູຄາ ແຂວງຫຼວງນໍ້າທາ ທີ່ເຫັນຄຣິບວີດີໂອໃນເຟສບຸກຄ໌ ອີກທ່ານນຶ່ງກ່າວວ່າຮູ້ສຶກສະເທືອນໃຈ ທີ່ປະຊາຊົນລາວຖິ້ມຂີ້ເຫຍື້ອ ລົງໃສ່ລໍານໍ້າແບບບໍ່ຄິດເຫັນໃຈຜູ້ຊົມໃຊ້ນໍ້າ ເບື້ອງລຸ່ມຜູ້ເຊິ່ງເປັນຊາວກະສີກອນ ຊົນເຜົ່າມູເຊີ ຈະນໍາໃຊ້ນໍ້າກິນ ແລະ ອາບເປັນປະຈຳທຸກເທື່ອ ທີ່ເຂົ້າໄຮ່ເຂົ້າສວນ.
ດັ່ງຍານາງກ່າວ ໃນມື້ດຽວກັນນີ້ວ່າ:
“ກໍສະເທືອນໃຈແຫຼະເນາະ ເຮັດໃຫ້ສະພາບແວດລ້ອມເປື້ອນເປີະ ເຮັດໃຫ້ນໍ້າຫັ້ນເປັນພິດ ເປັນໄພຫັ້ນແຫຼະ ຄິດແນວນັ້ນຫັ້ນແຫຼະ ມີຜູ້ຊົມໃຊ້ນໍ້າກໍມີເດ້. ເຂົາເຈົ້າໄປໄຮ່ໄປສວນກໍມີເນາະ ໄທບ້ານວຽງໃໝ່ຫັ້ນນ່າ ທາງລຸ່ມຟ້າຫັ້ນມັນຈະມຄົນມູເຊີ ເຂົາເຈົ້າອາໃສຢູ່ເຂົາເຈົ້າກໍຢູ່ເຮັດໄຮ່, ເຮັດສວນ ປະມານນັ້ນອັນນ່າ 5-6 ຫຼັງຄາເຮືອນຈັ່ງຊີ້ນ່າ ເຂົາເຈົ້າກໍໃຊ້ນໍ້າຫັ້ນແຫຼະ ກິນກໍອາບຫັ້ນແຫຼະ.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງວຽງພູຄາ ກ່າວໃນວັນທີ 31 ຕຸລານີ້ວ່າ ພາກສ່ວນທີ່ກ່ຽວຂ້ອງ ກຳລັງຫາທາງແກ້ໄຂ ກ່ຽວກັບເຣື່ອງນີ້ເບື້ອງຕົ້ນ ຂໍ້ສຣຸບທີ່ບໍ່ເປັນທາງການ ແມ່ນຈະມີການກ່າວເຕືອນ ສຶກສາອົບຮົມແລະປັບໄໝ ຜູ້ທີ່ກ່ຽວຂ້ອງທີ່ຖິ້ມຂີ້ເຫຍື້ອ ລົງໃສ່ລຳນໍ້າຕາມຂໍ້ຕົກລົງ ຂອງທ່ານເຈົ້າແຂວງຫຼວງນໍ້າທາ ແລະ ກົດໝາຍສິ່ງແວດລ້ອມ ສ່ວນຂໍ້ສຣຸບແບບເປັນທາງການມີລາຍລັກ ອັກສອນຈະໄດ້ຣາຍງານໃຫ້ສັງຄົມ ຮັບຮູ້ໃນໝໍ່ໆນີ້.
“ກຳລັງແກ້ໄຂຕອນເຊົ້ານີ້ແຫຼະ ຍັງບໍ່ທັນເລີກເທື່ອພໍດີ ຕາມກົດໝາຍສິ່ງແວດລ້ອມຫັ້ນ ກັບຂໍ້ຕົກລົງຂອງທ່ານເຈົ້າແຂວງແຂວງຫຼວງນໍ້າທາຫັ້ນ ມັນຈະມີທັງກ່າວເຕືອນສຶກສາອົບຮົມ ແລ້ວກໍປັບໃໝນີ້ແຫຼະ ຄັ້ງທີ 1 ກໍ 5 ແສນກີບ ເຂົາກຳລັງສິແກ້ໄຂກັນດຽວນີ້ ເຂົາຊິຊີ້ແຈງກັນແນວໃດ ເປັນແນວໃດ ຂ້ອຍໂທບອກນ້ອງຕາມທີຫຼັງເດີ້.”
ການຖິ້ມຂີ້ເຫຍື້ອຊະຊາຍ ລົງສູ່ແມ່ນໍ້າຫ້ວຍຮ່ອງຄອງບຶງ ເຮັດໃຫ້ເກີດມົນລະພິດທາງນໍ້າລວມ ໄປເຖິງຜົລກະທົບ ຕໍ່ສຸຂພາບມະນຸສເປັນຕົ້ນກິ່ນເໝັນ ຈາກຂີ້ເຫຍື້ອເຮັດໃຫ້ລົບກວນ ຜູ້ອາໄສຄົນອື່ນ, ແຫຼ່ງນໍ້າເນົ່າເສັຍແມ່ນເກີດຈາກສິ່ງເສດເຫຼືອ ທີ່ມີສານເໜົ່າເປື່ອຍ ເປັນອັນຕະຣາຍຕໍ່ຊີວິດມະນຸສ ແລະ ນໍ້າຍັງເປັນບ່ອນຂຍາຍພັນ ຂອງເຊື້ອພະຍາດ. ອີງຕາມຂໍ້ມນູນ ຈາກເຟສບຸກຂ່າວລາວ ໂພສຕ໌ ເມື່ອວັນທີ 27 ກັນຍາ 2022 ເຊິ່ງເປັນຂໍ້ມູນທີ່ໄດ້ຮັບສນັບສນູນ ທຶນຈາກສະຫະພາບ ຢູໂຣບ.