ຍ້ອນບໍ່ຂຶ້ນເງິນເດືອນ ລັດຖະກອນລາວ ເລີຍແຫ່ອອກການ ຫຼາຍຂຶ້ນ
2025.01.07
ພະນັກງານ ລັດຖະກອນ ຂອງສປປລາວ ພາກັນລາອອກຈາກການ ທຸກປີ ແລະ ມີຫຼາຍຂຶ້ນ ຍ້ອນບັນຫາ ເງິນເດືອນບໍ່ກຸ້ມກິນ, ຊຶ່ງເປັນບັນຫາ ທີ່ລັດຖະບານ ຈະຕ້ອງໄດ້ແກ້ໄຂ. ບັນຫາທີ່ວ່ານີ້, ໄດ້ສະແດງອອກ ຢູ່ໃນກອງປະຊຸມ ລັດຖະບານເປີດກ້ວາງ ຄັ້ງທີ 2 ປີ 2024 ທີ່ດໍາເນີນໄປ ເປັນເວລາ 2 ວັນ ຄືວັນທີ 6 ແລະ ວັນທີ 7 ມັງກອນ 2025, ໂດຍມີຫຼາຍພາກສ່ວນ ເຂົ້າຮ່ວມ ຮວມທັງເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ນໍາດ້ວຍ.
ໃນກອງປະຊຸມດັ່ງກ່າວ ໄດ້ເວົ້າເຖິງ ຫົວຂໍ້ສໍາຄັນ ທັງໝົດ 11 ຂໍ້, ຊຶ່ງໃນນັ້ນ ຂໍ້ທີ 4 ໄດ້ເວົ້າເຖິງ ທັງສະພາບ ການລາອອກຈາກການ ຂອງພະນັກງານ ແລະ ລັດຖະກອນ ແລະ ມາດຕະການແກ້ໄຂ, ແຕ່ຍັງບໍ່ມີລາຍງານວ່າ ຈະແກ້ໄຂບັນຫາ ທີ່ວ່ານີ້ ໄດ້ແນວໃດ ນອກເໜືອໄປຈາກວ່າ ຈະຂຶ້ນເງິນເດືອນໃຫ້ ໃນຂະນະທີ່ ຄ່າຄອງຊີບ ສູງຂຶ້ນຢູ່ນີ້.
ໃນການແກ້ໄຂບັນຫາ ບໍ່ໃຫ້ພະນັກງາານ ລັດຖະກອນ ລາອອກຈາກການນັ້ນ, ພະນັກງານ ທ່ານໜຶ່ງ ກ່າວວ່າ ບັນຫາສໍາຄັນ ແມ່ນລັດຖະບານ ຕ້ອງປັບເງິນເດືອນ ໃຫ້ພວກເຂົາເຈົ້າ ສູງຂຶ້ນ ຈຶ່ງຈະເປັນ ການແກ້ໄຂ ທີ່ຖືກຈຸດ ເພາະປັດຈຸບັນ ເງິນເດືອນ ຂອງພະນັກງານ ລັດຖະກອນ ຄິດໄລ່ຕາມລະດັບ ຂັ້ນຕໍ່າສຸດ ປະມານ 1,700,000 ກີບ ແລະ ສູງສຸດ 2 ລ້ານປາຍກີບ ທຽບໃສ່ຄ່າຄອງຊີບ ແມ່ນບໍ່ກຸ້ມກິນ, ແຕ່ກໍບໍ່ມີຜູ້ໃດ ກ້າຈະເວົ້າ ເລື່ອງແບບນີ້. ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມັງກອນ ນີ້ວ່າ:
“ພະນັກງານ ສ່ວນຫຼາຍ ເງິນເດືອນຈະໜ້ອຍ. ເສດຖະກິດ ທຸກມື້ນີ້ ມັນອາດຈະບໍ່ກຸ້ມ ເຄື່ອງຂອງໃນຕະຫຼາດ ກໍແພງຂຶ້ນ, ເຮົາກໍເບິ່ງໂຕຈິງນີ້ແຫຼະ ທີ່ມັນເຫັນແຫຼະ. ນີ້ນໍ, ຄັນຊິແກ້ ບໍ່ໃຫ້ລາອອກ ຕ້ອງແກ້ເງິນເດືອນພື້ນຖານ ໃຫ້ມັນສູງ ຈະບັນເທົາເຕີບ. ບາດເວລາ ເຂົາສ່ອງແສງອີ່ຫຍັງ, ເອີ, ດຽວນີ້ລາອອກ ເທົ່ານັ້ນເທົ່ານີ້, ເຂົາບໍ່ຄ່ອຍເວົ້ານ່າ ເລື່ອງແບບນີ້ນ່າ.”
