ທ້າວ ຄຳພ່ວງ ພົມມະລາດ ອາຍຸ 38 ປີ ຊາວບ້ານດອນສູງ ເມືອງສະໜາມໄຊ ແຂວງອັດຕະປື ເດີນທາງໄປເຮັດວຽກເປັນກຳມະກອນ ຢູ່ປະເທດມາເລເຊຍ ແຕ່ຖືກຕຳຫຼວດຈັບກຸມ.
ຈົນເຖິງປັດຈຸບັນ ຄອບຄົວຍັງບໍ່ຮູ້ວ່າ ລາວຖືກນຳໄປຄວບຄຸມຢູ່ບ່ອນໃດ ຫຼື ມີຊະຕາກຳເປັນແນວໃດ.
ຄອບຄົວລະບຸວ່າ ເຫດການເກີດຂຶ້ນມາແລ້ວປະມານ 3 ອາທິດ ຫຼັງຈາກຄົນງານທີ່ເຮັດວຽກນຳທ້າວ ຄຳພວງ ຢູ່ປະເທດມາເລເຊຍ ໂທລະສັບມາແຈ້ງຂ່າວວ່າ ລາວຖືກຕຳຫຼວດມາເລເຊຍ ຈັບໂຕ.
ນັບແຕ່ນັ້ນມາ ຍາດພີ່ນ້ອງໄດ້ພະຍາຍາມໂທຫາ ແລະ ຕິດຕໍ່ຫາລາວ ແຕ່ບໍ່ສາມາດຕິດຕໍ່ໄດ້ ຈຶ່ງບໍ່ຮູ້ວ່າ ລາວຖືກຈັບຢູ່ບ່ອນໃດ ແລະ ຖືກດຳເນີນຄະດີໃນຂໍ້ຫາໃດ.
ດັ່ງທີ່ເອື້ອຍຂອງທ້າວ ຄຳພວງ ໃຫ້ສຳພາດຕໍ່ເອເຊຍເສລີ ວ່າ: ອັນມື້ນັ້ນ ຜູ້ອັນນັ້ນ ເພິ່ນໂທມາບອກ ວ່າ ທ້າວ ຄໍາພ່ວງ ຖືກຈັບລະເດີ ກະເລີຍບໍ່ທັນໄດ້ຖາມອີ່ຫຍັງດອກ ສາຍເພິ່ນກະຕັດໄປ ອັນເຮັດວຽກຖາງປ່າ ປູກຢາງ ປູກອີ່ຫຍັງໄປ ໃສ່ປຸ໋ຍນີ້ ເພິ່ນໄປເຮັດວຽກຢູ່ມາເລເຊຍຫັ້ນລະ ເຮັດຈັງຊິ ກະເປັນຫ່ວງ ຢ້ານເຂົາຊິຂ້າຊິແກງ ແລະ ໂຕກະບໍ່ຮູ້ພາສາເຂົາຫັ້ນ ຈັກຊິໄດ້ກິນເຂົ້າກິນໍ້າ ອີ່ຫຍັງຈັ່ງໃດ ບໍ່ຈັກຫັ້ນ ພາກສ່ວນໃດກະໄດ້ໃຜໃຈດີ ກະຕິດຕາມໃຫ້ແດ່ ສະເພາະແມ່ນສະຖານທູດເພິ່ນຫັ້ນແຫຼະ.
ເບື້ອງຕົ້ນ ຄອບຄົວເລົ່າວ່າ ທ້າວ ຄຳພ່ວງ ໄປເຮັດວຽກຢູ່ມາເລເຊຍມາແລ້ວຫຼາຍປີ, ແຕ່ປັດຈຸບັນ ໜັງສືເດີນທາງ ຫຼື ພາສປອດຂອງລາວ ໝົດອາຍຸມາໄດ້ຫຼາຍປີແລ້ວ ແລະ ແມ່ນວ່າຍາດພີ່ນ້ອງເຄີຍແນະນຳໃຫ້ໄປຕໍ່ພາສປອດ ແຕ່ລາວບໍ່ໄດ້ໄປຕໍ່.
ຄອບຄົວຮູ້ສຶກເປັນຫ່ວງ ແລະ ກັງວົນຢ່າງຫຼາຍ ເນື່ອງຈາກຂາດການຕິດຕໍ່ມາດົນປະມານ 3 ອາທິດ ແລະ ຢ້ານວ່າອາດເກີດເຫດຮ້າຍກັບລາວ.
ດັ່ງນັ້ນ ຍາດພີ່ນ້ອງຈຶ່ງຢາກຮ້ອງຂໍໃຫ້ສະຖານທູດລາວປະຈຳມາເລເຊຍ ຊ່ວຍຕິດຕາມກວດສອບວ່າ ທ້າວ ຄຳພວງ ຖືກຄວບຄຸມຢູ່ທີ່ໃດ ແລະ ມີຂໍ້ຫາ ຫຼື ຂະບວນການທາງກົດໝາຍແນວໃດ ເພື່ອໃຫ້ຄອບຄົວໄດ້ຮັບຊາບຂໍ້ມູນ ແລະ ຄາຍຄວາມກັງວົນ.
ເບື້ອງຕົ້ນ ຄອບຄົວຂອງລາວ ຄາດວ່າ ການຖືກຈັບອາດກ່ຽວຂ້ອງກັບການຢູ່ ຫຼື ເຮັດວຽກຢູ່ມາເລເຊຍໂດຍບໍ່ມີເອກະສານ ຫຼື ໃບອະນຸຍາດທີ່ຖືກຕ້ອງ.
ເອເຊຍເສລີ ພະຍາຍາມ ຕິດຕໍ່ຫາສະຖານລາວ ປະຈໍາປະເທດມາເລເຊຍ ແຕ່ ບໍ່ສາມາດຕິດຕໍ່ໄດ້.
