ຄູ 5 ຄົນ ຕ້ອງຮັບຜິດຊອບນັກຮຽນ 100 ຄົນ

ວັນຄູ ກັບ ບັນຫາຂອງຄູ ທີ່ແກ້ໄຂບໍ່ໄດ້

ວັນທີ 7 ຕຸລາ ເປັນວັນຄູມາຮອດແລ້ວ ແຕ່ການສຶກສາລາວ ຍັງພົບຫຼາຍບັນຫາ ທີ່ຍັງບໍ່ສາມາດແກ້ໄຂໄດ້.

ຄູ 5 ຄົນ ຕ້ອງຮັບຜິດຊອບນັກຮຽນ 100 ຄົນ ວັນຄູ ໃນວັນທີ 7 ຕຸລາ ນີ້ແລ້ວ ມາຮອດແລ້ວ ແຕ່ການສຶກສາລາວ ຍັງພົບຫຼາຍບັນຫາ ທີ່ຍັງບໍ່ສາມາດແກ້ໄຂໄດ້

ແນ່ນອນວ່າ ໃນວັນນັ້ນ ໂຮງຮຽນຕ່າງໆ ທົ່ວປະເທດ ຈະຮ່ວມລະນຶກເຖິງຄຸນງາມຄວາມດີຂອງຄູ ຜູ້ເປັນແມ່ພິມຂອງຊາດ ແລະມີບົດບາດສຳຄັນ ໃນການພັດທະ ນາຄົນ ແລະ ປະເທດ.

ແຕ່ປັດຈຸບັນ ລາວຍັງປະເຊີນຫຼາຍບັນຫາ ທັງດ້ານສະຫວັດດິການຄູ ທີ່ຍັງຂາດງົບປະມານ, ລວມເຖິງຄູອາສາສະໝັກ ທີ່ສອນມາຫຼາຍປີ ແຕ່ ຍັງບໍ່ໄດ້ບັນຈຸເປັນລັດ ຖະກອນ. ຄູບາງຄົນ ມີລາຍໄດ້ບໍ່ພໍກັບຄ່າຄອງຊີບ ຈົນຕ້ອງລາອອກ ໄປຫາວຽກທີ່ໄດ້ຄ່າຈ້າງສູງກວ່າ.

ດັ່ງອະດີດຄູທ່ານໜຶ່ງ ກ່າວຕໍ່ເອເຊຍເສຣີວ່າ: ບໍ່ໄດ້ສອນແລ້ວ ລາອອກແລ້ວ ເງິນເດືອນ ມັນບໍ່ພໍກິນ ປີກາຍນີ້ເຈົ້າ ປັດຈຸບັນນີ້ ຄ່າຄອງຊີບມັນກະແພງຫັ້ນນ່າ ນໍ້າມັນກະແພງ ອີ່ຫຍັງກະແພງຫັ້ນ ກະບໍ່ກຸ້ມກິນ ກະເລີຍໄປຫາເຮັດວຽກແນວອື່ນເອົາ.

ຂະນະດຽວກັນ ລາວຍັງຂາດແຄນຄູຈຳນວນຫຼາຍ. ໃນສົກຮຽນ 2026-2027 ແຂວງຈຳປາສັກ ຂາດຄູ 730 ຄົນ ຂະນະທີ່ສາລະວັນ ແລະ ຫົວພັນ ກໍຂາດຄູອີກຫຼາຍຮ້ອຍຄົນ ແລະແຂວງອື່ນໆ ກໍຍັງພົບບັນຫາຄ້າຍຄືກັນ.

ອີງຕາມກະຊວງສຶກສາທິການ ແລະ ກິລາ ນັກຮຽນທົ່ວປະເທດ ມີປະມານ 1 ລ້ານ 4 ແສນປາຍຄົນ ຂະນະທີ່ຄູມີປະມານ 75 ພັນປາຍຄົນ ຫຼື ສະເລ່ຍຄູປະມານ 5 ຄົນ ຕໍ່ນັກຮຽນ 100 ຄົນ.

ສະພາບນີ້ ເຮັດໃຫ້ບາງໂຮງຮຽນ ຄູຄົນດຽວຕ້ອງສອນຫຼາຍວິຊາ ແລະ ຮັບຜິດ ຊອບນັກຮຽນຫຼາຍກວ່າ 100 ຄົນ ໃນຂະນະທີ່ສະຫວັດດິການຍັງຄົງເດີມ.

ໃນປີ 2026 ລັດຖະບານເປີດຮັບໂຄຕ້າຄູໃໝ່ພຽງ 205 ຄົນ. ຖ້າສະເລ່ຍຄົບທັງ 148 ເມືອງທົ່ວປະເທດ ຈະເທົ່າກັບຄູບັນຈຸໃໝ່ພຽງປະມານ 1-2 ຄົນຕໍ່ເມືອງ ເທົ່ານັ້ນ.