ທ່ານກ່າວຕື່ມວ່າ ໂດຍສະເພາະ ພະນັກງານ ລັດຖະກອນ ຢູ່ນະຄອນຫຼວງວຽງຈັນ ຫຼືໃນໂຕເມືອງຕ່າງໆ ທີ່ບໍ່ມີອາຊີບເສີມ ກໍເປັນໜີ້ ເປັນສິນຫຼາຍ, ຈໍາເປັນ ຕ້ອງໄດ້ລາອອກຈາກການ ໄປຫາວຽກງານອື່ນເຮັດ ທີ່ໄດ້ເງິນເດືອນ ສູງກວ່າເກົ່າ ຮວມທັງໄປຊອກຫາເຮັດວຽກ ຢູ່ຕ່າງປະເທດ.
ຕໍ່ບັນຫາ ທີ່ວ່ານີ້, ລັດຖະບານ ຍັງບໍ່ລາຍງານ ໃຫ້ສັງຄົມຮູ້ວ່າ ພະນັກງານ ລັດຖະກອນ ທີ່ລາອອກໄປນັ້ນ, ມາເຖິງປັດຈຸບັນ ມີຈໍານວນ ເທົ່າໃດກັນແທ້. ຂະນະທີ່ ຢູ່ແຂວງວຽງຈັນ ເຈົ້າໜ້າທີ່ ທ່ານໜຶ່ງ ໄດ້ກ່າວວ່າ ລາອອກຫຼາຍຢູ່ ເປັນຕົ້ນ ຄູ, ທະຫານ, ເຈົ້າໜ້າທີ່ແຮງງານ, ເຈົ້າໜ້າທີ່ການເງິນ ແລະ ຂະ ແໜງການອື່ນໆ ຍ້ອນເງິນເດືອນ ບໍ່ພໍໃຊ້, ບໍ່ກຸ້ມກິນ ເມື່ອທຽບໃສ່ ຄ່າຄອງຊີບ ທີ່ສູງຂຶ້ນ. ດັ່ງນັ້ນ, ພວກເຂົາເຈົ້າ ຈຶ່ງພາກັນ ຫຼັ່ງໄຫຼອອກໄປເຮັດວຽກ ຢູ່ຕ່າງປະເທດ, ຊຶ່ງປັດຈຸບັນ ມັກໄປປະເທດເກົາຫຼີໃຕ້. ດັ່ງທີ່ທ່ານກ່າວວ່າ:
“ບໍ່ເຫັນເກັບ ກໍບໍ່ເຫັນລາຍງານ, ມີແຕ່ຮູ້ທົ່ວໄປຊື່ໆ. ໂຕຢ່າງ ຫ້ອງການຢູ່ແຮງງານ ເຫັນອອກແລ້ວ, ພະນັກງານຄູນີ້ ກໍອອກຫຼາຍ ເຫັນເນາະວ່າ ຄູບໍ່ພຽງພໍ ເຫັນໄດ້ຍິນ ທາງທະຫານ ເຂົາເຈົ້າລູ່ອອກຫຼາຍ ເຂົາເຈົ້າເຫັນ ບໍລິສັດເອົາໄປເກົາຫຼີ ແລ້ວເຂົາເຈົ້າ ກໍເຫີ່ກັນແບບນັ້ນ.”
ແລະ ເຈົ້າໜ້າທີ່ ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ທ່ານໜຶ່ງ ກໍເວົ້າວ່າ ຢູ່ແຂວງນີ້ ກໍມີພະນັກງານ ລັດຖະກອນຄູ ລາອອກຢູ່, ແຕ່ບໍ່ຮູ້ຈໍານວນ, ຊຶ່ງສ່ວນໃຫຍ່ ເປັນຄູສາຍເຕັກນິກ ວິຊາຊີບ, ຊຶ່ງພວກເຂົາເຈົ້າ ໃຫ້ເຫດຜົນວ່າ ຢາກຈະໄປ ຕໍ່ຍອດຄວາມຮູ້ ທີ່ສາມາດເຮັດວຽກ ໄດ້ເງິນເດືອນ ຫຼາຍກວ່າເປັນຄູ ແລະ ວ່າ ປັດຈຸບັນ ຂະແໜງການສຶກສາ ກໍຍັງມີບັນຫາ ຂາດແຄນຄູ ຫຼາຍ ຈົນໄດ້ເຕົ້າໂຮມ ໂຮງຮຽນເຂົ້າກັນ ກໍມີ ເພາະເພິ່ນຍັງບໍ່ທັນ ມີການແກ້ໄຂແນວໃດ.
