ລັດຖະບານ ມີແຜນປັບຂຶ້ນ ເງິນເດືອນຂັ້ນພື້ນຖານ ໃຫ້ລັດຖະກອນ
2024.06.17
ທາງການາລາວ ມີແຜນຈະປັບຂຶ້ນ ເງິນເດືອນຂັ້ນພື້ນຖານ ຂອງພະນັກງານ-ລັດຖະກອນ ເປັນ 2,000,000 ຫາ 2,500,000 ກີບ ພາຍໃນປີ 2025 ນີ້ ຍ້ອນສະພາບບັນຫາເງິນເຟີ້ ທີ່ເພີ່ມຂຶ້ນເລື້ອຍໆ ໃນຮອບຫຼາຍປີ ມານີ້, ອີງຕາມຄໍາກ່າວ ຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວໃນກອງປະຊຸມ ສະພາແຫ່ງຊາດລາວ ກ່ຽວກັບນະໂຍບາຍ ການເພີ່ມເງິນເດືອນ ແລະເງິນອຸດໜູນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານ ໃນມື້ວັນທີ 13 ເດືອນມິຖຸນາ ປີ 2024 ທີ່ຜ່ານມາ.
ແຕ່ ນະໂຍບາຍດັ່ງກ່າວນີ້ ຍັງເປັນພຽງແນວທາງເບື້ອງຕົ້ນ ທີ່ຖືກກ່າວ ພາຍໃນສະພາແຫ່ງຊາດລາວ ເທົ່ານັ້ນ ແລະຍັງບໍ່ທັນມີເອກກະສານ ຊີ້ແຈງຢ່າງຈະແຈ້ງເທືື່ອ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ມິຖຸນາ 2024 ນີ້ວ່າ:
“ຂັ້ນຕໍ່າ ຄັນຕາມນະໂຍບາຍ ທີ່ລັດຖະບານປະກາດ ເພິ່ນອຸດໜູນຄ່າຄອງຊີບໃຫ້ເນາະ ລວມໂຕນັ້ນໂຕນີ້ ກໍ່ຜູ້ໜຶ່ງບໍ່ຫຼຸດ ຢູ່ 1,850,000 ກີບ ອໍ ໂຕນີ້ ກໍ່ຍັງບໍ່ສາມາດຕອບໂຕໄດ້ ເພາະວ່າ ມັນຕິດກັບຫຼາຍພາກສ່ວນ ພວກເຮົາກໍາລັງຄົ້ນຄວ້າກັນຢູ່ ສໍາລັບໂຕເລກຄາດຄະເນນີ້ ໂຕນີ້ກໍ່ຍັງຕອບຍາກ ເພາະວ່າຍັງບໍ່ທັນມີ ລາຍລະອຽດກ່ຽວກກັບເກນ ມັນກໍ່ບໍ່ມີຫຼາຍຮູບການ ແຕ່່ວ່າ ໂຄງສ້າງເງິນເດືອນ ພວກເຮົາກໍ່ຍັງ ປັດຈຸບັນນີ້ ກໍ່ຍັງນໍ້າໃຊ້ ໂຄງສ້າງດັດສະນີຄືເກົ່າຢູ່.”
ກ່ອນໜ້ານີ້ ໃນປີ 2017 ກະຊວງການເງິນ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການ ປັບຂຶ້ນ ດັດສະນີເງິນເດືອນ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະພະນັກງານບໍານານ ຈາກ 6,700 ກີບ/ດັດສະນີ ເປັນ 7,200 ກີບ/ດັດສະນີ ຈາກນັ້ນ ໃນເດືອນມັງກອນ ປີ 2022 ກໍ່ມີການປັບຂຶ້ນ ອີກຄັ້ງ ເປັນ 7,350 ກີບ/ດັດສະນີ ທັງນີ້ ຖ້າຫາກໄລ່ເປັນມູນຄ່າ ຈະຕົກຢູ່ປະມານ 21,600 ຫາ 72,750 ກີບ/ຄົນ/ເດືອນ ຂຶ້ນຢູ່ກັບ ລໍາດັບຊັ້ນ ນາຍ ແລະດັດສະນີ ໃນແຕ່ລະຂັ້ນຕໍາແໜ່ງ.
ສໍາລັບ ໃນປີ 2023-2024, ທາງການລາວ ໄດ້ປັບປຸງເງິນເດືອນຂັ້ນຕໍ່າ ຂອງພະນັກງານ-ລັດຖະກອນ ໃຫ້ຢູ່ທີ່ 1,700,000 ກີບ ແລະເພີ່ມເງິນອຸດໜູນ ຄ່າຄອງຊີບ ໃຫ້ອີຫ 150,000 ກີບ ລວມເປັນ 1,850,000 ກີບ/ເດືອນ.
