ເກິດເຫດດິນຍຸບຕົວຂະໜາດໃຫຍ່ ຢູ່ເຂດບ້ານດາກຫວາງ ເມືອງດາກຈຶງ ແຂວງເຊກອງ

ຊາວບ້ານສົງໄສ ຍຸບຕົວຂະໜາດໃຫຍ່ ອາດເກິດຈາກເຫດການແຜ່ນດິນໄຫວ

ເກິດເຫດດິນຍຸບຕົວຂະໜາດໃຫຍ່ ໂດຍບໍ່ຮູ້ສາເຫດ ຢູ່ເຂດບ້ານດາກຫວາງ ເມືອງດາກຈຶງ ແຂວງເຊກອງ ໃນມື້ວັນທີ່ 18 ກັນຍາ 2026 ຜ່ານມາ ສ້າງຄວາມເສີຍຫາຍຕໍ່ສວນໝາກກາແຟ ແລະ ໄມ້ໃຫ້ໝາກອື່ນໆ ຂອງຊາວບ້ານຫຼາຍຄອບຄົວ.

ເກິດເຫດດິນຍຸບຕົວຂະໜາດໃຫຍ່ ຢູ່ເຂດບ້ານດາກຫວາງ ເມືອງດາກຈຶງ ແຂວງເຊກອງ ເກິດເຫດດິນຍຸບຕົວຂະໜາດໃຫຍ່ ໂດຍບໍ່ຮູ້ສາເຫດ ຢູ່ເຂດບ້ານດາກຫວາງ ເມືອງດາກຈຶງ ແຂວງເຊກອງ ໃນມື້ວັນທີ່ 18 ກັນຍາ 2026 ຜ່ານມາ

ໃນເບື້ອງຕົ້ນ ກຸ່ມຊາວບ້ານ ບ້ານດາກຫວາງ ທີ່ລົງພື້ນທີ່ໄປກວດເບິ່ງ ເວົ້າວ່າ ດິນຍຸບຕົວຂະໜາດໃຫຍ່ ອາດເກິດຈາກເຫດການແຜ່ນດິນໄຫວ ຂະໜາດຄວາມຮຸນແຮງ 3.6 ໃນວັນທີ 17 ກັນຍາ ຜ່ານມາ ຢູ່ບໍລິເວນບ້ານດາກກຳ ເມືອງດາກຈຶງ ໂດຍມີຈຸດສູນກາງ ຫ່າງຈາກເທິງໜ້າດິນປະມານ 10 ກິໂລແມັດ.

ຊາວບ້ານໃນພື້ນທີ່ ເມືອງດາກຈຶງ ແຂວງເຊກອງ ໄດ້ກ່າວວ່າ: ຕົກໃຈຢູ່ ມັນຍຸບ ມັນແຕກເຫີບນີ້ນ່າ ມັນນ່າຈະແມ່ນ ເອອ…ການສັນເຈືອນຂອງແຜ່ນດີນໄຫວຫັ້ນແຫຼະ ເປັນບາງສ່ວນ ບາງຈຸດ, ຄິດໆຢ້ານຢູ່ໃດ່ ເປັນແນວນັ້ນ ໂອ້…ອັນຕະລາຍໄດ່ ບໍ່ຮູ້ທາງໃດ ມັນຊິໄປໃດ່.

ກ່ຽວກັບເລື່ອງນີ້ ເອເຊຍເສລີ ໄດ້ຕິດຕໍ່ໄປຫາທາງການແຂວງເຊກອງ ເພື່ອສອບຖາມລາຍລະອຽດທີ່ຈະແຈ້ງ ແຕ່ບໍ່ໄດ້ຮັບຄຳຕອບ ເພາະທາງການແຂວງ ບໍ່ໄດ້ຮັບການລາຍງານຢ່າງເປັນທາງການຕໍ່ເຫດ ການດັ່ງກ່າວ.

ພາຍຫຼັງເກິດເຫດດິນຍຸບຕົວຂະໜາດໃຫຍ່ ຊາວບ້ານດາກຫວາງ ແລະບ້ານໃກ້ຄຽງ ໄດ້ເກິດຄວາມກົງວົນໃຈຫຼາຍ ແລະຮຽກຮ້ອງໃຫ້ທາງການເມືອງ ແລະທາງການແຂວງເຊກອງ ສົ່ງນັກວິຊາການດ້ານທໍລະນີສາດ ມາເກັບກຳຂໍ້ມູນແບບລະອຽດ ເພື່ອຊອກຫາສາເຫດແທ້ຈິງ ເພື່ອສ້າງຄວາມໝັ່ນໃຈໃຫ້ກັບຊາວບ້ານໃນພື້ນທີ່ ແລະຫຼຸດຜ່ອນຜົນກະທົບ ບໍ່ໃຫ້ຂະຍາຍວົງກວ້າງຂຶ້ນໄປອີກ.