ຢາແກ້ໄອປອມ ຖືກລັກລອບ ຜ່ານຂົວ ມິດຕະພາບ ແຫ່ງທີ 2
2025.03.12

ວັນທີ 8 ມີນາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ທະຫານພານ ຂອງໄທ ໄດ້ກວດລົດຍົນຂອງ ທ້າວ ເພັດສະຫວັນ ບຸດວິເສດ ອາຍຸ 24 ປີ ສັນຊາດຊາວລາວ ຢູ່ຊາວບ້ານຫົວເມືອງໃຕ້ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໃນຂະນະທີ່ ກຳລັງຂ້າມດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ຈາກແຂວງມຸກດາຫານ ໄປແຂວງສະຫວັນນະເຂດ ຍ້ອນ ໄດ້ລັກລອບຂົນສິນຄ້າ ປະເພດຢາແກ້ໄອປອມ ຊະນິດນ້ຳເຊື່ອມ ແບບບັນຈຸຂວດ ຂວດລະ 60 ມິລລິລິດ ຈຳນວນ 1,500 ຂວດ ໂດຍບໍ່ຜ່ານການກວດກາ ຢ່າງຖືກຕ້ອງ ຂອງເຈົ້າໜ້າທີ່ຝັ່ງໄທ ເພື່ອຈະນຳອອກ ໄປຍັງປະເທດລາວ, ແຕ່ຜູ້ກ່ຽວ ໄດ້ສວຍໂອກາດ ຫລົບໜີໄປໄດ້ ໃນເວລາຕໍ່ມາ ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ປະຈຳຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແຂວງມຸກດາຫານ ປະເທດໄທ ນາງໜຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 12 ມີນາ ນີ້ວ່າ:
ນາງກ່າວວ່າ “ແຟ້ມຄະດີ ຫາກໍມາສົ່ງມື້ວານ ແລະ ຄະດີກ່ຽວກັບ ການລັກລອບ ຂົນຢາແກ້ໄອປອມ ຈາກໄທ ເພື່ອຂ້າມໄປລາວ ຜ່ານຂົວມິດຕະພາບໄທ-ລາວ ແຫ່ງທີ 2 ຫາກໍມີຄັ້ງທຳອິດ ຂອງ ປີ 2025 ນີ້. ປັດຈຸບັນ ຢາແກ້ໄອປອມທັງໝົດ ລໍຖ້າທີ່ຈະ ນຳໄປທຳລາຍຖິ້ມ ໃນຂັ້ນຕອນຕໍ່ໄປ.”
ຜູ້ກະທຳຜິດ ພັດໜີໄປໄດ້
ຂະນະທີ່ ເຈົ້າໜ້າທີ່ຝັ່ງໄທ ກຳລັງກວດສິນຄ້າ ຂອງກາງທີ່ເຫລືອ ບໍ່ວ່າຈະເປັນ ຢາແກ້ໄອປອມ, ເຂົ້າສານ 1,600 ກິໂລກຣາມ, ລົດຈັກ ລັກສະນະ ຖືກແຍກຊິ້ນສ່ວນ ຈຳນວນ 2 ຄັນ ແລະ ລົດຍົນ ທະບຽນລາວ 1 ຄັນນັ້ນ ກໍປະກົດວ່າ ຊາວລາວຄົນດັ່ງກ່າວ ໄດ້ສວຍໂອກາດ ແລ່ນໜີໄປໄດ້ ແລະ ຢູ່ໃນລະຫວ່າງ ການຕິດຕາມ ຂອງເຈົ້າໜ້າທີ່ຢູ່.
ເຈົ້າໜ້າທີ່ ຕຳຫລວດໄທ ສະຖານີຕຳຫລວດພູທອນ ເມືອງມຸກດາຫານ ແຂວງມຸກດາຫານ ທ່ານໜຶ່ງ ກ່າວວ່າ:
“ໄປຕາມຫາຕົວຄົນລາວກັນຕື່ມ, ຖ້າລາຍລະອຽດໃນຄະດີ ກໍຄື ຄົນລາວ ກໍຕ້ອງມີໃບອະນຸຍາດ ເຖິງຈະຂົນຍ້າຍເຄື່ອງ ຂອງຜ່ານດ່ານໄດ້ນ່າ ແຕ່ຄົນລາວ ບໍ່ມີຜູ້ໃດ ສະແດງຕົວວ່າ ເຈົ້າເປັນເຈົ້າຂອງເຄື່ອງທັງໝົດ ເຈົ້າໜ້າທີ່ ຈຶ່ງຍຶດຂອງກາງທັງໝົດ ມາສົ່ງຕຳຫລວດ.”