ເຖິງແມ່ນວ່າ ທາງການລາວ ຈະປັບຂຶ້ນເງິນເດືອນຂັ້ນພື້ນຖານແລ້ວ ແຕ່ປັດຈຸບັນ ຍັງມີພະນັກງານ-ລັດຖະກອນ ອີກຈໍານວນໜຶ່ງ ຍັງບໍ່ທັນໄດ້ຮັບເງິນເດືອນ ຂັ້ນພື້ນຖານ ຕາມນະໂຍບາຍຂອງທາງການເທື່ອ.
ດັ່ງລັດຖະກອນແພດ ຢູ່ແຂວງທາງພາກໃຕ້ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ:
“1,600,000 (ກີບ) ນໍ້າມັນລົດນີ້ ກໍໍ່ຍັງບໍ່ທັນພໍເລີຍນ່າມາການ ແມ່ນບໍ່ພໍ ມັນກໍ່ຫາວຽກເພີ່ມຫັ້ນແຫຼະ ເຮົາມາກໍ່ບໍ່ແມ່ນວ່າ ຊິມາຕະຫຼອດຫັ້ນນ່າ ບາງມື້ກໍ່ມາ ບາງມື້ບໍ່ມາ ມາການນີ້ນ່າ ຢູ່ລາວເຮົາມາຂັ້ນກາງແມ່ນບໍ່ແມ່ນ ຂັ້ນກາງ ຂັ້ນຕົ້ນນີ້ນ່າ ຂັ້ນສູງກໍ່ 1,800,000 ປະລິນຍາຕີ ກໍ ປ.ຕີ ນີ້ກໍ່ ກໍ່ສໍ່າກັນນີ້ແຫຼະ 1,800,000-1,900,000 (ກີບ) ລື່ນກັນບໍ່ຫຼາຍ ກັບຊັ້ນສູງ 1,000 (ບາດ) ຕໍ່າ 700,000 (ກີບ) ແມ່ນ 730,000 ແລ້ວ ຂຶ້ນໄປອີກແລ້ວ ຈະຢູ່ບໍ່ໄດ້ແລ້ວ ຊິໄປທໍາງານຢູ່ພຸ້ນ (ປະເທດໄທ) ແລ້ວ.”
ກ່ອນໜ້ານີ້ ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນ ແລະຮອງຫົວໜ້າ ຫ້ອງວ່າການ ສໍາງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ຜູ້ປະຕິບັດໜ້າທີ່ ໂຄສົກລັດຖະບານ ໄດ້ກ່າວໃນກອງປະຊຸມເປີດກວ້າງ ຂອງລັດຖະບານ ຄັ້ງທີ 2 ຈັດຂຶ້ນ ລະຫວ່າງ ວັນທີ 26-27 ເດືອນທັນວາ ປີ 2023 ທີ່ຜ່ານມາ ວ່າ ທາງການລາວ ມີແຜນຈະເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ແລະຜູ້ເສຍອົງຄະ ເພື່ອໃຫ້ສອດຄ່ອງ ກັບສະພາບເສດຖະກິດ-ການເງິນ ພາຍໃນປະເທດ ໃຫ້ສໍາເລັດພາຍໃນເດືອນ ມິຖຸນາ ປີ 2024 ນີ້.
ແຕ່ ມາຮອດປັດຈຸບັນ (ເດືອນມິຖຸນາ ປີ 2024) ພັດຍັງມີພະນັກງານ-ລັດຖະກອນ ຈໍານວນໜຶ່ງ ໄດ້ຮັບແຕ່ເງິນເດືອນຂັ້ນພື້ນຖານ ແຕ່ຍັງບໍ່ທັນໄດ້ຮັບເງິນອຸດໜູນ ຈໍານວນ 150,000 ກີບ/ເດືອນ ຕາມທີ່ທາງການກໍານົດ.
ດັ່ງລັດຖະກອນ ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ນາງໜຶ່ງ ກ່າວວ່າ:
“ລັດຖະກອນ 1,700,000 (ກີບ) ຕໍ່າສຸດລວມທຸກຢ່າງແລ້ວ ໂອ້ ຖ້າເວົ້າເລື້ອງ ພໍມັນກໍ່ບໍ່ພໍແຫຼະເນາະ ມັນບໍ່ຮອດ 3,000 (ບາດ) ຊໍ້າ ແມ່ນ ຂະເຈົ້າກໍ່ຕ້ອງໄດ້ຫາ. ເອີ່ ຜູ້ໃດກໍ່ຕ້ອງກະຫາ ເພື່ອບໍ່ໃຫ້ໂຕ້ອງຕາຍເນາະ ມັນຕ້ອງຫາໄດ້ ມີຊ່ອງທາງຫຍັງກໍ່ຕ້ອງໄດ້ຫາ. ເອີ່ ກໍ່ປະມານນັ້ນແຫຼະ (150,000 ກີບ) ກໍ່ໝູກະໂລເຄິ່ງ.”
