ຄ່າໄຟຟ້າແພງຂຶ້ນອີກແລ້ວ

ປະຊາຊົນຈົ່ມວ່າ ຄ່າໄຟແພງ

ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ.

ຄ່າໄຟຟ້າແພງຂຶ້ນອີກແລ້ວ ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ.

ປະຊາຊົນໃນນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊຍເສລີວ່າ ຄ່າໄຟຟ້າແຕ່ລະເດືອນປັບສູງຂຶ້ນຫຼາຍ ແຕ່ກ່ອນເຄີຍຈ່າຍຄ່າໄຟບໍ່ເກີນ 2 ແສນກີບຕໍ່ເດືອນ ແຕ່ເດືອນຫຼ້າສຸດ ຕ້ອງຈ່າຍເກືອບ 6 ແສນກີບ ແລະບໍ່ໄດ້ໃຊ້ໄຟຫຼາຍ ພ້ອມທັງຮຽກຮ້ອງໃຫ້ພາກລັດພິຈາລະນາຫຼຸດອັດຕາຄ່າໄຟຟ້າລົງ.

ກ່ອນໜ້ານີ້ ວັນທີ 6 ສິງຫາ 2026 ກໍ່ມີປະຊາຊົນໂພສຜ່ານເຟສບຸກວ່າ ຄ່າໄຟຂອງສວນນ້ຳແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ເພີ່ມຈາກກວ່າ 8 ລ້ານກີບໃນເດືອນພຶດສະພາ ເປັນກວ່າ 9 ລ້ານກີບໃນເດືອນມິຖຸນາ ແລະພຸ່ງເຖິງກວ່າ 31 ລ້ານກີບໃນເດືອນກໍລະກົດ.

ເເລະຍັງມີອີກຫຼາຍຄົນ ທີ່ຈົ່ມເຖິງບັນຫາຄ່າໄຟຟ້າແພງ ຂະນະດຽວກັນ ລັດວິສາຫະກິດໄຟຟ້າລາວ ກໍ່ເຄີຍອອກແຈ້ງການປັບອັດຕາຄ່າໄຟຟ້າພາກທີ່ຢູ່ອາໄສ ສຳລັບເດືອນພຶດສະພາ 2026 ຫາເດືອນທັນວາ 2029 ອີງຕາມແຈ້ງການເລກທີ 1639/ພບ.ຫກ ລົງວັນທີ 18 ພຶດສະພາ 2026

ການຊົມໃຊ້ໄຟຟ້າ 0 ຫາ 25 ກິໂລວັດໂມງ ປັບຈາກ 614 ເປັນ 850 ກີບ

ແຕ່ 26 ຫາ 150 ກິໂລວັດໂມງ ປັບຈາກ 707 ເປັນ 958 ກີບ.

ເຖິງແມ່ນລາວຂຶ້ນຊື່ວ່າ ເປົນຫມໍ້ໄຟແຫ່ງອາຊຽນ ເເຕ່ບໍ່ເເມ່ນຂອງລາວ 100 % ເພາະລັດວິສາຫະກິດໄຟຟ້າລາວ ຍັງມີໜີ້ສິນປະມານ 4 ຕື້ໂດລາສະຫະລັດ ເຊິ່ງອາດເປັນປັດໄຈໜຶ່ງ ທີ່ຕ້ອງນຳເງິນໄປໃຊ້ຫນີ້ ແລະເຮັດໃຫ້ຄ່າໄຟຍັງຢູ່ໃນລະດັບສູງ.