ການຖິ້ມຂີ້ເຫຍື້ອ ຊະຊາຍ ກາຍເປັນບັນຫາໃຫຍ່ ໃນລາວ
2025.03.10
“ຢາກໃຫ້ເທດສະບານ ຫັ້ນຫຼະ ເຮັດໃຫ້ມັນເປັນລະບຽບ ຫັ້ນແຫຼະ ຕາມເສັ້ນທາງ ຫັ້ນນ່າ ທີ່ເປັນປ່າຮົກເຮື້ອເນາະ. ເຂົາຢາກມັກຖິ້ມໃສ່ ຫັ້ນນ່າ ພວກບໍ່ຢາກຮັກສາລະບຽບ ຂີ້ຄ້ານ ມັກງ່າຍນ່າ ມັນເປັນຈັ່ງຊັ້ນ. ມັນຖິ້ມໂລດ ມັນຖິ້ມຊະຊາຍໄປໂລດ ພວກນີ້ ນ່າ.”
ນີ້ແມ່ນສຽງຊາວບ້ານ ໃນນະຄອນຫຼວງວຽງຈັນ ທ່ານໜຶ່ງ ເວົ້າໃຫ້ວິທຍຸເອເຊັຽເສຣີ ຟັງ ວ່າ ປັດຈຸບັນນີ້ ບັນຫາການຖິ້ມຂີ້ເຫຍື້ອ ຊະຊາຍ ເປັນບັນຫາ ທີ່ພາກລັດ ຍັງບໍ່ສາມາດແກ້ໄຂ ໄດ້ເທື່ອ ໂດຍສະເພາະ ບໍລິເວນສອງຝັ່ງແຄມທາງ ທີ່ເປັນປ່າ ມັກມີຂີ້ເຫຍື້ອຈໍານວນຫຼາຍ ຖືກຖິ້ມຊະຊາຍ ເປັນກອງ.
ບັນຫາ ຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ
ເຊິ່ງຢູ່ນະຄອນຫຼວງວຽງຈັນ ກໍມີຫຼາຍຈຸດ ເປັນຕົ້ນ ເສັ້ນທາງບ້ານນາຄູນ ເມືອງນາຊາຍທອງ ຫາບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສີ່ແຍກໄຟແດງດົງນາໂຊກ, ສີ່ແຍກໄຟແດງດົງປ່າສັກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເສັ້ນທາງ 450 ປີ ແລະ ເຂດສາທາລະນະ ບ່ອນອື່ນໆ.
ຊາວບ້ານທ່ານນີ້ ຍັງກ່າວຕື່ມວ່າ ນອກຈາກນີ້ ການເກັບຂີ້ເຫຍື້ອຕາມແຕ່ລະຄົວເຮືອນ ກໍຍັງຊັກຊ້າ ເປັນບັນຫາມາດົນນານ ຫຼາຍປີແລ້ວ ແລະ ຍັງບໍ່ໄດ້ຮັບການແກ້ໄຂ ໃຫ້ດີຂຶ້ນ ເພາະຂີ້ເຫຍື້ອ ໃນຄົວເຮືອນ ຂອງຊາວບ້ານ ມັກກອງໄວ້ ບໍລິເວນຕໍ່ໜ້າເຮືອນ ຫຼືໜ້າແຄມທາງ ເພື່ອລໍຖ້າໃຫ້ລົດເກັບຂີ້ເຫຍື້ອ ມາເກັບມ້ຽນໄປ ແຕ່ 1 ຫາ 2 ອາທິດ ລົດເກັບຂີ້ເຫຍື້ອ ຈຶ່ງມາເກັບເທື່ອໜຶ່ງ ຫາກບໍ່ມາເກັບ ຂີ້ເຫຍື້ອກໍຈະສົ່ງກິ່ນເໝັນ:
“ລົດລາພາຫະນະ ຫັ້ນນ່າ ອາທິດໜຶ່ງ ສອງອາທິດ ເຂົາມາເທື່ອໜຶ່ງ, ຊັກຊ້າ ເພິ່ນວ່າ ຂາດຄົນຂັບລົດ ຂາດຄົນເກັບ ຫັ້ນລະ ກໍຢາກຈົ່ມ ຫັ້ນແລ້ວ. ຄັນເຮົາໄວ້ຫຼາຍມື້ ມັນເກີດເໝັນໃດ໋ ຂີ້ເຫຍື້ອ ຫັ້ນເນາະ.”
ຂະນະທີ່ ຢູ່ແຂວງຫຼວງພຣະບາງ ກໍມີບັນຫາ ເລື່ອງການຖິ້ມຂີ້ເຫຍື້ອ ຊະຊາຍ ເຊັ່ນກັນ ໂດຍສະເພາະ ບໍລິເວນສາທາລະນະ ເຂດແຄມນໍ້າຄານ ມັກມີການຖິ້ມຂີ້ເຫຍື້ອ ຊະຊາຍ ແບບຂາດຈິດສໍານຶກ ແລະເຂດທາງໄປຕາດກວາງຊີ ກໍມີຊາວບ້ານ ຈໍານວນໜຶ່ງ ເອົາຂີ້ເຫຍື້ອ ໄປຖິ້ມ ເຊັ່ນກັນ ແລະ ທາງການ ກໍເຄີຍປັບໃໝ ຜູ້ເຮັດຜິດມາແລ້ວ, ດັ່ງເຈົ້າໜ້າທີ່ ບໍລິຫານໂຕເມືອງ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ:
“ຍັງມີບັນຫາຢູ່ ຍ້ອນຄົນ ຫັ້ນແຫຼະ, ເຄີຍປັບໃໝ ແມ່ນເຂົາເອົາຂີ້ເຫຍື້ອ ຂຶ້ນລົດ ເອົາໄປຖອກຢູ່ຕາມແຄມທາງ, ຕາມເສັ້ນທາງ ໄປຕາດກວາງຊີບໍ, ຕາມແຄມທາງ ໄປເຂດນອກໜ້ອຍໜຶ່ງ ຫັ້ນນ່າ.”