ທີ່ຜ່ານມາ ມີພະນັກງານ-ລັດຖະກອນ ບາງຄົນ ບໍ່ສາມາດເດີນທາງມາເຮັດວຽກ ໃນເວລາລັດຖະການໄດ້ ຍ້ອນນໍ້າມັນເຊື້ອໄຟ ມີລາຄາເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນຮອບ 2-3 ປີມານີ້ ອີກທັງ ໃນບາງໄລຍະ ກໍ່ຈໍາເປັນ ຕ້ອງໄດ້ພັກວຽກຫ້ອງການ ເພື່ອໄປເຮັດອື່ນ ເປັນຕົ້ນ ຂາຍເຄື່ອງອອນລາຍ-ອອບລາຍ ຫຼື ປູກຝັງ-ລ້ຽງສັດ ເພື່ອນໍາເງິນທີ່ໄດ້ ມາໃຊ້ໃນຊີວິດປະຈໍາວັນ ແລະເບິ່ງແຍງຄອບຄົວ.
ດັ່ງລັດຖະກອນ ທີ່ເຮັດວຽກດ້ານການສຶກສາ ທ່ານໜຶ່ງ ກ່າວວ່າ:
“ບໍ່ ແນວໃດ ກໍ່ຕ້ອງໄດ້ປັບເດ້ ມັນຢູ່ບໍ່ໄດ້ສໍ່ານີ້ນ່າ ດຽວນີ້ເພິ່ນກໍາລັງຄົົ້ນຄວ້າ ແນວເພິ່ນກໍ່ຊິປັບ ເພາະວ່າດຽວນີ້ ມັນ 1,700,000, 1,800,000 ບວກ 150,000 ມາເປັນ 1,800,000 ປາຍ. ດຽວນີ້ ເພິ່ນກໍ່ຍັງໄລ່ ຄ່ານໍ້າມູກນໍ້າມັນ ຄ່າອີ່ຫຍັງມັນກໍ່ຕົກ 2 ລ້ານປາຍ ກໍ່ຍັງບໍ່ພໍກິນໄດ໋. ບໍ່ອັນນັ້ນເດ້ ເຮົາມີໄຮ່ມີນາ ເຂົ້າຫຍັງກໍ່ບໍ່ໄດ້ຊື້ ກໍ່ສ່ວນຫຼາຍຄົນລາວ ກໍ່ເປັນແນວນັ້ນເບິດ ເຮັດໄຮ່ເຮັດນາ ບໍ່ໄດ້ຊື້ຫຍັງກິນ ມີແຕ່ຄົນຢູ່ເມືອງໃຫຍ່ນີ້ ມັນເຊົ່າຫ້ອງເຊົ່າຫຍັງ ມັນບໍ່ລອດນ່າ ແມ່ນ ເງິນເດືອນຢ່າງດຽວ ຄືພວກເຮົານີ້ ມີໄຮ່ມີນາ ເຂົ້າກໍ່ບໍ່ໄດ້ຊື້ ມີເປັດມີໄກ່ ເຮົາລ້ຽງຢູ່ສວນຢູ່ນາ.”
ອີງຕາມແຈ້ງການ ຂອງກະຊວງອຸດສາຫະກໍາ ແລະການຄ້າ ສະບັບຫຼ້າສຸດ ລະບຸວ່າ ໃນວັນທີ 13 ເດືອນມິຖຸນາ ປີ 2024 ເວລາ 6 ໂມງແລງ ເປັນຕົ້ນໄປ ຈະມີການປັບຂຶ້ນລາຄາ ນໍ້າມັນແອັດຊັງພິເສດ ເປັນ 32,160 ກີບ/ລິດ, ແອັດຊັງທໍາມະດາ ເປັນ 25,140 ກີບ/ລິດ ແລະກາຊວນ ເປັນ 21,640 ກີບ/ລິດ ທັງນີ້ ຖ້າຫາກພະນັກງານ-ລັດຖະກອນ 1 ຄົນ ໃຊ້ນໍ້າມັນແອັດຊັງທຳມະດາ 20 ລິດ/ເດືອນ ກໍ່ຈະເປັນຄ່າໃຊ້ຈ່າຍ ປະມານ 502,800 ກີບ/ເດືອນ.
ກ່ຽວກັບເລື່ອງນີ້ ເນື່ອງຈາກເງິນເດືອນທີ່ໄດ້ຮັບ ບໍ່ພຽງພໍ ແລະບໍ່ສອດຄ່ອງກັບຄ່າຄອງຊີບ ເຮັດໃຫ້ພະນັກງານ-ລັດຖະກອນ ຈໍານວນໜຶ່ງ ຕັດສິນໃຈລາອອກຈາກການ ເພື່ອເດີນທາງໄປເຮັດວຽກ ຢູ່ປະເທດໄທ.
