ເຫດການໄຟໄໝ້ ແລະ ລະເບີດ ກະທົບເຮືອນປະຊາຊົນ 142 ຫຼັງຄາເຮືອນ
2025.02.26

ເຫດໄຟໄໝ້ ແລະ ລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ ຢູ່ບ້ານນາໝີ ເມືອງໄຊ ແຂວງອຸດົມໄຊ ເມື່ອວັນທີ 14 ກຸມພາ 2025 ທີ່ຜ່ານມາ ເຮັດໃຫ້ກະທົບຕໍ່ເຮືອນປະຊາຊົນ ທັງໝົດ 142 ຫຼັງຄາເຮືອນ ປະກອບມີ ບ້ານນາໝີ 119 ຫຼັງຄາເຮືອນ, ບ້ານນາເລົ່າ 19 ຫຼັງຄາເຮືອນ ແລະ ບ້ານນາສ້າວ 04 ຫຼັງຄາເຮືອນ ແລະ ກະທົບວັດ ອີກຈຳນວນ 2 ຫຼັງ, ລວມມູນຄ່າເສຍຫາຍທັງໝົດ 22 ຕື້ກີບ ແລະ 2 ລ້ານປາຍຢວນ.
ຫຼັງເກີດເຫດໄຟໄໝ້ ແລະ ລະເບີດ ຊາວບ້ານ ກໍໄດ້ພາກັນອອກເງິນເອງ ເພື່ອສ້ອມແປງເຮືອນ. ມາຮອດມື້ນີ້ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈຳນວນໜຶ່ງ ກໍຍັງບໍ່ທັນໄດ້ສ້ອມແປງ ເຮືອນເທື່ອ ພ້ອມຢືນຢັນວ່າ ບໍ່ໄດ້ເງິນຄ່າຊົດເຊີຍເທື່ອ. ຕາມຄວາມເວົ້າ ຂອງຊາວບ້ານ ທີ່ໄດ້ຮັບຜົນກະທົບ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ກຸມພາ ນີ້ວ່າ:
"ແຕ່ວ່າ ບໍ່ທັນໄດ້ປ່ຽນກະເບື້ອງເທື່ອ ກະເບື້ອງແຕກ. ໂອ້ ແມ່ນ ກະເບື້ອງແຕກແດ່, ທາງຫຼັງຄາກໍແຕກ ແລ້ວກໍປະຕູແດ່ ປະຕູແຕກ. ຖ້າຫຼານ ໃຫ້ຫຼານ ເຂົາເຈົ້າ ມາເຮັດໃຫ້ເອົາເດີ້, ເພິ່ນຍັງບໍ່ມີຈັກຊ່ວຍຫຍັງເທື່ອ ມີແຕ່ເພິ່ນມາເກັບກຳຂໍ້ມູນຫຍັງນ່າ ເພິ່ນມາຮີບໂຮມແລ້ວ ແຕ່ວ່າ ເພິ່ນບໍ່ໃຫ້ຄຳຕອບແນວໃດເທື່ອນ່າ."
ເຫດການໄຟໄໝ້ ແລະ ລະເບີດ ເກີດຂຶ້ນ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງ ທ້າວ ຜ່ານ ຕົ້ງ ສັນຊາດຈີນ ເທື່ອນີ້. ເຮັດໃຫ້ ຮ້ານຂອງເຂົາເຈົ້າ ເສຍຫາຍໝົດ ເຊິ່ງຫຼັງເກີດເຫດ ກອງບັນຊາການທະຫານແຂວງ ກໍໄດ້ເຂົ້າຊ່ວຍເຫຼືອ ໃຊ້ພາຫະນະ 12 ຄັນ ສະກັດກັ້ນ ດັບມອດໄຟ ແລະ ສ້ອມແປງເຮືອນ 16 ຫຼັງ ເຊິ່ງປັດຈຸບັນ ທະຫານ ກໍຍັງສືບຕໍ່ໃຫ້ການຊ່ວຍເຫຼືອ ດ້ານອະນາໄມ ຖະໜົນຫົນທາງ. ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຜູ້ດຽວກັນ ກັບຂ້າງເທິງນີ້ ກ່າວວ່າ:
"ແມ່ນແຫຼະ ບໍ່ເຫຼືອຫຍັງເລີຍ ມຸນໝົດເລີຍນ່າ ມື້ນີ້ ເພິ່ນກໍລົງມາຊ່ວຍ ມາເກັບຂີ້ເຫຍື້ອ ເກັບເສດແກ້ວ ເສດຫຍັງ ມາຊ່ວຍ."
