ເງິນກອງທຶນທາງຮົ່ວໄຫຼ 600-800 ຕື້ກີບ

ງົບປະມານກອງທຶນທາງຮົ່ວໄຫຼປະມານ 600-800 ຕື້ກີບ ໃນຈໍານວນງົບປະມານທັງໝົດ 1,600 ຕື້ກີບ

ໃນ ປີ 2024-2025, ງົບປະມານກອງທຶນທາງຮົ່ວໄຫຼປະມານ 600-800 ຕື້ກີບ ໃນຈໍານວນງົບປະມານທັງໝົດ 1,600 ຕື້ກີບ ຍ້ອນວ່າ ຫຼາຍໂຄງການສ້ອມແປງເສັ້ນທາງລາຄາສູງເກີນຈິງ ແລະ ມີການເອື້ອຜົນປະໂຫຍດໃນການປະມູນໂຄງການ.

ເງິນກອງທຶນທາງຮົ່ວໄຫຼ 600-800 ຕື້ກີບ ໃນ ປີ 2024-2025, ງົບປະມານກອງທຶນທາງຮົ່ວໄຫຼປະມານ 600-800 ຕື້ກີບ ໃນຈໍານວນງົບປະມານທັງໝົດ 1,600

ອີງຕາມ ລາຍງານຂອງ ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ຢູ່ໃນກອງປະຊຸມສະພາແຫ່ງຊາດ ໃນວັນທີ 8 ຕຸລາ 2026, ງົບປະມານທີ່ຮົ່ວໄຫຼໃນປີສົບປີ 2024-2025 ຖ້າຄິດໄລ່ເປັນອັດຕາສ່ວນ ຕົກຢູ່ 40-50 ເປີເຊັນ ຈະມີມູນຄ່າປະມານ 600-800 ຕື້ກີບ.

ສຳລັບ ກອງທຶນທາງ ແມ່ນເປັນກອງທຶນຂອງລັດຖະບານລາວ ທີ່ຕັ້ງຂຶ້ນມາ ໂດຍມີຈຸດປະສົງຫຼັກເພື່ອການປັບປຸງ, ສ້ອມແປງ ແລະ ບຳລຸງຮັກສາເສັ້ນທາງຫຼວງ ພາຍໃນປະເທດ

ກອງທຶນທາງ ແມ່ນເງິນມາຈາກຄ່າທຳນຽມທາງປະຈຳປີ, ຄ່າຜ່ານທາງໃນເສັ້ນທາງຕ່າງໆ, ມາຈາກສ່ວນແບ່ງການເກັບພາສີ/ອາກອນນ້ຳມັນເຊື້ອໄຟ ເຊິ່ງໄດ້ ມາຈາກການເກັບພາສີ-ອາກອນ ຈາກປະຊາຊົນທົ່ວປະເທດ.

ແຕ່ ເງິນກອງທຶນທາງບາງສ່ວນ ບໍ່ໄດ້ຖືກນຳໃຊ້ຢ່າງເຕັມເມັດເຕັມໜ່ວຍ ແລະ ເກີດການຮົ່ວໄຫຼໃນຂະບວນການຕ່າງໆ ແມ່ນມີສາເຫດມາຈາກເຈົ້າໜ້າທີ່ ສໍ້ລາດບັງຫຼວງ ຫາຜົນປະໂຍດນຳໂຄງການເຫຼົ່ານີ້.

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ: ກວດກາການນຳໃຊ້ບ້ວງເງິນກອງທຶນທາງ ຈຳນວນ ໃນປີ 2024-2025 ຢູ່ 2 ແຂວງ ຜ່ານກວດກາ ເຫັນວ່າ ມີ 4 ໂຄງການ ບໍ່ໄດ້ປະຕິບັດຕາມບົດບັນທຶກກວດກາໜ້າວຽກ ແລະມີ 13 ໂຄງການ ບໍ່ຊຳລະຄ່າຊັບພະຍາກອນທຳມະຊາດ ແລະມີ 44 ໂຄງການ ເຊັນສັນຍາເກີນມູນຄ່າ ທີ່ສະພາຮັບຮອງ.

ການກວດກາທີ່ບໍ່ເຂັ້ມງວດ, ບໍລິສັດຜູ້ຮັບເໝົາບາງແຫຼ່ງ ລັດຂັ້ນຕອນ ຫຼື ໃຊ້ອຸປະກອນທີ່ບໍ່ໄດ້ມາດຕະຖານ ເຮັດໃຫ້ທາງເພພັງໄວ ແລະ ຕ້ອງໄດ້ໃຊ້ງົບປະມານກອງທຶນທາງໄປສ້ອມແປງຊ້ຳໆ ຢ່າງບໍ່ມີສິ້ນສຸດ.

ກ່ຽວກັບເລື່ອງນີ້ ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຜົນການກວດກາ 9 ເດືອນ ປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ່ 2 ຂອງສະພາແຫ່ງຊາດ ຊຸດທີ່ 10 ໃນມື້ວັນທີ່ 8 ຕຸລາ 2026 ນີ້ວ່າ ຍັງພົບເຫັນບັນຫາ ແລະ ຂໍ້ບົກພ່ອງທີ່ສຳຄັນ ໃນການນຳໃຊ້ງົບປະມານກອງທຶນທາງ

ຜ່ານກວດກາ ພົບເຫັນ 2 ແຂວງ ແຕ່ທ່ານບໍ່ໄດ້ລາຍງານວ່າ ແມ່ນແຂວງໃດ ນຳໃຊ້ເງິນກອງທຶນທາງ ໃນຈຳນວນ 44 ໂຄງການ ທີ່ມີການເຊັນສັນຍາເກີນມູນຄ່າ ທີ່ສະພາປະຊາຊົນແຂວງຮັບຮອງ ແລະ 13 ໂຄງການ ບໍ່ຊຳລະຄ່າຊັບພະຍາກອນໃຫ້ແກ່ລັດ.