ຈາກກໍລະນີ ທີ່ຊາວບ້ານ 5 ຄົນ ທີ່ຕິດຢູ່ໃນຖໍ້າ ແລ້ວອອກມາເວົ້າວ່າ ພວກເຂົາເຈົ້າລົງໄປຫາເຈັຍ.
ເບື້ອງເລີກເບື້ອງຫຼັງ ທີ່ຊາວບ້ານທັງ 5 ຄົນ ຕ້ອງອອກມາເວົ້າແບບ ຍ້ອນວ່າ ມີຄົນເອົາຄໍາເວົ້າໄປຍັດໃສ່ປາກຊາວບ້ານໃຫ້ຕ້ອງເວົ້າແນວນັ້ນ ເພາະວ່າ ຄົນສ່ວນຫຼາຍກໍໍຮູ້ວ່າ ຊາວ ບ້ານຕິດຖໍ້າ ຍ້ອນລົງໄປຂຸດຄໍາ.
ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ແຂວງ ໄຊສົມບູນ ກໍຕ້ອງຂາຍຜ້າເອົາໜ້າລອດໄປກ່ອນ ຖ້າວ່າ ຊາວບ້ານເວົ້າວ່າ ພາກັນລົງໄປຮ່ອນຄໍາ ເຈົ້າໜ້າທີ່ແຂວງຈະມີຈຸດອ່ອນ ຫຼືບໍ່ ອັນນີ້ ເປັນຄໍາຖາ ເພາະວ່າ ລັດຖະພັດອອກຂໍ້ຫ້າມບໍ່ໃຫ້ມີການລັກລອບຂຸດຄໍາແບບຜິດກົດໝາຍ.
ເຈົ້າໜ້າທີ່ທ່ານນຶ່ງ ໄດ້ກ່າວວ່າ: ມັນມີຜູ້ນຶ່ງໄປສັ່ງການແລ້ວ ບໍ່ໃຫ້ ຂະເຈົ້າຂາຍຂີ້ໜ້າກັນຫັ້ນ ອັນລະດັບຊໍ່າເຈຍ ຊິໄປເອົາຫຍັງຢູ່ຫັ້ນ ຢູ່ຊຽງຂວາງມັນຊິອິດຫຍັງເຈຍຫັ້ນ ຢູ່ໄຊສົມບູນຫັນ.
ຢູ່ເກືອບທຸກແຂວງໃນປະເທດ ມີການລັກລອບຂຸດຄໍາລະບາດໜັກ ຈົນລັດຖະບານຕ້ອງອອກຂໍ້ຫ້າມ ໃນນັ້ນ ແຂວງໄຊສົມບູນ ກໍມີການສໍາປະທານຂຸດຄໍາຫຼາຍແຫ່ງ ແລະ ມີການລັກລອບຂຸດຄໍາ.
ເຈົ້າໜ້າທີ່ລະດັບສູງທີ່ເຄີຍເຮັດວຽກຢູ່ແຂວງໄຊສົມ ກໍເຊື່ອວ່າ ຊາວບ້ານທີ່ຕິດຢູ່ໃນຖໍ້ານັ້ນ ພາກັນລົງໄປຂຸດຄໍາ.
ເຈົ້າໜ້າທີ່ແຂວງໄຊສົມບູນ ບໍ່ກົງກັບຜູ້ທີ່ຕິດຢູ່ໃນຖໍ້າ ເປັນຕົ້ນວ່າ ເລຂາພັກເມືອງລ່ອງແຈ້ງ ອອກມາເວົ້າວ່າ ຊາວບ້ານລົງໄປໃນຖໍ້າວັນທີ 20 ພຶດສະພາ ແຕ່ ຊາວບ້ານຜູ້ຕິດຢູ່ໃນຖໍ້າ ພັດເວົ້າວ່າ ເຂົ້າໃນຖໍ້າວັນທີ 18.