ຍາດພີ່ນ້ອງ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ອີກນາງໜຶ່ງ ກ່າວວ່າ ເຮືອນປະຊາຊົນ ທີ່ໄດ້ຮັບຜົນກະທົບ ກໍຢາກໄດ້ການທົດແທນ ຜົນເສຍຫາຍ ເນື່ອງຈາກ ເຮືອນຂອງພວກເຂົາເຈົ້າ ໄດ້ຮັບຜົນກະທົບແທ້. ດັ່ງນາງກ່າວວ່າ:
"ອັນຮູ້ວ່າ ອັນເຮືອນຫຼານສາວ ຢູ່ຕາມເຂດນາໝີຫັ້ນ ຮູ້ວ່າ ເສຍຫາຍຢູ່ແລ້ວ ແຕ່ວ່າ ຢູ່ບ່ອນອື່ນ ເອື້ອຍກໍບໍ່ຮູ້ ຈະນີ້ ອັນນັ້ນ ມີຜົນກະທົບຈັ່ງນີ້ເນາະ ຖືກຂອງເຮືອນປະຊາຊົນ ເຂົາເຈົ້າ ກໍຢາກໃຫ້ທົດແທນຫັ້ນແຫຼະເນາະ ເພາະວ່າ ມັນຖືກແທ້ຫັ້ນນ່າເນາະ."
ຂ່າວ ກ່ຽວກັນ
ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນທີ່ເພພັງ
ທາງການ ກຳລັງສືບຫາ ຕຳແໜ່ງທີ່ມາ ຂອງທາດລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດ ຂອງຊາວຈີນ
ໄຟໄໝ້ ອາຄານຫຼັງໜຶ່ງ ຂອງກະຊວງເຕັກໂນໂລຊີ ການສື່ສານ
ປັດຈຸບັນ ຜົນເສຍຫາຍ ແລະ ມູນຄ່າຄວາມເສຍຫາຍ ທັງໝົດ ໄດ້ມີການສັງລວມຂໍ້ມູນ ແລະ ລາຍງານໄປຫາຂັ້ນເທິງແລ້ວ ແຕ່ຍັງບໍ່ທັນມີຜົນສະຫຼຸບ ຈາກຂັ້ນເທິງວ່າ ຈະໃຫ້ເຮັດແນວໃດຕໍ່ໄປ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງອຸດົມໄຊ ນາງໜຶ່ງ ກ່າວວ່າ:
"ເຂົາເຈົ້າ ສັງລວມແລ້ວ ແຕ່ວ່າ ລາຍງານຂັ້ນເທິງແລ້ວເນາະ ແຕ່ວ່າ ເຂົາເຈົ້າ ຍັງບໍ່ທັນໄດ້ສະຫຼຸບອີຫຍັງເທື່ອເດີ້ ຄື ຊິຍັງບໍ່ທັນໄດ້."
ດ້ານ ທ່ານ ພັນເອກ ດວງຈັນ ໄຊວຸດ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ຖະແຫຼງຂ່າວ ວັນທີ 15 ກຸມພາ 2025 ທີ່ຜ່ານມາວ່າ ເຫດການໄຟໄໝ້ ທີ່ເກີດຂຶ້ນ ທີ່ຮ້ານຂາຍອາໄຫຼ່ລົດ ຂອງຄົນຈີນ ທີ່ມາເຊົ່າເຮືອນປະຊາຊົນຢູ່ ເພື່ອດຳເນີນທຸລະກິດ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ເປັນຄົນຈີນ 3 ຄົນ ແລະ ຄົນລາວ 1 ຄົນ, ບາດເຈັບສາຫັດ ເປັນຄົນຈີນ 3 ຄົນ ແລະ ບາດເຈັບເລັກຫນ້ອຍ 3 ຄົນ ເປັນຄົນລາວ 2 ຄົນ ຄົນຈີນ 1 ຄົນ ແລະ ຍັງບໍ່ສາມາດຢືນຢັນ ສາເຫດຂອງໄຟໄໝ້ໄດ້ ເນື່ອງຈາກ ຜູ້ຢູ່ຈຸດເກີດເຫດ ແມ່ນ ເສຍຊີວິດ ແຕ່ໃນທີ່ເກີດເຫດ ເຈົ້າໜ້າທີ່ ກວດພົບຊິ້ນສ່ວນ ແກັບໝາກຟ່າ ແລະ ທາດລະເບີດ. ຄາດວ່າ ລັກລອບ ເຂົ້າມາຈຳໜ່າຍ ເຊິ່ງເຈົ້າໜ້າທີ່ ກຳລັງສອບສວນເພີ່ມຕື່ມ.
ນອກນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ກົງສຸນໃຫຍ່ຈີນ ປະຈໍາແຂວງຫຼວງພຣະບາງ ທີ່ຕິດຕາມ ກ່ຽວກັບ ເຫດລະເບີດ ໃນເທື່ອນີ້ ແຕ່ບໍ່ສາມາດຕິດຕໍ່ໄດ້.