ມີນັກຮຽນມັດທະຍົມທົ່ວປະເທດ ປະລະການຮຽນປະມານ 50,000 ຄົນ ປີນີ້

ນັກຮຽນຕ້ອງອອກໂຮງຮຽນໄປຊ່ວຍສ້າງເສດຖະກິດຄອບຄົວ

ຂໍ້ມູນຢູ່ໃນເວບໄຊ້ກະຊວງສຶກສາທິການ ແລະ ກິລາ ໄດ້ລະບຸວ່າ ໃນສົກຮຽນປີ 2025-2026 ມີນັກຮຽນມັດທະຍົມທົ່ວປະເທດປະມານ 500,000 ຄົນ ໃນນັ້ນ ມີນັກຮຽນປະລະການຮຽນປະມານ 50,000 ຄົນ ເທົ່າກັບ 10 ເປີເຊັນ.

ມີນັກຮຽນມັດທະຍົມທົ່ວປະເທດ ປະລະການຮຽນປະມານ 50,000 ຄົນ ໃນປີນີ້ 2025-2026 ມີນັກຮຽນມັດທະຍົມທົ່ວປະເທດປະມານ 500,000 ຄົນ ໃນນັ້ນ ມີນັກຮຽນປະລະການຮຽນປະມານ 50,000 ຄົນ ເທົ່າກັບ 10 ເປີເຊັນ.

ຜູ້ສັງເກດການໃຫ້ເຫດຜົນວ່າ ສາເຫດຫຼັກທີ່ເຮັດໃຫ້ນັກຮຽນປະລະການຮຽມຍ້ອນວ່າ ນັກຮຽນຕ້ອງອອກໄປເຮັດວຽກຊ່ວຍຄອບຄົວ, ອອກໄປຫາວຽກເຮັດງານທໍາ ແລະ ຈໍານວນນຶ່ງ ກໍໄປເຮັດວຽກຢູ່ປະເທດໄທ.

ຂໍ້ມູນຂອງກະຊວງສຶກສາທິການ ແລະ ກິລາ ຍັງລະບຸອີກວ່າ ມີ 5 ແຂວງທີ່ມີອັດຕາສ່ວນນັກຮຽນປະລະການຮຽນສູງທີ່ແມ່ນ ແຂວງສາລະວັນ 17 ເປີເຊັນ, ຈໍາປາສັກ 14 ເປີເຊັນ, ສະຫວັນນະເຂດ 14 ເປີເຊັນ, ເຊກອງ 13 ເປີເຊັນ ແລະ ຜົ້ງສາລີ 13 ເປີເຊັນ.

ດັ່ງເຈົ້າໜ້າທີ່ການສຶກສາທິການ ແລະ ກິລາ ທ່ານໜຶ່ງ ກ່າວວ່າ: “ຍັງມີຢູ່ ນັກຮຽນທີ່ປະລະການຮຽນ ຊັ້ນມັດທະຍົມ ກໍມີຫລາຍປັດໃຈ ກໍມີຄ່າໃຊ້ຈ່າຍ ສ່ວນຫລາຍກໍ່ປະລະ ກໍ່ໄປອອກແຮງງານ ຊ່ວຍພໍ່ແມ່ໃນການສ້າງເສດຖະກິດຄອບຄົວ ຈະເປັນໄປຢູ່ສວນຢາງ ສວນມັນຕົ້ນ ເຮັດວຽກກະສິກໍາ ເຮັດໄຮ່ເຮັດສວນໄປແນວນີ້.”

ນອກຈາກນີ້ ແຂວງອັດຕະປື ໃນໄລຍະປີ 2022-2026 ພົບນັກຮຽນ ມັດທະຍົມ ປະລະການຮຽນປະມານ 5,000 ຄົນ.

ນັບແຕ່ປີ 2021 ເປັນຕົ້ນມາ ຈໍານວນຮຽນແຕ່ຊັ້ນປະຖົມ ປ.1 ເຖິງຊັ້ນ ມໍ.7 ໃນທົ່ວປະເທດ ມີນັກຮຽນປະລະການຮຽນແຕ່ລະປີ ຢ່າງໜ້ອຍ 100,000 ຄົນ ອີງຕາມຂໍ້ມູນຈາກກະຊວງສຶກສາທິການ ແລະ ກິລາ.