“ເພິ່ນກໍຍັງ ບໍ່ທັນໄດ້ວ່າ ຈະມີການແກ້ໄຂ ຈັ່ງໃດຈັ່ງໃດເນາະ. ກະມີຢູ່ດອກ ຄູລາອອກ ໝາຍຄວາມວ່າ ເຈົ້າກໍມີວິຊາຊີບ ສາມາດຊອກຫາກິນ ໄດ້ລື່ນຈາກເງິນເດືອນ ທີ່ເຂົາເຈົ້າມີຢູ່ແລ້ວ. ດຽວນີ້, ເຮົາຂາດຄູ ເທົ່ານັ້ນ. ເວົ້າເລື່ອງຂາດຫຼາຍປານໃດນີ້, ກະເປັນການຕອບຍາກ ເພາະວ່າ ພວກເຮົາຕ້ອງໄດ້ຈັດສັນ ບາງອັນ ກໍອາດຈະໂຮມໂຮງຮຽນເຂົ້າ, ມັນກໍຍັງຕອບ ບໍ່ທັນໄດ້ຊັດເຈນ.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ດ້ານການສຶກສາ ແລະ ກິລາ ຢູ່ແຂວງສະຫວັນນະເຂດ ນາງໜຶ່ງ ກໍເວົ້າເຖິງເຫດຜົນ ທີ່ຄູລາອອກວ່າ ທີ່ຜ່ານມາ ກໍມີລັດຖະກອນຄູ ລາອອກຢູ່, ຊຶ່ງສ່ວນໃຫຍ່ ແມ່ນໃຫ້ເຫດຜົນ ເລື່ອງສຸຂະພາບ, ປີ 2023 ແລະ ປີ 2024 ກໍມີລາອອກ.
“ກະມີຢູ່ ຄູ ລາອອກ, ປະມານ 3-4 ຄົນນີ້ແຫຼະ. ສ່ວນໃຫຍ່ ແມ່ນມີເຫດຜົນ ລາອອກດ້ວຍເຫດຜົນ ເຈັບເປັນ. ສ່ວນໃຫຍ່ ທາງພວກເຮົາ ກະອະນຸຍາດໃຫ້ອອກ ຂຽນບໍາເນັດ, ຈັ່ງຊີ້ເນາະ.”
ແລະ ຢູ່ແຂວງອື່ນໆ ຄູ ກໍລາອອກຫຼາຍ ເຮັດໃຫ້ຂາດແຄນຄູ ເປັນຕົ້ນ ຢູ່ແຂວງບໍລິຄໍາໄຊ ຂາດແຄນຄູ ເຖິງ 413 ຄົນ ຍ້ອນເງິນເດືອນໜ້ອຍ, ບໍ່ກຸ້ມກິນ. ຄູ ລາອອກການ ໄປຫາອາຊີບອື່ນເຮັດ, ອີງຕາມລາຍງານ ຂອງທ່ານ ໂພເພັດ ກຸນນາວົງ, ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍໄຊ.
ເວົ້າເຖິງເລື່ອງ ການຫຼຸດຈໍານວນ ລັດຖະກອນ ແລະ ການຈັດໂກຕາ ລັດຖະກອນ ທີ່ລັດຖະບານລາວ ອະນຸມັດຮັບໃໝ່ ໃນຊຸມປີຜ່ານມາ, ອີງຕາມລາຍງານ ຂອງທ່ານ ທອງຈັນ ມະນີໄຊ, ລັດຖະມົນຕີ ກະຊວງພາຍໃນ ໃນເດືອນມີນາ 2024 ແລ້ວແມ່ນວ່າ ປີ 2021 ຮັບລັດຖະກອນໃໝ່ 1,600 ຄົນ, ປີ 2022 ຮັບ 1,300 ຄົນ ແລະ ປີ 2023 ຮັບ 800 ຄົນ ເຮັດໃຫ້ສາມາດ ຫຼຸດຜ່ອນຈໍານວນ ລັດຖະກອນ ໃນທົ່ວປະເທດ ຈາກ 176,151 ຄົນ ໃນປີ 2021 ມາເປັນ 172,341 ຄົນ ໃນປີ 2023 ຄືຫຼຸດລົງ 3,810 ຄົນ. ເມື່ອທຽບກັບ ຈໍານວນປະຊາກອນ ທົ່ວປະເທດ ໃນໄລຍະ 3 ປີ ແມ່ນຫຼຸດ ຈາກອັດຕາສ່ວນ 2.40% ເຫຼືອພຽງ 2.28%.