ມີການຊື້-ຂາຍ ໃບກະທ້ອມ, ປູກຕົ້ນກະທ້ອມ ຫລາຍຂຶ້ນ

0:00 / 0:00

ປັດຈຸບັນ ຢູ່ປະເທດລາວມີການລັກຊື້-ຂາຍໃບກະທ້ອມຫລາຍຂຶ້ນ ຍ້ອນຜູ້ຄົນ ໂດຍສະເພາະຊາວໜຸ່ມ ນິຍົມກັນດື່ມ ແລະກິນໃບກະທ້ອມຫລາຍ. ມີຊາວບ້ານ ຈໍານວນນຶ່ງ ລັກປູກຕົ້ນກະທ້ອມຂາຍ ຊຶ່ງທາງການກໍໄດ້ອອກແຈ້ງການຫ້າມ ຊື້-ຫ້າມຂາຍ ແລະຫ້າມບໍ່ໃຫ້ມີໄວ້ໃນຄອບຄອງ, ແຕ່ການກວດກາຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໃນບາງພື້ນທີ່ ຍັງບໍ່ເຂັ້ມງວດເທົ່າທີ່ຄວນ. ດັ່ງນັ້ນຈຶ່ງເຮັດໃຫ້ມີຄົນສວຍ ໂອກາດຫາເງິນຈາກໃບກະທ້ອມນີ້ ດັ່ງປະຊາຊົນຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ເສຣີໃນມື້ວັນທີ 30 ພຶສຈິກາທີ່ຫາກໍຜ່ານມານີ້ວ່າ:

" ຢູ່ລາວຕອນນີ້ກະທ້ອມ ມັນແຜ່ເກືອບທົ່ວປະເທດລາວແລ້ວ ມັນມີເຣື່ອງຫ້າມຢູ່ແຕ່ວ່າຕໍາຣວດກໍບໍ່ຈັບບໍ່ຫຍັງ ມັນຂຶ້ນນໍາບາງເຂດນ່າທີ່ວ່າ ຕໍາຣວດມັກເງິນ ມັນກໍຈະໄປມັກຄົ້ນຄວ້າເອົາພວກເຣື່ອງກະທ້ອມ. ແຕ່ບາງເຂດທີ່ວ່າເພິ່ນປະລະເລີຍ ແບບບໍ່ຄ່ອຍສົນໃຈເພິ່ນກະບໍ່ເອົາເລີຍຫັ້ນນ່າ. ຕາມປົກຕິຢູ່ລາວ ມັນກໍມີຮ້ານເປີດໜ້າຮ້ານເລີຍເດ້ ສ່ວນຫລາຍຂ້ອຍເວົ້າເລີຍ 80% ພຸ້ນແຫລະທີ່ວ່າເຂົາຮັບມາຈາກໄທຍ. "

ແຕ່ເຖິງຢ່າງໃດກໍຕາມ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຢູ່ເມືອງສັງທອງ ນະຄອນ ຫລວງວຽງຈັນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ແລ້ວແມ່ນວ່າ ຢູ່ເຂດບ້ານໄຮ່ໃຕ້ ໃນເມືອງສັງທອງນີ້ ມີສອງຜົວເມັຍລັກປູກຕົ້ນກະທ້ອມ ຈໍານວນ 110 ຕົ້ນ ຢູ່ໃນດິນຂອງພວກເຂົາເຈົ້າເອງ ເພື່ອສົ່ງຂາຍ, ແລະເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບເມືອງນີ້ ໄດ້ຈັບພວກກ່ຽວໃນວັນທີ 28 ພຶສຈິກາທີ່ຜ່ານມາ ຍ້ອນຮູ້ຈາກເດັກນ້ອຍວັຍລຸ້ນ ທີ່ໄດ້ຊື້ເຄື່ອງດື່ມທີ່ເຮັດຈາກໃບກະທ້ອມ ທີ່ມີການລັກຂາຍກັນຫລາຍ.

ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:

" ມີ 110 ຕົ້ນ ເຂົາໄປລັກປູກຢູ່ໄຮ່ຢູ່ສວນເຂົາ ຮູ້ ຍ້ອນເດັກນ້ອຍເອົາມາດື່ມກິນ ມັນກໍມີກະທ້ອມແດ່ ລະກະອັນອື່ນແດ່ປະສົມກັນແດ່ຫັ້ນນ່າ ຂາຍມະລຶກ...ຫລາຍນ່າຢູ່ໃນບ້ານໃນເມືອງນີ້ແຫລະ ກິນແລ້ວບໍ່ຫລັບບໍ່ນອນເດ້ ກິນແລ້ວກະເລາະ ກະທ່ຽວກະແບບຄືຢາບ້ານພຸ້ນເດ້ ແບບຖາມເຂົາເອົາມາແຕ່ໃສ ໄປຊື້ເອົານໍາຜູ້ນັ້ນູ້ນີ້ມາຕົ້ມວ່າຊັ້ນ ແລະພວກເຮົາກໍໄດ້ໄປກວດເບິ່ງ ທາງເຈົ້າໜ້າທີ່ ເພິ່ນເອົາມາເຮັດບົດບັນທຶກແລ້ວ. "

ພ້ອມດຽວກັນນີ້ ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽ ເສຣີວ່າ ດຽວນີ້ມີຫລາຍຄົນລັກຊື້-ລັກຂາຍໃບກະທ້ອມ, ບາງເທື່ອກໍຖືກສົ່ງມາຈາກປະເທດໄທຍ ໂດຍເຈົ້າໜ້າທີ່ກໍບໍ່ໄດ້ມີການກວດກາຄັກແນ່ ທັງໆທີ່ຢູ່ລາວ ຫ້າມຊື້-ຂາຍ ເພາະກະທ້ອມເປັນພືດຜິດກົດໝາຍ ແຕ່ກໍມີບາງຄົນ ທີ່ບໍ່ຮູ້ກົດໝາຍ ກ່ຽວກັບເຣື່ອງນີ້ ເພາະບໍ່ໄດ້ມີເຈົ້າໜ້າທີ່ລົງໂຄສະນາ ໃຫ້ຄວາມຮູ້ແກ່ປະຊາຊົນ ກ່ຽວກັບຜົນຮ້າຍຂອງໃບກະທ້ອມ ແລະກະທ້ອມ ເປັນຢາເສບຕິດແນວໃດເທື່ອ ດັ່ງນັ້ນຈຶ່ງເຮັດໃຫ້ມີການລັກຊື້-ລັກຂາຍກັນ.

" ແມ່ນຄົນລັກຊື້ລັກຂາຍກັນ ເຂົາເຈົ້າຝາກຂົນສົ່ງມາ ແຕ່ຊຸມພອນເຂົາກໍຝາກມາ ໜອງຄາຍ ແລະໜອງຄາຍກໍມີຣົຖຂົນສົ່ງ ມາສົ່ງຮອດບ້ານຂະເຈົ້າ ບາງຄົນຍັງບໍ່ຮູ້ກະມີວ່າ ໃບກະທ້ອມຜິດກົດໝາຍວ່າຊັ້ນ ເຂົາບໍ່ໄດ້ໃຫ້ຮູ້ວ່າ ມັນເປັນຢາເສບຕິດປະເພດໃດ ເຂົາຍັງບໍ່ທັນໄດ້ໃຫ້ຄວາມຮູ້ອີ່ຫຍັງເທື່ອ. "

ຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງ ກໍເວົ້າວ່າ ເຫັນແຕ່ແຈ້ງການເຣື່ອງການຫ້າມຊື້-ຫ້າມຂາຍ-ຫ້າມຄອບຄອງໃບກະທ້ອມ, ແຕ່ດຽວນີ້ ຄົນຊື້-ຄົນຂາຍໃບກະທ້ອມ ກໍມີຫລາຍ ແລະກໍຍັງບໍ່ເຫັນກົດໝາຍໃດ ທີ່ເວົ້າວ່າ ໃບກະທ້ອມເປັນຢາເສບຕິດ ປະເພດນັ້ນປະເພດນີ້. ແທ້ຈິງແລ້ວ ຖ້າບໍ່ຢາກໃຫ້ມີການລັກຄ້າຂາຍໃບກະທ້ອມນີ້ ກໍຄວນອອກກົດໝາຍຫ້າມຢ່າງລະອຽດ ແລະໃຫ້ມີການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ແລະທາງເຈົ້າໜ້າທີ່ ຕໍາຣວດ ກໍບໍ່ຄວນຈະໄປອຸດໜູນຊື້ດື່ມ ຊື້ກິນ ເພື່ອບໍ່ໃຫ້ເປັນແບບຢ່າງ.