ຂ່າວ ກ່ຽວກັນ
ໄຟໄໝ້ສະໜາມຂີ້ເຫຍື້ອ ຍັງໄໝ້ຢູ່ ແລະກະທົບ ຕໍ່ສຸຂະພາບຂອງຊາວບ້ານ
ນະຄອນຫຼວງພຣະບາງ ເລີ່ມປັບໃໝ ຜູ້ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ
ຫຼາຍບ້ານ ໃນນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນຍັງມີຂີ້ເຫຍື້ອ ຕົກຄ້າງຫຼາຍ
ຊາວບ້ານ ບໍ່ມີຈິດສຳນຶກ
ທ່ານກ່າວວ່າ ສໍາລັບຢູ່ແຂວງຫຼວງພຣະບາງ ສາເຫດ ທີ່ຄົນມັກເອົາຂີ້ເຫຍື້ອ ໄປຖິ້ມແຄມທາງ ແມ່ນຍ້ອນຊາວບ້ານ ຍັງບໍ່ມີຈິດສໍານຶກທີ່ີດີ, ສະນັ້ນ ຫຼາຍພາກສ່ວນ ຄວນຊ່ອຍກັນ ປູກຈິດສໍານຶກ ເພື່ອໃຫ້ຮ່ວມກັນ ຮັກສາຄວາມສະອາດ ຂະນະທີ່ ນັກສິ່ງແວດລ້ອມ ທ່ານໜຶ່ງ ກ່າວເຖິງ ການແກ້ໄຂບັນຫາ ການຖິ້ມຂີ້ເຫຍື້ອ ຊະຊາຍ ໃນລາວ ວ່າ ພາກລັດ ຍັງແກ້ໄຂບໍ່ທັນໄດ້ ເປັນຮູບປະທໍາ ເທື່ອ, ເຖິງແມ່ນວ່າ ຈະມີນະໂຍບາຍ 6 ສ. ເພື່ອໃຫ້ບ້ານເມືອງ ມີຄວາມສະອາດ ງາມຕາມ ປະກອບດ້ວຍ ສ. ສະຫງົບ, ສ. ສະອາດ, ສະຫວ່າງ, ສ. ສີຂຽວ, ສ. ສີວິໄລ ແລະ ສ. ສະເໜ່ ແຕ່ກໍຍັງບໍ່ ປະສົບຜົນສໍາເລັດ ຍ້ອນພາກລັດ ບໍ່ໄດ້ລົງມືປະຕິບັດຈິງຈັງ ແລະການລົນນະລົງ ກໍບໍ່ໄດ້ເຮັດຢ່າງຕໍ່ເນື່ອງ ອີກທັງສ່ວນໜຶ່ງ ແມ່ນບໍ່ໄດ້ຮັບ ການປູກຈິດສໍານຶກທີ່ດີ:
“ເພິ່ນກໍານົດມາເນາະ ວ່າ 6 ສ. ຍົກໂຕຢ່າງ ສ. ສະຫວ່າງ ສ. ສະອາດ ແຕ່ລະ ສ. ຫັ້ນ ເຮົາກະບໍ່ໄດ້ເຫັນວ່າ ເພິ່ນຈະມີແບບ ເອັກຊັ້ນ ທີ່ເປັນຊິ້ນເປັນອັນ ເອີ່.. ເພີ່ມກະຕ່າຂີ້ເຫຍື້ອ ເທົ່ານີ້ໆ ຈຸດເທົ່ານີ້ໆ ມີລົນນະລົງ ສ່ວນໃຫຍ່ຈະມີແຕ່ ຢູ່ຕາມເທດສະການຊື່ໆ ແຕ່ບໍ່ໄດ້ມີແບບວ່າ ເປັນປະຈໍາຈັ່ງຊີ້ນ່າ.”
ຢ່າງໃດກໍຕາມ ເຈົ້າໜ້າທີ່ຄຸ້ມຄອງ ແລະບໍລິການໂຕເມືອງ ນະຄອນຫຼວງວຽງຈັນ ກ່າວວ່າ ບັນຫາ ການຖິ້ມຂີ້ເຫຍື້ອ ຊະຊາຍ ທີ່ເກີດຂຶ້ນ ໃນປັດຈຸບັນນນີ້ ທາງການ ກໍກໍາລັງຊອກ ຫາວິທີແກ້ໄຂຢູ່ ແຕ່ກໍພົບຄວາມຫຍຸ້ງຍາກ ທ້າທາຍ ຫຼາຍຢ່າງ, ສ່ວນໜຶ່ງ ແມ່ນຍັງຂາດແຄນພະນັກງານ ໃນວຽກງານ ເຮັດວຽກເກັບຂີ້ເຫຍື້ອ.