ປິດຕໍານານສູນປະຕິບັດທໍາຫຼັກ 38 ຍ້ອນ ກ່າວອ້າງເປັນຜູ້ວິເສດ

ເຈົ້າໜ້າທີ່ເມືອງປາກງື່ມເຂົ້າຄວບຄຸມສູນ ບໍ່ໃຫ້ຄົນເຂົ້າ

ທາງການລາວສັ່ງປິດສູນປະຕິບັດທຳຫຼັກ 38 ແລ້ວ ຍ້ອນວ່າ ຜູ້ນຳສູນ ອ້າງວ່າເປັນ “ພະສີອະລິຍະເມດໄຕ” ເກີນຄວາມເປັນຈິງ ບໍ່ສອດຄ່ອງ ກັບຫຼັກຄຳສອນ ທາງພຸດທະສາສະໜາ.

ປິດຕໍານານສູນປະຕິບັດທໍາຫຼັກ 38 ຍ້ອນ ກ່າວອ້າງເປັນຜູ້ວິເສດ ທາງການລາວສັ່ງປິດສູນປະຕິບັດທຳຫຼັກ 38 ແລ້ວ ຍ້ອນວ່າ ຜູ້ນຳສູນ ອ້າງວ່າເປັນ “ພະສີອະລິຍະເມດໄຕ” ເກີນຄວາມເປັນຈິງ

ອີງຕາມແຈ້ງການວັນທີ 25 ກັນຍາ 2026 ເມືອງປາກງື່ມ ໄດ້ອອກຂໍ້ຕົກລົງ ເລກທີ 513ໃຫ້ປິດ ແລະ ໂຈະກິດຈະກຳ ສູນປະຕິບັດທຳຫຼັກ 38 ຢູ່ບ້ານສ້າງໄຜ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ຂະນະທີ່ ເຈົ້າໜ້າທີ່ ໃນນະຄອນຫຼວງວຽງຈັນ ທ່ານໜຶ່ງ ກ່າວວ່າ ຍ້ອນວ່າ ຜູ້ນຳສູນ ທ່ານ ນາງ ທອງແກ້ວ ຊຸມພົນພັກດີ ອ້າງສະຖານະທາງສາສະໜາເກີນຄວາມເປັນຈິງ ໂດຍສະແດງຕົນວ່າເປັນ “ພະສີອະລິຍະເມດໄຕ” ບໍ່ສອດຄ່ອງກັບຫຼັກຄຳສອນທາງພຸດທະສາສະໜາ ແລະ ລະບຽບກົດໝາຍ ລວມເຖິງດຳລັດ 315 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ.

ສ່ວນຊັບສິນຕ່າງໆ ຄະນະກຳມະການຈະພິຈາລະນາ ແລະ ສົ່ງມອບໃຫ້ພາກສ່ວນທີ່ກ່ຽວ ຂ້ອງບໍລິຫານ ແລະ ດູແລຮັກສາຕໍ່ໄປ.

ເຈົ້າໜ້າທີ່ກ່າວວ່າ: ມັນກໍຫຼາຍຄັ້ງລະເມີດລະບຽບ ແລ້ວໂຄສະນາເກີນຈິງ ແອບອ້າງ ຫຼືວ່າ ສະແດງໂຕມີລິດເດດ ເກີນຄວາມຈິງວ່າຊັ້ນສາ ອ້າງອີງໃສ່ກົດໝາຍເພິ່ນສັ່ງປິດ ຈັ່ງຊີ້ເພິ່ນກໍຢຸດໄວ້ຫັ້ນແຫລະເນາະ.

ຕໍ່ກັບເລື່ອງນີ້ ນາງ ທອງແກ້ວ ຊຸມພົນພັກດີ ຜູ້ນຳສູນ ພ້ອມຄະນະ ແລະ ຜູ້ມາປະຕິບັດທຳ ໄດ້ຮັບຮູ້ ແລະ ຍິນຍອມປະຕິບັດຕາມຂໍ້ຕົກລົງ.

ກ່ອນໜ້ານີ້ ສູນກາງອົງການພະພຸດທະສາສະໜາສຳພັນລາວ ກໍໄດ້ແຈ້ງວ່າ ບໍ່ຮັບຮູ້ ແລະ ບໍ່ຮັບຮອງ ບຸກຄົນທີ່ອ້າງຕົນເປັນຜູ້ວິເສດ ຫຼື ກິດຈະກຳຂອງສູນ ທີ່ບໍ່ຖືກຕ້ອງຕາມຫຼັກການທາງສາສະໜາ.

ຂະນະດຽວກັນ ຜູ້ທີ່ເຄີຍມາປະຕິບັດທຳ ກໍໄດ້ຮັບຜົນກະທົບແລ້ວ ເມື່ອວັນທີ 27 ກັນຍາ 2026 ເຈົ້າໜ້າທີ່ໄດ້ເຂົ້າຄວບຄຸມສູນ ແລະ ອະນຸຍາດໃຫ້ຜູ້ປະຕິບັດທຳເກັບເຄື່ອງໃຊ້ສ່ວນຕົວ ກ່ອນທະຍອຍເດີນທາງກັບພູມລຳເນົາ. ສ່ວນຜູ້ທີ່ມາຈາກຕ່າງແຂວງ ຫຼື ຢູ່ຫ່າງໄກ ໃຫ້ພັກຢູ່ສູນກ່ອນ ແລະ ກັບຄືນໃນມື້ຕໍ່ໄປ.

ຂະນະທີ່ ຜູ້ທີ່ຍັງມີເຄື່ອງໃຊ້ຢູ່ພາຍໃນສູນ ຕ້ອງເຂົ້າໄປເກັບກູ້ພາຍໃນ 7 ວັນ ນັບແຕ່ວັນສັ່ງປິດ ຫຼັງຈາກນັ້ນ ຈະບໍ່ອະນຸຍາດໃຫ້ເຂົ້າ-ອອກພື້ນທີ່.

ສຳລັບຂັ້ນຕອນຫຼັງຈາກນີ້ ຍັງຕ້ອງຕິດຕາມວ່າ ພາກລັດຈະມີແນວທາງດຳເນີນການຕໍ່ສະຖານທີ່ ແລະ ຊັບສິນຂອງສູນແນວໃດ.