" ກະທ້ອມມັນກໍບໍ່ໄດ້ເປັນຢາເສບຕິດ ມັນບໍ່ໄດ້ຢູ່ໃນມາຕຣານັ້ນມາຕຣານີ້ ສ່ວນຫລາຍຄົນສັ່ງກໍມີແຕ່ຕໍາຣວດຊໍ້າ ເອົ້າຈັ່ງວ່ານໍ້າກະທ້ອມກະ ດາຍ ເຂົາເຈົ້າໄປຈັບຂີ້ລັກລັກເຄື່ອງ ຢາເສບຕິດມັນບໍ່ດີກວ່າບໍ່. "

ກ່ຽວກັບເຣື່ອງໃບກະທ້ອມນີ້ ເຈົ້າໜ້າທີ່ຕໍາຣວດໃນນະຄອນຫລວງວຽງຈັນທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 30 ພຶສຈິກາຜ່ານມານີ້ວ່າ ທາງກະຊວງ ສາທາຣະນະສຸກ ກໍໄດ້ອອກແຈ້ງການໄປແລ້ວວ່າ ໃບກະທ້ອມເປັນສິ່ງຜິດກົດໝາຍ, ເປັນພືດທີ່ມີສານເສບຕິດ. ຖ້າຫາກນໍາໄປປະສົມເປັນເຄື່ອງດື່ມ ກໍຈະມີສານພິດເຈືອປົນນໍາດ້ວຍ ດັ່ງນັ້ນຈຶ່ງເປັນພືດທີ່ຫ້າມຊື້ ຫ້າມຂາຍ ແລະມີໄວ້ໃນຄອບຄອງ. ຖ້າຕໍາຣວດກວດພົບ ການລັກປູກ ກໍຈະຖືກທໍາລາຍຖິ້ມ, ຫາກກວດພົບຜູ້ລັກຊື້, ລັກຂາຍ ກໍຈະຖືກນໍາໄປສຶກສາອົບຮົມ ແລະເຮັດບົດບັນທຶກໄວ້.

" ພາຍຫລັງທີ່ມາຣະບາດ ຢູ່ໃນລາວເຮົານີ້ປັດຈຸບັນ ທາງສາທາກໍໄດ້ຢັ້ງຢືນອອກມາແລ້ວ ໂຕນີ້ນີ້ວ່າມັນມີສານເສບຕິດ ອອກລິດຕໍ່ປະສາດ ປະສົມເຂົ້າກັນແລ້ວມັນກໍຈະມີ ສານເຄມີ ກໍຈະມີຢາເສບຕິດ ທີ່ຜິດກົດໝາຍ ທາງເຈົ້າໜ້າທີ່ເຮົານີ້ ຕ້ອງໄດ້ກວດກາເຄັ່ງຄັດລະ ອຽດຕື່ມ ທີ່ເຂົາເຈົ້າບໍ່ທັນຮູ້ກໍໄດ້ສຶກສາ ອົບຮົມ. ສໍາລັບຜູ້ປູກເຮົາກໍໄດ້ຕັກເຕືອນ ໃຫ້ທໍາລາຍຖິ້ມ. "

ອີງຕາມການຣາຍງານ ຂອງກົມອາຫານ ແລະຢາ, ກະຊວງສາທາຣະນະສຸຂ ໄດ້ອອກແຈ້ງການ ໃນມື້ວັນທີ 7 ກໍຣະກະດາ 2022 ວ່າ ຫ້າມບໍ່ໃຫ້ນໍາພືດກະທ້ອມ ຫລືເຄື່ອງດື່ມ ທີ່ເຮັດຈາກໃບກະທ້ອມ, ຜະລິດຕະພັນອາຫານ ທີ່ມີການປຸງແຕ່ງຈາກພືດກະທ້ອມ ເຂົ້າມາຂາຍໃນປະເທດລາວ ຍ້ອນມັນເປັນພືດທີ່ກົດໝາຍລາວ ຊຶ່ງກົດໝາຍຍັງບໍ່ອະນຸຍາດໃຫ້ປູກ, ປຸງແຕ່ງ, ຊື້-ຂາຍ, ສົ່ງອອກ-ນໍາເຂົ້າມາໃນປະເທດ.