ສະໜາມບິນແຂວງອັດຕະປືມູນຄ່າ 36 ລ້ານ ໂດລາ ຖືກປະຮ້າງໄວ້ຫຼາຍປີ ກາຍເປັນບ່ອນລ້ຽງງົວຂອງຊາວບ້ານ.
ສະໜາມບິນແຫ່ງນີ້ ໄດ້ປິດໂຕລົງຢ່າງເປັນທາງການໃນປີ 2017 ຫຼັງຈາກເປີດນຳໃຊ້ໄດ້ພຽງແຕ່ປະມານ 1 ປີປາຍ ກໍບໍ່ສາມາດດໍາເນີນການໄດ້ ຍ້ອນວ່າ ບໍ່ມີຜູ້ໂດຍສານ.
ປີ 2022 ລັດຖະບານລາວ ໄດ້ຕັດສິນໃຈໂອນກິດຈະການສະໜາມບິນອັດຕະປື ໃຫ້ໄປຢູ່ພາຍໃຕ້ການຄຸ້ມຄອງຂອງກອງທັບອາກາດ ເພື່ອໃຊ້ໃນພາລະກິດດ້ານຄວາມໝັ້ນຄົງ ແລະ ການທະຫານ ແຕ່ ສຸດທ້າຍ ກໍບໍ່ໄດ້ນຳໃຊ້ປະໂຫຍດຫຍັງ ແລະປະຖຶ້ມຈົນມາຮອດປັດຈຸບັນນີ້.
ເຈົ້າໜ້າທີ່ແຂວງອັດຕະປື ເປິດເຜີຍວ່າ ສະໜາມບິນແຫ່ງນີ້ ຖືເປັນອີກໜຶ່ງໂຄງການຂະໜາດໃຫຍ່ ທີ່ເກິດຄວາມລົ້ມແຫຼວທີ່ສຸດຂອງແຂວງອັດຕະປື:
“ຄືປັດຈຸບັນນີ້ກະ ເປິດແລ້ວມັນກະປິດເນາະ ຄວາມໝາຍວ່າ ບໍ່ມີຜູ້ຊົມໃຊ້ເວົ້າງ່າຍໆ ມູນຄ່າການລົງທຶນມະຫາສານເລີຍແຫຼະ ແຕ່ວ່າ ບໍ່ທັນໄດ້ຊົມໃຊ້ເທື່ອນ່າ."
ສະໜາມບິນແຫ່ງນີ້ ສ້າງຂຶ້ນດ້ວຍທຶນກູ້ຢືມ ປະມານ 36 ລ້ານໂດລາສະຫະລັດ ຈາກບໍລິສັດ Hoang Anh Gia Lai ຂອງຫວຽດນາມ ເຊິ່ງເປັນກຸ່ມທຶນທີ່ເຂົ້າມາລົງທຶນປູກຢາງພາລາ ແລະ ລ້ຽງງົວໃນແຂວງອັດຕະປື.
ແຫຼ່ງຂ່່າວຢູ່ແຂວງອັດຕະປື ທ່ານນຶ່ງ ເຄີຍກ່າວວ່າ ໃນເບື້ອງຕົ້ນ ການສ້າງສະໜາມບິນດັ່ງກ່າວ ມີຈຸດປະສົງເພື່ອໃຫ້ເຮືອບິນສ່ວນໂຕປະທານບໍລິສັດ Hoang Anh Gia Lai ມາເຮັດວຽກຢູ່ແຂວງອັດຕະປື ແລະ ໃຫ້ສາຍການບິນລາວ ເປີດບໍລິການຜູ້ໂດຍສານໄປນໍາ, ແຕ່ ບໍ່ມີຜູ້ໂດຍສານໃຊ້ບໍລິການພຽງພໍ ສະນັ້ນ ຈຶ່ງປິດດໍາເນີນການໄປ.
ນອກຈາກນີ້, ຍັງມີສະໜາມບິນໜອງຄ້າງ ແຂວງຫົວພັນ ທີ່ລັດຖະບານລາວ ໄດ້ກູ້ຢືມເງິນມາລົງທຶນຈາກ ບໍລິສັດ Hoang Anh Gia Lai ຂອງຫວຽດນາມ ມູນຄ່າ 82 ລ້ານໂດລາ ແລະໄດ້ເປີດນຳໃຊ້ຢ່າງເປັນທາງການໃນປີ 2023 ຜ່ານມາ.
ປັດຈຸບັນ ສະໜາມບິນໜອງຄ້າງ ກໍປະເຊິນກັບແຮງກົດດັນ ເລື່ອງ ພາລະໜີ້ສິນຂອງລັດຖະບານ ເນື່ອງຈາກແຂວງຫົວພັນ ມີປະຊາກອນບໍ່ໜາແໜ້ນ ແລະ ຫ່າງໄກ, ຈຳນວນຖ້ຽວບິນ ແລະ ຜູ້ໂດຍສານໃນປະຈຸບັນຍັງມີໜ້ອຍ.
