ນະຄອນຫຼວງພຣະບາງ ເລີ່ມປັບໃໝ ຜູ້ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ

ພອນ ພູມ​ມີ​ທອນ
2024.12.25
ນະຄອນຫຼວງພຣະບາງ ເລີ່ມປັບໃໝ ຜູ້ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ ບັນຍາກາດ ໃນຍາມເຊົ້າ ທີ່ນະຄອນຫຼວງພຣະບາງ ເມືອງມໍຣະດົກໂລກ. (TS) ເດືອນກັນຍາ 2024
RFA

ຫ້ອງການປົກຄອງ ນະຄອນຫຼວງພຣະບາງ ເລີ່ມຕິດຕັ້ງ ກ້ອງວົງຈອນປິດ ຕາມສະຖານທີ່ ທ່ອງທ່ຽວຕ່າງໆ ລວມເຖິງ ບ່ອນທີ່ມີຂີ້ເຫຍື້ອ ຊະຊາຍ ເພື່ອກວດກາວ່າ ຜູ້ໃດ ເປັນຄົນຖິ້ມຂີ້ເຫຍື້ອ. ຫາກເປັນນັກທ່ອງທ່ຽວ ກໍຈະໃຫ້ເຈົ້າຂອງ ລົດນຳທ່ຽວ ຫຼື ບໍລິສັດ ດຳເນີນທຸລະກິດ ດ້ານທ່ອງທ່ຽວ ເປັນຜູ້ຮັບຜິດຊອບ ແທນນັກທ່ອງທ່ຽວ ຍ້ອນຍັງພົບເຫັນ ປະຊາຊົນ ແລະ ນັກທ່ອງທ່ຽວ, ໂດຍສະເພາະ ນັກທ່ອງທ່ຽວຈີນ ທີ່ຖິ້ມຂີ້ເຫຍື້ອ ຊະຊາຍ ຢູ່ແຄມນ້ຳຄານ, ນ້ຳຂອງ ແລະ ຕາມສະຖານທີ່ ທ່ອງທ່ຽວຕ່າງໆ ເຮັດໃຫ້ການອະນາໄມ ສະຖານທີ່ຕ່າງໆ ມີຄວາມຫຍຸ້ງຍາກຫຼາຍ. ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ, ນະຄອນຫຼວງພຣະບາງ ທ່ານໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ທັນວາ 2024 ນີ້ວ່າ:

“ມີທັງນັກທ່ອງທ່ຽວເນາະ ແລ້ວກໍຄົນພາຍໃນເນາະ, ໂດຍສະເພາະຜ່ານມາ ກໍມີໂຊເຟີ້ລົດເນາະ ລົດຕູ້, ລົດໂດຍສານ ນັກທ່ອງທ່ຽວຫັ້ນແຫຼະເນາະ ໄປຈອດລົດເນາະ ພານັກທ່ອງທ່ຽວລົງ ແລ້ວກໍຂີ້ເຫຍື້ອ ທີ່ຢູ່ໃນລົດ, ຫັ້ນນ່າ ຖິ້ມ. ສຳຄັນທີ່ສຸດ ແມ່ນເຈົ້າຂອງລົດຫັ້ນແຫຼະ ບໍ່ຄວບຄຸມເນາະ.”

ດ້ານຄົນຂັບລົດຕູ້ ຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ ໄດ້ຮັບຮູ້ ກ່ຽວກັບມາດຕະການດັ່ງກ່າວ, ແຕ່ການປັບໃໝ ນັກທ່ອງທ່ຽວນັ້ນ ຖືວ່າເຮັດໄດ້ຍາກ ຍ້ອນເມື່ອໄດ້ພາບ ຈາກກ້ອງວົງຈອນປິດ ມາແລ້ວ ນັກທ່ອງທ່ຽວ ກໍອາດເດີນທາງ ໄປບ່ອນອື່ນແລ້ວ ຈຶ່ງຕິດຕາມຕົວໄດ້ຍາກ. ດັ່ງ ທ່ານ ກ່າວວ່າ:

“ເລື້ອງການປັບໃໝນີ້ ກໍມີຢູ່, ແຕ່ວ່າ ເປີເຊັນບໍ່ສູງ ເນື່ອງຈາກວ່າ ເຮົາບໍ່ສາມາດ ຮັບຮູ້ ເຫັນເວລາ ທີ່ເຂົາເຈົ້າຖິ້ມເນາະ. ເຮົາກໍເລີຍວ່າ ໃຊ້ວິທີການຢ່າງອື່ນ ກໍຄືວ່າ ເຮົາໃຫ້ຂໍ້ມູນ ໃຫ້ທົ່ວເຖິງ ຄົນພາຍໃນເຮົາ, ຄົນພາຍໃນເຮົາ ສື່ສານໄປເຖິງ ນັກທ່ອງທ່ຽວ. ເວລາຖິ້ມຂີ້ເຫຍື້ອ ຕ້ອງຖິ້ມເປັນທີ່ ເປັນທາງ.”

ເຈົ້າໜ້າທີ່ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ຜູ້ດຽວກັບຂ້າງເທິງ ກ່າວຕື່ມວ່າ ບໍລິເວນ ທີ່ມີການຖິ້ມຂີ້ເຫຍື້ອຫຼາຍ ແມ່ນບໍລິເວນ ບ້ານອາໄພ, ບໍລິເວນ ແຄມນ້ຳຄານ ເຂດທ່າຫົວເສືອ, ບໍລິເວນ ຫຼັງວັດຊຽງທອງ ແລະ ທ່າເຮືອຫຼວງ ແລະ ປັດຈຸບັນ ຍັງບໍ່ມີການປັບໃໝແທ້, ມີແຕ່ການສຶກສາອົບຮົມຊື່ໆ ຍ້ອນລົດທີ່ຖືກຈັບໄດ້ນັ້ນ, ສ່ວນຫຼາຍ ຖິ້ມຂີ້ເຫຍື້ອເປັນຄັ້ງທຳອິດ. ຫາກມີຄັ້ງຕໍ່ໄປ ຈະດຳເນີນການປັບໃໝ ຕາມລະບຽບ.