ດັ່ງລັດຖະກອນ ທີ່ເຮັດວຽກດ້ານການສຶກສາ ຜູ້ດຽວກັນນີ້ ກ່າວວ່າ:
“ໂຕນີ້ ກະອັນນ່າມີສ່ວນເດີ້ ກໍ່ມີຈໍານວນໜຶ່ງເນາະ ຢູ່ບັນດາເມືອງ ບັນດາອັນນັ້ນຫັ້ນນ່າ ເພາະວ່າ ຂະເຈົ້ານີ້ ກະມາເບິ່ງເສດຖະກິດເຫຼົ່ານີ້ແດ່ ເພາະວ່າຜູ້ທີ່ຫ່າງໄກສອກຫຼີກ. ເມື່ອມັນໃຊ້ນໍ້າມັນລົດ ແລ້ວມັນທຽວການຫັ້ນນ່າ ແມ່ນເຂົາກໍ່ ສ່ວນຫຼາຍກໍ່ມີຫຼາຍຄົນແລ້ວເດ້. ອອກ! ອອກແລ້ວ ເຂົາກໍ່ໄປເຮັດທຸລະກິດໂຕເອງເນາະ ຂາຍເຄື່ອງຂາຍຫຍັງ ມີຢູ່ໆ (ມາເຮັດວຽກຢູ່ໄທ) ມີໆໆ ມັນກໍ່ມີຢູ່ຫຼາຍເມືອງຫຼາຍແຂວງ ບາງເທື່ອພວກເຮົາກໍ່ເກັບກໍາ ບໍ່ໄດ້ຮອດຫັ້ນນ່າ.”
ອີງຕາມການລາຍງານ ຂອງສູນສະຖິຕິແຫ່ງຊາດ ກ່ຽວກັບອັດຕາເງິນເຟີ້ ໃນຮອບ 5 ປີ (ລະຫວ່າງ ປີ 2019-2024) ສະແດງໃຫ້ເຫັນວ່າ ໃນເດືອນມິຖຸນາ ປີ 2019 ຕ້ອງໃຊ້ເງິນ 8,646 ກີບ ຈຶ່ງຈະສາມາດແລກເງິນ ໄດ້ 1 ໂດລ້າສະຫະລັດ ແລະໃຊ້ເງິນ 276.78 ກີບ ຈຶ່ງຈະສາມາດແລກເງິນ ໄດ້ 1 ບາດ ຂະນະທີ່ ໃນເດືອນມິຖຸນາ 2024 ຕ້ອງໃຊ້ເງິນ 21,609 ກີບ (ຫຼືເພີ່ມຂຶ້ນ 12,963 ກີບ) ຈຶ່ງຈະສາມາດແລກເງິນ ໄດ້ 1 ໂດລ້າສະຫະລັດ ແລະຕ້ອງໃຊ້ເງິນ 667.21 ກີບ (ຫຼືເພີ່ມຂຶ້ນ 390.93 ກີບ) ຈຶ່ງຈະສາມາດແລກ ໄດ້ 1 ບາດ.
ຫຼ້າສຸດນີ້ ໃນໄລຍະອາທິດທໍາອິດ ຂອງເດືອນມິຖຸນາ ປີ 2024 ທີ່ຜ່ານມາ ຕາມອັດຕາແລກປ່ຽນຂອງທະນາຄານ ໃນການຄຸ້ມຄອງຂອງລັດ ກໍານົດໃຫ້ ຕ້ອງໃຊ້ເງິນ 667.71 ກີບ ສໍາລັບແລກປ່ຽນ ເງິນ 1 ບາດ ໂດຍເພີ່ມຂຶ້ນ ມາຈາກໄລຍະ ທ້າຍເດືອນພຶດສະພາ ປີ 2024 ເປັນຈໍານວນ 5.71 ກີບ ເທົ່າກັບວ່າ ໄລຍະເວລາພຽງ 1 ອາທິດ ເງິນກີບໄດ້ອ່ອນຄ່າລົງ 0.86%.
ແລະ ເຖິງແມ່ນວ່າ ອັດຕາແລກປ່ຽນເງິນກີິບ ຕໍ່ບາດ ຂອງທະນາຄານ ໃນການຄຸ້ມຄອງຂອງລັດ ຈະຢູ່ທີ່ປະມານ 660-670 ກີບ ແຕ່ອັດຕາແລກປ່ຽນ ໃນຕະຫຼາດນອກລະບົບ ໃນປັດຈຸບັນ ແມ່ນຕົກຢູ່ທີ່ 700-730 ກີບ ຈຶ່ງຈະແລກເງິນ ໄດ້ 1 ບາດແລ້ວ.