ກະທ້ອມ ຖືກນໍາໃຊ້ກັນ ຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ

ຈຳປາທອງ/ເພັດສະຫຍາມ
2025.03.11
ກະທ້ອມ ຖືກນໍາໃຊ້ກັນ ຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ ເຈົ້າໜ້າທີ່ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໄດ້ນໍາຕົວໄວໜຸ່ມ ທີ່ມົ້ວສຸມ ດື່ມນ້ຳກະທ້ອມ ມາສຶກສາອົບຮົມ. ວັນທີ 6 ເດືອນມີນາ ປີ 2025.
ວິທະຍຸກະຈາຍສຽງແຫ່ງຊາດລາວ

ເມື່ອວັນທີ 6 ມີນາ ທີ່ຜ່ານມາ ພະແນກຕໍາຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ນໍາຕົວໄວໜຸ່ມ ທີ່ເມົ້າສຸມ ດື່ມນໍ້າກະທ້ອມ ຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈໍານວນ 32 ຄົນ ມາສຶກສາອົບຮົມ ໂດຍຍົກໃຫ້ເຫັນເຖິງ ຜົນກະທົບດ້ານສຸຂະພາບ ທັງໄລຍະສັ້ນ ແລະໄລຍະຍາວ ຂອງການດື່ມນໍ້າກະທ້ອມ ຢ່າງຕໍ່ເນື່ອງ.

ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງກອງບັນຊາການ ປກສ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຕ່ເຈົ້າໜ້າທີ່ ບໍ່ສະດວກໃຫ້ຂໍ້ມູນ.

ກາຍຊື້-ຂາຍ ຜະລິດຕະພັນຈາກກະທ້ອມ

ສໍາລັບຢູ່ປະເທດລາວ ຖືວ່າ ທັງໃບກະທ້ອມ ແລະນໍ້າກະທ້ອມ ເປັນຢາເສບຕິດ ປະເພດໜຶ່ງ ຍ້ອນເປັນພືດ ທີ່ມີສານເສບຕິດ. ດັ່ງນັ້ນ ການມີຜະລິດຕະພັນຈາກກະທ້ອມ ໄວ້ໃນຄອບຄອງ ຈຶ່ງເປັນເລື່ອງຜິດກົດໝາຍ ແຕ່ຢ່າງໃດກໍຕາມ ສະເພາະຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ກໍຍັງມີການລັກ ຄ້າຂາຍນໍ້າກະທ້ອມ ຢູ່ຕາມຮ້ານອາຫານ ແລະສະຖານບັນເທີງ ລວມໄປເຖິງ ຂາຍໃນສື່ສັງຄົມອອນລາຍ ນໍາດ້ວຍ, ອີງຕາມຄໍາເວົ້າ ຂອງພະນັກງານຮ້ານອາຫານ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມີນາ ນີ້ວ່າ:

“ເຄັ່ງ ເຂົາເຈົ້າ ຄວາມຈິງ ກໍເປັນຂໍ້ຫ້າມ ນັ້ນແຫຼະ, ບໍ່ໃຫ້ຂາຍຫັ້ນ ເອົາເຂົ້າບໍ່ໄດ້ເດັດຂາດ ແຕ່ຄົນ ມັນຈະກິນນໍ ກໍລະນີວ່ານໍ້າກະທ້ອມ ເຂົາເຈົ້າ ກໍຍັງມີສະຕ໊ອກໄວ້ ຫັ້ນແຫຼະ. ຄັນເມື່ອລູກຄ້າຢາກກິນ ໄປຮ້ານອາຫານໃດໜຶ່ງ ເຂົາຈະມີເສີບຢູ່ດອກ ແຕ່ກໍ ບໍ່ໄດ້ເບີດເຜີຍ ຫຼາຍດອກ. ແມ່ນ ແຈ້ງການບໍ່ໃຫ້ຂາຍ ແຕ່ກໍເຮັດ,ຈັ່ງໃດ ລູກຄ້າ ມັນຈະກິນ.”


ຂ່າວ ກ່ຽວກັນ

ຢາເສບຕິດ ຍັງຄົງແຜ່ລະບາດຫຼາຍ ຢູ່ລາວ

ໂຮງໝໍ 150 ຕຽງ ຮັບຄົນເຈັບ ຈາກການດື່ມນ້ຳໃບກະທ້ອມ ຈຳນວນຫຼາຍ

ມີການຊື້-ຂາຍ ໃບກະທ້ອມ, ປູກຕົ້ນກະທ້ອມ ຫລາຍຂຶ້ນ


ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ມີການຊື້-ຂາຍ ທັງໃບກະທ້ອມສົດ ຢູ່ທີ່ 70 ຢວນຕໍ່ກິໂລກຣາມ. ສ່ວນນໍ້າກະທ້ອມ ຈະຂາຍເປັນຖົງລະ 5 ລິດ ລາຄາ 100 ຢວນ ໂດຍຈະມີບໍລິການສົ່ງຂອງໃຫ້ລູກຄ້າ ທີ່ຢູ່ໃນແຕ່ລະຕຶກ ເຊິ່ງຄາດວ່າ ໃບກະທ້ອມ ແລະນໍ້າກະທ້ອມ ໄດ້ຖືກລັກລອບ ນໍາເຂົ້າມາຈາກຝັ່ງໄທ ດັ່ງແມ່ຄ້າຂາຍໃບກະທ້ອມ ແລະນໍ້າກະທ້ອມ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ນາງໜຶ່ງ ກ່າວວ່າ:

“ຂາຍເປັນໂລ ໂລໜຶ່ງ 75 ຢວນ ແມ່ນໃບງາມ, ສ່ວນຫຼາຍ ມີແຕ່ເອົາໃບຄັດ ຫັ້ນແຫຼະ ມາຂາຍ ຫັ້ນນ່າ. ນໍ້າອັນນີ້ ຂາຍເປັນຖົງ ຖົງລະ 5 ລິດ 100 ຢວນ. ແມ່ນໆ ສົ່ງທຸກມື້ ມີທຸກມື້. ສ່ວນຫຼາຍ ເຂົາເຈົ້າ ກໍເອົາຂ້າມມາໝົດ ຫັ້ນນ່າ, ອັນນີ້ ກໍໄປຊື້ຕໍ່ຈາກເຂົາເຈົ້າ ມາຄືກັນ.”

ຂະນະທີ່ ພໍ່ຄ້າຂາຍນໍ້າກະທ້ອມ ອີກທ່ານໜຶ່ງ ກ່າວວ່າ ທີ່ຜ່ານມາ ຕຶກສ່ວນຫຼາຍ ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຈະຫ້າມ ບໍ່ໃຫ້ພະນັກງານນໍາໃບກະທ້ອມ ຫຼືນໍ້າກະທ້ອມ ເຂົ້າຕຶກ ເຮັດໃຫ້ພະນັກງານ ບາງສ່ວນ ໄປມົ້ວສຸມ ດື່ມນໍ້າກະທ້ອມ ຢູ່ຕາມຮ້ານອາຫາແທນ.

“ມັນບໍ່ແມ່ນເຂົາເຈົ້າ ມາກວດພວກກັນ ຢູ່ໃນຕຶກ ຫັ້ນແຫຼະ. ມັນບໍ່ແມ່ນຕໍາຫຼວດເດ, ມີແຕ່ພວກກັນ ຢູ່ໃນຕຶກ ຫັ້ນນ່າ. ເຂົາບໍ່ໃຫ້ເອົາເຂົ້າ ຖ້າວ່າບໍ່ໄດ້ ກໍມີຫຼິ້ນຢູ່ຮ້ານກໍ

ໄດ້ ຮ້ານຢູ່ຕະຫຼາດມືດ ມັນຈະມີບ່ອນນັ້ນ ຫັ້ນນ່າ ສະດວດ ບໍ່ໄດ້ຢ້ານຫຍັງ.”

ຜົນກະທົບ ຂອງການໃຊ້ກະທ້ອມ

ຢ່າງໃດກໍຕາມ ຜູ້ດື່ມນ້ຳກະທ້ອມ ຫຼາຍຈົນເກີນໄປ ຈະເຮັດໃຫ້ເສບຕິດ, ມຶນເມົາ, ທ້ອງຜູກ ແລະຜິວໜັງດຳຄ້ຳ. ຄັນຖ້າຜູ້ເສບຕິດນ້ຳກະທ້ອມ ບໍ່ໄດ້ດື່ມ ກໍຈະມີອາການລົງແດງ, ປະສາດຫຼອນ, ງ່ວມເຫງົາ, ເວົ້າບໍ່ຮູ້ຄວາມ ແລະເຈັບກ້າມຊີ້ນ. 

ໃນເດືອນຕຸລາ ປີ 2023 ທີ່ຜ່ານມາ, ທ່ານໝໍ ຈາກໂຮງໝໍມິດຕະພາບ 150 ຕຽງ ທີ່ນະຄອນຫຼວງວຽງຈັນ ກໍໄດ້ເປີດເຜີຍ ຕໍ່ສື່ມວນຊົນ ຂອງທາງການລາວ ວ່າ ນັບແຕ່ກາງ ປີ 2023 ເປັນຕົ້ນມາ ມີຄົນເຈັບ ຍ້ອນດື່ມນ້ຳໃບກະທ້ອມ ເຂົ້າມາປິ່ນປົວ ຢູ່ໃນໂຮງໝໍດັ່ງກ່າວ ເປັນຈຳນວນຫຼາຍ ໃນແຕ່ລະມື້ ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ທັງກຸ່ມໄວລຸ້ນ ແລະ ຜູ້ສູງອາຍຸ ຢຸດເຊົາ ການເສບນ້ຳຕົ້ມໃບກະທ້ອມ ຂະນະທີ່ ການປາບປາມ ຂອງທາງການລາວ ກໍຍັງບໍ່ທັນເຂັ້ມງວດ ເທົ່າທີ່ຄວນເທື່ອ.

“ເທົ່າທີ່ທາງນ້ອງສຶກສາມາ ຖືວ່າພົບແຕ່ຂໍ້ອັນຕະລາຍ ໂດຍສະພາະມີການຕິດເລີຍນໍ ຕິດກະທ້ອມ ຈະບໍ່ແຕກຕ່າງຫຍັງກັນ ກັບຕິດຢາມ້າ ຫຼື ຢາອີ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.