IMG_7458.jpg

ພຣະທາດພູສີ ໃນນະຄອນຫຼວງພຣະບາງ ທີ່ຖ່າຍຈາກແຄມນ້ຳຄານ. (TS) ເດືອນກັນຍາ 2024. Photo credit: RFA

ທາງດ້ານ ເຈົ້າຂອງຮ້ານອາຫານ ຢູ່ນະຄອນຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ ທ່ານເອງ ກໍບໍ່ແນ່ໃຈວ່າ  ມາດຕະການດັ່ງກ່າວ ຈະຊ່ວຍຫຼຸດຜ່ອນ ການຖິ້ມຂີ້ເຫຍື້ອ ຊະຊາຍ ໄດ້ບໍ່ ຍ້ອນຍັງພົບເຫັນ ປະຊາຊົນ ແລະ ນັກທ່ອງທ່ຽວ ຍັງຖິ້ມຂີ້ເຫຍື້ອ ຊະຊາຍ ຢູ່ເລື້ອຍໆ, ໂດຍສ່ວນຫຼາຍ ຈະຢູ່ບໍລິເວນ ບ່ອນຈອດລົດ. ດັ່ງທ່ານ ກ່າວວ່າ:

ກໍໄດ້ຍິນເຂົາເຈົ້າຢູ່, ຍັງວ່າ ກໍບໍ່ຮູ້. ກໍພໍມີຢູ່ຊ່ວງນີ້ ກໍສ່ວນຫຼາຍ ກໍຄົນໃນນະຄອນຫັ້ນແຫຼະ ແຕ່ວ່າ ແຂກກໍມີສ່ວນໜຶ່ງ. ສ່ວນຫຼາຍ ຈະແມ່ນສະຖານທີ່ ຈອດລົດຫັ້ນແຫຼະ, ສ່ວນຫຼາຍຫັ້ນ.”

ເຖິງຢ່າງໃດກໍຕາມ, ເຈົ້າຂອງເຮືອນພັກ ຢູ່ນະຄອນຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ ຍັງບໍ່ທັນຮັບຮູ້ ເຖິງມາດຕະການປັບໃໝ ທີ່ວ່ານັ້ນເທື່ອ, ແຕ່ປັດຈຸບັນ ກໍຍັງເຫັນ ການຖິ້ມຂີ້ເຫຍື້ອ ຢູ່ບໍລິເວນ ທີ່ມີລົດຕູ້ ມາຈອດຮັບແຂກຢູ່. ດັ່ງທ່ານ ກ່າວວ່າ:

“ບໍ່, ບໍ່ໄດ້ຍິນ. ທ່າຫົວເສືອຫວາ ຢູ່ທ່າຫົວເສືອ ກໍມັກມີຢູ່. ສ່ວນຫຼາຍ ມັນຈະເປັນພວກລົດຕູ້ ອີ່ຫຍັງ, ລົດຕູ້ມາຮັບແຂກ ແລ້ວເຂົາເຈົ້າ ຖິ້ມຢູ່ນັ້ນເລີຍ, ຫັ້ນນ່າ.”

ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫຼວງພຣະບາງ ໄດ້ມີການຕິດຕັ້ງ ກ້ອງວົງຈອນປິດ ກວດກາການຖິ້ມຂີ້ເຫຍື້ອ ຕັ້ງແຕ່ເດືອນກຸມພາ ທີ່ຜ່ານມາ, ແຕ່ຍັງບໍ່ມີການປັບໃໝເທື່ອ.

ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ພະຍາຍາມ ປະຊາສຳພັນ ເຖິງມາດຕະການດັ່ງກ່າວ ໃຫ້ຜູ້ປະກອບການ ດ້ານການທ່ອງທ່ຽວ ແລະ ປະຊາຊົນ ໃນນະຄອນຫຼວງພຣະບາງ ຮັບຮູ້ເຖິງ ມາດຕະການນີ້ ເພື່ອໃຫ້ບັນຫາ ການຖິ້ມຂີ້ເຫຍື້ອ ຊະຊາຍ ຫຼຸດລົງ.

ກ່ຽວກັບເລື່ອງນີ້, ຊາວລາວ ໃນສື່ສັງຄົມອອນລາຍ ສ່ວນໜຶ່ງ ກໍເຫັນດີ ກັບມາດຕະການດັ່ງກ່າວ ແລະ ຢາກໃຫ້ມີມາດຕະການ ເກີດຂຶ້ນໃນເມືອງອື່ນໆ ເປັນຕົ້ນ ນະຄອນຫຼວງວຽງຈັນ ແລະ ແຂວງຈຳປາສັກ, ເຊິ່ງຍັງພົບບັນຫາ ການຖິ້ມຂີ້ເຫຍື້ອ ຊະຊາຍ ຫຼາຍຈຸດ.

ເຖິງຢ່າງໃດກໍຕາມ, ຊາວລາວສ່ວນໜຶ່ງ ກໍເຫັນວ່າ ມາດຕະການນີ້ ອາດໃຊ້ບໍ່ໄດ້ ກັບກຸ່ມນັກທ່ອງທ່ຽວຈີນ ທີ່ມີພະນັກງານນຳທ່ຽວ ເປັນຄົນຈີນ ຍ້ອນເຂົາເຈົ້າ ອາດບໍ່ໃສ່ໃຈ ມາດຕະການດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.