ຍັງມີ ການນິຍົມກິນນ້ຳກະທ້ອມ ຢູ່ລາວ
ສະພາບໂຕຈິງ ຢູ່ປະເທດລາວ ກໍຍັງມີກຸ່ມຊາວໜຸ່ມລາວຈຳນວນບໍ່ໜ້ອຍ ທີ່ຍັງນິຍົມກິນນ້ຳກະທ້ອມ ປະສົມຢາແກ້ໄອ ຍີ່ຫໍ້ດັ່ງກ່າວ ໂດຍບໍ່ຮູ້ເຖິງ ອັນຕະລາຍຕໍ່ສຸຂະພາບ, ເຊິ່ງປັດຈຸບັນ ມີຄົນເຈັບປ່ວຍ ຍ້ອນພຶດຕິກຳ ການດື່ມນ້ຳກະທ້ອມນີ້ ມາປິ່ນປົວ ຢູ່ ໂຮງໝໍມະໂຫສົດ ຢ່າງຕໍ່ເນື່ອງ. ດັ່ງ ທ່ານໝໍ ຢູ່ໂຮງໝໍ ມະໂຫສົດ ທ່ານໜຶ່ງ ກ່າວວ່າ:
"ມີຕັ້ງແຕ່ຮັບຄົນເຈັບ ທີ່ວ່າ ອັນນາ ແກ້ໄຂ ກໍລະນີ ທີ່ເຂົາເຈົ້າ ມີປັນຫາມາ ມື້ຄືນນີ້ ກໍມີກໍລະນີໜຶ່ງ ບໍ່ຮູ້ແຫລະ ເຂົາເຈົ້າ ປະສົມອີຫຍັງ ແກ້ໄຂ ແລ້ວກໍເມືອ."
ຂ່າວ ກຽນກັນ
ກະທ້ອມ ຖືກນໍາໃຊ້ກັນ ຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ
ເຈົ້າໜ້າທີ່ສາທາ ເຕືອນຊາວໜຸ່ມລາວ, ນ້ຳກະທ້ອມ ອັນຕະລາຍ ຮຸນແຮງ
ໂຮງໝໍ 150 ຕຽງ ຮັບຄົນເຈັບ ຈາກການດື່ມນ້ຳໃບກະທ້ອມ ຈຳນວນຫຼາຍ
ບໍ່ພຽງແຕ່ເທົ່ານັ້ນ ຊາວໜຸ່ມລາວ ຫລາຍຄົນ ກໍຮູ້ດີວ່າ ນ້ຳກະທ້ອມ ຈັດເປັນຢາເສບຕິດຜິດກົດໝາຍ ໃນປະເທດລາວ ຈຶ່ງບໍ່ກ້າ ບອກທ່ານໝໍ ຕາມຄວາມຈິງວ່າ ກຸ່ມແກ້ງຂອງຕົນເອງ ໄດ້ປະສົມຢາເສບຕິດ ຫລາຍປະເພດ ລວມກັນ ແລ້ວກິນດື່ມ. ບາງຄັ້ງ ກໍສູບພ້ອມກັນ ຈຶ່ງເຮັດໃຫ້ ບາງກໍລະນີ ເຖິງຂັ້ນ ຢຸດຫັນໃຈ ຍ້ອນ ທ່ານໝໍ ບໍ່ໄດ້ຮັບຂໍ້ມູນ ທີ່ຖືກຕ້ອງ ຈາກກຸ່ມດັ່ງກ່າວ ວ່າ ໄດ້ກິນ ແລະເສບ ຢາເສບຕິດປະເພດໃດ ມາແດ່ ເຮັດໃຫ້ການປິ່ນປົວ ເປັນໄປຢ່າງຫຼ້າຊ້າ, ດັ່ງທ່ານໝໍ ຢູ່ໂຮງໝໍມິດຕະພາບ 150 ຕຽງ ນາງໜຶ່ງ ກ່າວວ່າ:
"ເພາະວ່າ ເຮົາໄປງານ Party ມັນຈະມີຫລາຍຢ່າງ ທີ່ເຂົາເຈົ້າ Mix ກັນ ຈະເປັນເຫລົ້າ ຈະເປັນເບຍ ຈະເປັນກະທ້ອມ ຈະເປັນຢາສູບ ພອດ ອີຫຍັງຕ່າງໆ ແລ້ວການໃຫ້ຂໍ້ມູນຂອງເຂົາ ເຮົາບໍ່ໄດ້ຊັດເຈນແລ້ວ ເພາະເຮົາບໍ່ມີຕົວກວດ ວ່າ ເຂົາເຈົ້າ ກິນຫຍັງມາ ເພາະ ເຂົາບໍ່ບອກຂໍ້ມູນເຮົາແລ້ວ ວ່າ ເຂົາກິນທ້ອມ. ມັນບໍ່ແມ່ນວ່າ ເຂົາບໍ່ກິນເດ້ ບາງເທື່ອ ເຂົາເຈົ້າກິນ ແຕ່ເຂົາບໍ່ໃຫ້ຂໍ້ມູນເຮົາ ເພາະເຂົາເລີ່ມໃຫ້ຂໍ້ມູນເຮົາ ເພາະເຂົາເລີ່ມຮູ້ໂຕເດ້. ມັນຜິດກົດໝາຍ ແຕ່ວ່າ ຄົນໄຂ້ ທີ່ມາດ້ວຍອາການມືນເມົາແທ້ ມີບໍ່ ມີເຖິງຂັ້ນຢຸດຫາຍໃຈ ພຸ້ນແຫລະ.”